ຫວຽດນາມ - ມຸ່ງຫວັງ ທ່ີຈະກ້າວຂຶ້ນ
ທ່າມກາງສະພາບການໂລກ ທີ່ມີການຜັນແປຢ່າງເລິກເຊິ່ງ ຍ້ອນໂລກ ລະບາດ, ຄວາມຂັດແຍ່ງ ແລະ ອັດຕາເງິນເຟີ້ ທົ່ວໂລກ, ຫວຽດນາມ ບໍ່ພຽງແຕ່ຮັກສາສະຖຽນລະພາບ ໄດ້ຢ່າງໝັ້ນຄົງເທົ່ານັ້ນ, ແຕ່ຍັງສ້າງບາດກ້າວບຸກທະລຸ ຢ່າງໜ້າປະທັບໃຈ. ໄລຍະ 2021 - 2026 ໄດ້ບັນ ທຶກ ໃຫ້ເຫັນເຖິງພື້ນຖານເສດຖະກິດ ທີ່ມີຄວາມເຂັ້ມແຂງ, ປັບຕົວ ຢ່າງມີໄຫວພິບ ແລະ ບຳລຸງສ້າງຄວາມມຸ່ງຫວັງ ແຫ່ງການບຸກບືນກ້າວຂຶ້ນ ຢ່າງແຂງແຮງ ໃນຍຸກສະໄໝ ແຫ່ງການພັດທະນາໃໝ່...
ໄລຍະ 2021 - 2026, ການຈັດຕັ້ງປະຕິບັດ ບັນດາມະຕິ ກອງປະຊຸມໃຫຍ່ ຄັ້ງທີ XIII ຫາ ຄັ້ງທີ XIV ຂອງ ພັກ ຖືເປັນຊ່ວງເວລາທ້າທາຍທ່ີສຸດ ຂອງ ເສດຖະກິດ ຫວຽດນາມ. ການລະບາດໂຄວິດ-19 ໄດ້ເຮັດໃຫ້ຕ່ອງໂສ້ ການສະໜອງທົ່ວໂລກ ຖືກຕັດຂາດ, ໄພພິບັດທາງທຳມະຊາດ ໄດ້ຜັນແປຢ່າງສັບສົນ, ຄວາມຂັດແຍ່ງ ທາງດ້ານພູມສາດການ ເມືອງ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ຢູ່ຫຼາຍພື້ນຖານເສດຖະກິດໃຫຍ່ ໄດ້ສ້າງສະພາບແວດລ້ອມພາຍນອກ ທີ່ເຕັມໄປດ້ວຍຄວາມບໍ່ແນ່ນອນ.
ໃນສະພາບການດັ່ງກ່າວ, ຄວາມສາມາດ ໃນການຮັກສາ ສະຖຽນລະພາບ ເສດຖະກິດມະຫາພາກ ແລະ ຮັບປະກັນ ບັນດາຄວາມສົມດຸນໃຫຍ່ ໄດ້ກາຍເປັນໄມ້ຫຼາວັດແທກ ຄວາມມຸ່ງໝັ້ນໃນການບໍລິຫານ. ອັດຕາ ການເຕີບໂຕສະເລ່ຍ ໃນໄລຍະ 2021-2025 ບັນລຸ 6,3% ຕໍ່ປີ. ໂດຍສະເພາະ, ໃນປີ 2025 ໄດ້ຮັບຮູ້ອັດຕາການເຕີບໂຕ ສູງເຖິງ 8,02%, ເຮັດໃຫ້ ຫວຽດນາມ ຢູ່ໃນກຸ່ມປະເທດ ທີ່ມີອັດຕາການເຕີບໂຕສູງ ໃນໂລກ.
