ສີສັນ ງານບຸນ ກາເຕ
ຫວ່າງມໍ່ໆ ມານີ້, ຊາວເຜົ່າ ຈຳ ຢູ່ທ້ອງຖິ່ນຕ່າງໆ ຂອງ ແຂວງ ບິ່ງຖ້ວນ ແລະ ນິງຖ້ວນ ໄດ້ຈັດງານບຸນ ກາເຕ ທ່າມກາງບັນຍາກາດ ເບີກບານມ່ວນຊື່ນ ກັບຫຼາຍພິທີ, ງານບຸນ ປະເພນີ ທີ່ເປັນເອກະລັກ ຂອງ ຊຸມຊົນ. ງານບຸນ ກາເຕ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການ ທາງສາສະໜາ ຂອງຊາວເຜົ່າ ຈຳ ເທົ່ານັ້ນ, ແຕ່ຍັງກາຍເປັນ ຄວາມງາມດ້ານວັດທະນະທຳ, ເປັນເຫດການທ່ອງທ່ຽວ ທີ່ເປັນເອກະລັກ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມ, ຄົ້ນພົບ ຄວາມງາມ ວັດທະນະທຳທ້ອງຖິ່ນອີກດ້ວຍ.
ກາເຕ ແມ່ນງານບຸນໃຫຍ່ ແຫ່ງປີ ຂອງຊາວເຜົ່າ ຈຳ ທ່ີນັບຖື ສາສະໜາພາມ ຊຶ່ງໄດ້ຈັດຂຶ້ນ ໃນຕົ້ນເດືອນ ກໍລະກົດ ຕາມ ປະຕິທິນ ຂອງຊາວເຜົ່າ ຈຳ (ກົງກັບເດືອນ ຕຸລາ). ປີນີ້, ງານບຸນ ກາເຕ ຖືກຈັດຂຶ້ນ ຢູ່ໃນເຂດບູຮານສະຖານຫໍ ໂປ ຊາ ອີນື (ບ້ານ ຝູ໋ຫາຍ, ນະຄອນ ຟານຖ໋ຽດ). ມີຊາວເຜົ່າ ຈຳ ເປັນຈຳນວນ ຫຼວງຫຼາຍ ທີ່ອາໄສ ຢູ່ ແຂວງ ບິ່ງຖ້ວນ, ນິງຖ້ວນ ໄດ້ເຂົ້າຮ່ວມ ງານບຸນ ກໍຄືນັກທ່ອງທ່ຽວ ທັງຢູ່ ໃກ້ ແລະ ໄກ ເປັນຈໍານວນຫຼາຍ ໄດ້ມາຍັງພື້ນທີ່ ຫໍ ໂປ ຊາ ອີນື ເພື່ອການ ຢ້ຽມຢາມ ແລະ ເຂົ້າຮ່ວມ ການມ່ວນຊື່ນ ກັບປະຊາຊົນເຜົ່າ ຈຳ ໃນເຫດການງານບຸນ ທີ່ສັກສິດນີ້.
ປ້າ ທົງທິໄຍ໊ (ອາຍຸ 71 ປີ, ຢູ່ເທດສະບານ ມາເລີມ, ເມືອງ ຮ່າມຖ້ວນບັກ) ໃຫ້ຮູ້ວ່າ: ປີໃດກໍເໝືອນກັນ, ເມື່ອເຖິງໂອກາດ ງານບຸນ ກາເຕ, ປ້າ ພ້ອມດ້ວຍຍາດຕິພີ່ນ້ອງ ແລະ ເພື່ອນມິດ ໃນບ້ານ ກໍມາຍັງເຂດຫໍນີ້ເພື່ອເຂົ້າຮ່ວມງານບຸນ ທີ່ແກ່ຍາວ ຕະຫຼອດສອງມື້. ໃຕ້ຮົ່ມເຢັນທີ່ຕີນຫໍ ໂປຊາ ອີນື, ປ້າ ໄຍ໊ ພ້ອມກັບ ໝູ່ເພື່ອນໄດ້ຈັດຕັ້ງການປຸງແຕ່ງເຂົ້າໜົມພື້ນເມືອງ ຫຼາຍຊະນິດ ເຊັ່ນ: ເຂົ້າໜົມຖົ່ວຂຽວ, ເຂົ້າໜົມແຕັດ, ເຂົ້າໜົມຂີງ, ເຂົ້າໜົມ ມັນຕົ້ນ ແລະ ອື່ນໆ ເພື່ອນຳໄປຖວາຍຢູ່ ຫໍວິຫານ. ຮູບພາບຊາວເຜົ່າ ຈຳ ໃນຊຸດອາພອນພື້ນເມືອງ, ເທິງຫົວຖືພາຖາດ ເຄື່ອງສັງຄະທານຍ່າງຂຶ້ນເຂດຫໍ ໂປ ຊາ ອີນື ຈາກຕີນພູ ໄດ້ກາຍເປັນທີ່ຄຸ້ນເຄີຍ
ທໍາພິທີ ເປີດປະຕູຫໍ ໂປ ຊາ ອີນື ກ່ອນນໍາເສື້ອຜ້າອາພອນ ຂອງ ເທບທິດາ ເຂົ້າໄປພາຍໃນ. ພາບ: ຫື້ວແທ່ງ

ໃນສອງມື້ຂອງງານບຸນ, ມີຫຼາຍພິທີ ທີ່ເປັນເອກະລັກ ໄດ້ດຳເນີນໄປ ຢູ່ເຂດຫໍ ໂປຊາ ອີນື ເຊ່ັນ: ພິທີ ເປີດປະຕູຫໍ, ໄຫວ້ບູຊາ, ພິທີ ແຫ່ກ້ຽວຊຸດ ເທບທິດາ ໂປ ຊາ ອີນື, ອາບນ້ຳແທ່ນບູຊາ Linga-Yoni (ສັນຍາລັກ ອາໄວຍະເພດຂອງ ຜູ້ຊາຍ-ຜູ້ຍິງ), ນຸ່ງຊຸດອາ ພອນ, ໄຫວ້ບູຊາ ກາເຕ ຢູ່ຕໍ່ໜ້າຫໍຫຼັກ... ດ້ວຍຄວາມໝາຍທີ່ສັກ ສິດ ຄື ຂອບໃຈພະເຈົ້າ ທີ່ໄດ້ຊ່ວຍໃຫ້ ຝົນຟ້າອາກາດເອື້ອອໍານວຍ, ການເກັບກ່ຽວໄດ້ຮັບຜົນດີ, ເພື່ອລະນຶກເຖິງ ວິລະຊົນຜູ້ເສຍສະ ຫຼະຊີວິດເພື່ອຊາດ, ບັນພະບຸລຸດ. ຊາວເຜົ່າ ຈຳ ມາຍັງຫໍເພື່ອທຳພິທີ ພາວະນາ ຂໍຮ້ອງ ໃຫ້ມີສຸຂະພາບແຂງແຮງ, ຢູ່ຢ່າງສະຫງົບສຸກ, ຄອບຄົວ ໄດ້ຮັບອຸປະຖຳຄໍ້າຊູ ຈາກບັນພະບຸລຸດ ແລະ ເທວະດາ ຟ້າແຖນ, ລູກຫຼານທຳມາຫາກິນມີໂຊກມີລາບ.
ບົດ: ເຊີນເຫງ້ຍ - ພາບ: ຫງວຽນຖັັ໋ງ, ຫື້ວແທ່ງ, ຮວ່າງຮ່າ, ເລມິງ - ແປໂດຍ: ບິກລຽນ