ສົ່ງເສີມການສຶກສາແບບມີສ່ວນຮ່ວມ ແລະ ທັກສະຄວາມເປັນ ຜູ້ນຳ ສໍາລັບຄົນພິການ ຫວຽດນາມ

ສົ່ງເສີມການສຶກສາແບບມີສ່ວນຮ່ວມ ແລະ ທັກສະຄວາມເປັນ ຜູ້ນຳ ສໍາລັບຄົນພິການ ຫວຽດນາມ

ວັນບຸນ “ສົ່ງເສີມການສຶກສາແບບມີສ່ວນຮ່ວມ ແລະ ທັກສະຄວາມ ເປັນຜູ້ນຳສຳລັບຄົນພິການ” ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທ່ີອາຄານ ສີຂຽວ ອົງການ ສະຫະປະຊາຊາດ, ເລກທີ 304 ບ້ານ ກິມມ໊າ, ເມືອງ ບາດິ່ງ, ຮ່າໂນ້ຍ. ນີ້ແມ່ນເຫດການທີ່ມີລັກສະນະ ມະນຸດສະທຳ ຢ່າງ ເລິກເຊິ່ງ ຈັດໂດຍ ກອງທຶນປະຊາກອນ ສະຫະປະຊາຊາດ ປະຈຳ ຫວຽດນາມ (UNFPA), ໂດຍມີເປົ້າໝາຍເພື່ອເຜີຍແຜ່ຄຸນຄ່າ ດ້ານ ການສຶກສາ ແລະ ການມີສ່ວນຮ່ວມ, ບໍ່ພຽງແຕ່ໃນ ຫວຽດນາມ ເທົ່າ ນັ້ນ, ແຕ່ຍັງ ໃນທົ່ວໂລກອີກດ້ວຍ.

“ສົ່ງເສີມການສຶກສາ ແບບມີສ່ວນຮ່ວມ ແລະ ທັກສະຄວາມເປັນຜູ້ນຳ ສຳລັບທຸກຄົນ” ນີ້ແມ່ນຂໍ້ຄວາມທີ່ມີຄວາມໝາຍ ທີ່ອົງການສະຫະ ປະຊາຊາດ ປະຈຳ ຫວຽດນາມ ຮ່ວມກັນເຜີຍແຜ່. 

ປັດຈຸບັນ, ຊຸມຊົນ ຄົນພິການ ກວມເອົາປະມານ 15% ຂອງປະຊາ ກອນ ທົ່ວໂລກ. ຢູ່ຫວຽດນາມ, ຕົວເລກນີ້ ທຽບເທົ່າເກືອບ 7% ຂອງ ປະຊາກອນ, ຄືເກືອບ 7 ລ້ານຄົນ. ທຸກໆ ວັນ, ພວກເຂົາ ຕ້ອງປະເຊີນ ກັບສິ່ງທ້າທາຍ ຫຼາຍຢ່າງໃນການຮຽນຮູ້, ການອອກແຮງງານ ແລະ ຊີວິດສັງຄົມ. ເຖິງຢ່າງໃດກໍ່ຕາມ, ເອົາຊະນະທຸກຄວາມ ຫຍຸ້ງຍາກ ແລະ ອະຄະຕິ, ຄົນພິການ ໄດ້ມີຄວາມພະຍາຍາມ ທີ່ຈະ ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ, ນຳເອົາແນວຄວາມຄິດທີ່ກ້າວໜ້າ ແລະ ການປະກອບ ສ່ວນ ທີ່ມີຄຸນຄ່າໃຫ້ແກ່ຊຸມຊົນ.

ເພື່ອນມິດສາກົນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຊຸມຊົນຄົນພິການ ຫວຽດນາມ ດ້ວຍອ້ອມແຂນ ແລະ ຮອຍຍິ້ມ. 

