ຮ່ອນແຈ- “ຫົວໃຈ” ຂອງ ອ່າວ ຍາຈາງ

ຮ່ອນແຈ- “ຫົວໃຈ” ຂອງ ອ່າວ ຍາຈາງ

ສວນສະໜຸກ VinWonders ຍາຈາງ ຢູ່ເກາະ ຮ່ອນແຈ. ພາບ: ເລມິງ

ໃນຈຳນວນ19 ເກາະ ຂອງ​ນະ​ຄອນ ຍາຈາງ, ຮ່ອນແຈ ມີ​ເນື້ອ​ທີ່​ໃຫຍ່​ສຸດ​ ຄື 36 ກມ2 ແລະ ຍອດ​ສູງ​ສຸດ​ ປະ​ມານ 460 ມ. ສະຖານທີ່ແຫ່ງນີ້ ຍັງຄົງ ຮັກສາຄວາມງາມ ແບບທຳມະຊາດ, ອາກາດອົບອຸ່ນ ກັບລະບົບ ພືດພັນທຳມະຊາດ ທີ່ຫຼາກຫຼາຍ, ຫາດຊາຍທະເລ ຂຽວສົດໃສ, ຄວາມເປັນສ່ວນຕົວ, ກັບຫາດຊາຍ ທີຂາວນຽນ ອ້ອມຮອບເກາະ.

ດ້ວຍ​ພູມ​ສັນຖານ​ທີ່​ພິ​ເສດ, ຮ່ອນແຈ ​ເໝືອນດັ່ງເປັນເຄື່ອງກຳບັງ ຢູ່ ກາງທະເລ, ​ເຮັດ​ໃຫ້​ ອ່າວ​ ຢາ​ຈາງ​ ເປັນທ່ີບັງລົມ ແລະ ຄື້ນບໍ່ແຮງ. ອາດ​ເວົ້າ​ໄດ້​ວ່າ, ນີ້​ແມ່ນ​ບ່ອນເຕົ້າ​ໂຮມ​ບັນດາ​ຈຸດ​ໄດ້​ປຽບ ເປັນ​ສັນ ຍາລັກ ​ທີ່​ໜ້າ​ປະ​ທັບ​ໃຈ​ ໃຫ້​ແກ່​ການ​ທ່ອງ​ທ່ຽວ​ ຂອງ​ນະຄອນ ​ແຄມ​ທະ​ເລ​ ຍາຈາງມາຍັງ ຮ່ອນແຈ, ນັກທ່ອງທ່ຽວ ບໍ່ອາດພາດໂອກາດ ທີ່ຈະພັກເຊົາຢູ່ ຣີສອດ Vinpearl ລະດັບ 5 ດາວ ແລະ ເພີດເພີນກັບລະບົບນິເວດ ການບໍລິການ “ທັງໝົດໃນໜຶ່ງດຽວ” ເຊັ່ນ: ສວນສະໜຸກ VinWonders ຍາຈາງ ທີ່ມີເກມນັບຮ້ອຍເກມ ຊຶ່ງ ຈຸດເດັ່ນແມ່ນ Zipline ຜ່ານປ່າໄມ້ ທີ່ມີ 3 ສະຖິຕິ, ລົດສະກີພູເຂົາ ຍາວທີ່ສຸດ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍລະບົບລານ ສະໄລເດີ້, ໂນນດອກໄມ້ ໂຮມສຸມ ດອກໄມ້ ຫຼາຍພັນດອກ, Tata Show ຊຶ່ງແມ່ນລາຍ ການສະແດງ ໃນສະພາບຄວາມຈິງ ເຮັດໃຫ້ ຜູ້ຊົມ ມີຄວາມຮູ້ສຶກ ຕື່ນຕະລຶງ ຕໍ່ຄວາມໃຫຍ່ໂຕໂອ້ຖົງ ແລະ ງົດງາມຂອງມັນ, ກຳປັ່ນ ດຳນໍ້າແກ້ວ ໄລຍະເບິ່ງ ບໍ່ຈຳກັດ ລຳທຳອິດ ແລະ ໜຶ່ງດຽວຢູ່ໃນໂລກ, ສະຖານທີ່ຫຼິ້ນ AR/VR ແລະ ການຫຼິ້ນຜ່ານປະສົບການຕົວຈິງ ນັບຫຼາຍຮ້ອຍຢ່າງທີ່ສວນຫຼິ້ນນຳ້ລະດັບສາກົນ, ສະໜາມກ໊ອຟ 18 ຂຸມ, ສູນປະຊຸມ, ໂຮງລະຄອນ ແລະ ສູນອາຫານ-ບັນເທິງຊັ້ນສູງ…

