ອາຊີບຮັກສາກິ່ນຫອມ ຂອງ ຊາດອກບົວ ໄວ້ໃນແຕ່ລະກີບ
ເມື່ອລະດູດອກບົວ ມາເຖິງ, ເວລາທີ່ດອກບົວ ແບັກຢຽບ (ຮ້ອຍກີບ) ຢູ່ ໜອງໄຕ ເລີ່ມບານ ກໍແມ່ນຊ່ວງເວລາທີ່ບັນດາຄອບຄົວ ເຮັດຊາ ດອກບົວຢູ່ ຕາແສງ ກວາງອານ ເລີ່ມເຂົ້າສູ່ລະດູການ ຜະລິດຢ່າງ ຄຶກຄື້ນ. ຈາກ ດອກບົວ ທີ່ເກັບໃນຍາມເຊົ້າຕູ່, ຜ່ານສີມືທີ່ຄ່ອງແຄ່ວ ແລະ ເຄັດລັບທີ່ ຖ່າຍທອດກັນ ມາແຕ່ບູຮານ, ກິ່ນຫອມຂອງ ດອກ ບົວ ໄດ້ຖືກເກັບ ຮັກສາໄວ້ ໃນແຕ່ລະໃບຊາ, ແຕ່ລະກີບ ອັນໄດ້ສ້າງ ເປັນອາຊີບຫັດ ຖະກຳ ທີ່ແຝງໄວ້ ຄວາມປານີດ ຂອງ ວັດທະນະທຳ ຮ່າໂນ້ຍ.
ໂດຍຕັ້ງຢູ່ແຄມໜອງໄຕ, ແຕ່ດົນນານມາແລ້ວ ກວາງອານ ແມ່ນມີ ຊື່ສຽງ ກ່ຽວກັບອາຊີບປູກດອກບົວ ແລະ ອົບຊາດອກບົວ. ຜືນດິນ ແຫ່ງນີ້ ມີສາມດ້ານຕິດກັບໜອງໄຕ, ດ້ວຍລະບົບໜອງ, ບຶງ ແລະ ເງື່ອນໄຂທີ່ດິນ ອັນເໝາະສົມ ໃຫ້ແກ່ການຈະເລີນເຕີບໂຕ ຂອງ ດອກບົວ ແບກຢຽບ ຊຶ່ງແມ່ນແນວດອກບົວ ທີ່ມີກີບຊ້ອນ ຫຼາຍກີບ ແລະ ເມັດເກສອນ. ສະນັ້ນ, ຊາວ ກວາງອານ ຈຶ່ງໄດ້ເລືອກ ເພື່ອ ສ້າງ ເປັນຊາ ທີ່ມີລົດຊາດ ເປັນເອກະລັກ.
ອາຊີບອົບຊາດອກບົວຢູ່ ກວາງອານ ໄດ້ຮັບການ ຖ່າຍທອດຜ່ານ ຫຼາຍ ເຊັ່ນຄົນ. ປີ 2024, ອາຊີບຫັດຖະກຳ ພື້ນເມືອງອົບຊາດອກ ບົວ ກວາງອານ ໄດ້ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນຳເຂົ້າໃນ ບັນຊີລາຍຊື່ ມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ຂອງ ຊາດ. ນີ້ແມ່ນ ການຮັບຮູ້ຕໍ່ອາຊີບໜຶ່ງ ທີ່ໄດ້ກາຍເປັນ ສ່ວນໜຶ່ງ ໃນຊີວິດ ວັດທະນະທຳຂອງ ເຂດດິນແຄມໜອງໄຕ ນີ້.
