ຫວຽດນາມ ສ້າງຂີດໝາຍປະຫວັດສາດ ດ້ວຍສົນທິສັນຍາ ຮ່າໂນ້ຍ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ

ຫວຽດນາມ ສ້າງຂີດໝາຍປະຫວັດສາດ ດ້ວຍສົນທິສັນຍາ ຮ່າໂນ້ຍ ວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ

ພິທີລົງນາມ ແລະ ກອງປະຊຸມສຸດຍອດ ສົນທິສັນຍາ ຂອງ ອົງ ການ ສະຫະປະຊາຊາດ ວ່າດ້ວຍການຕ້ານ ອາດຊະຍາກຳ ທາງ ໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ພາຍໃຕ້ຫົວຂໍ້: “ຕ້ານອາດຊະຍາກຳ ທາງໄຊເບີ, ແບ່ງປັນ ຄວາມຮັບຜິດຊອບ, ມຸ່ງສູ່ອະນາຄົດ” ໄດ້ຈັດ ຂຶ້ນຢ່າງສົມກຽດ ທີ່ສູນປະຊຸມແຫ່ງຊາດ ຮ່າໂນ້ຍ ໃນວັນທີ 25 – 26 ຕຸລາ 2025. ເຫດການໃນຄັ້ງນີ້ ມີການເຂົ້າຮ່ວມ ຂອງ ພະນະ ທ່ານ António Guterres ເລຂາທິການໃຫຍ່ ອົງການສະຫະປະ ຊາຊາດ ພ້ອມດ້ວຍຜູ້ແທນກວ່າ 2.500 ທ່ານ ທ່ີມາຈາກ 119 ປະ ເທດ ແລະ ເຂດແຄ້ວນ, ພ້ອມດ້ວຍ ອົງການຈັດຕັ້ງສາກົນ ແລະ ວິສາຫະກິດ ເຕັກໂນໂລຊີ ແຖວໜ້າໂລກ ກວ່າ 100 ແຫ່ງ ເຊິ່ງ ສ້າງຂີດໝາຍ ປະຫວັດສາດ ໃນການຮ່ວມມືທົ່ວໂລກ ກ່ຽວກັບ ຄວາມໝັ້ນຄົງ ທາງໄຊເບີ.

ທ່ານ ປະທານປະເທດ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ António Guterres ຖ່າຍຮູບຮ່ວມກັບ ບັນດາຫົວໜ້າຄະນະ ທ່ີເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍການຕ້ານ ອາດຊະຍາກຳທາງ ໄຊເບີ.  ພາບ: VNA

ກ່າວຄຳເຫັນໃນພິທີເປີດ, ທ່ານ ປະທານປະເທດ ເລືອງເກື່ອງ ຢືນ ຢັນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍປະຫວັດສາດ, ເປີດສັກ ກະຫຼາດໃໝ່ ໃຫ້ການຮ່ວມມືທົ່ວໂລກ ໃນພື້ນທີ່ ທາງໄຊເບີ. ສົນ ທິສັນຍາ ຮ່າໂນ້ຍ ບໍ່ພຽງແຕ່ເປັນເຄື່ອງມື ທາງດ້ານ ກົດໝາຍສາ ກົນ ທໍາອິດ ກ່ຽວກັບການຕ້ານອາດຊະຍາກຳ ທາງໄຊເບີ ໃນລະ ດັບ ສະຫະປະຊາຊາດ ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງ ຈິດ ໃຈແຫ່ງຄວາມສາມັກຄີ ແລະ ການເຄົາລົບຕໍ່ກົດໝາຍ ລະຫວ່າງ ປະເທດ, ຢັ້ງຢືນ ເຖິງຄວາມຍືນຍົງຢ່າງໝັ້ນຄົງ ຂອງ ລັດທິຫຼາຍ ຝ່າຍ.

 

ທ່ານ ປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນໄຂ ພິທີເປີດລົງນາມ ແລະ ກອງປະຊຸມສຸດຍອດ ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ.
ທ່ານ ປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມພິທີເປີດລົງນາມ ແລະ ກອງປະຊຸມສຸດຍອດ ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ. 
 