 

 
ມາເຖິງ Vinpearl ຍາຈາງ ນັກທ່ອງທ່ຽວສາມາດສຳຜັດກັບ ການຫຼີ້ນເກມ ທີ່ໜ້າສົນໃຈຫຼາຍຢ່າງ. ພາບ: VINPEARL

ໂນນ ວ້ານຮວາ ມີ​ເນື້ອ​ທີ່​ກວ່າ 3,5ເຮັກ​ຕາ, ເຕົ້າ​ໂຮມ​ດອກ​ໄມ້ ​ນັບ ຫຼາຍ​ພັນ​ຊະນິດ ​ໃນ 5ທະ​ວີບ​​ທົ່ວ​ໂລກ. ຢູ່ທີ່ນີ້, ນັກທ່ອງທ່ຽວ ເບິ່ງ ຄືວ່າ ຫຼົງທາງເຂົ້າໄປໃນໃຈກາງ ເອີຣົບ ທີ່ມີປ່າດອກ ຕູລິບ, begonias, hyacinths ...

ພິ​ເສດ, ເມື່ອມໍ່ໆ​ ມາ​ນີ້, VinWonders ຍາຈາງ ​ໄດ້​ແນະນຳ​ໃຫ້ນັກ​ທ່ອງ​ທ່ຽວ​ ​ປະ​ສົບ​ການຕົວຈິງ “ມີໜຶ່ງບ່ໍມີສອງ” ກັບ​ກຳ​ປັ່ນ​ດຳ​ນ້ຳ​​ທ່ອງ​ທ່ຽວ Vinpearl Submarine ຍາຈາງ. ກໍາປັ່ນດັ່ງກ່າວໄດ້ຮັບການ ອອກແບບດ້ວຍ ແກ້ວໃສ ລຳທໍາອິດ ຢູ່ໃນໂລກ, ມີໄລຍະເບິ່ງ 360 ອົງສາ ຢູ່ໃຕ້ພື້ນທະເລ, ຄືດັ່ງຫຼົງທາງ ເຂົ້າສູ່ໂລກມະຫາສະໜຸດ ໃນຮູບເງົາ ທີ່ມີຊື່ສຽງຂອງໂລກ. ນັກທ່ອງທ່ຽວ ບໍ່ຈໍາເປັນຕ້ອງ ມີຄວາມ ຊໍານິຊໍານານ ໃນການດໍານ້ໍາ, ກໍບໍ່ຈໍາເປັນຕ້ອງໃສ່ຊຸດດໍານ້ໍາ ພິເສດ ທີ່ໜັກ, ແຕ່ສາມາດ ວາງທ່າຖ່າຍຮູບໃນມູມຕ່າງໆ “ທີ່ໜ່ຶງ ບໍ່ມີສອງ” ຢູ່ໃຕ້ພື້ນມະຫາສະໝຸດ.

Vinperl Submarine ຍາຈາງ ເປັນກໍາປັ່ນດຳນ້ຳໄຟຟ້າ ທີ່ເກືອບບໍ່ມີ ສຽງລົບກວນ, ບໍ່ສ້າງມົນລະພິດ ຕໍ່ສິ່ງແວດລ້ອມ ແລະ ບໍ່ສົ່ງກະທົບ ຕໍ່ສິ່ງ ມີຊີວິດໃນທ້ອງທະເລ. ນີ້ບໍ່ພຽງແຕ່ເປັນ ປະສົບການຕົວຈິງ “ຕ້ອງລອງ” ສໍາລັບ ຜູ້ມັກການຄົ້ນພົບເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເຂົ້າໃນການສ້າງຄວາມຮັບຮູ້ ແລະ ຊຸກຍູ້ໃຫ້ທຸກຄົນປົກປັກຮັກສາ ສິ່ງແວດລ້ອມ ທາງທະເລອີກດ້ວຍ.

