ຮ່ວມມືປົກປັກຮັກສາຕົ້ນນໍ້າແມ່ນ້ຳຂອງ

ຮ່ວມມືປົກປັກຮັກສາຕົ້ນນໍ້າແມ່ນ້ຳຂອງ

ປະເຊີນໜ້າກັບສິ່ງທ້າທາຍອັນໃຫຍ່ຫຼວງເຊັ່ນ: ຜົນກະທົບ ຂອງການປ່ຽນແປງດິນຟ້າອາກາດ, ມົນລະພິດດ້ານສິ່ງແວດລ້ອມ, ການຂະ ຫຍາຍຕົວຂອງປະຊາກອນ, ການຂຸດຄົ້ນແລະນຳໃຊ້ນ້ຳທີ່ບໍ່ຍືນຍົງແລະຊັບພະຍາກອນ ທີ່ກ່ຽວຂ້ອງໃນອ່າງແມ່ນໍ້າຂອງ. ຫວ່າງ​ມໍ່ໆ​ມາ​ນີ້, ບັນດາ​ປະ​ເທດ​ສະມາຊິກ​ຄະນະ​ກຳມະການ​ແມ່​ນ້ຳ ຂອງ​ ປະກອບມີ ກໍາປູ​ເຈຍ, ລາວ, ​ໄທ ​ແລະຫວຽດນາມ ​ໄດ້​ພົບ​ປະ​ກັນ​ຢູ່​ລາວ, ​ເຫັນ​ດີ​ເປັນ​ເອກະ​ພາບ​ ການ​ປະດິດ​ສ້າງ ​ແລະການ​ຮ່ວມ​ມື​ເພື່ອ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ ​ແລະການ​ພັດທະນາ​ແບບ​ຍືນ​ຍົງ ​ຂອງອ່າງ ແມ່ນ້ຳຂອງ.


ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ ກ່ຽວ​ກັບ​ຂໍ້​ຕົກລົງ/ແຜນການ​ເພື່ອ​ບັນລຸ​ຜົນ​ ຂອງ​ ຍຸດ​ທະ​ສາດ ​ພັດທະນາ​ພາກພື້ນ​ລຸ່ມແມ່​ນ້ຳຂອງ ໄລຍະ2021-2030, ​ໂດຍ​ມີ5ບຸລິມະສິດ​ ປະກອບມີ: ປັບປຸງລະ ບົບ​ນິ​ເວດ​ແມ່​ນ້ຳຂອງ ​ເພື່ອ​ສະພາບແວດລ້ອມທີ່ປອດໃສ ​ແລະປະ ຊາຄົມ ມີກຳລັງການຜະລິດສູງ; ປັບປຸງຄວາມສາມາດເຂົ້າເຖິງແລະ ນຳໃຊ້ນ້ຳແລະ ຊັບພະຍາກອນ ທີ່ກ່ຽວຂ້ອງເພື່ອສະຫວັດດີການຂອງຊຸມຊົນ; ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕໍ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ລວມ; ປັບປຸງ​ຄວາມ​ທົນ​ທານ​ຕໍ່​ຄວາມ​ສ່ຽງ​ດ້ານ​ດິນ​ຟ້າ​ອາ​ກາດແລະ​ ໄພ​ພິ​ບັດແລະເພີ່ມທະ​ວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຈາກ​ທັດ​ສະ​ນະ​ໃນ​ທົ່ວ​ລຸ່ມແມ່ນໍ້າ.


ຄຽງ​ຄູ່ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​, ບັນດາ​ປະ​ເທດ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະການ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​ອ່າງ​ແມ່ນ້ຳຂອງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໃນຖານະ​ເປັນ​ປະ​ເທດ​ຢູ່​ເຂດ​ລຸ່ມ ​ແມ່​ນ້ຳຂອງ, ຫວຽດນາມສືບ​ຕໍ່​ເປັນ​ສະມາຊິກ​ ທີ່​ຕັ້ງໜ້າ ​ແລະມີ​ຄວາມ​ຮັບຜິດຊອບ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກຄະນະກຳມະການແມ່ນ້ຳຂອງ, ຄູ່​ຮ່ວມ​ມື​ສາກົນ ​ເພື່ອ​ເພີ່ມທະວີ ​ການ​ນຳ​ໃຊ້​ນ້ຳ ​ແລະບັນດາຊັບຜະຍາກອນທີ່​ກ່ຽວຂ້ອງຂອງແມ່ນຳ້ຂອງ ຢ່າງມີປະສິດທິຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