ໃນວັນບຸນດັ່ງກ່າວ, ສາທາລະນະຊົນ ບໍ່ພຽງແຕ່ເປັນໂອກາດໄດ້ຍົກສູງ ຄວາມຮັບຮູ້ກ່ຽວກັບການສຶກສາ ແບບມີສ່ວນຮ່ວມເທົ່ານັ້ນ, ແຕ່ຍັງ ໄດ້ຮັບຟັງເລື່ອງລາວ ຈາກຄົນພິການ ທີ່ໄດ້ແບ່ງປັນກ່ຽວກັບບົດບາດ ການນຳພາໃນຂົງເຂດຕ່າງໆ ເຊັ່ນ: ທຸລະກິດ, ອາສາສະໝັກ ແລະ ສາທາລະນະສຸກ. ນີ້ແມ່ນໂອກາດ ທີ່ຈະໃຫ້ກຽດແກ່ຜົນສຳເລັດຂອງ ຊຸມຊົນຄົນພິການ, ຈຸດປະກາຍແຮງຈູງໃຈ ເພື່ອສົ່ງເສີມການມີສ່ວນ ຮ່ວມ ແລະ ການຮ່ວມເດີນທາງເພື່ອສັງຄົມ ທີ່ຍຸຕິທຳກວ່າ. ຢູ່ທີ່ອາ ຄານສີຂຽວ ຍັງມີພື້ນທີ່ສຳພັດປະສົບການທີ່ເປັນເອກະລັກ ດ້ວຍງານ ວາງສະແດງ Photovoice, ວາງສະແດງຮູບພາບ ທີ່ບັນທຶກຄວາມ ພະ ຍາຍາມໃນການດຳລົງຊີວິດ ແລະ ການມີສ່ວນຮ່ວມຂອງ ຄົນພິການ.

ທ່ານນາງ Pauline Tamesis, ຜູ້ປະສານງານ ສະຫະປະຊາຊາດ ປະ ຈຳ ຫວຽດນາມ ໄດ້ກ່າວວ່າ: “ສະຫະປະຊາຊາດ ປະຈຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະເຊື່ອມໂຍງສິດທິຂອງ ຄົນພິການເຂົ້າໃນ ທຸກ ວຽກງານຢ່າງເປັນລະບົບ. ພວກ​ເຮົາ​ພ້ອມ ກັນສ້າງ​ໂລກ​ທີ່​ໃຫ້​ກຽດ​ແກ່​ຄວາມ​ຫຼາກ​ຫຼາຍ ​ແລະ ​ຄຸນຄ່າ​ຂອງ​ແຕ່​ລະ​ບຸກຄົນ”. 

 


ທ່ານ Matt Jackson, ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສະຫະ ປະຊາຊາດ ກໍ່ໄດ້ຮຽກຮ້ອງໃຫ້ມີການດໍາເນີນການ: “ການນຳພາເລີ່ມ ຕົ້ນ ຈາກການມີສ່ວນຮ່ວມ. ຈົ່ງມອບສິດໃຫ້ແກ່ຄົນພິການ, ຟັງສຽງ ຂອງ ພວກເຂົາ ແລະ ຮັບຮອງບົດບາດ ຂອງ ພວກເຂົາໃນການກຳ ນົດອະນາຄົດ. ຈົ່ງສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເອົາ ຊະນະ ທຸກສິ່ງທ້າທາຍຮ່ວມກັນ ເພື່ອສ້າງໂລກທີ່ເຂັ້ມແຂງຂຶ້ນ”.