Vinperl Submarine ຍາຈາງ ເປັນກໍາປັ່ນດຳນ້ຳໄຟຟ້າ ທີ່ເກືອບບໍ່ມີ ສຽງລົບກວນ, ບໍ່ສ້າງມົນລະພິດ ຕໍ່ສິ່ງແວດລ້ອມ ແລະ ບໍ່ສົ່ງກະທົບ ຕໍ່ສິ່ງ ມີຊີວິດໃນທ້ອງທະເລ. ນີ້ບໍ່ພຽງແຕ່ເປັນ ປະສົບການຕົວຈິງ “ຕ້ອງລອງ” ສໍາລັບ ຜູ້ມັກການຄົ້ນພົບເທົ່ານັ້ນ, ແຕ່ຍັງປະກອບສ່ວນ ເຂົ້າໃນການສ້າງຄວາມຮັບຮູ້ ແລະ ຊຸກຍູ້ໃຫ້ທຸກຄົນປົກປັກຮັກສາ ສິ່ງແວດລ້ອມ ທາງທະເລອີກດ້ວຍ. Vinpearl Submarine ຍາຈາງ ມີຄວາມຍາວ 15,4 , ນ້ຳໜັກ 55 ໂຕນ, ສາມາດບັນຈຸຜູ້ໂດຍສານໄດ້ 22 ຄົນ, ຄົນຂັບ 1 ຄົນ ແລະ ຜູ້ຊ່ວຍຂັບ 1 ຄົນ, ລົງຄວາມເລິກເຖິງ 100 ມ. ກໍາປັ່ນດັ່ງກ່າວ ແມ່ນ ໄດ້ຕິດຕັ້ງລະບົບ ເຄື່ອງປັບອາກາດ ທີ່ທັນສະໄໝ, ມີໄລຍະເບິ່ງ ໃຕ້ມະຫາສະໝຸດ ຜ່ານຊັ້ນແກ້ວ acrylic ຄຸນນະພາບສູງໜາ 140 ມມ.

ກໍາປັ່ນດຳນ້ຳໄຟຟ້າ Vinpearl Submarine ຍາຈາງ ມີຄວາມຍາວ 15,4 ມ, ນ້ຳໜັກ 55 ໂຕນ, ສາມາດບັນຈຸ ຜູ້ໂດຍສານໄດ້ 22 ຄົນ, ຄົນຂັບ 1 ຄົນ ແລະ ຜູ້ຊ່ວຍຂັບ 1 ຄົນ, ລົງຄວາມເລິກເຖິງ 100 ມ. ພາບ: ບ໊າວອວຽນ
 

ນອກ​ນັ້ນ, ມາ​ຍັງ Vinpearl  ຍາຈາງ ຢູ່​ເກາະ ຮ່ອນແຈ, ນັກ​ທ່ອງ​ທ່ຽວ​ຕ້ອງ​ໄດ້​ມາ​ຢ້ຽມ​ຢາມ​ສູນ​ບັນ​ເທີງ ແລະ ​ປຸງ​ແຕ່ງ​ອາ​ຫານ Imperial Club ຍາຈາງ ຢ່າງ​ແນ່ນອນ. ສະຖານທີ່ແຫ່ງນີ້ ແມ່ນຄ້າຍຄື ບ່ອນຢູ່ອາໄສ ຂອງລາຊະວົງ ທີ່ສວຍງາມ, ເດັ່ນຂຶ້ນ ເທິງເນີນພູ ສີຂຽວຢູ່ ຮ່ອນແຈ, ມີມູມເບິ່ງ ທັງໝົດຂອງອ່າວທະເລ. ນີ້​ແມ່ນ​ບ່ອນລວມສູນ​ອາ​ຫານ ໃນ 5 ທະ​ວີບ​ ພ້ອມກັບການບໍລິການ ທີ່ສະດວກຫຼາຍຢ່າງເຊັ່ນ ກາຣາໂອເກະ,  bowling…

Vinpearl ຍາຈາງ ​ໄດ້​ປະກອບສ່ວນ ​ເຮັດ​ໃຫ້ການ​ທ່ອງ​ທ່ຽວ ຍາ ຈາງ-ແຄ໋ງຮ່ວາ ​ເປັນ​ທີ່​ຮູ້ຈັກ​ ຂອງ​ ນັກ​ທ່ອງ​ທ່ຽວ ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ. ດ້ວຍ​ຄວາມ​ປາດ​ຖະໜາ​ ຢາກ​ບັນລຸ​ລະດັບ​ສາກົນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຍີ່​ຫໍ້ Vinpearl ສືບ​ຕໍ່​ແຜ່​ຂະຫຍາຍ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ດຶງ​ດູດ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງໃຫ້​ການທ່ອງ ທ່ຽວ ຫວຽດນາມ.

 
ບົດ: ທົງຫາຍ - ພາບ: ບ໊າວອວຽນ, ເລມິງ, ຮວ່າງຮ່າ/VNP - ເຕັກນິກກະຣາຟິກ: ຈາງຍູງ- ແປໂດຍ: ບິກລຽນ

top