ຫວຽດນາມ ​ໄດ້​ກໍ່ສ້າງ​ລະບົບ​ຊົນລະປະທານ​ກາຍເລີນກາຍແບ​ແລະປະຕູ​ນ້ຳ​ ຢູ່​ຕົ້ນຄອງຫງວຽນ​ເຕິດ​ແທ່ງ, ມີ​ໜ້າ​ທີ່​ປ້ອງ​ກັນ​ນໍ້າ​ເຄັມ, ​ເກັບ​ນ້ຳ​ຈືດ, ປ້ອງ​ກັນ​ນ້ຳ​ທະເລ ຍື່ງຂຶ້ນສູງ ​ເພື່ອ​ຮັບ​ໃຊ້​ນ້ຳ​ຈືດ​ໃນ​ຊີວິດ​ປະຈຳ​ວັນ ​ແລະການ​ຜະລິດ​ໃຫ້ປະຊາຊົນຢູ່​ບັນດາ​ແຂວງ​ຄື: ກຽນ​ຢາງ, ເຮົ້າຢາງ, ​ຊອກຈັງ,ບາກລຽວ, ກ່າ​ເມົາ, ຕ່ຽນ​ຢາງ, ລອງ​ອານ ​ແລະດົ່ງທາບ. ບັນດາກິດຈະກຳ​ເຫຼົ່າ​ນີ້ ​ສົມທົບ​ກັບ​ລະບົບຄັນຄູທະເລ​ ສ້າງ​ເປັນ​ກຸ່ມ​ວຽກ​ງານ​ຕອບ​ສະໜອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ຕັ້ງໜ້າ, ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ທຳ​ມະ​ຊາດ​ໃນ​ລະດູ​ແລ້ງ​ໃຫ້​ແກ່​ຮູບ​ແບບ​ການ​ຜະລິດ​ໃນ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ຍັງ​ສະໜອງ​ນ້ຳ​ຈືດ ​ໃນ​ລະດູ​ຝົນ​ໃຫ້​ແກ່​ພາກ​ພື້ນ, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ພາກ​ພື້ນ. ຜ່ານ​ນັ້ນ ​ຍັງ​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ເຂດ​ລ້ຽງ​ສິນ​ໃນ​ນ້ຳ​ແຄມ​ທະ​ເລ ​ແລະ ​ເຂດ​ຜະລິດ​ກະສິກຳ.

 


ຄຽງຄູ່ກັນນັ້ນ, ຫວຽດນາມໄດ້ຄົ້ນຄວ້າແລະບັນດາວິທີແກ້ໄຂ ປັບ ປຸງດິນສົ້ມ ໃຫ້ແກ່ປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງ ສະມັດຕະພາບຂອງການປູກພືດໃນພາກພື້ນ. ຍູ້​ແຮງ​ການ​ປະຕິບັດ​ຮູບ​ແບບ​ການ​ປູກຝັງ “ຕາມທຳມະຊາດ” ​ເຊັ່ນ: ໝູນວຽນ​ເຂົ້າ-ກຸ້ງ... ຈາກ​ນັ້ນ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ໄລ ຍະ​ຍາວ​ເພື່ອ​ຊ່ວຍ​ຊາວ​ກະສິກອນ ​ທ້ອງ​ຖິ່ນ​ປ່ຽນ​ແນວ​ຄິດ​ຈາກ​ການ​ຜະລິດ​ກະສິກຳ​ ມາ​ເປັນ​ແນວ​ຄິດ​ເຮັດ​ເສດຖະກິດ​ກະສິກຳ​, ກໍ່ສ້າງ​ຜະລິດຕະພັນມີຄຸນຄ່າ ຖືເຄື່ອງໝາຍການຄ້າສະເພາະ. ​ໃນ​ເວລາ​ນັ້ນ, ທ້ອງ​ຖິ່ນ​ຈະ​ກາຍ​ເປັນ​ເຂດ​ກະສິກຳ​ ປອດ​ສານພິດ​ແບບ​ພິ​ເສດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ຈາກ​ທົ່ວ​ໂລກ​ມາ​ຢ້ຽມຢາມ, ພັກ​ເຊົາ ​ແລະປະ ສົບ​ກັບ​ການທ່ອງທ່ຽວ​ ກະສິກຳ​ປອດ​ສານພິດ.

ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ນ້ຳ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອ່າງແມ່ນໍ້າ ກາຍ​ເປັນ​ວຽກ​ງານອັນ​ຮີບ​ດ່ວນ, ສະ​ນັ້ນຕ້ອງ​ປ່ຽນ​ໃໝ່​ແນວ​ຄິດ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດຢູ່ແຄມແມ່ນຳ້, ຮ່ວມມືກັບບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ສືບ​ຕໍ່​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງບົ່ມຊ້ອນ, ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມໃນການອອກຂໍ້ຕົກລົງ; ປ່ຽນໃໝ່ໃນບັນດາກົນໄກລະດົມຊັບພະຍາກອນ. 

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


top