ຮ່ອງຮອຍ ອາລະຍະທໍາ ຝຣັ່ງ ຢູ່ເໜືອການເວລາ

ຮ່ອງຮອຍ ອາລະຍະທໍາ ຝຣັ່ງ ຢູ່ເໜືອການເວລາ

ນັບຕັ້ງແຕ່ ໂບດ ດຶກບ່າ, ໄປສະນີກາງ ແລະ ບັນດາເຮືອນ ວິນລາ ທ່ີເກົ່າແກ່, ສະຖາປັດຕະຍະກຳ ຝຣັ່ງ ໄດ້ກາຍເປັນ ສ່ວນໜຶ່ງ ທີ່ບໍ່ສາມາດແຍກອອກໄດ້ ຂອງໂສມໜ້າຕົວເມືອງ ນະຄອນ ໂຮ່ຈີມິນ. ຍິ່ງໄປກວ່າຄຸນຄ່າ ຂອງ ບັນດາກິດຈະການ ກໍ່ສ້າງ, ນີ້ຍັງແມ່ນຄວາມຊົງຈຳ ທ່ີມີຊີວິດຊີວາ ກ່ຽວກັບ ວິວັດທະນາການ ແຫ່ງການແລກປ່ຽນ ວັດທະນະທຳ ແລະ ການພັດທະນາຕົວເມືອງ ຜ່ານຫຼາຍເຊັ່ນຄົນ.

ຫໍພິພິທະພັນ ໂຮ່ຈີມິນ - ສາຂາ ນະຄອນ ໂຮ່ຈີມິນ, ຍັງມີຊື່ເອີ້ນອັນຄຸ້ນເຄີຍອື່ນແມ່ນ ທ່າເຮືອ ຍ່າຣົ່ງ (ແຂວງ ຊ໋ອມຈ໋ຽວ) ຊຶ່ເຂັ້ມຄົ້ນໄປດ້ວຍ ສະຖາປັດ ຕະຍະກຳແບບ ຕາເວັນຕົກ ປະສານສົມທົບກັບ ເອກະລັກມູນເຊື້ອ ຕາເວັນອອກ, ໄດ້ຮັບການກໍ່ສ້າງຂຶ້ນ ແຕ່ປີ 1863. ພາບ: ຫງວຽນລວນ/VNP
ທ່າເຮືອ ຍ່າຣົ່ງ ໄດ້ຮັບການກໍ່ສ້າງຂຶ້ນ ຢູ່ແຄມຝັ່ງແມ່ນ້ຳ ໄຊງ່ອນ ໂດຍແມ່ນ ບໍລິສັດເດີນເຮືອ ຝຣັ່ງ - Messageries Maritimes, ສິ່ງກໍ່ສ້າງນີ້ ມີຄວາມໂດດເດັ່ນ ດ້ວຍລະບົບເສົາຄ້ຳ ອັນໜັກແໜ້ນ, ບັນດາປ່ອງຢ້ຽມໂຄ້ງ  ແບບ ຝຣັ່ງ ແລະ ເທິງຈອມຫຼັງຄາ ໄດ້ຕົກແຕ່ງດ້ວຍຮູບ ມັງກອນ ສອງໂຕ ເຝົ້າ ພະຈັນ. ພາບ: ຫງວຽນລວນ/VNP

 

ທ່າມກາງບັນດາຕຶກອາຄານສູງ ທັນສະໄໝ ແລະ ຝຸງຊົນ ທ່ີຄຶກຄື້ນ ຕາມບັນດາຖະໜົນໃຫຍ່ ໃຈກາງເມືອງ, ບັນດາກິດຈະການ ສະຖາປັດຕະຍະກຳ ຝຣັ່ງ ຍັງຄົງປະກົດຕົວ ຄືດັ່ງຮອຍປະທັບ ທີ່ຢູ່ເໜືອການເວລາ ຂອງ ນະຄອນ ໂຮ່ຈີມິນ. ກວ່າໜຶ່ງສະຕະວັດ ພາຍຫຼັງ ໄດ້ຮັບການກໍ່ສ້າງຂຶ້ນ, ບັນດາກິດ ຈະການເຫຼົ່ານັ້ນ ບໍ່ພຽງແຕ່ ເກັບຮັກສາ ຄວາມງາມ ດ້ານສະຖາປັດຕະຍະກຳ ແບບພິເສດສະເພາະ ເທົ່ານັ້ນ, ແຕ່ຍັງ ໄດ້ກາຍເປັນສ່ວນໜຶ່ງ ຂອງ ຄວາມຊົງຈຳຕົວເມືອງ, ປະກອບສ່ວນ ສ້າງເປັນສີສັນເອກະລັກສະເພາະ ຂອງ ນະຄອນ ທີ່ຂະຫຍັນຂັນເຄື່ອນ ແລະ ອຸດົມສົມບູນ ໄປດ້ວຍລັກສະນະ ເຊື່ອມໂຍງ ອີກດ້ວຍ.  

