“ສີສັນມໍລະດົກ” ຊົນເຜົ່າ ມົ້ງຢູ່ ຮ່າໂນ້ຍ
ຈາກໝູ່ບ້ານ ເຮັດອາຊີບຫັດຖະກໍາພື້ນເມືອງຄື ຕໍ່າຫູກ ແລະ ຍ້ອມສີຄາມ ຂອງຊາວເຜົ່າ ມົ້ງ ຢູ່ເມືອງ ໝູ່ກາງຈ໊າຍ (ແຂວງ ອຽນບ໋າຍ) ໄດ້ ຖືກນໍາມາສະເໜີ ໃຫ້ແກ່ນັກທ່ອງທ່ຽວຢູ່ ຮ່າໂນ້ຍ ໃນການເຄື່ອນໄຫວ ຜ່ານປະສົບການຕົວຈິງ ທີ່ໃສ່ຊື່: “ຮັກສາ ສີສັນມໍລະດົກ” ທີ່ຈັດຂຶ້ນ ໂດຍ ພິພິທະພັນ ແມ່ຍິງ ຫວຽດນາມ.
ທ່ານນາງ ເລເກີ໊ມຍຸງ, ຫົວໜ້າ ຫ້ອງການສື່ສານ ການຕ່າງປະເທດ ຂອງ ພິພິທະພັນ ແມ່ຍິງ ຫວຽດນາມ ໄດ້ກ່າວວ່າ: “ພິພິທະພັນ ແມ່ຍິງ ຫວຽດນາມ ໄດ້ຈັດ ກິດຈະກໍາ ສຳຜັດຕົວຈິງ ວັດທະນະທໍາ ທີ່ມີຊື່ວ່າ “ຮັກສາສີສັນມໍລະດົກ” ເພື່ອເຜີຍແຜ່ຄວາມຮັກ ຕໍ່ຄຸນຄ່າ ດັ້ງເດີມ ແລະ ເຊີດຊູບົດບາດຂອງແມ່ຍິງ, ໂດຍສະເພາະແມ່ນ ແມ່ຍິງ ຊົນເຜົ່າສ່ວນ ໜ້ອຍ ໃນການອະນຸລັກຮັກສາ ອາຊີບ ຫັດຖະກໍາ ພື້ນເມືອງ. ພ້ອມກັນ ນັ້ນ, ກໍ່ຢາກຢືນຢັນ ບົດບາດ ຂອງ ພິພິທະພັນ ທີ່ບໍ່ພຽງແຕ່ ແນະນໍາ ຄຸນຄ່າ ວັດທະນະທໍາພື້ນເມືອງ ເທົ່ານັ້ນ, ແຕ່ຍັງເປັນພື້ນທີ່ ວັດທະນະທໍາ ການດຳລົງຊີິວິດ, ບ່ອນເອົາ ຊຸມຊົນເປັນໃຈກາງ ແລະ ມໍລະດົກ ຖືກ ຟື້ນຊີບຄືນໃໝ່ ຜ່ານການສຳຜັດຕົວຈິງ ທີ່ມີການພົວພັນ ແລກປ່ຽນ ເຊິ່ງກັນ ແລະ ກັນ, ໃກ້ຊິດ”.
ຈຸດພິເສດຂອງກິດຈະກໍານີ້ ແມ່ນການເຂົ້າຮ່ວມໂດຍກົງ ຂອງ ກຸ່ມ ແມ່ ຍິງຊາວເຜົ່າ ມົ້ງ ຈາກເມືອງ ໝູ່ກາງຈ໊າຍ (ແຂວງ ອຽນບ໋າຍ). ຜູ້ທີ່ກໍາລັງມຸ່ງໝັ້ນຮັກສາ ອາຊີບຫັດຖະກໍາພື້ນເມືອງ ໃນຊຸດ ແຕ່ງກາຍ ທີ່ເປັນເອກະລັກ ປະຈໍາວັນ ຂອງ ຊົນເຜົ່າ ມົ້ງ. ຜ່ານການເຊື່ອມຕໍ່ ຂອງ ອາສາສະໝັກຊາວ ຍີ່ປຸ່ນ ຜູ້ທີ່ເຮັດວຽກ ຢູ່ພິພິທະພັນ ແມ່ຍິງ ຫວຽດນາມ, ກຸ່ມ ແມ່ຍິງເຫຼົ່ານີ້ ໄດ້ລົງມາ ຮ່າໂນ້ຍ ເພື່ອແນະນໍາໃຫ້ ນັກທ່ອງທ່ຽວ ວິທີແຕ້ມ ດ້ວຍຂີ້ເຜີ້ງ ແລະ ຍ້ອມຄາມ, ເຊິ່ງເປັນສອງເຕັກນິກ ຫັດຖະກໍາ ພື້ນເມືອງ ທີ່ສ້າງ ຄວາມງາມ ທີ່ເປັນເອກະລັກ ໃນຊຸດແຕ່ງກາຍ ຂອງ ຊົນເຜົ່າ ມົ້ງ.
