ຮ່າໂນ້ຍ ເລົ່າເລື່ອງລາວ ພັນປີ ຫຼັງຕາເວັນຕົກດິນ

ຮ່າໂນ້ຍ ເລົ່າເລື່ອງລາວ ພັນປີ ຫຼັງຕາເວັນຕົກດິນ

ເສດຖະກິດ ຍາມຄໍ່າຄືນ ກຳລັງເປີດອອກ ພື້ນທີ່ການພັດທະນາ ໃໝ່ ໃຫ້ແກ່ ຮ່າໂນ້ຍ, ເຊິ່ງແມ່ນບ່ອນທີ່ມໍລະດົກ, ອາຫານການ ກິນ, ສິລະປະ, ຄວາມປະດິດສ້າງ ແລະ ຊີວິດການເປັນຢູ່ຂອງ ຕົວເມືອງ ສາມາດພ້ອມກັນ ສ້າງມູນຄ່າ ຂຶ້ນມາ ຫຼັງເວລາຕາ ເວັນຕົກດິນ. ແທນທີ່ຈະປ່ອຍໃຫ້ມີການແຂ່ງຂັນ ດ້ວຍເວລາ ເຄື່ອນໄຫວ ຫຼື ຂອບຂະໜາດ ການບັນເທີງ, ຮ່າໂນ້ຍ ມີໂອກາດ ສ້າງແບບຈຳລອງ ສະເພາະຕົວ, ເອົາຄວາມເລິກເຊິ່ງ ທາງດ້ານ ວັດທະນະທຳ ແລະ ຄວາມສາມາດ ເລົ່າເລື່ອງລາວ ພັນປີ ເປັນທ່າແຮງ.

ປຸກ ບັນດາຄຸນຄ່າ ທີ່ມີຢູ່ແລ້ວ

ເສດຖະກິດຍາມຄໍ່າຄືນ ນັບມື້ນັບກາຍເປັນສ່ວນໜຶ່ງ ສຳຄັນ ຂອງ ເສດຖະກິດຕົວເມືອງ, ບໍ່ແມ່ນພຽງແຕ່ ການແກ່ຍາວ ເວລາ ເປີດປະຕູ ຂອງ ຮ້ານດຳເນີນທຸລະກິດ. ປອ ຟ້າມມິງກວນ, ອາ ຈານສອນ ຄະນະວິທະຍາສາດ ສະຫະວິທະຍາການ ແລະ ສິລະ ປະ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ກ່າວວ່າ ນີ້ແມ່ນ ລະ ບົບ ການເຄື່ອນໄຫວ ວັດທະນະທຳ, ມ່ວນຊື່ນ, ບັນເທີງ, ອາ ຫານການກິນ, ຊື້-ຂາຍ ແລະ ການທ່ອງທ່ຽວ ຊຶ່ງຈັດຂຶ້ນ ແຕ່ 18 ໂມງ ຂອງ ມື້ກ່ອນ ຫາ 6 ໂມງເຊົ້າ ຂອງ ມື້ຕໍ່ມາ.

ນັກທ່ອງທ່ຽວ ຊົມລາຍການສະແດງສິລະປະ ໃນທົວທ່ອງທ່ຽວ ຍາມຄໍ່າຄືນ ຢູ່ກຳແພງ ທັງລອງ. ພາບ: ເຈິ່ນແທັງຢາງ/VNP 

ທົວທ່ອງທ່ຽວ ຍາມຄ່ຳຄືນ ຢູ່ກຳແພງ ທັງລອງ ເຮັດໃຫ້ ນັກທ່ອງ ທ່ຽວ ໄດ້ປະສົບການ ທີ່ເປັນເອກະລັກ ກ່ຽວກັບ ປະຫວັດສາດ ແລະ ວັດທະນະທຳ ທັງລອງ. ພາບ: ເຈິ່ນແທັງຢາງ/VNP

 

ສໍາລັບຮ່າໂນ້ຍ, ຊັບພະຍາກອນ ເພື່ອພັດທະນາ ເສດຖະກິດ ຍາມຄ່ຳຄືນ ໄດ້ປາກົດຕົວ ໃນຊີວິດການເປັນຢູ່ ຂອງນະຄອນ. ກຳແພງ ທັງລອງ, ຄຸ້ມເມືອງເກົ່າ, ວັນມ໋ຽວ - ກວັກຕືຢາມ, ບູຮານສະຖານ ຄຸກ ຫວາລໍ່, ບັນດາໝູ່ບ້ານອາຊີບ, ໂຮງລະຄອນ, ພື້ນທີ່ສ້າງສັນຄຽງຄູ່ກັບ ລະບົບຖະໜົນຄົນຍ່າງ, ຈະຕຸລັດ, ສວນສາທາລະນະ ແລະ ໜອງນ້ຳ ລ້ວນແຕ່ສາມາດ ກາຍເປັນຈຸດນັດພົບຍາມຄ່ຳຄືນ.  