 

ສົນທິສັນຍາ ດັ່ງກ່າວປະກອບມີ 9 ພາກ ແລະ 71 ມາດຕາ, ເຊິ່ງ ອົງການສະຫະປະຊາຊາດ ໄດ້ລິເລີ່ມມາຕັ້ງແຕ່ປີ 2019 ແລະ ຮັບ ຮອງເອົາໃນທ້າຍປີ 2024 ຫຼັງຈາກເຈລະຈາ ເປັນເວລາ 5 ປີ. ເອກະສານ ສະບັບນີ້ໄດ້ນໍາສະເໜີ ຂອບກົດໝາຍ ທີ່ຮອບດ້ານ ເພື່ອແນ ໃສ່ປ້ອງກັນ, ສືບສວນ ແລະ ແກ້ໄຂ ບັນດາການກະທຳ ອາດຊະຍາກຳ ທາງໄຊເບີ, ພ້ອມທັງ ຮັບປະກັນຫຼັກການເຄົາລົບ ສິດທິມະນຸດ ແລະ ເພີ່ມທະວີ ການຮ່ວມມືສາກົນ.

 ປະທານປະເທດ ເລືອງເກື່ອງ ເນັ້ນໜັກ 3 ສານສໍາຄັນ ທີ່ສົນທິສັນ ຍາຮ່າໂນ້ຍ ສົ່ງໄປເຖິງທົ່ວໂລກ ຄື: ຢັ້ງຢືນຄໍາໝັ້ນສັນຍາ ໃນການ ກໍານົດລະບຽບ, ຮັບປະກັນ ຄວາມປອດໄພ ແລະ ຄວາມປອດໄພ ໃນ ພື້ນທີ່ທາງໄຊເບີ ບົນພື້ນຖານກົດໝາຍສາກົນ; ເຊີດຊູຈິດໃຈ ແຫ່ງການແບ່ງປັນ, ຮ່ວມເດີນທາງ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເນັ້ນໜັກເຖິງເປົ້າໝາຍສູງສຸດ ຂອງ ທຸກໆ ຄວາມພະ ຍາຍາມ ແມ່ນເພື່ອປະຊາຊົນ, ເພື່ອໃຫ້ເຕັກໂນໂລຊີ ຮັບໃຊ້ຊີວິດ ການເປັນຢູ່, ພັດທະນາ ນຳໂອກາດມາໃຫ້ທຸກຄົນ ແລະ ບໍ່ມີໃຜ ຖືກປະໄວ້ ຢູ່ເບື້ອງຫຼັງ ໃນຂະບວນການ ຫັນເປັນດີຈີຕອນ ທົ່ວ ໂລກ. ນີ້ແມ່ນທິດນຳ ທີ່ ຫວຽດນາມ ຍຶດໝັ້ນຢ່າງໜຽວແໜ້ນ ໃນ ຂະບວນການ ເຊື່ອມໂຍງສາກົນ-“ຖືເອົາ ກົດໝາຍເປັນພື້ນຖານ, ເອົາການຮ່ວມມື ເປັນກຳລັງຜັກດັນ, ເອົາປະຊາຊົນ ເປັນເຈົ້າ”.  

 

ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ມີການພົບປະ ແລກປ່ຽນ ຄຳຄິດຄຳເຫັນ ກັບ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ António Guterres ໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາຂອງສະຫະປະຊາຊາດ
ບັນດາຜູ້ແທນສົນທະນາ ຢູ່ໃນກອງປະຊຸມ ສຳມະນາ ເພີ່ມທະວີ ຍຸດທະສາດ ປ້ອງກັນອາດຊະຍາກຳທາງ ໄຊເບີ ຢ່າງມີປະສິດທິຜົນ ພາຍໃຕ້ຂອບ ສົນທິສັນຍາ ຮ່າໂນ້ຍ. ພາບ: VNA