ຮ່ອງຮອຍດັ່ງກ່າວ ໄດ້ເລີ່ມຕົ້ນຂຶ້ນ ນັບຕັ້ງແຕ່ ເຄິ່ງຫຼັງ ຂອງ ສະຕະວັດທີ XIX, ເມື່ອຄົນ ຝຣັ່ງ ໄດ້ວາງຜັງເມືອງ ໄຊງ່ອນ ຕາມແບບຕົວເມືອງ ຕາເວັນຕົກ. ນັກຊ່ຽວຊານ ຫຼາຍທ່ານ ຖືວ່າ ຄຸນຄ່າອັນໃຫຍ່ຫຼວງທີ່ສຸດ ທີ່ໄລຍະນີ້ ປະໄວ້ໃຫ້ ບໍ່ພຽງແຕ່ ຢູ່ບ່ອນ ບັນດາກິດຈະການ ສະເພາະ ແຕ່ລະແຫ່ງ ເທົ່ານັ້ນ, ແຕ່ຍັງຢູ່ບ່ອນ ແນວຄິດການວາງຜັງເມືອງ ທີ່ທັນສະໄໝ ດ້ວຍລະບົບຖະໜົນໃຫຍ່, ສະໜາມຫຼວງ, ສວນສາທາລະນະ ແລະ ພື້ນທີ່ຊຸມຊົນ ທີ່ໄດ້ຮັບການຈັດວາງ ຢ່າງເປັນລະບຽບ. ພື້ນຖານນີ້ເອງ ໄດ້ປະກອບສ່ວນ ໄດ້ກຳນົດໂສມໜ້າຕົວເມືອງ ຂອງ ນະຄອນ ໂຮ່ຈີມິນ ໃນປັດຈຸບັນ.  

ເຖິງຢ່າງໃດກໍຕາມ, ສິ່ງທີ່ສ້າງສັນກຳລັງຊີວິດທີ່ຍືນຍົງ ຂອງ ສະຖາປັດຕະຍະກຳ ຝຣັ່ງ ຢູ່ ນະຄອນ ໂຮ່ຈີມິນ ແມ່ນບໍ່ໄດ້ ຢູ່ບ່ອນ ກັອບປີ ແບບຕົ້ນສະບັບ ມາຈາກ ເອີຣົບ. ຕາມບັນດາ ນັກຄົ້ນຄວ້າແລ້ວ, ບັນດາ ກິດຈະການເຫຼົ່ານີ້ ແມ່ນຜົນ ຂອງ ວິວັດທະນາການ ແຫ່ງການ ຮັບເອົາ ແລະ ຜັນປ່ຽນວັດທະນະທຳ ທີ່ເປັນເອກະລັກ. ເພື່ອປັບຕົວ ໃຫ້ເຂົ້າກັບ ສະພາບອາກາດ ຮ້ອນຊຸ່ມ ຂອງ ເຂດຮ້ອນ, ບັນດາສະຖາປານິກ ໄດ້ນຳເອົາ ບັນດາລະບຽງທີ່ ກວ້າງຂວາງ, ປ່ອງຢ້ຽມ ເກັດລະບາຍອາກາດ, ຫຼັງຄາຊັນ ຊ່ວຍ ລະບາຍນ້ຳ ພ້ອມກັບ ລາຍລະອຽດຫຼາຍຢ່າງ ທີ່ມີຜົນສະທ້ອນ ຂອງ ວັດທະນະທຳ ທ້ອງຖິ່ນ ເຂົ້າໃນ ການອອກແບບ. ການສົມທົບ ລະຫວ່າງ ເຕັກນິກ ການກໍ່ສ້າງ ຕາເວັນຕົກ ແລະ ຈິດວິນຍານ ອາຊີຕາເວັນອອກ ໄດ້ສ້າງ ເປັນຮູບແບບ ສະຖາປັດຕະຍະກຳ ອິນດູຈີນ ທີ່ເປັນເອກະລັກ ສະເພາະ, ກາຍເປັນສ່ວນໜຶ່ງຂອງ ມໍລະດົກທີ່ມີສະເພາະຢູ່ ຫວຽດນາມ ເທົ່ານັ້ນ.