ສຳລັບຜູ້ປະກອບອາຊີບ, ເວລາເກັບດອກບົວ ແມ່ນມີຄວາມ ສຳຄັນຫຼາຍ. ຕັ້ງແຕ່ເຊົ້າໆ, ເມື່ອກີບດອກບົວ ຫາກໍ່ແຍ້ມອອກ ແລະ ກິ່ນຫອມຍັງຢູ່ຢ່າງຄົບຖ້ວນ, ດອກບົວໄດ້ຖືກເກັບ ເພື່ອເລີ່ມຕົ້ນຂັ້ນຕອນຕ່າງໆ ຂອງ ການປຸງແຕ່ງ. ຢູ່ຄອບຄົວ ທ່ານ ໂງວັນຊຽມ ແລະ ນາງ ລືວທິຮ່ຽນ ເຊິ່ງແມ່ນຄອບຄົວ ທີ່ໄດ້ປະກອບອາຊີບ ອົບຊາ ດອກບົວ ມາຫຼາຍເຊັ່ນຄົນ. ບັນດາສະມາຊິກ ພາຍໃນຄອບຄົວ, ແຕ່ ຜູ້ສູງອາຍຸ ເຖິງລູກຫຼານ, ໄດ້ພ້ອມກັນເຂົ້າຮ່ວມໃນແຕ່ລະຂັ້ນຕອນ: ແຍກກີບ, ຕາກເກສອນ, ແຍກເອົາເມັດເກສອນ. “ວຽກງານ ການເອົາເມັດເກສອນດອກບົວ ແມ່ນມີຄວາມພິຖີພິຖັນຫຼາຍ. ຜູ້ແຍກ ຕ້ອງເຮັດດ້ວຍມືເບົາໆ ແລະ ລະມັດລະວັງທີ່ສຸດ ເພື່ອບໍ່ໃຫ້ ເມັດເກສອນດອກບົວ ແຕກມຸ່ນ ແລ້ວເຮັດໃຫ້ ກິ່ນຫອມຫາຍໄປ”, ທ່ານນາງ ລືວທິຮ່ຽນ ໄດ້ເລົ່າ ສູ່ຟັງແນວນັ້ນ.
ເມັດເກສອນບົວ ແມ່ນສ່ວນໜ້ອຍໆ ແຕ່ມີຄຸນຄ່າ ທີ່ສ້າງກິ່ນຫອມເປັນເອກະລັກ ຂອງຊາ. ຕາມຊ່າງສີມື ໂງວັນຊຽມ, ເພື່ອອົບຊາ ດອກບົວ 1 ກິໂລ ຕ້ອງໃຊ້ດອກບົວ ປະມານ 1.500 ດອກ. ຊາ ດອກບົວ ຮ່ຽນຊຽມ ມັກໃຊ້ດອກບົວ ແບກຢຽບ ທີ່ປູກຢູ່ໜອງໄຕ ພ້ອມທັງ ຊາ ທີ່ແຊບ ແລະ ສະອາດ. ເພື່ອໃຫ້ໄດ້ ຊາດອກບົວ ທີ່ສົມບູນແບບໜຶ່ງຊຸດ, ຊາຕ້ອງຜ່ານ 21 ວັນ ດ້ວຍການເອົາ ກິ່ນ ເມັດເກສອນ ດອກ ບົວ 7 ເທື່ອ ແລະ ອົບ 7 ເທື່ອ. ຊາ ຖືກອົບຕາມວິທີພື້ນເມືອງ ດ້ວຍຖ່ານໄມ້. ຜ່ານແຕ່ລະຄັ້ງທີ່ອົບແຫ້ງ, ກິ່ນຫອມ ຂອງ ດອກບົວ ຈະຍິ່ງຝັງເລິກ ເຂົ້າໄປໃນກີບຊາ, ສ້າງເປັນກິ່ນຫອມ ທ່ີລະອຽດອ່ອນ ແລະ ເກັບຮັກສາໄວ້ໄດ້ດົນ.
ນອກຈາກຊາດອກບົວແຫ້ງ, ຊາວ ກວາງອານ ຍັງມີວິທີ ອົບຊາ ໂດຍກົງ ຢູ່ພາຍໃນດອກບົວ. ຊາແຫ້ງພ້ອມດ້ວຍປະລິມານ ເລັກນ້ອຍ ຂອງ ເມັດເກສອນ ດອກບົວ ໄດ້ຖືກວາງໄວ້ ທາງໃນ ດອກບົວ ທີ່ຫາກໍ່ບານ. ຫຼັງຈາກນັ້ນ ດອກບົວຈະຖືກຫໍ່ ດ້ວຍໃບບົວ, ມັດດ້ວຍຕອກ ຢູ່ທີ່ກ້ານດອກ ແລະ ແຊ່ ໃນນ້ຳ ປະມານ 24 ຊົ່ວໂມງ ກ່ອນຈະນຳໄປເກັບຮັກສາ. ແຕ່ລະວິທີເຮັດ ລ້ວນແຕ່ ຮຽກຮ້ອງຄວາມພິຖີພິຖັນ, ຄວາມອົດທົນ ແລະ ປະສົບການຂອງຜູ້ເປັນຊ່າງ.