ດ້ວຍນະໂຍບາຍ ການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າ ຕົນເອງ, ສັນຕິພາບ ແລະ ການຮ່ວມມື ເພື່ອພັດທະນາ, ການທີ່ ຫວຽດນາມ ເປັນເຈົ້າພາບ ຈັດຕັ້ງ ແລະ ເປັນປະເທດທໍາອິດ ທີ່ ລົງ ນາມ ສົນທິສັນຍາ ຮ່າໂນ້ຍ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງ ບົດບາດນຳໜ້າ, ຄວາມຮັບຜິດຊອບ ແລະ ອິດທິພົນ ຂອງ ຫວຽດ ນາມ ໃນເວທີໂລກ. ທ່ານ ປະທານປະເທດ ໄດ້ຮຽກຮ້ອງ ບັນດາ ປະເທດ ເລັ່ງລັດ ໃຫ້ສັດຕະຍາບັນ ແລະ ຈັດຕັ້ງປະຕິບັດ ສົນທິ ສັນຍາດັ່ງກ່າວ ເພື່ອສ້າງຕັ້ງ ລະບຽບການ ດີຈີຕອນ ທີ່ມີ ຄວາມ ຍຸຕິທໍາ, ກວມລວມ ແລະ ອີງໃສ່ລະບຽບກົດໝາຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພ້ອມກັບ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ António Guterres ທີ່ການພົບປະກັບສື່ມວນຊົນ ພິທີລົງນາມ ສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ. 
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ພົບປະກັບ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ António Guterres ໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ. ພາບ: VNA

ກ່າວຄຳເຫັນໃນພິທີ, ທ່ານ António Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ສະແດງ ຄວາມຂອບໃຈຢ່າງສູງຕໍ່ ຫວຽດ ນາມ ຍ້ອນຄວາມສາມາດ ໃນການຈັດຕັ້ງລະດັບສາກົນ, ພ້ອມທັງ ຢືນຢັນວ່າ ຮ່າໂນ້ຍ ເປັນສັນຍາລັກທາງໃຈ ແຫ່ງຍຸກດີຈີຕອນ-ປ່ຽນແປງໃໝ່, ຂະຫຍັນຂັນເຄືື່ອນ ແລະ ການເຊື່ອມໂຍງ. ທ່ານ ເນັ້ນໜັກວ່າ: ສົນທິສັນຍາ ຮ່າໂນ້ຍ ເປັນສົນທິສັນຍາ ຍຸຕິທໍາ ທາງ ອາຍາ ທົ່ວໂລກ ຄັ້ງທໍາອິດ ຫຼັງຈາກກວ່າ ສອງທົດສະວັດ, ເຊິ່ງ ສ້າງຂອບເຂດ ທາງດ້ານກົດໝາຍລວມ ເພື່ອໃຫ້ ບັນດາປະເທດ ໄດ້ປະສານສົມທົບກັນ ຕ້ານອາດຊະຍາກຳ ທາງໄຊເບີ ແລະ ຮັບ ປະກັນຄວາມປອດໄພ ໃຫ້ແກ່ພື້ນທີ່ ທາງໄຊເບີ ທົ່ວໂລກ.

ສະຫາຍເລຂາທິການໃຫຍ່ ໂຕເລີມ ຕ້ອນຮັບບັນດາຫົວໜ້າ ຄະນະຜູ້ແທນຈາກຕ່າງປະເທດ ທ່ີເຂົ້າຮ່ວມພິທີ ລົງນາມສົນທິສັນ ຍາ ຂອງ ສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳ ທາງ ໄຊເບີ. 
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ພົບປະກັບ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ António Guterres ໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີລົງນາມ ສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ. ພາບ: ກົງດາດ

 

ຜູ້ອໍານວຍການບໍລິຫານ ອົງການປ້ອງກັນ, ຕ້ານ ຢາເສບຕິດ ແລະ ອາດຊະຍາກຳ (UNODC) ຂອງ ສະຫະປະຊາຊາດ ທ່ານນາງ Ghada Waly ໄດ້ຕີລາຄາວ່າ ການຮັບຮອງ ແລະ ການລົງນາມ ໃນສົນທິສັນຍາ ແມ່ນຜົນສໍາເລັດ ທີ່ເປັນບາດລ້ຽວສໍາຄັນ, ເຊິ່ງ ເປີດໂອກາດ ເພື່ອ ຊຸກຍູ້ ການຮ່ວມມື ທາງດ້ານຍຸຕິທໍາ, ການແບ່ງ ປັນຫຼັກຖານ ທາງເອເລັກໂຕຣນິກ ແລະ ການປົກປ້ອງສິດທິມະ ນຸດ. ທ່ານນາງ ຢືນຢັນວ່າ UNODC ຈະສືບຕໍ່ສະໜັບສະໜູນ ບັນ ດາປະເທດ ໃນຂະບວນການຈັດຕັ້ງປະຕິບັດ ສົນທິສັນຍາ ເພື່ອ ສ້າງ ພື້ນທີ່ທາງ ໄຊເບີ ທີ່ມີຄວາມປອດໄພ, ມະນຸດສະທໍາ ແລະ ຈະເລີນຮຸ່ງເຮືອງ ຍິ່ງຂຶ້ນ.

