ຫງວຽນດິ່ງຕື - ຜູ້ຮັກສາຄວາມຊົງຈໍາທາງປະຫວັດສາດ ຂອງນະຄອນ ທີ່ໃສ່ຊື່ ປະທານໂຮ່ຈີມິນ

ຫງວຽນດິ່ງຕື - ຜູ້ຮັກສາຄວາມຊົງຈໍາທາງປະຫວັດສາດ ຂອງນະຄອນ ທີ່ໃສ່ຊື່ ປະທານໂຮ່ຈີມິນ

ໃນອາຍຸ 106 ປີ, ນັກຄົ້ນຄວ້າ ຫງວຽນດິ່ງຕື ຍັງຄົງຕັ້ງໜ້າ ເຮັດວຽກ ເປັນປົກກະຕິ ໃນທຸກໆ ມື້, ໂດຍສືບຕໍ່ຂຽນປຶ້ມ ແລະ ຮັກສາບັນດາເລື່ອງລາວ ປະຫວັດສາດ ກ່ຽວກັບຜືນແຜ່ນດິນ ຢາດິ້ງ - ໄຊງ່ອນ - ນະຄອນ ໂຮ່ຈີມິນ. ຕະຫຼອດໄລຍະເວລາກວ່າ 8 ທົດສະວັດ ແຫ່ງການທຸ້ມເທ ສະຕິປັນຍາ ເຂົ້າໃນການຄົ້ນຄວ້າ, ເພິ່ນໄດ້ສ້າງມູນມໍລະດົກ ທີ່ມີຄຸນຄ່າເກືອບ 60 ຜົນງານ ກ່ຽວກັບວັດທະນະທຳ, ປະ ຫວັດສາດ ແລະ ພູມມີສາດ ຂອງ ຫວຽດນາມ, ປະກອບສ່ວນເຮັດໃຫ້ ຄັງຄວາມຮູ້ ກ່ຽວກັບນະຄອນ ທີ່ີຂະຫຍັນຂັນເຄື່ອນ, ຮັ່ງມູນ ເຊື້ອອັນສະຫງ່າງາມ ແລະ ສະແຫວງຫາສິ່ງໃໝ່ໆ ມຸ່ງສູ່ອະນາຄົດ ໃຫ້ມີຄວາມອຸດົມສົມບູນ ຍິ່ງຂຶ້ນ.

ນັກຄົ້ນຄວ້າ ຫງວຽນດິ່ງຕື ປີນີ້ໄດ້ເຂົ້າໄວອາຍຸ 106 ປີແລ້ວ. ພາບ: ທົງຫາຍ/VNP

ນັກຄົ້ນຄວ້າ ຫງວຽນດິ່ງຕື ເກີດໃນປີ 1920 ຢູ່ຕາແສງ ຮວາກວນ (ແຂວງ ເງ້ອານ). ພາຍຫຼັງຫຼາຍປີ ທີ່ຕິດພັນກັບວຽກງານການຄົ້ນ ຄວ້າ, ເພິ່ນໄດ້ເລືອກ ນະຄອນ ໂຮ່ຈີມິນ ເປັນສະຖານທີ່ດຳລົງຊີວິດ ແລະ ສືບຕໍ່ການເດີນທາງຄົ້ນຫາປະຫວັດສາດ, ວັດທະນະທຳ ຂອງ ດິນແດນພາກໃຕ້.  

ກ້າວເຂົ້າສູ່ອາຍຸ 106 ປີ, ເພິ່ນຍັງສ້າງແຮງບັນດານໃຈ ແລະ ຄວາມຊື່ນຊົມ ໃນດ້ານຄວາມຄິດທ່ີຫຼັກແຫຼມ, ຄວາມມຸ້ງໝັ້ນ ໃນການເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ຄວາມຫຼົງໄຫຼໃນການຄົ້ນຄວ້າ ທີ່ບໍ່ເຄີຍຫຼຸດນ້ອຍຖອຍລົງ ໃຫ້ກັບຫຼາຍໆ ຄົນ. ຢູ່ໃນເຮືອນຫຼັງນ້ອຍ ທີ່ນະຄອນ ໂຮ່ຈີມິນ, ໃນທຸກໆ ມື້ ເພິ່ນຍັງຄົງໃຊ້ເວລາແຕ່ 8 -10 ຊົ່ວ ໂມງ ຢູ່ຂ້າງຄອມພິວເຕີ ເພື່ອອ່ານເອກະສານ, ກວດແກ້ບົດຂຽນຕົ້ນສະບັບ ແລະ ສ້າງສັນຜົນງານໃໝ່ ໃຫ້ມີຄວາມສົມບູນ.  