ໂດຍສະເພາະ, ຮ່າໂນ້ຍ ມີທ່າແຮງ ບໍ່ງ່າຍ ທີ່ຈະຮຽນແບບໄດ້: ມໍລະດົກ ຍັງຄົງປາກົດຕົວຢູ່ ໃນຊີວິດການເປັນຢູ່ ປັດຈຸບັນ. ກຳ ແພງ ທັງລອງ ຕັ້ງຢູ່ກາງ ຂອງຕົວເມືອງ ກຳລັງເຄື່ອນໄຫວ; ຄຸ້ມ ເມືອງເກົ່າ ທັງແມ່ນພື້ນທີ່ມໍລະດົກ, ທັງແມ່ນບ່ອນ ປະຊາຊົນ ດຳ ລົງຊີວິດ, ຄ້າຂາຍ; ຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ ບັນດາເຕົາເຜົາຍັງຄົງ ທໍາການຜະລິດ ເພື່ອຜະລິດອອກມາ ບັນ ດາຊຸດເຄື່ອງປັ້ນດິນເຜົາໃໝ່ໆ, ໃນຂະນະດຽວກັນ ກໍຕ້ອນຮັບ ນັກທ່ອງທ່ຽວ ທ່ີມາຢ້ຽມຊົມ. ອະດີດ ຢູ່ທີ່ນີ້ ບໍ່ພຽງແຕ່ ຖືກອະນຸ ຮັກ ໄວ້ເພື່ອການຊົມເທົ່ານັ້ນ, ແຕ່ຍັງສືບຕໍ່ຄົງຕົວ ແລະ ສ້າງຄຸນ ຄ່າ ໃນປັດຈຸບັນອີກດ້ວຍ.  

ບາງຜະລິດຕະພັນ ຍາມຄ່ຳຄືນ ໄດ້ເກີດຂຶ້ນມາ ເຊັ່ນ: ທົວທ່ອງ ທ່ຽວ ຍາມຄ່ຳຄືນ ຢູ່ກຳແພງ ທັງລອງ, ລາຍການ “ຄ່ຳຄືນສັກ ສິດ” ຢູ່ ຄຸກ ຫວາລໍ່, ບັນດາການເຄື່ອນໄຫວ ປະສົບການ ຢູ່ ວັນ ມ໋ຽວ-ກວັກຕືຢາມ ແລະ ຖະໜົນຄົນຍ່າງອ້ອມໜອງເກືອມ (ໂຮ່ຮວ່ານກ໋ຽມ).

 

ສູນແລກປ່ຽນ ວັດທະນະທຳ ຄຸ້ມເມືອງເກົ່າ ຮ່າໂນ້ຍ (ເລກທີ 50 ດ່າວຢຸຍຕື່) ຈັດລາຍການສະແດງສິລະປະພື້ນເມືອງເປັນປະຈຳ, ປະກອບສ່ວນ ອະນຸຮັກຮັກສາ ແລະ ໂຄສະນາ ມໍລະດົກ ວັດທະ ນະທຳ ທັງລອງ-ຮ່າໂນ້ຍ. ພາບ: ເຈິ່ນແທັງຢາງ/VNP
ທົວທ່ອງທ່ຽວ ຍາມຄ່ຳຄືນ “ຄ່ຳຄືນທ່ີສັກສິດ” ຢູ່ບູຮານສະຖານ ຄຸກ ຫວາລໍ່ ຟື້ນຄືນບັນດາເລື່ອງລາວ ປະຫວັດສາດ ດ້ວຍສຽງ, ແສງ ແລະ ສິລະປະການສະແດງ ທີ່ເຕັມໄປດ້ວຍອະລົມຈິດ. ພາບ: ກົງດາດ/VNP
 

ອາຫານການກິນ ກໍແມ່ນແຫຼ່ງພະລັງ ອັນໃຫຍ່ຫຼວງ. ປັດຈຸບັນ ຮ່າໂນ້ຍ ມີປະມານ 15.000-18.000 ຮ້ານ ດຳເນີນທຸລະກິດ ອາຫານການກິນ, ໃນນັ້ນ ມີປະມານ 35-40% ເປີດໃຫ້ບໍລິການ ຫຼັງ 20 ໂມງ. ນອກນັ້ນຍັງມີລະບົບ ໂຮງລະຄອນ, ໂຮງສາຍຮູບ ເງົາ, ພື້ນທີ່ສະແດງສິລະປະ, ສູນການຄ້າ ແລະ ບໍລິການ ບັນເທີງ ຕ່າງໆ. ຖ້າຖືກເຊື່ອມໂຍງ ບັນດາຊັບພະຍາກອນເຫຼົ່ານີ້ ເຂົ້າກັນ ສາມາດສ້າງເປັນ ສາຍປະສົບການ ແທນທີ່ຈະແມ່ນການ ເຄື່ອນ ໄຫວ ແຍກດ່ຽວ.  