 ຫຼັງຈາກພິທີເປີດ, 72 ປະເທດໄດ້ລົງນາມໃນສົນທິສັນຍາ, ເຊິ່ງ ເປັນຕົວເລກສະຖິຕິ, ສະແດງໃຫ້ເຫັນເຖິງ ຄວາມເຫັນດີເຫັນພ້ອມ ແລະ ຄໍາໝັ້ນສັນຍາ ທີ່ເຂັ້ມແຂງ ຂອງປະຊາຄົມສາກົນ ຕໍ່ຄວາມ ໝັ້ນຄົງທາງ ໄຊເບີ ທົ່ວໂລກ. ທ່ານ ເລືອງຕາມກວາງ, ລັດຖະມົນ ຕີ ກະຊວງຕໍາຫຼວດ ໃຫ້ຮູ້ວ່າ ການທີ່ ຫວຽດນາມ ເປັນເຈົ້າພາບຈັດ ຕັ້ງເຫດການ ໃນຄັ້ງນີ້ ໄດ້ຢັ້ງຢືນເຖິງຄວາມຕັດສິນໃຈ ທາງດ້ານ ການເມືອງ ແລະ ບົດບາດ ເປັນເຈົ້າການ ຂອງ ຫວຽດນາມ ໃນ ການສ້າງລະບົບນິເວດ ຄວາມໝັ້ນຄົງທາງໄຊເບີ ທົ່ວໂລກ. ສົນທິ ສັນຍາ ຮ່າໂນ້ຍ ແມ່ນພື້ນຖານສໍາຄັນ ເພື່ອໃຫ້ ຫວຽດນາມ ຊຸກຍູ້ ການຮ່ວມມືສາກົນ, ໄດ້ຮັບການຊ່ວຍເຫຼືອ ດ້ານເຕັກນິກ, ຍົກສູງ ຄວາມສາມາດ ໃນການສືບສວນທາງ ດີຈີຕອນ ແລະ ປົກປ້ອງຜົນ ປະໂຫຍດ ຂອງ ປະຊາຊົນ, ວິສາຫະກິດ ແລະ ອະທິປະໄຕ ທາງ ດີຈີຕອນ ຂອງຊາດ.

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢ້ຽມຊົມພື້ນທີ່ ວາງສະແດງ ຜົນສໍາເລັດດ້ານການພັດທະນາຂອງ ສະຫະປະຊາຊາດ. ພາບ: VNA
ຜູ້ແທນຢ້ຽມຊົມ ພື້ນທີ່ວາງສະແດງເຕັກໂນໂລຊີ ຂອງ ສະຫະປະຊາຊາດ ໃນພິທີ ລົງນາມສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍການຕ້ານອາດຊະຍາກຳທາງ ໄຊເບີ. ພາບ: VNA

ພິທີເປີດໃຫ້ລົງນາມສົນທິສັນຍາ ຮ່າໂນ້ຍ ໄດ້ປິດລົງ ຢ່າງສຳເລັດ ຜົນ, ສ້າງຄວາມປະທັບໃຈຢ່າງຍິ່ງ ຕໍ່ ຫວຽດນາມ ທີ່ເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເຊິ່ງເປັນປະເທດ ທີ່ພວມກ້າວຂຶ້ນຢ່າງເຂັ້ມແຂງ, ປະກອບສ່ວນ ເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມຈະ ເລີນຮຸ່ງເຮືອງລວມ ຂອງ ມວນມະນຸດ ໃນຍຸກດີຈີຕອນ. 

ບົດ: ແຄ໋ງລອງ - ພາບ: ກົງດາດ, VNA - ແປໂດຍ: ບິກລຽນ


top