ຫັນເປັນດີຈີຕອນ ມໍລະດົກ ຈາກ ເຕັກໂນໂລຊີ 3D

ຫັນເປັນດີຈີຕອນ ມໍລະດົກ ຈາກ ເຕັກໂນໂລຊີ 3D

ສະຖາປະນິກ ດິງຫວຽດເຟືອງ ພ້ອມກັບ ບໍລິສັດຫຸ້ນສ່ວນ 3D ເລີ່ມ ປະຕິບັດວຽກງານຫັນມໍລະດົກ ວັດທະນະທຳນີ້ ໃຫ້ເປັນ ດີຈີຕອນ ແຕ່ປີ 2004 ໄດ້ປະກອບສ່ວນຊ່ວຍອະນຸລັກຮັກສາ ແລະ ໂຄສະນາ ວັດທະນະທຳ ຫວຽດນາມ ໃນຍຸກດີຈີຕອນ.

ສະຖາປະນິກ ດິງຫວຽດເຟືອງ ນຳໃຊ້ເຕັກໂນໂລຊີ 3D ເພື່ອແຕ້ມ ຮູບເປັນດີຈີຕອນ ບາງຜະລິດຕະພັນ ວັດທະນະທຳ ພຸດທະສາສະ ໜາ. ພາບ: ແຄ໋ງລອງ/VNP

ສະຖາປະນິກ ດິງຫວຽດເຟືອງ ຂອງ ບໍລິສັດຫຸ້ນສ່ວນ 3D ພ້ອມກັບ ທີມງານອາສາສະໝັກ ຈາກມະຫາວິທະຍາໄລ ສະຖາປານິກ ຮ່າ ໂນ້ຍ ໄດ້ປະຕິບັດ ການແຕ້ມຮູບ 3D ຈຳລອງຄືນໃໝ່ ຄຸ້ມເມືອງ ເກົ່າ ຮ່າໂນ້ຍ ແລະ ຈັດງານວາງສະແດງຜົນງານ ການແຕ້ມ ກ່ຽວ ກັບ 3 ຍຸກສະໄໝ ຮ່າໂນ້ຍ ໃນທ້າຍສະຕະວັດທີ່ XIX, ຮ່າໂນ້ຍ ໃນ ຕົ້ນສະຕະວັດທີ່ XX ແລະ ຮ່າໂນ້ຍ ໃນລະດູໜາວ ປີ 1946 ແຕ່ປີ 2004. ງານ ວາງສະແດງ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ, ສະຖາປານິກ ດິງຫວຽດເຟືອງ ໄດ້ເລີ່ມເປີດບໍລິສັດ ເພື່ອທໍາການຜະລິດ ບັນດາ ຜະລິດຕະພັນ ທີ່ມີມູນຄ່າທາງ ວັດທະນະທຳ ຈາກການຫັນເປັນ ດີຈີຕອນ.


ສະຖາປະນິກ ດິງຫວຽດເຟືອງ ແບ່ງປັນວ່າ: “ຂ້າພະເຈົ້າຄິດວ່າ ການອານຸລັກ ພື້ນທ່ີມໍລະດົກ ດ້ວຍເຕັກໂນໂລຊີ ຈະກາຍເປັນ ທ່າ ອ່ຽງ ໃນຍຸກຫັນເປັນດີຈີຕອນ. ຢ່າງໃດກໍ່ຕາມ, ມໍລະດົກແມ່ນ ເລື່ອງ ຂອງ ຜູ້ຊ່ຽວຊານ ທີ່ເຮັດການຄົ້ນຄວ້າ, ສ່ວນການຫັນເປັນ ດີຈີຕອນ ດ້ວຍເຕັກໂນໂລຊີ ແມ່ນເຄື່ອງມື ເພື່ອການປະຕິບັດ. ເພາະສະນັ້ນ, ເມື່ອສ້າງແຕ່ລະຜະລິດຕະພັນ, ຂ້າພະເຈົ້າມັກຈະ ເຮັດວຽກ ກັບຜູ້ຊ່ຽວຊານ ເພື່ອຜະລິດຕະພັນ ທີ່ຕົນເອງເຮັດ ຕ້ອງ ຖືຄຸນຄ່າວັດທະນະທໍາ ເປັນແກນຫຼັກ”. 