ອາຊີບອົບຊາດອກບົວ ບໍ່ພຽງແຕ່ຮຽກຮ້ອງສີມື ທີ່ປານີດເທົ່ານັ້ນ ຫາກຍັງ ຕ້ອງການຄວາມອົດທົນ. ຜູ້ເຮັດອາຊີບ ຕ້ອງ ນອນເດິກ, ຕື່ນເຊົ້າ, ເຂົ້າໃຈລະດັບຄວາມຮ້ອນ, ຄວາມເຢັນ ຂອງຊາ ແລະ ອົດທົນຕິດຕາມການອົບແຕ່ລະຊຸດ. ໃນມື້ ທີ່ແດດຮ້ອນ, ຄວາມຮ້ອນຈາກເຕົາຖ່ານ ຍິ່ງພາໃຫ້ ວຽກງານ ເພີ່ມຄວາມຍາກລຳບາກຍິ່ງຂຶ້ນ.
“ຮູ້ວ່າອາຊີບ ມີຄວາມຍາກລຳບາກຫຼາຍ ແຕ່ຂ້ອຍຍັງຢາກ ຮັກສາອາຊີບ ຂອງຄອບຄົວ, ປັດຈຸບັນ ຂ້ອຍໄດ້ຖ່າຍທອດ ເຄັດລັບເຮັດຊາໃຫ້ບັນດາລູກຫຼານ ສືບຕໍ່ຮັກສາໄວ້. ສຳລັບ ຄອບຄົວພວກຂ້ອຍ, ສິ່ງທີ່ສຳຄັນທີ່ສຸດ ແມ່ນເຮັດແນວໃດເພື່ອ ນໍາເອົາຊາດອກບົວ ທີ່ຫອມແຊບ, ບັນລຸຄຸນະພາບດີທີ່ສຸດ ໄປສູ່ມືຂອງລູກຄ້າ”, ນັ້ນຄືຄວາມຮູ້ສຶກນຶກຄິດຂອງຊ່າງສີມື ລືວທິຮ່ຽນ.
ການທີ່ອາຊີບອົບຊາດອກບົວ ກວາງອານໄດ້ຮັບການຮັບຮູ້ວ່າ ແມ່ນມໍລະດົກວັດທະນະທຳ ທີ່ເປັນນາມມະທຳຂອງຊາດ ໄດ້ເປີດໂອກາດ ເພື່ອໃຫ້ອາຊີບພື້ນເມືອງ ໄດ້ຮັບການ ອະນຸລັກ ແລະ ເສີມຂະຫຍາຍ. ເພາະວ່າ ເບື້ອງຫຼັງຂອງ ຈອກຊາດອກບົວແຕ່ລະຈອກ ບໍ່ພຽງແຕ່ແມ່ນ ກິ່ນຫອມຂອງ ດອກໄມ້ຊະນິດໜຶ່ງເທົ່ານັ້ນ, ຫາກຍັງ ແມ່ນຄວາມຮູ້, ຄວາມຄ່ອງແຄ່ວ ແລະ ຄວາມຮັກອາຊີບ ທີ່ໄດ້ຮັບການ ຖ່າຍທອດ ຈາກເຊັ່ນຄົນນີ້ ໄປສູ່ເຊັ່ນຄົນອື່ນ.
ປັດຈຸບັນ, ຢູ່ ກວາງອານ ຍັງມີຫຼາຍຄອບຄົວ ສືບຕໍ່ຮັກສອາຊີບ ອົບຊາດອກບົວ. ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝຂອງ ຮ່າໂນ້ຍ, ບັນດາຜູ້ເຮັດຊາຢູ່ ກວາງອານ ຍັງຄົງໝົກໝຸ່ນ ກັບການຮັກສາກິ່ນຫອມຂອງ ດອກບົວໄວ້ ໃນໃບຊາ ແຕ່ລະກີບ. ຈາກໜອງໄຕ, ກິ່ນຫອມນັ້ນ ສືບຕໍ່ແຜ່ຂະຫຍາຍ, ພ້ອມທັງນຳເອົາເລື່ອງລາວທີ່ຈົບງາມ ກ່ຽວກັບ ອາຊີບຫັດຖະກຳ ແລະ ຄວາມນີ້ມນວນ ຂອງ ວັດທະນະທຳ ຫວຽດນາມ.
ບົດ ແລະ ພາບ: ແຄ໋ງລອງ/VNP, ແຄ໋ງຮ່ວາ/VNA


