 

ໂບດໃຫຍ່ ດຶກບ່າ ໄຊງ່ອນ ທີ່ມັກເອີ້ນກັນທົ່ວໄປວ່າ ໂບດດຶກບ່າ, ໄດ້ເປີດນຳໃຊ້ ໃນປີ 1880, ມີສະຖາປັດຕະຍະກຳ ເອີຣົບ ຍຸກ ກາງ ທີ່ເປັນເອກະລັກສະເພາະ ກັບຫຼັງຄາໂຄ້ງມົນ, ຫໍລະຄັງສອງ ຫຼັງ ທີ່ສູງສະຫງ່າ, ຜາຜະໜັງ ກໍ່ດ້ວຍ ດິນຈີ່ ສີແດງ ໂດຍບໍ່ມີການ ໂບກປູນ. ພາບ: ຫງວຽນລວນ/VNP
 

ນັກສະຖາປານິກ ຫງວຽນເຈື່ອງລືວ ໄດ້ຮັບຮອງວ່າ: ຄວາມສາມາດ ໃນການ ຮັບເອົາບັນດາຄຸນຄ່າໃໝ່ ໂດຍ ບໍ່ເຮັດໃຫ້ ສູນເສຍເອກະລັກ ແມ່ນຈຸດພິເສດສະເພາະຂອງ ນະຄອນ ໂຮ່ຈີມິນ ຜ່ານຫຼາຍໄລຍະປະຫວັດສາດ. ສິ່ງດັ່ງກ່າວ ໄດ້ສະແດງ ໃຫ້ເຫັນຢ່າງຈະແຈ້ງ ຢູ່ໃນບັນດາສະຖາປັດຕະຍະກຳ ທີ່ຍັງຄົງ ດຳລົງຄົງຕົວ ມາຮອດປັດຈຸບັນ, ເຊິ່ງແມ່ນ ສະຖານທີ່ ທີ່ບັນດາ ຄຸນຄ່າ ທີ່ຮັບເອົາ ມາຈາກຕ່າງປະເທດ ໄດ້ຮັບການຫັນເປັນ ທ້ອງຖິ່ນ ເພື່ອປະສົມປະສານ ເຂົ້າໃນຊີວິດການເປັນຢູ່ ແລະ ວັດທະນະທຳ ທ້ອງຖິ່ນ.

ໄປສະນີກາງ ໄຊງ່ອນ ແມ່ນຈຸດທ່ຽວຊົມ ແລະ ເຊັກອິນ ອັນຄຸ້ນເຄີຍ ຂອງນັກທ່ອງທ່ຽວ ທຸກຄັ້ງທີ່ມາຮອດ ນະຄອນ. ພາບ: ຫງວຽນລວນ/VNP
ເພດານໂຄ້ງທີ່ກວ້າງໃຫຍ່ ຢູ່ດ້ານໃນ ຂອງໄປສະນີກາງ ໄຊງ່ອນ. ພາບ: ຫງວຽນລວນ/VNP
ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ (ແຂວງ ເບັ໋ນແທ່ງ), ໄດ້ຮັບການກໍ່ສ້າງຂຶ້ນໃນປີ 1934, ມີແບບສະຖາປັດຕະຍະກຳ Baroque ອັນມີຊື່ສຽງ ຂອງ ຝຣັ່ງ ໃນຊຸມປີຕົ້ນ ສະຕະວັດທີ XX. ພາບ: ຫງວຽນລວນ/VNP