ທ່ານ ຕື ໄດ້ແບ່ງປັນວ່າ: “ຂ້າພະເຈົ້າຍັງມີວຽກຫຼາຍຢ່າງ ທີ່ຢາກເຮັດ, ມີເອກະສານຈຳນວນຫຼວງຫຼາຍ ທີ່ຈຳເປັນຕ້ອງໄດ້ຮັບການ ຈັດໃຫ້ເປັນລະບົບ ເພື່ອສົ່ງຕໍ່ໃຫ້ຄົນຮຸ່ນຫຼັງ”. ປັດຈຸບັນ, ເພິ່ນຍັງຄົງສືບຕໍ່ຕິດຕາມ ບັນດາກິດຈະການຄົ້ນຄວ້າ ກ່ຽວກັບປະຫວັດສາດການຂຶ້ນທະບຽນທີ່ດິນ, ການບໍລິຫານ ແລະ ຂະບວນການສ້າງຕັ້ງ, ການຂະຫຍາຍຕົວ ຂອງ ຜືນແຜ່ນດິນຕ່າງໆ, ໃນນັ້ນມີ ນາມໂບ້ (ພາກໃຕ້) - ພາກພື້ນທ່ີຕິດພັນຢ່າງເລິກເຊິ່ງ ກັບປະຫວັດສາດການຂະຫຍາຍຕົວ ຂອງ ນະຄອນ ທີ່ໃສ່ຊື່ ປະທານ ໂຮ່ຈີມິນ.

ເພິ່ນ ຍັງຄົງທຸ້ມເທກັບອາຊີບ ພິມເຜີຍແຜ່ປຶ້ມ ທີ່ມີລັກສະນະຄົ້ນຄວ້າ ໃຫ້ແກ່ຄົນຮຸ່ນຫຼັງ. ພາບ: ທົງຫາຍ/VNP

ໜຶ່ງໃນບັນດາກິດຈະການ ທີ່ພົ້ນເດັ່ນທີ່ສຸດ ຂອງເພິ່ນ ແມ່ນຊຸດປຶ້ມສອງເຫຼັ້ມ “ຢາດິ້ງ - ໄຊງ່ອນ - ນະຄອນ ໂຮ່ຈີມິນ: ການເດີນທາງອັນຍາວນານແຫ່ງປະຫວັດສາດ (1698 - 2020)”, ເຊິ່ງໄດ້ຮັບລາງ ວັນ A ໃນງານປະກາດລາງວັນ ປຶ້ມແຫ່ງຊາດ ຄັ້ງທີ 7 ປີ 2024. ນີ້ແມ່ນໝາກຜົນ ຂອງການຄົ້ນຄວ້າຫຼາຍກວ່າສອງທົດສະວັດ, ເລີ່ມຕົ້ນຈາກແນວຄວາມຄິດ ໃນປີ 1998, ເນື່ອງໃນໂອກາດສະເຫຼີມ ສະຫຼອງ 300 ປີ ວັນສ້າງຕັ້ງ ໄຊງ່ອນ.  

ຕະຫຼອດໄລຍະເວລາຫຼາຍປີ, ເພິ່ນໄດ້ໃຊ້ເວລາບໍ່ໜ້ອຍ ເພື່ອໄປຍັງບັນດາຫໍສະໝຸດ, ສູນສຳເນົາເອກະສານ ເພື່ອຊອກຫາເອກະສານ ຂໍ້ມູນ. ການຈົດບັນທຶກ ຢ່າງລະມັດລະວັງ ໃນປຶ້ມບັນທຶກຫຼາຍກວ່າ 10 ເຫຼັ້ມ ທີ່ໄດ້ກາຍເປັນ ແຫຼ່ງເອກະສານ ອັນລ້ຳຄ່າ ທີ່ຊ່ວຍໃຫ້ເພິ່ນຈຳລອງພາບຄືນໃໝ່ຢ່າງເປັນລະບົບ ກ່ຽວກັບການເດີນທາງປະຫວັດສາດ ຂອງ ຜືນແຜ່ນດິນ ຢາດິ້ງ - ໄຊງ່ອນ - ນະຄອນ ໂຮ່ຈີມິນ ຜ່ານໄລຍະເວລາຫຼາຍກວ່າ 3 ສະຕະວັດ.

ເຖິງວ່າຈະມີອາຍຸ 106 ປີແລ້ວ ກໍຕາມ, ແຕ່ນັກຄົ້ນຄວ້າ ຫງວຽນດິ່ງຕື ຍັງຄົງມີສະຕິສະຫຼາດຫຼັກແຫຼມ, ປະຕິບັດການຢ່າງຄ່ອງແຄ້ວ ຢູ່ເທິງຄອມພິວເຕີ. ພາບ: ທົງຫາຍ/VNP

 