ວັນບຸນດັ່ງກ່າວ ໄດ້ຍ້ອງຍໍບຸກຄົນ ທີ່ໂດດເດັ່ນໃນ ຊຸມຊົນຄົນ ພິການ, ເຊັ່ນ ທ່ານນາງ ຫງວຽນທຸ່ຍຈີ, ຮອງຜູ້ອຳນວຍການ ວິສາຫະກິດ ຈ້າມ ວ່າວແຊງ ໄດ້ແບ່ງປັນວ່າ: “ສິ່ງທີ່ຂ້າພະເຈົ້າພາກພູມໃຈທີ່ສຸດ ແມ່ນ ຜະລິດຕະພັນ ທີ່ພວກເຮົາຜະລິດຄືນໃໝ່ຈາກຜ້າເຊັ່ນ: ສາຍມັດຜົມ, ພວງກະແຈ ຫຼື ຂອງທີ່ລະນຶກ, ໄດ້ຮັບການຕອບຮັບຈາກຜູ້ບໍລິ ໂພກ ຍ້ອນຄຸນນະພາບ, ບໍ່ແມ່ນຍ້ອນຄວາມສົງສານ”. ປັດຈຸບັນ, ວິສາ ຫະ ກິດ ແຫ່ງນີ້ ໄດ້ສ້າງວຽກເຮັດງານທຳໃຫ້ແກ່ແຮງງານພິການກວ່າ 40 ຄົນ ແລະ ຮັກສາປະລິມານການສັ່ງຊື້ທີ່ໝັ້ນຄົງ. ທ່ານນາງ ຫງວຽນ ແຮ້ງເງິນ, ນັກວິຊາການ ກວດວິເຄາະ ຢູ່ໂຮງໝໍ Medlatec, ໄດ້ເອົາ ຊະນະຄວາມສົງໄສໃນເບື້ອງຕົ້ນ ກ່ຽວກັບຄວາມສາມາດ ຂອງ ຕົນ ເອງ. ນາງ ເງິນ ມີສຽງເວົ້າທ່ີບໍ່ຂອດ ຍ້ອນລີ້ນສັ້ນ, ນາງ ໄດ້ແບ່ງປັນ ວ່າ: “ຂ້າພະເຈົ້າມີຄວາມອົດທົນຢ່າງສູງສະເໝີ ໃນການເຂົ້າຮ່ວມ ແລະ ພິສູດຄວາມສາມາດ ຜ່ານການເຮັດວຽກໃນແຕ່ລະວັນ”. ປັດຈຸ ບັນ, ນາງ ເງິນ ໄດ້ ເຮັດວຽກກັບໂຮງໝໍດັ່ງກ່າວ ເປັນເວລາກວ່າ 3 ປີ ແລະ ເປັນສິ່ງພິສູດ ເຖິງຄວາມຕັ້ງໃຈ ຂອງ ນາງ ທ່ີຈະປະສົບ ຄວາມ ສໍາເລັດ.

ບັນດາເພື່ອນຊາວໜຸ່ມ ປາກກືກ ຫູໜວກ ໄດ້ສົນທະນາກັນຢ່າງ ມ່ວນຊື່ນ.
ຊຸມຊົນຄົນປາກກືກ ຫູໜວກ ໄດ້ຮ່ວມກັນສະແດງຄວາມໝາຍ ຂອງ ການແບ່ງປັນ ຜ່ານພາສາມື. 

ໃນບໍລິເວນ ຂອງ ອາຄານສີຂຽວ ຍັງມີການວາງສະແດງ ຜະລິດຕະ ພັນ ຫັດຖະກໍາຈຳນວນໜຶ່ງ ຂອງຄົນພິການທີ່ມາຈາກວິສາຫະກິດ ຈ້າມ ວ່າວແຊງ ແລະ ສະມາຄົມຄົນຫູໜວກ ຫວຽດນາມ, ເຊິ່ງໄດ້ຮັບ ຄວາມ ສົນໃຈຈາກຜູ້ເຂົ້າຊົມ.

ຄຽງຄູ່ກັນນັ້ນ, ການສະແດງສິລະປະ ຂອງ ຄົນພິການ ເຊັ່ນ: ການສະ ແດງຂອງທ້າວ ຫງວຽນດຶກທ້ຽນ (ສະຖາບັນດົນຕີແຫ່ງຊາດ), ນາງ ຫງວຽນຖາວດານ (ສະຖາບັນຊາວໜຸ່ມຫວຽດນາມ) ແລະ ທ່ານນາງ ເບທິບັງ (ຄະນະກໍາມະການສະມາຄົມຊາວໜຸ່ມພິການ ຫວຽດນາມ) ໄດ້ ນຳເອົາຄວາມຮູ້ສຶກພິເສດ ຫຼາຍຢ່າງມາໃຫ້ແກ່ຜູ້ຊົມ.

 


ເຫດການດັ່ງກ່າວ ໄດ້ສິ້ນສຸດລົງດ້ວຍຂໍ້ຄວາມທີ່ມີຄວາມໝາຍ ວ່າ: ພວກເຮົາຮ່ວມແຮງຮ່ວມໃຈກັນ ສ້າງຊຸມຊົນທີ່ບໍ່ມີອຸປະສັກ, ບ່ອນ ທີ່ ທຸກຄົນ, ບໍ່ວ່າຢູ່ໃນສະພາບການ ຫຼື ຄວາມສາມາດຈະເປັນແນວໃດກໍ່ ລ້ວນແຕ່ມີໂອກາດ ທີ່ຈະພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່.

ບົດ: ບິກເວິນ/VNP - ພາບ: ເອກະສານ - ແປໂດຍ: ຢືຟຽນ


top