ຍ່າງຜ່ານພື້ນທີ່ໃຈກາງເມືອງ, ນັກທ່ອງທ່ຽວ ສາມາດພົບເຫັນ ບັນດາ ກິດຈະການ ທີ່ໄດ້ກາຍເປັນສັນຍະລັກທ່ີຄຸ້ນເຄີຍ ໄດ້ງ່າຍ. ໂບດ ດຶກບ່າ ດ້ວຍດິນຈີ່ສີແດງ ທ່ີພົ້ນເດັ່ນ ແລະ ຮູບແບບ ໂຣມັນ  ສົມທົບກັບ ໂກທິກ; ໄປສະນີກາງ ດ້ວຍໂຄງຫຼັງຄາໂຄ້ງ ທີ່ເຮັດດ້ວຍເຫຼັກກ້າ ອັນສະຫງ່າງາມ; ໂຮງລະຄອນໃຫຍ່ ຕົວເມືອງ ທີ່ນຳເອົາ ຄວາມງາມ ແບບ ຄລາສສິກ ຂອງ ຝຣັ່ງ ຫຼື ສຳນັກງານ ຄະນະກຳມະການ ປະຊາຊົນນະຄອນ ດ້ວຍ ສະຖາປັດຕະຍະກຳ ທ່ີສະຫງ່າຜ່າເຜີຍ ຄືດັ່ງ ຫໍຜາສາດ ເອີຣົບ ແຫ່ງໜຶ່ງ. ບໍ່ພຽງແຕ່ບັນດາ ຈຸດທ່ຽວຊົມ ທີ່ມີຊື່ສຽງເທົ່ານັ້ນ, ບັນດາກິດຈະການເຫຼົ່ານີ້ ຍັງແມ່ນພາກສ່ວນທີ່ສຳຄັນ ໃນຄວາມ ຊົງຈຳ ຂອງ ຊາວເມືອງ ຜ່ານຫຼາຍເຊັ່ນຄົນ.

ຫໍພິພິທະພັນ ນະຄອນ ໂຮ່ຈີມິນ (ຕາແສງ ໄຊງ່ອນ), ໄດ້ຮັບການກໍ່ສ້າງຂຶ້ນໃນປີ 1890, ມີເນື້ອທີ່ຫຼາຍກວ່າ 1.700 ມ2 ລວມມີສອງຊັ້ນຂອງອາຄານຫຼັກ ແລະ ອາຄານທາງຂວາງ ທີ່ໄດ້ຮັບການອອກແບບຕາມແບບ ກຼາດຊິກ - ຟື້ນຟູສິລະປະວັດທະນະທຳ, ປະສານສົມທົບລະຫວ່າງ ເອີຣົບ - ອາຊີ. ພາບ: ຫງວຽນລວນ/VNP
 

ຄຽງຄູ່ກັນນັ້ນ, ຫໍພິພິທະພັນ ວິຈິດສິນ ນະຄອນ ໂຮ່ຈີມິນ, ແຕ່ກ່ອນ ແມ່ນຫໍໂຮງຂອງນັກທຸລະກິດ ເຮື໋ອບົນຮ່ວາ, ໄດ້ສະແດງ ໃຫ້ເຫັນເຖິງ ການປະສົມປະສານຢ່າງກົມກຽວ ລະຫວ່າງ ສະຖາປັດຕະຍະກຳ ຕາເວັນຕົກ ແລະ ສິລະປະ ການຕົກແຕ່ງ ຕາເວັນອອກ. ນີ້ກໍແມ່ນຫຼັກຖານຢັ້ງຢືນ ໃຫ້ແກ່ ລັກສະນະ ວັດທະນະທຳ ທ່ີຫຼາກຫຼາຍ ໄດ້ປະກອບສ່ວນ ສ້າງສີສັນ ທີ່ເປັນເອກະລັກ ຂອງ ໄຊງ່ອນ - ນະຄອນ ໂຮ່ຈີມິນ.

ສໍານັກງານສານປະຊາຊົນ ນະຄອນ ໂຮ່ຈີມິນ (ແຂວງ ເບັ໋ນແທ່ງ), ໄດ້ຮັບການສະຫຼອງເປີດນຳໃຊ້ຢ່າງເປັນທາງການ ໃນປີ 1885, ໂດຍ ສະຖາປານິກ Jules Bourard ເປັນຜູ້ອອກແບບ, ສະຖານທີ່ແຫ່ງນີ້ ແມ່ນໜຶ່ງ ໃນບັນດາສັນຍະລັກ ສະຖາປັດຕະຍະກຳ ຝຣັ່ງ ອັນເກົ່າແກ່ ແລະ ສະຫງ່າງາມ ທີ່ສຸດ ຢູ່ນະຄອນ. ພາບ: ຫງວຽນລວນ/VNP
 