ທ່ານນາງ ຫຼີທິນິງ, ຕົວແທນກຸ່ມແມ່ຍິງເຜົ່າ ມົ້ງ ໄດ້ກ່າວວ່າ: “ນີ້ແມ່ນຄັ້ງທີສາມແລ້ວ ທີ່ພວກຂ້າພະເຈົ້າ ໄດ້ຖືກເຊື້ອເຊີນໃຫ້ມາ ຮ່າໂນ້ຍ ເພື່ອແບ່ງປັນເຕັກນິກພື້ນເມືອງ. ແຕ່ລະຄັ້ງ, ຂ້າພະເຈົ້າ ຍິ່ງຮູ້ສຶກພາກພູມໃຈຫຼາຍຂຶ້ນ ເພາະມີຄົນຮູ້ຈັກເຖິງ ອາຊີບ ພື້ນເມືອງ ຂອງ ຊົນເຜົ່າ ຂອງ ພວກຂ້າພະເຈົ້າຫຼາຍຂຶ້ນ ແລະ ມີແຮງຈູງໃຈ ຕື່ມອີກ ເພື່ອ ຕົນ ເອງຮັກສາ ແລະ ຖ່າຍທອດໃຫ້ແກ່ ລູກຫຼານ”.
ໃນກິດຈະກໍາຜ່ານປະສົບການດັ່ງກ່າວ, ບໍ່ພຽງແຕ່ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງນັບທັງ ນັກທ່ອງທ່ຽວ ຕ່າງປະເທດ, ໂດຍສະເພາະ ແມ່ນ ຊາວ ຍີ່ປຸ່ນ, ຕ່າງສະແດງ ຄວາມສົນໃຈຢ່າງຍິ່ງ ເມື່ອໄດ້ຈັບ ເຄື່ອງມື ແຕ້ມ ດ້ວຍມືຕົນເອງ ແລະ ໄດ້ຟັງເລື່ອງລາວ ກ່ຽວກັບ ລວດລາຍ ແຕ່ ລະອັນ ທີ່ຕິດພັນກັບຊີວິດຈິດໃຈ ແລະ ຮີດຄອງ ປະເພນີ ຊົນເຜົ່າ ມົ້ງ. ຫຼັງຈາກ ແຕ້ມຂີ້ເຜີ້ງໃສ່ຜ້າ, ພວກເຂົາ ໄດ້ ຮັບການ ແນະນໍາວິທີ ຍ້ອມສີຄາມ, ເຊິ່ງເປັນຂັ້ນຕອນທີ່ຂາດບໍ່ໄດ້ ເພື່ອສຳເລັດຊຸດເຄື່ອງ ແຕ່ງກາຍ ພື້ນເມືອງ.
ທ່ານ Hizume Shots, ຊາຍໜຸ່ມຊາວ ຍີ່ປຸ່ນ ທີ່ເຂົ້າຮ່ວມໂຄງການ ໄດ້ ກ່າວດ້ວຍຄວາມຮູ້ສຶກວ່າ: “ຂ້າພະເຈົ້າ ເຄີຍອ່ານຫຼາຍ ກ່ຽວກັບ ວັດທະນະທໍາ ຫວຽດນາມ, ແຕ່ມື້ນີ້ ເປັນຄັ້ງທໍາອິດ ຂ້າພະເຈົ້າ ໄດ້ເຂົ້າໃຈຢ່າງ ເລິກເຊິ່ງ ກ່ຽວກັບກຸ່ມຄົນສະເພາະໃດໜຶ່ງ. ການໄດ້ ລົງມືເຮັດດ້ວຍຕົນ ເອງ ແລະ ຮັບຟັງເລື່ອງລາວຕ່າງໆ ໄດ້ເຮັດໃຫ້ ຂ້າພະເຈົ້າ ຢາກໄປ ເມືອງ ໝູ່ກາງຈ໊າຍ ເພື່ອເຂົ້າໃຈ ວັດທະນະທໍາ ແລະ ຜູ້ຄົນຢູ່ທ່ີນີ້ ໄດ້ຫຼາຍຂຶ້ນ”.
ປະສົບການຕົວຈິງ ທີ່ “ຮັກສາມໍລະດົກສີສັນ” ບໍ່ພຽງແຕ່ເປັນ ກິດຈະກໍາ ຜ່ານປະສົບການຕົວຈິງ ກ່ຽວກັບຜະລິດຕະພັນ ຫັດຖະກໍາ ທໍາມະດາ ເທົ່ານັ້ນ, ແຕ່ຍັງເປັນການເດີນທາງ ເຊື່ອມຕໍ່ ລະຫວ່າງອະດີດ ແລະ ປັດຈຸບັນ, ລະຫວ່າງໝູບ້ານ ແລະ ຕົວເມືອງ. ນັ້ນແມ່ນ ວິທີທີ່ ພິພິທະ ພັນແມ່ຍິງ ຫວຽດນາມ ຢືນຢັນ ບົດບາດຂອງຕົນ ຄືດັ່ງ ອົງການຈັດຕັ້ງ ນຳໜ້າ ໃນການອະນຸລັກ ຮັກສາ ວັດທະນະທໍາ ທີ່ຕິດພັນກັບການພັດທະນາຊຸມຊົນ, ໂດຍສະເພາະ ແມ່ຍິງ ແລະ ກຸ່ມຄົນດ້ອຍໂອກາດ. ເໜືອກວ່າ ສິ່ງອື່ນໃດ, ກິດຈະກໍານີ້ ເປີດປະຕູ ໃຫ້ຫຼາຍຄົນ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບຄຸນຄ່າ ຂອງ ມໍລະດົກ ທີ່ຍັງມີຊີວິດ, ຈາກນັ້ນ ຮ່ວມກັນ ປົກປ້ອງ, ຮັກສາ ແລະ ພັດທະນາ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