ຫວຽດນາມ ຄຶກຄື້ນກ້າວເຂົ້າສູ່ປີໃໝ່ 2026

ຫວຽດນາມ ຄຶກຄື້ນກ້າວເຂົ້າສູ່ປີໃໝ່ 2026

ເມື່ອຊຸມມື້ສຸດທ້າຍຂອງປີໄດ້ສິ້ນສຸດລົງ, ຫວຽດນາມກໍກ້າວເຂົ້າສູ່ ໄລຍະຜັດປ່ຽນລະດູການ ຂອງປະເທດຊາດ ທີ່ພວມມີການ ປ່ຽນແປງໃໝ່. ບັນຍາກາດການຕ້ອນຮັບປີໃໝ່ 2026 ໄດ້ແຜ່ຂະຫຍາຍ ໄປທົ່ວທຸກຫົນແຫ່ງ ໃນທົ່ວປະເທດ. ນັ້ນບໍ່ພຽງແຕ່ແມ່ນການຜັດປ່ຽນ ຂອງເວລາເທົ່ານັ້ນ, ແຕ່ຍັງແມ່ນ ຊ່ວງເວລາແຫ່ງການເຕົ້າໂຮມຄວາມເຊື່ອໝັ້ນ, ຄວາມຫວັງ ແລະ ຄວາມມຸ່ງມາດປາດຖະໜາທີ່ມຸ່ງໄປສູ່ອະນາຄົດ.

ພາບຍິງບັ້ງໄຟດອກສວຍງາມໃນຊ່ວງເວລາປ່ຽນຖ່າຍປີເກົ່າ ຕ້ອນຮັບປີໃໝ່ 2026 ຢູ່ບໍລິເວນໜອງ ຮວ່ານກ໋ຽມ, ນະຄອນຫຼວງ ຮ່າໂນ້ຍ. ພາບ: ເລດົງ/VNA
ປະຊາຊົນຈຳນວນຫຼວງຫຼາຍເຕົ້າໂຮມກັນຢູ່ອ້ອມແອ້ມໜອງ ຮວ່ານກ໋ຽມເພື່ອຊົມພາບຍິງບັ້ງໄຟດອກ ຕ້ອນຮັບປີໃໝ່ 2026. ພາບ: ແຄ໋ງຮ່ວາ/VNA
ບັນຍາກາດປະຊາຊົນແຂວງ ຖ໋າຍງວຽນ ຕ້ອນຮັບປີໃໝ່ 2026. ພາບ: ເຈິ່ນຈາງ/VNA
ການສະແດງສິລະປະວັນນະຄະດີຕ້ອນຮັບປີໃໝ່ 2026 ຢູ່ຕາແສງຊາຍແດນ ແທງຖຸຍ (ແຂວງ ຕວຽນກວາງ). ພາບ: ດຶກຖໍ້/VNA
ປະຊາຊົນແຂວງ ກວາງນິງ ອອກມາຕາມທ້ອງຖະໜົນ ເພື່ອສະຫຼອງປີໃໝ່ 2026. ພາບ: ແທັງເວິນ/VNA
ດ່າໜັງ ຕ້ອນຮັບປີໃໝ່ 2026 ດ້ວຍລາຍການແລ່ນ ມາລາທອນຕອນກາງຄືນ “ເຍືອງແສງ ແມ່ນ້ຳ ຮ່ານ - ແລ່ນໄປສູ່ອະນາຄົດ". ພາບ: ເຈິ່ນເລເລິມ/VNA
ການສະແດງສິລະປະທີ່ເປັນເອກະລັກ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຜົ່າຕ່າງໆ ຕ້ອນຮັບປີໃໝ່ 2026 ຢູ່ ແຂວງ ເລີມດົ່ງ. ພາບ: ຮຶງທິ້ງ/VNA
ລາຍການ Countdown ປີ 2026 ດຶງດູດປະຊາຊົນຊາວເມືອງ ເຫວ້ ເຂົ້າມາຊົມ ແລະ ຮ່ວມກັນນັບຖອຍຫຼັງ ໃນຊ່ວງເວລາ ຜັດປ່ຽນເຂົ້າສູ່ປີໃໝ່. ພາບ: ວັນຢຸ້ງ/VNA
ປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍພັນຄົນຕິດຕາມຊົມ ລາຍການສະແດງສິລະປະຕ້ອນຮັບປີໃໝ່ 2026 ຢູ່ສະໜາມຫຼວງວັນທີ 2 ເດືອນ 4 (ແຂວງ ແຄ໋ງຮ່ວາ). ພາບ: ຫງວຽນແທ່ງ/VNA
ຜູ້ຊົມຫຼາຍພັນຄົນນັ່ງເຕັມບ່ອນນັ່ງຢູ່ສະໜາມຫຼວງ ເລີມວຽນ - ດ່າລາດ (ແຂວງ ເລີມດົ່ງ) ເພື່ອຊົມລາຍການສິລະປະພິເສດ “ສະບາຍດີປີໃໝ່ 2026”. ພາບ: ຫງວຽນຢຸ້ງ/VNA
ການສະແດງຟ້ອນ ແລະ ຮ້ອງເພງ “ຄົນເກິ່ນເທີ” ຕ້ອນຮັບປີໃໝ່ 2026. ພາບ: ຫງວຽນຮັ່ງ/VNA
ລາຍການສິລະປະ “ໄຕນິງ ຕ້ອນຮັບປີໃໝ່ 2026” ພາຍໃຕ້ຫົວຂໍ້ “ລະດູໃບໄມ້ປົ່ງແຫ່ງຄວາມມຸ່ງມາດປາດຖະໜາ” ຖືກຈັດຂຶ້ນ ຢ່າງສະຫງ່າຜ່າເຜີຍຢູ່ສະໜາມຫຼວງ ໂຕກວ່ຽນ (ແຂວງ ໄຕນິງ). ພາບ: ມິງຝູ/VNA
ປະຊາຊົນເຕົ້າໂຮມກັນຢ່າງໜາແໜ້ນຢູ່ຕໍ່ໜ້າ ຄະນະກຳມະການ ປະຊາຊົນນະຄອນ ໂຮ່ຈີມິນ ເພື່ອຕ້ອນຮັບປີໃໝ່ 2026. ພາບ: ທູເຮືອງ/VNA
ປະຊາຊົນຈຳນວນຫຼວງຫຼາຍເຕົ້າໂຮມກັນຢູ່ບໍລິເວນທ່າເຮືອ ແບັກດັ່ງ ເພື່ອຊົມການສະແດງຍິງບັ້ງໄຟດອກສະຫຼອງປີໃໝ່ 2026. ພາບ: ທູເຮືອງ/VNA
ບັນທຶກພາບຄວາມຊົງຈຳໃນຊ່ວງເວລາຜັດປ່ຽນລະຫວ່າງປີ 2025 ຫາ ປີໃໝ່ 2026. ພາບ: ຮວ່າງຮ໋ຽວ/VNA
ນັກທ່ອງທ່ຽວຕ່າງປະເທດຕ້ອນຮັບປີໃໝ່ຢູ່ ຮ່າໂນ້ຍ. ພາບ: ຮວ່າງຮ໋ຽວ/VNA
ນັກທ່ອງທ່ຽວຕ່າງປະເທດຕ້ອນຮັບປີໃໝ່ຢູ່ ຮ່າໂນ້ຍ. ພາບ: ຮວ່າງຮ໋ຽວ/VNA