ຕະຫຼາດການທ່ອງທ່ຽວ ຍິ່ງເພີ່ມທ່າແຮງ ໃນການຂະຫຍາຍຕົວ. ໃນ 8 ເດືອນ ຕົ້ນປີ 2026, ຮ່າໂນ້ຍ ຕ້ອນຮັບນັກທ່ອງທ່ຽວ ປະ ມານ 24,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ ໄລຍະ ດຽວກັນ ຂອງ ປີ 2025. ການຫັນປ່ຽນສ່ວນໜຶ່ງ ຂອງຄວາມຕ້ອງ ການ ຂອງນັກທ່ອງທ່ຽວ ແລະ ຊາວເມືອງ ມາເປັນປະສົບການ, ການຈັບຈ່າຍໃຊ້ສອຍ, ອາຫານການກິນ ແລະ ການບັນເທີງ ໃນ ຍາມຄ່ຳຄືນ ຈະສ້າງມູນຄ່າເພີ່ມ ໃຫ້ກັບພື້ນຖານເສດຖະກິດ.


ໂມເດວ ທີ່ມີກິ່ນອາຍ ຄວາມເປັນຮ່າໂນ້ຍ

ຈຸດສຳຄັນສຳລັບ ຮ່າໂນ້ຍ ບໍ່ແມ່ນການລອກຮຽນແບບ ບັນດາ ແບບຈຳລອງ ເສດຖະກິດຍາມຄໍ່າຄືນ ທີ່ໄດ້ປະສົບຜົນສຳເລັດ ຢູ່ບັນດາ ຕົວເມືອງອື່ນໆ. ປອ ຫງວຽນທູຖຸຍ, ຫົວໜ້າຄະນະ ສິ ລະປະ ແລະ ອອກແບບ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ, ໃຫ້ທັດສະນະວ່າ ເມືອງຫຼວງ ຕ້ອງກຳນົດຢ່າງຈະແຈ້ງ ຄວາມ ເປັນເອກະລັກສະເພາະ, ໃນນັ້ນ ນາມມະຍົດ ນະຄອນ ປະດິດ ສ້າງ ຂອງ UNESCO ແມ່ນທ່າແຮງເພື່ອພັດທະນາ ເສດຖະກິດ ຍາມຄ່ຳຄືນ ຕາມທິດປະດິດສ້າງ, ວັດທະນະທຳ, ບັນເທີງ ແລະ ຜ່ານປະສົບ ການຕົວຈິງ.  

ປອ ບຸ່ຍວັນຕ໋ວນ, ຮອງຫົວໜ້າສະຖາບັນ ຮ່າໂນ້ຍສຶກສາ ແລະ ຝຶກອົບຮົມສາກົນ, ມະຫາວິທະຍາໄລ ນະຄອນຫຼວງ ຮ່າໂນ້ຍ ກ່າວວ່າ ຮ່າໂນ້ຍ ຍັງມີ ທ່າແຮງຢ່າງຫຼວງຫຼາຍ ໃນການພັດທະ ນາ ປະສົບການ ຍາມຄ່ຳຄືນ, ເຊື່ອມໂຍງ ອາຫານການກິນ, ສິ ລະປະ, ການຊອບປິ້ງ, ຄວາມບັນເທີງ ເຂົ້າກັບພື້ນທີ່ທາງວັດທະ ນະທຳ ແລະ ທິວທັດຕົວເມືອງ. ນີ້ແມ່ນໂອກາດ ເພື່ອແກ່ຍາວ ປະສົບການ ຂອງ ນັກທ່ອງທ່ຽວ, ທັງແມ່ນການຂຸດຄົ້ນ ຢ່າງມີປະສິດທິຜົນ ບັນດາທ່າແຮງທາງ ວັດທະນະທຳ ແລະ ການບໍລິການ ທີ່ມີຢູ່ແລ້ວໃນນະຄອນ.