ຕາມສະຖາປະນິກ ດິງຫວຽດເຟືອງ, ມໍລະດົກ ທີ່ຖືກຫັນເປັນ ດີຈີ ຕອນ ດ້ວຍເຕັກໂນໂລຊີ 3D ຈະລວມມີ ມໍລະດົກ ທີ່ເປັນຮູບປະ ທຳ, ນາມມະທຳ ແລະ ຄວາມຊົງຈຳ. ເມື່ອຜະລິດ ຜະລິດຕະພັນ ຫັນເປັນດີຈີຕອນ, ເພິ່ນ ແລະ ຜູ້ຮ່ວມງານ ມັກຈະຮຽນຮູ້ ຢູ່ພື້ນທີ່ ວັດທະນະທຳ ທີ່ກ່ຽວຂ້ອງເຖິງຜະລິດຕະພັນ, ຈາກນັ້ນຈິ່ງກັບມາ ສ້າງໂຄງຮ່າງ ລາຍລະອຽດ ແລະ ພ້ອມກັບບັນດາຜູ້ຊ່ຽວຊານ ປຶກ ສາຫາລື ເພື່ອນຳຮູບແຕ້ມໃນຂັ້ນຕອນສຸດທ້າຍ ເພື່ອນໍາໄປຜະລິດ ເປັນຜະລິດຕະພັນ. ຢ່າງໃດກໍ່ຕາມ, ເວລາທີ່ຈະຜະລິດຮູບແຕ້ມ ຂັ້ນຕອນສຸດທ້າຍ ສໍາລັບຜະລິດຕະພັນ ແມ່ນຂ້ອນຂ້າງດົນ, ເພາະ ວ່າຜະລິດຕະພັນ ດີຈີຕອນ ນີ້ ມັກຈະມີການເຊື່ອມຕໍ່ລະຫວ່າງ ຄຸນ ຄ່າມໍລະດົກທີ່ເປັນຮູບປະທຳ, ນາມມະທຳ ແລະ ຄວາມຊົງຈໍາ.


ການເຮັດໃຫ້ຜະລິດຕະພັນ ຮູບແຕ້ມເປັນດີຈີຕອນ ຈາກເຕັກໂນ ໂລຊີ 3D ຖືກກັບແກນຫຼັກມູນເຊື້ອ ແມ່ນວຽກງານ ສຸດທີ່ສຳຄັນ. ພາບ: ເອກະສານ

ເນື່ອງຈາກມີປະສົບການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ໃນ ການຫັນເປັນດີຈີຕອນ ວັດຖຸພັນໃນຫໍພິພິທະພັນ, ສະຖາປັດຕະຍະ ກຳ ສາລາວັດວາອາຮາມ ເຖິງການຫັນເປັນດີຈີຕອນ ມໍລະດົກ ທີ່ ເປັນນາມມະທຳ, ສະຖາປານິກ ດິງຫວຽດເຟືອງ ໄດ້ຟື້ນຟູກິດກະ ກຳ ສະຖາປັດຕະຍະກຳ ຫຼາຍແຫ່ງ ດ້ວຍເຕັກໂນໂລຊີ 3D ເຊັ່ນ: ຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ຮູບປັ້ນເຈົ້າແມ່ກວນອິນ ວັດ ບ໋າວເອິນ, ເສົາຫີນວັດ ຢ້າມ ມີຮູບມັງກອນ ໃນສະໄໝລາຊະວົງ ຫຼີ໋... ຈົນສຳເລັດ, ປະກອບສ່ວນຊ່ວຍອະນຸລັກຮັກສາ ບັນດາສະຖາ ປັດຕະຍະ ກຳ ຂອງ ຫວຽດນາມ. ບັນດາຜົນງານ ກຣາຟິກ 3D ຂອງເພິ່ນ ໃນການຫັນເປັນ ດີຈີຕອນຖືກນຳໃຊ້ ຢ່າງກວ້າງຂວາງ ໃນຫຼາຍຂົງເຂດ.




ບັນດາ ຜະລິດຕະພັນ 3D ກ່ຽວກັບ ວັດທະນະທຳ ທາງພຸດທະສາ ສະໜາ ໄດ້ຫັນເປັນດີຈີຕອນ ໂດຍສະຖາປານິກ ດິງຫວຽດເຟືອງ. ພາບ: ເອກະສານ
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ



top