ຂະໜາດພື້ນຖານເສດຖະກິດ ເພີ່ມຂຶ້ນຈາກ 346 ຕື້ ໂດລາສະຫະລັດ ໃນປີ 2020 ຂຶ້ນເປັນ 514 ຕື້ ໂດລາສະຫະລັດ ໃນປີ 2025, ເທົ່າກັບ ການເພີ່ມຂຶ້ນເກືອບ 1,5 ເທົ່າ, ເຮັດໃຫ້ ຫວຽດນາມ ກ້າວຂຶ້ນອັນດັບທີ 32 ຂອງໂລກ ແລະ ອັນດັບທີ 4 ໃນ ASEAN. ມູນຄ່າການນໍາເຂົ້າ-ສົ່ງອອກທັງໝົດ ລື່ນລະດັບ 930 ຕື້ ໂດລາສະຫະລັດ ໃນປີ 2025, ເຮັດໃຫ້ ຫວຽດນາມ ເຂົ້າສູ່ກຸ່ມ 20 ພື້ນຖານເສດຖະກິດ ທີ່ມີຂະໜາດການຄ້າ ໃຫຍ່ທີ່ສຸດໃນໂລກ. ຈີດີພີ ສະເລ່ຍຕໍ່ຫົວຄົນ ໃນປີ 2025 ບັນລຸປະ ມານ 5.026 ໂດລາສະຫະລັດ, ເພີ່ມຂຶ້ນ 1,4 ເທົ່າ ເມື່ອທຽບໃສ່ປີ 2020, ກ້າວເຂົ້າສູ່ກຸ່ມປະເທດ ທີ່ມີລາຍຮັບປານກາງ ລະດັບສູງ ຢ່າງເປັນທາງການ.
ບັນດາຕົວເລກເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນເຖິງ ຄວາມສາມາດ ໃນການ ຕ້ານທານ ຂອງພື້ນຖານເສດຖະກິດ ຕໍ່ໜ້າ “ກະແສລົມຕ້ານ” ທີ່ບໍ່ເຄີຍມີ ມາກ່ອນ. ທ່ານ ປອ ໂຮ່ກວັກຕ໋ວນ, ອາຈານສອນ ຢູ່ ມະຫາວິທະຍາ ໄລ Bristol (ລາຊະອານາຈັກ ອັງກິດ) ໃຫ້ຮູ້ວ່າ ປີ 2025 ແມ່ນຫຼັກຖານອັນຈະແຈ້ງ ຊີ້ໃຫ້ເຫັນເຖິງ ຄວາມສາມາດ ໃນການປັບຕົວ ຂອງ ຫວຽດ ນາມ. ໃນຂະນະທີ່ຫຼາຍປະເທດ ພວມຜະເຊີນກັບການຫຼຸດລົງ ຂອງການເຕີບໂຕ ແລະ ຄວາມເຄັ່ງຕຶງດ້ານການຄ້າ, ຫວຽດນາມ ຍັງຄົງຮັກ ສາໄດ້ ກຳລັງດັນໃນການສົ່ງອອກ ແລະ ດຶງດູດການລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ຢ່າງສະໝ່ຳສະເໝີ. ບໍ່ພຽງແຕ່ຮັບມືກັບ ວິກິດການເທົ່ານັ້ນ, ພື້ນຖານເສດຖະກິດ ຍັງໄດ້ຄ່ອຍໆ ກຳນົດຮູບແບບ ການເຕີບໂຕ ທີ່ອີງໃສ່ການປ່ຽນໃໝ່ປະດິດສ້າງ.
