ອະດີດປະທານາທິບໍດີ Thabo Mbeki ແຫ່ງ ອາຟຣິກາໃຕ້ ຮັບ ຂອງຂວັນທີ່ລະນຶກ ຈາກຄອບຄົວ ທ່ານພົນເອກ ຫວໍງວຽນຢາບ

ອະດີດປະທານາທິບໍດີ Thabo Mbeki ແຫ່ງ ອາຟຣິກາໃຕ້ ຮັບ ຂອງຂວັນທີ່ລະນຶກ ຈາກຄອບຄົວ ທ່ານພົນເອກ ຫວໍງວຽນຢາບ

ວັນທີ 8 ເມສາ 2026 ທີ່ ຜ່ານມາ, ຢູ່ທີ່ນະຄອນ Johannesburg, ຄະນະສະຖານທູດ ຫວຽດນາມ ປະຈຳ ອາຟຣິກາໃຕ້ ນໍາໂດຍ ທ່ານເອກອັກຄະລັດຖະທູດ ຮວ່າງຊີ໊ເກື່ອງ ເປັນຫົວໜ້າ ຄະນະ ໄດ້ເຂົ້າຢ້ຽມ ອະດີດປະທານາທິບໍດີ ແຫ່ງ ສ ອາຟຣິກາໃຕ້ Thabo Mbeki ແລະ ໄດ້ມອບຂອງຂວັນທີ່ລະນຶກ ອັນມີຄວາມ ໝາຍຍິ່ງ ເຊິ່ງແມ່ນຄອບຄົວຂອງ ມື້ລາງພົນເອກ ຫວໍງວຽນຢາບ ສົ່ງມອບໃຫ້ທ່ານ Mbeki, ນັ້ນແມ່ນແຜ່ນພາບ ດ້ວຍດິນເຜົາ ທີ່ ບັນທຶກພາບການພົບປະຢ່າງສະໜິດສະໜົມ ລະຫວ່າງອະດີດ ປະທານາທິບໍດີ ກັບ ພົນເອກ ຫວໍງວຽນຢາບ ຢູ່ທີ່ເຮືອນສ່ວນຕົວ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໃນໂອກາດ ທີ່ທ່ານປະທານາທິບໍດີ ເດີນທາງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນເດືອນ ພຶດສະພາ ປີ 2007.

ອະດີດປະທານາທິບໍດີ ອາຟຣິກາໃຕ້ Thabo Mbeki ຮັບ ຂອງ ຂວັນທີ່ລະນຶກ ແມ່ນແຜ່ນພາບດ້ວຍດິນເຜົາ ທີ່ບັນທຶກພາບການ ພົບປະຢ່າງສະໜິດສະໜົມ ລະຫວ່າງ ອະດີດປະທານາທິບໍດີ ກັບ ພົນເອກ ຫວໍງວຽນຢາບ ຢູ່ທີ່ເຮືອນສ່ວນຕົວ ຢູ່ນະຄອນຫຼວງ ຮ່າໂນ້ຍ, ໃນໂອກາດ ທີ່ປະທານາທິບໍດີ ເດີນທາງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນເດືອນ ພຶດສະພາ ປີ 2007. ພາບ: ຮົ່ງມິງ - ນັກຂ່າວ VNA ປະຈຳ ອາຟຣິກາໃຕ້
ທ່ານເອກອັກຄະລັດຖະທູດ ຮວ່າງຊີ໊ເກື່ອງ ມອບປຶ້ມ “ຫວໍງວຽນ ຢາບ - ນາຍພົນ ຂອງ ປະຊາຊົນ” ແບບສອງພາສາ ຫວຽດ ນາມ - ອັງກິດ ໃຫ້ ອະດີດປະທານາທິບໍດີ ອາຟຣິກາໃຕ້ Thabo Mbeki ເຊິ່ງມີລາຍເຊັນມອບໃຫ້ ໂດຍທ່ານ ຫວໍຮົ່ງນາມ, ລູກ ຊາຍ ຂອງ ພົນເອກພົນເອກ ຫວໍງວຽນຢາບ. ພາບ: ຮົ່ງມິງ - ນັກຂ່າວ VNA ປະຈຳ ອາຟຣິກາໃຕ້
ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ອາຟຣິກາໃຕ້ ນໍາໂດຍທ່ານເອກອັກຄະລັດຖະທູດ ຮວ່າງຊີ໊ເກື່ອງ ເປັນຫົວໜ້າ ຄະນະ ໄດ້ເຂົ້າຢ້ຽມຢາມ ອະດີດປະທານາທິບໍດີ ແຫ່ງ ສ ອາ ຟຣິກາໃຕ້ Thabo Mbeki ແລະ ໄດ້ມີການພົບປະສົນທະນາ ຢ່າງສະໜິດສະໜົມ ກັບ ອະດີດປະທານາທິບໍດີ ແລະ ການນຳ ຈຳນວນໜຶ່ງ ຂອງ ມູນນິທິ Thabo Mbeki. ພາບ: ຮົ່ງມິງ - ນັກຂ່າວ VNA ປະຈຳ ອາຟຣິກາໃຕ້
ທ່ານເອກອັກຄະລັດຖະທູດ ຮວ່າງຊີ໊ເກື່ອງ ມອບສິ່ງພິມວາລະ ສານ ຂ່າວພາບ ຫວຽດນາມ ຂອງ ສຳນັກຂ່າວສານ ຫວຽດນາມ (VNA) ຈຳນວນໜຶ່ງ ໃຫ້ແກ່ ອະດີດ ປະທານາທິບໍດີ ອາຟຣິກາ ໃຕ້ ເພື່ອແນະນຳ ກ່ຽວກັບປະເທດຊາດ ແລະ ຜູ້ຄົນ ຫວຽດນາມ. ພາບ: ຮົ່ງມິງ - ນັກຂ່າວ VNA ປະຈຳ ອາຟຣິກາໃຕ້

ປະຕິບັດໂດຍ: ຮົ່ງມິງ/VNA - ແປໂດຍ: ບິກລຽນ


top