 ຢູ່ບັນດາຕົວເມືອງໃຫຍ່ ເຊັ່ນ: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັງ, ບັນດາສາຍທາງສູນກາງແມ່ນເຕັມໄປດ້ວຍແສງສີທີ່ສວຍງາມ, ທຸງຊາດ, ດອກໄມ້ ແລະ ສະຖານທີ່ສາທາລະນະຕ່າງໆ ກໍໄດ້ ຮັບການຕົບແຕ່ງຢ່າງທັນສະໄໝ ແຕ່ຍັງຄົງຮັກສາໄດ້ ຄວາມກົມກຽວ ກັບສີສັນວັດທະນະທຳ. ໃນທ່າມກາງກະແສຄົນ ທີ່ພາກັນໄປສະຫຼອງປີໃໝ່ຢ່າງຄຶກຄື້ນ, ສາມາດຮູ້ສຶກໄດ້ເຖິງ ປະເທດ ຫວຽດນາມທີ່ມີຄວາມຂະຫຍັນຂັນເຄື່ອນ, ເປີດກວ້າງ ແລະ ນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ.  

ບໍ່ວ່າຈະຢູ່ເຂດແຄວ້ນໃດກໍຕາມ, ບັນຍາກາດການຕ້ອນຮັບປີໃໝ່ 2026 ຢູ່ ຫວຽດນາມ ລ້ວນແຕ່ສະທ້ອນໃຫ້ເຫັນ ຈຸດລວມ ອັນດຽວກັນ ນັ້ນຄື: ຄວາມຜູກພັນວົງຄະນາຍາດ ແລະ ຄວາມເຊື່ອໝັ້ນຕໍ່ອະນາຄົດ. ໃນກະແສແຫ່ງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມກ້າວຍ່າງເຂົ້າສູ່ປີໃໝ່ ດ້ວຍທ່າທີທີ່ໜັກແໜ້ນ, ທັງທະນຸຖະໜອມຄຸນຄ່າຮີດຄອງປະເພນີ, ທັງເປັນເຈົ້າການເປີດປະຕູຮັບເອົາໂອກາດໃໝ່ໆ. ນັ້ນຄືພາບພົດຂອງປະເທດຊາດທີ່ພວມມີການປ່ຽນແປງໃໝ່, ມີຄວາມເປັນມິດ, ຮັ່ງມີໄປດ້ວຍສີສັນເອກະລັກ ແລະ ເຕັມໄປດ້ວຍຄວາມຫວັງໃນສາຍຕາຂອງເພື່ອນມິດສາກົນ.

ບົດໂດຍ: ລອງຫງວຽນ (ສັງລວມ) - ແປໂດຍ: ບິກລຽນ


top