ຕະຫຼາດ ເບັ໋ນແທ່ງ, ກິດຈະການກໍ່ສ້າງສັນຍະລັກ ຂອງ ນະຄອນ ໂຮ່ຈີມິນ, ໄດ້ຮັບການກໍ່ສ້າງຂຶ້ນໃນປີ 1914 ດ້ວຍ ຫໍໂມງສີ່ດ້ານ ທີ່ເປັນເອກະລັກສະເພາະ. ພາບ: ຫງວຽນລວນ/VNP
ຕະຫຼາດ ເບັ໋ນແທ່ງ ແມ່ນສັນຍະລັກດ້ານວັດທະນະທຳ ແລະ ປະຫວັດສາດ ອັນຍາວນານ ຂອງນະຄອນ, ແມ່ນສະຖານທີ່ຊື້ເຄື່ອງ, ເພີດເພີນກັບອາຫານ ແລະ ທ່ຽວຊົມທີ່ມີຊື່ສຽງ ຊຶ່ງດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ພາບ: ຫງວຽນລວນ/VNP

ຕາມນັກຄົ້ນຄວ້າ ເຈິ່ນຫືວຟຸກຕ໋ຽນ, ເຮືອນວິນລາ ແລະ ກິດຈະການ ເກົ່າແກ່ຫຼາຍແຫ່ງ ບໍ່ພຽງແຕ່ມີຄຸນຄ່າທາງດ້ານ ສະຖາປັດຕະຍະກຳ ເທົ່ານັ້ນ, ແຕ່ຍັງບັນຈຸບັນດາເລື່ອງລາວ ປະຫວັດສາດ, ຕິດພັນກັບ ບັນດາບຸກຄົນ ແລະ ຂີດໝາຍ ອັນສຳຄັນ ໃນວິວັດທະນາການ ແຫ່ງການກຳເນີດ ແລະ ຂະຫຍາຍຕົວ ຂອງນະຄອນ. ດ້ວຍເຫດນັ້ນ, ການອະນຸລັກ ຮັກສາ ບັນດາກິດຈະການເຫຼົ່ານີ້ ກໍແມ່ນການເກັບຮັກສາ ຄວາມຊົງຈຳຕົວເມືອງ ໃຫ້ແກ່ຄົນລຸ້ນຫຼັງເຊັ່ນດຽວກັນ.  

ປັດຈຸບັນ, ຄຽງຄູ່ກັບການຂະຫຍາຍຕົວຢ່າງແຂງແຮງ ຂອງ ຕົວເມືອງທີ່ທັນສະໄໝ, ບັນດາກິດຈະການ ສະຖາປັດຕະຍະກຳ ຝຣັ່ງ ຍັງຄົງ ສືບຕໍ່ປະກົດຕົວ ໃນຊີວິດປັດຈຸບັນ ດ້ວຍບົດບາດ ເປັນສູນກາງບໍລິຫານ, ວັດທະນະທຳ, ທ່ອງທ່ຽວ ແລະ ພື້ນທີ່ ຊຸມຊົນ. ກິດຈະການເຫຼົ່ານີ້ ບໍ່ໄດ້ຢູ່ນອກກະແສ ແຫ່ງການ ພັດທະນາ, ແຕ່ໄດ້ກາຍເປັນຂົວຕໍ່ ລະຫວ່າງອະດີດ ແລະ ປັດຈຸບັນ, ລະຫວ່າງ ມໍລະດົກ ແລະ ການປ່ຽນແປງໃໝ່.  

ອາດຍ້ອນແນວນັ້ນ, ຮ່ອງຮອຍ ຝຣັ່ງ ຍັງຄົງມີຄວາມທົນທານ ຜ່ານຜ່າສິ່ງທ້າທາຍ ຂອງການເວລາ. ບໍ່ພຽງແຕ່ປະຮ່ອງຮອຍ ກິດຈະການອັນງົດງາມໄວ້ເທົ່ານັ້ນ, ມໍລະດົກສະຖາປັດຕະຍະກຳ ເຫຼົ່ານີ້ ຍັງປະກອບສ່ວນ ກຳນົດ ເອກະລັກຕົວເມືອງ ທ່ີເປີດກວ້າງ, ຫຼາກຫຼາຍວັດທະນະທຳ ແລະ ການເຊື່ອມໂຍງ, ນີ້ຄຸນຄ່າທີ່ໄດ້, ກໍາລັງ ແລະ ເຮັດໃຫ້ ນະຄອນ ໂຮ່ຈີມິນ ມີສະເໜ່ ດຶງດູດໃຈເປັນພິເສດ ໃນສາຍຕາ ຈາກ ເພື່ອນມິດສາກົນ.

ບົດ: ເຊີນເຫງ໊ຍ - ພາບ: ຫງວຽນລວນ/VNP


top