ບໍ່ພຽງແຕ່ແມ່ນນັກຄົ້ນຄວ້າປະຫວັດສາດເທົ່ານັ້ນ, ເພິ່ນຍັງມີການປະກອບສ່ວນໂດຍກົງ ເຂົ້າໃນໂສມໜ້າດ້ານວັດທະນະທຳ ຂອງນະຄອນ ອີກດ້ວຍ. ໃນປີ 1996, ເມື່ອດຳລົງຕຳແໜ່ງເປັນກຳມະ ການປະຈຳ ຄະນະກຳມະການຕັ້ງຊື່ ແລະ ປ່ຽນຊື່ທາງ ຂອງ ນະ ຄອນ ໂຮ່ຈີມິນ, ເພິ່ນໄດ້ສະເໜີຕັ້ງຊື່ເສັ້ນທາງສອງສາຍ ທີ່ແລ່ນລຽບຕາມຄອງ ຍຽວລົກ - ທິແງ່ ເປັນ ຮວ່າງຊາ ແລະ ເຈື່ອງຊາ. ການຕັ້ງຊື່ເສັ້ນທາງສອງສາຍ ທີ່ມີຄວາມໝາຍພິເສດ ໄດ້ປະກອບ ສ່ວນນຳເອົາສານ ກ່ຽວກັບສິດອຳນາດອະທິປະໄຕ ໝູ່ເກາະທະເລ ຂອງ ຫວຽດນາມ ເຂົ້າມາປະກົດ ໃນພື້ນທີ່ຕົວເມືອງ ຂອງນະຄອນ.  

ດ້ວຍການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍ ໃຫ້ຂະແໜງປະຫວັດສາດ ຂອງ ປະເທດຊາດ, ໃນປີ 2017, ເພິ່ນໄດ້ຮັບຫຼຽນກາລະນຶກ “ເພື່ອພາລະກິດ ປະຫວັດສາດ ຫວຽດນາມ” ຈາກສະມາຄົມວິທະ ຍາສາດປະຫວັດສາດ ຫວຽດນາມ. ກ່ອນໜ້ານັ້ນ, ຜົນງານການຄົ້ນ ຄວ້າ “ວັດຈະນານຸກົມ ປະຫວັດສາດ ຊື່ສະຖານທ່ີ ການບໍລິຫານ ນາມໂບ້” ຂອງ ເພິ່ນ ກໍໄດ້ຮັບການຍົກຍ້ອງ ດ້ວຍລາງວັນ ຈາກສະ ມາຄົມ ການພິມຈຳໜ່າຍ ຫວຽດນາມ.

ນັກຄົ້ນຄວ້າ ຫງວຽນດິ່ງຕື ໄດ້ຮັບລາງວັນ A ໃນພິທີມອບລາງວັນປຶ້ມແຫ່ງຊາດ ຄັ້ງທີ 7 ປີ 2024. ພາບ: ເອກະສານ
 

ນັກຄົ້ນຄວ້າ ຫງວຽນດິ່ງຕື ຍາມໃດກໍກ່າວຢໍ້າ ກ່ຽວກັບຈິດໃຈການຮຽນຮູ້ຕະຫຼອດຊີວິດ. ທ່ານ ຕື ມີທັດສະນະວ່າ: “ຄວາມຮູ້ ແມ່ນໄດ້ຮັບການບຳລຸງສ້າງ ມາຈາກປຶ້ມຕຳລາ, ວຽກງານ ແລະ ຊີວິດການເປັນຢູ່. ຈິດໃຈດັ່ງກ່າວນີ້ເອງ ທີ່ໄດ້ຊ່ວຍໃຫ້ຂ້າພະເຈົ້າ ຮັກສາການອອກແຮງງານປະດິດສ້າງ ຫຼາຍກວ່າ 80 ປີ ເພື່ອສ້າງມູນມໍລະດົກ ດ້ວຍບັນດາກິດຈະການ ທີ່ມີຄຸນຄ່າ ໃຫ້ແກ່ຄົນຮຸ່ນຫຼັງ”.

 
 

ໃນການເດີນທາງ ແຫ່ງການຂະຫຍາຍຕົວ 50 ປີ ຂອງ ນະຄອນ ໂຮ່ຈີມິນ, ການມີສ່ວນຮ່ວມຢ່າງງຽບໆ ຂອງ ທ່ານ ຫງວຽນດິ່ງຕື ແມ່ນສ່ວນໜຶ່ງທີ່ສຳຄັນ ໃນການຮັກສາຄວາມຊົງຈຳ ຂອງ ຕົວເມືອງ, ອະນຸລັກຮັກສາ ຄວາມເລິກເຊິ່ງແຫ່ງປະຫວັດສາດ ແລະ ຢັ້ງຢືນເອກະລັກ ວັດທະນະທຳ ຂອງ ນະຄອນ ທີ່ເຄື່ອນໄຫວ, ເຊື່ອມໂຍງ ແລະ ກ້າວໄປຂ້າງໜ້າ ຢ່າງບໍ່ຢຸດຢັ້ງ.

ບົດ: ທົງຫາຍ - ພາບ: ທົງຫາຍ/VNP, ເອກະສານ


top