ສອງບາດກ້າວບຸກທະລຸ ທີ່ພົ້ນເດັ່ນໃນໄລຍະນີ້ ແມ່ນການພັດທະນາ ພື້ນຖານໂຄງລ່າງ ແລະ ປັບປຸງຄວາມເຊື່ອໝັ້ນ ຂອງ ນັກລົງທຶນສາກົນ. ເສັ້ນທາງດ່ວນ ຍາວກວ່າ 3.000 ກມ ແລະ ເສັ້ນທາງແຄມທະເລ ຍາວ1.711 ກມ ໄດ້ຮັບການກໍ່ສ້າງສຳເລັດ, ຄຽງຄູ່ກັບກິດຈະກຳກໍ່ສ້າງ ທີ່ສຳຄັນ ຫຼາຍແຫ່ງ ເຊັ່ນ: ສາຍສົ່ງໄຟຟ້າ 500 ກວ ວົງຈອນ 3, ບັນດາໂຄງການ ພະລັງງານ, ຕົວເມືອງ ແລະ ພື້ນຖານໂຄງລ່າງ ດີຈີຕອນ. ຄວາມໄວ ອິນເຕີເນັດມືຖື ຂອງ ຫວຽດນາມ ໃນປັດຈຸບັນ ຖືກຈັດຢູ່ໃນ 20 ອັນດັບຕົ້ນໆ ຂອງ ໂລກ, ສ້າງພື້ນຖານທີ່ສຳຄັນ ໃຫ້ແກ່ເສດຖະກິດ ດີຈີຕອນ. ໃນ ສະພາບການ ກະແສເງິນທຶນ FDI ທົ່ວໂລກຢຸດງັກ, ຫວຽດນາມ ຍັງຄົງຮັກສາ ລະດັບການເບີກຈ່າຍເງິນທຶນ ໃນລະດັບສູງ, ຢືນຢັນເຖິງ ຄວາມດຶງດູດ ຂອງ ສະພາບແວດລ້ອມການລົງທຶນ ແລະ ຄວາມຫວັງ ໃນໄລຍະຍາວ.
ຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດ ແມ່ນຄວາມກ້າວໜ້າ ທາງດ້ານສັງຄົມຢ່າງຈະແຈ້ງ. ໃນປີ 2025, ດັດຊະນີຄວາມສຸກຂອງ ຫວຽດ ນາມ ຈັດຢູ່ອັນດັບທີ 46 ຂອງໂລກ, ເພີ່ມຂຶ້ນ 37 ອັນດັບ ເມື່ອທຽບໃສ່ ປີ 2020. ເຮືອນຢູ່ຊົ່ວຄາວ ແລະ ເຮືອນຊຸດໂຊມ ຫຼາຍກວ່າ 334.000 ຫຼັງ ຖືກລົບລ້າງ; ບັນດາໂຄງການເຮືອນຢູ່ສັງຄົມ, ການຊ່ວຍເຫຼືອຜູ້ອອກແຮງງານ ແລະ ກຸ່ມຄົນດ້ອຍໂອກາດ ໄດ້ຮັບການຊຸກຍູ້ ຢ່າງແຂງແຮງ. 3 ແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການສ້າງ ຊົນນະ ບົດໃໝ່, ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ການພັດທະ ນາເຂດ ປະຊາຊົນ ບັນດາເຜົ່າ ສ່ວນໜ້ອຍແມ່ນສຳເລັດ ກ່ອນກຳນົດໂດຍພື້ນຖານ; ອັດຕາຄອບຄົວທຸກຍາກ ຫຼຸດລົງເຫຼືອພຽງ 1,3%-ເຊິ່ງເປັນລະດັບຕໍ່າສຸດ ໃນຮອບຫຼາຍປີ.
ເມື່ອເບິ່ງຄືນພາບລວມໄລຍະ 2021 - 2026 ສະແດງໃຫ້ເຫັນວ່າ ຫວຽດນາມ ບໍ່ພຽງແຕ່ຜ່ານຜ່າ ວິກິດການໄດ້ເທົ່ານັ້ນ, ແຕ່ຍັງໄດ້ເສີມສ້າງສະຖຽນລະພາບ ມະຫາພາກ ໃຫ້ໜັກແໜ້ນ, ຍົກສູງຖານະບົດ ບາດສາກົນ ແລະ ເສີມສ້າງຄວາມເຂັ້ມແຂງ ພາຍໃນປະເທດ, ສ້າງພື້ນຖານ ທ່ີໝັ້ນຄົງ ເພື່ອບັນລຸເປົ້າໝາຍ ໃນການພັດທະນາຍຸກໃໝ່.
ກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XIV, ຫວຽດນາມ ໄດ້ວາງຄາດ ໝາຍ ການພັດທະນາ ທີ່ສູງກວ່າເກົ່າ, ສະແດງໃຫ້ເຫັນເຖິງ ຄວາມມຸ່ງຫວັງ ຍົກລະດັບຊາດ ໃນທົດສະວັດຕໍ່ໜ້າ. ໄລຍະ 2026 - 2030, ຄາດໝາຍ ການເຕີບໂຕ ຈີດີພີ ສະເລ່ຍ ແຕ່ 10% ຕໍ່ປີ ຂຶ້ນໄປ ແລະ ລາຍຮັບສະເລ່ຍ ຕໍ່ຫົວຄົນ ບັນລຸປະມານ 8.500 ໂດລາສະຫະລັດ ພາຍໃນປີ 2030 ໄດ້ຖືກ ກຳນົດໃຫ້ເປັນຂີດໝາຍທີ່ສຳຄັນ. ບັນດາທິດທາງຍຸດທະສາດ ໄດ້ເນັ້ນໜັກເຖິງ ການພັດທະນາແບບຍືນຍົງ, ເສດຖະກິດ ດີຈີຕອນ, ປ່ຽນໃໝ່ປະດິດສ້າງ ແລະ ຍົກສູງຄຸນນະພາບ ແຫຼ່ງຊັບພະຍາ ກອນມະນຸດ. ຈຸດສຸມ ບໍ່ພຽງແຕ່ ການຂະຫຍາຍ ຂະໜາດເທົ່ານັ້ນ, ແຕ່ຍັງແມ່ນການຍົກສູງ ຄຸນນະພາບ ການເຕີບໂຕ, ປັບປຸງສະມັດຖະພາບ ການອອກແຮງງານ ແລະ ສືບຕໍ່ປັບປຸງ ລະບອບ ລະບຽບການໃຫ້ສົມບູນແບບ.
ນັບແຕ່ມື້ທຳອິດ ແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV, ຊຸມຊົນວິສາຫະກິດ ຮັບຮູ້ໄດ້ ເຖິງການຫັນປ່ຽນຕັ້ງໜ້າຢ່າງຈະ ແຈ້ງ. ທ່ານ ຫງວຽນດັ້ງຮ໋ຽນ, ຜູ້ອຳນວຍການໃຫຍ່ ບໍລິສັດ ເຕິນກວາງມິງ (Bidrico) ໄດ້ກ່າວຢໍ້າວ່າ: ບັນດານະໂຍບາຍ ຊ່ວຍເຫຼືອ ໃນປັດຈຸ ບັນ ພວມກຳນົດຮູບແບບ ການເຕີບໂຕ ຕາມລວງເລິກຄືນໃໝ່, ໂດຍມີການ ຫັນເປັນດີຈີຕອນ ແລະ ການພັດທະນາແບບຍືນຍົງ ເປັນແກນຫຼັກ. ທ່ານ ເຫັນວ່າ ເມື່ອຂົງເຂດເອກະຊົນ ໄດ້ຮັບໂອກາດ ໃນການພັດ ທະນາຫຼາຍຂຶ້ນ, ວິສາຫະກິດ ຫວຽດນາມ ຈະມີເງື່ອນໄຂ ຍົກສູງ ມູນຄ່າເພີ່ມ, ເສີມສ້າງກຳລັງແຮງພາຍໃນ ແລະ ປະກອບສ່ວນ ໃນການ ສ້າງພື້ນຖານໄລຍະຍາວ ໃຫ້ແກ່ອະນາຄົດ ຂອງ ປະເທດຊາດ.
ທ່ານ ເຈິ່ນວັນມິງ, ຮອງປະທານ ທັງເປັນ ເລຂາທິການໃຫຍ່ ສະມາຄົມ ວິສາຫະກິດໜຸ່ມ ຮ່າໂນ້ຍ ໄດ້ເນັ້ນໜັກວ່າ: “ບັນດາມາດຕະການ ປົດປ່ອຍ ຄວາມຫຍຸ້ງຍາກ ໃຫ້ແກ່ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ການປັບປຸງ ສະພາບແວດລ້ອມ ການດຳເນີນທຸລະກິດ ແລະ ການຫຼຸດ ຜ່ອນ ສິ່ງກີດຂວາງ ທາງດ້ານບໍລິຫານ ຈະມີບົດບາດສຳຄັນ ໃນໄລຍະຕໍ່ໜ້າ. ຄວາມເປັນເອກະພາບ ນັບແຕ່ນະໂຍບາຍ ຈົນເຖິງ ການຈັດຕັ້ງປະຕິບັດ ແມ່ນປັດໄຈຕັດສິນ ເພື່ອຮັກສາກຳລັງຜັກດັນ ແຫ່ງການເຕີບໂຕ”.