ນັກທ່ອງທ່ຽວ ຜ່ານປະສົບການຕົວຈິງ ກັບທົວທ່ອງທ່ຽວ HaNoi City Tour ຜ່ານຄຸ້ມຖະໜົນຕ່າງໆ ຂອງ ຮ່າໂນ້ຍ ທ່ີສະຫວ່າງສະໄຫວ. ພາບ: VNA  
ໃນທ້າຍອາທິດ, ບໍລິເວນຖະໜົນຄົນຍ່າງ ອ້ອມຮອບເຂດໜອງເກືອມ ດຶງດູດນັກທ່ອງທ່ຽວ ແລະ ຊາວທ້ອງຖິ່ນເປັນຈຳນວນຫຼວງຫຼາຍ. ພາບ: ເຈິ່ນແທັງຢາງ/VNP   
ເສັ້ນທາງ ຕ້າຮ້ຽນ ພ້ອມດ້ວຍລະບົບຮ້ານຂາຍຍ່ອຍ 24/7 ມັກຈະຈັດຕັ້ງບັນດາລາຍການສະແດງສິລະປະພື້ນເມືອງ, ເພງ ຕາມຖະໜົນ. ພາບ: VNA   
 
 

ຮ່າໂນ້ຍ ພັດທະນາ ຜະລິດຕະພັນ ທ່ີຫຼາກຫຼາຍລະດັບ: ມໍລະດົກ ປະສົມປະສານ ກັບການສະແດງ, ອາຫານການກິນ ຕິດພັນກັບ ສິລະປະ, ການຊື້-ຂາຍ ໄປຄຽງຄູ່ກັບ ປະສົບການ, ພື້ນທີ່ສາທາ ລະນະ ເຊື່ອມໂຍງກັບ ການບໍລິການ ດີຈີຕອນ. ທົວທ່ອງທ່ຽວ ຍາມຄ່ຳຄືນ ຢູ່ກຳແພງ ທັງລອງ, ຖ້າອອກແບບ ທ່ີເໝາະສົມ, ຈະ ຊ່ວຍໃຫ້ ສາທາລະນະຊົນ ເຂົ້າເຖິງມໍລະດົກ ທາງວັດທະນະທໍາ ໄດ້ງ່າຍຂຶ້ນ, ທັງສ້າງ ທ່າແຮງໃຫ້ແກ່ການອະນຸຮັກ.  

ມໍ່ໆ ນີ້, ຮ່າໂນ້ຍ ໄດ້ອອກ ມະຕິ 34/2026/NQ-HĐND ກ່ຽວກັບ ການພັດທະນາ ເສດຖະກິດ ຍາມຄ່ຳຄືນ ແລະ ອະນຸມັດໂຄງ ການພັດທະນາ ເສດຖະກິດ ຍາມຄ່ຳຄືນ ໄລຍະ 2026-2030, ກຳນົດທິດ ຮອດປີ 2045. ນີ້ແມ່ນພື້ນຖານ ເພື່ອໃຫ້ນະຄອນ ຈັດ ຕັ້ງ ພື້ນທີ່ ຄືນໃໝ່, ປັບປຸງກົນໄກ ຄຸ້ມຄອງ ໃຫ້ສົມບູນແບບ ແລະ ຂຸດຄົ້ນ ຢ່າງມີປະສິດທິຜົນກວ່າ ບັນດາທ່າແຮງ ທີ່ມີຢູ່ແລ້ວ.

 

ຄຸ້ມຖະໜົນ ຕ້າຮ້ຽນ ຟົດຟື້ນໃນຍາມຄໍ່າຄືນ. ພາບ: VNA
 

ຮ່າໂນ້ຍ ບໍ່ຈຳເປັນ ຕ້ອງກາຍເປັນ “ເມືອງທີ່ບໍ່ເຄີຍນອນ”. ຄຸນຄ່າ ສະເພາະ ຂອງ ເມືອງຫຼວງ ອາດຢູ່ ໃນສິ່ງອື່ນ: ເມື່ອຍາມ ຄ່ຳຄືນ ມາເຖິງ, ບັນດາມໍລະດົກ, ອາຫານ, ໝູ່ບ້ານອາຊີບ, ເວທີສະແດງ ແລະ ເລື່ອງລາວ ວັດທະນະທຳ ທີ່ຢູ່ໃນຊີວິດການເປັນຢູ່ ຂອງ ຮ່າໂນ້ຍ ໄດ້ຖືກເປີດອອກ ຕາມວິທີໃໝ່. ເມື່ອນັ້ນ, ເສດຖະກິດ ຍາມຄໍ່າຄືນ ບໍ່ພຽງແຕ່ ສ້າງລາຍຮັບ, ວຽກເຮັດງານທຳ ຫຼື ເວລາ ບໍລິໂພກເທົ່ານັ້ນ, ແຕ່ຍັງເປັນວິທີ ເພື່ອໃຫ້ ຮ່າໂນ້ຍ ບອກເລົ່າ ເລື່ອງລາວ ພັນປີ ຂອງຕົນ ໃຫ້ໂລກ ໄດ້ຮັບຮູ້ອີກດ້ວຍ.

ບົດ: ຮວ່າງເຕ້ວຍີ - ພາບ: VNP, VNA

 


top