ຈາກມຸມມອງສາກົນ, ທ່ານນາງ ປອ Valeria Vershinina, ຮອງຜູ້ນຳອຳນວຍການສູນ ASEAN, ມະຫາວິທະຍາໄລ ພົວພັນຕ່າງປະເທດ ມົສກູ (ສະຫະພັນ ລັດເຊຍ) ໃຫ້ຂໍ້ສັງເກດວ່າ ຂະບວນວິວັດແຫ່ງການປ່ຽນແປງໃໝ່ ຢ່າງຮອບດ້ານ ໄດ້ຊ່ວຍໃຫ້ ຫວຽດນາມ ຍົກສູງ ຖານະບົດບາດສາກົນ ແລະ ກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ກະແສເງິນ ລົງທຶນຈາກທົ່ວໂລກ. ຕາມທ່ານນາງແລ້ວ, ກຳນົດທິດພັດທະນາ ທີ່ຖືເອົາຄົນເປັນຈຸດໃຈກາງ ແລະ ໃຫ້ຄວາມສຳຄັນ ຕໍ່ການຍົກສູງ ຄຸນະພາບ ແຫຼ່ງຊັບພະຊາກອນມະນຸດ ພວມສ້າງພື້ນຖານ ຍຸດທະສາດ ເພື່ອໃຫ້ ຫວຽດນາມ ເພີ່ມຂີດຄວາມສາມາດ ໃນການແຂ່ງຂັນ ແລະ ກ້າວເຂົ້າໃກ້ຄາດໝາຍ ກາຍເປັນປະເທດ ທີ່ມີລາຍຮັບສູງ ໃນປີ 2045.
ຕອບສຳພາດ ຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ (VNA), ທ່ານ ສຈ Carl Thayer, ຜູ້ຊ່ຽວຊານຄົ້ນຄວ້າ ກ່ຽວກັບ ຫວຽດນາມ ຈາກວິທະຍາຄານ ປ້ອງກັນປະເທດ ອົດສະຕຣາລີ ແຫ່ງ ມະຫາວິທະຍາໄລ New South Wales ໄດ້ເນັ້ນໜັກເຖິງ ຄວາມຜູກພັນກັນ ຢ່າງສະໜິດ ແໜ້ນ ລະຫວ່າງບັນດາມະຕິ ຂອງ ກົມການເມືອງ, ໄດ້ຮັບການອອກແບບ ເພື່ອຈັດຕັ້ງປະຕິບັດ ຢ່າງຄົບຊຸດ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ທ່ານໄດ້ຕີລາຄາສູງ ເປັນພິເສດ ຕໍ່ມະຕິເລກທີ 59-NQ/TW ກ່ຽວກັບ “ການເຊື່ອມໂຍງສາກົນ ໃນສະພາບການໃໝ່”, ໂດຍຖືວ່າ ນີ້ແມ່ນການຕົກລົງ ທີ່ມີລັກສະນະ ບຸກທະລຸ, ກຳນົດ ໃຫ້ການເຊື່ອມໂຍງສາກົນ ເປັນກຳລັງດັນ ທີ່ສຳຄັນ ເພື່ອພາ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່.
ການຕີລາຄາເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນເຖິງ ຄວາມສົນໃຈ ທີ່ນັບມື້ນັບ ເພີ່ມຂຶ້ນ ຂອງ ປະຊາຄົມສາກົນ ຕໍ່ເສັ້ນທາງ ແຫ່ງການພັດທະນາ ຂອງ ຫວຽດນາມ. ໃນສະພາບການແກ່ງແຍ້ງແຂ່ງຂັນທາງດ້ານຍຸດທະສາດ ແລະ ການປັບໂຄງສ້າງຕ່ອງໂສ້ການສະໜອງທົ່ວໂລກຄືນໃໝ່, ພື້ນຖານເສດຖະກິດ ທີ່ມີສະຖຽນລະພາບ, ຄ່ອງແຄ່ວ ແລະ ມຸ່ງໄປສູ່ ການສ້າງ ນະວັດຕະກຳໃໝ່ ຈະມີທ່າແຮງໃນໄລຍະຍາວ.
ຄວາມມຸ່ງຫວັງ ບຸກບືນກ້າວຂຶ້ນ ໃນຍຸກສະໄໝ ແຫ່ງການພັດທະນາໃໝ່ ບໍ່ພຽງແຕ່ ແມ່ນຄາດໝາຍ ກ່ຽວກັບການເຕີບໂຕເທົ່ານັ້ນ, ແຕ່ຍັງແມ່ນ ວິໄສທັດ ກ່ຽວກັບຖານະບົດບາດ. ນັ້ນແມ່ນເສັ້ນທາງ ຍົກສູງຄຸນນະພາບ ການດຳລົງຊີວິດ ຂອງ ປະຊາຊົນ, ເສີມສ້າງຄວາມເຊື່ອໝັ້ນ ຂອງນັກລົງທຶນ, ເພີ່ມທະວີຄວາມສາມາດໃນການກຸ້ມຕົນເອງ ແລະ ການເຊື່ອມໂຍງ ເຂົ້າກັບເສດຖະກິດໂລກ ຢ່າງເລິກເຊິ່ງ.
ເຖິງວ່າ ຕໍ່ໜ້າຍັງມີຄວາມທ້າທາຍຫຼາຍຢ່າງ, ແຕ່ບັນດາພື້ນຖານ ທີ່ໄດ້ ຮັບການສ້າງຕັ້ງຂຶ້ນ ໃນໄລຍະຜ່ານມາ, ຕັ້ງແຕ່ສະຖຽນລະພາບ ມະຫາພາກ, ພື້ນຖານໂຄງລ່າງເຊື່ອມຕໍ່, ປະຕິຮູບ ກົດບັນຍັດ ຈົນເຖິງການພັດທະນາ ແຫຼ່ງຊັບພະຍາກອນມະນຸດ ພວມສ້າງປະຖົມປັດໄຈ ເພື່ອໃຫ້ ຫວຽດນາມ ມີຄວາມໝັ້ນໃຈ ກ້າວເຂົ້າສູ່ ໄລຍະແຫ່ງການພັດທະ ນາໃໝ່.
ໃນສະພາບການດັ່ງກ່າວ, ຄວາມມຸ່ງຫວັງ ບໍ່ໄດ້ແຍກອອກຈາກຕົວຈິງ, ແຕ່ໄດ້ ຖືກວາງຢູ່ເທິງພື້ນຖານ ຂອງ ບັນດາຜົນສຳເລັດລະອຽດ ແລະ ບັນດາການຕົກລົງ ທີ່ມີລັກສະນະຍຸດທະສາດ. ດ້ວຍຄວາມພ້ອມພຽງ ຈິດໜຶ່ງໃຈດຽວ ຂອງ ທົ່ວລະບົບການເມືອງ, ປະຊາຄົມ ວິສາຫະກິດ ແລະ ປະຊາຊົນ, ຫວຽດນາມ ພວມຄ່ອຍໆ ຢັ້ງຢືນບົດບາດ ແລະ ຖາ ນະ ຂອງ ປະເທດຊາດ ທີ່ຂະຫຍັນຂັນເຄື່ອນ, ມີສະຖຽນລະພາບ ແລະ ເຕັມໄປດ້ວຍທ່າແຮງ ໃນພາກພື້ນ ແລະ ໃນໂລກ.
ບົດ: ທົງທ້ຽນ - ພາບ: VNP, ຜູ້ຮ່ວມງານ - ແປໂດຍ: ບິກລຽນ























