ສິ່ງຍອດຍິ່ງເຝີ ຫວຽດ
ງານມະໂຫລານ ເຝີ 2025 ຊຶ່ງຈັດຂຶ້ນຢູ່ພະລາດຊະວັງ ທັງລອງ (ຮ່າໂນ້ຍ) ບໍ່ພຽງແຕ່ ເປັນເຫດການ ອາຫານການກິນ ທໍາມະດາເທົ່ານັ້ນ, ແຕ່ຍັງເປັນ ກິດຈະກໍາ ວັດທະນະທໍາ ທີ່ມີຄວາມໝາຍ, ປະກອບສ່ວນ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າດັ້ງເດີມ, ພ້ອມທັງ ເປີດ ທິດທາງໃໝ່ ໃນການໂຄສະນາ ເຝີ ຫວຽດນາມໃນຍຸກດີຈີຕອນ.
ມີຮ້ານຄ້າ ກວ່າ 50 ຮ້ານ ຈາກບັນດາວິສາຫະກິດ ແລະ ຍີ່ຫໍ້ ເຝີ ທີ່ມີຊື່ສຽງ ໃນພາກເໜືອ, ພາກກາງ ແລະ ພາກໃຕ້ ຂອງ ຫວຽດນາມ ໄດ້ມາເຕົ້າໂຮມກັນ, ເພື່ອນໍາສະເໜີ ພາບອາຫານການກິນ ທີ່ມີສີສັນຫຼາກຫຼາຍ ແລະ ເຕັມໄປດ້ວຍ ຄວາມເອກະລັກສະເພາະ. ນັກທ່ອງທ່ຽວມີໂອກາດ ໄດ້ສຳຜັດ ກັບຄວາມແຕກຕ່າງ ທີ່ລະອຽດອ່ອນ ໃນແຕ່ລະຖ້ວຍ ເຝີ, ຈາກລົດຊາດພິເສດ ຂອງ ເຂດພູຜາປ່າໄມ້ ຕາເວັນຕົກສ່ຽງເໜືອ, ຄວາມບໍລິສຸດ ຂອງ ເຝີ ນາມດິ້ງ, ຄວາມປານີດ ຂອງເຝີ ຮ່າໂນ້ຍ, ຈົນເຖິງ ຄວາມສະຫວາດສະເຫວີຍ ຂອງຮູບແບບເຝີ ພາກກາງ, ພາກໃຕ້ ແລະ ນັບທັງ ການປັບປ່ຽນ ທີ່ສະແດງອອກເຖິງກິ່ນອາຍ ສາກົນ ອີກດ້ວຍ.
ໂດຍສະເພາະ, ງານມະໂຫລານ ຄັ້ງນີ້ ໄດ້ເຕົ້າໂຮມ ບັນດາຮ້ານເຝີ ທ່ີມີຊື່ສຽງ ຂອງ ຮ່າໂນ້ຍ, ບັນດາຍີ່ຫໍ້ ທີ່ຝັງເລິກ ຢູ່ໃນຈິດໃຈ ຂອງຄົນ ຮ່າໂນ້ຍ ຫຼາຍລຸ້ນຄົນ ແລະ ນັກທ່ອງທ່ຽວ. ບັນດາສິລະປິນ ບໍ່ພຽງແຕ່ປຸງແຕ່ງ ໂດຍກົງເທົ່ານັ້ນ, ແຕ່ຍັງໄດ້ສະແດງ ຂັ້ນຕອນ ການປຸງແຕ່ງເຝີ ແລະ ເຮັດ ເຂົ້າໜົມຄູ່, ຕັ້ງແຕ່ການເລືອກ ວັດຖຸດິບ ທີ່ສົດໃໝ່, ການເຮັດເສັ້ນເຝີ ທີ່ອ່ອນນຸ້ມ ຢ່າງລະມັດລະວັງ, ຈົນເຖິງ ເຄັດລັບ ໃນການຕົ້ມນໍ້າເຝີ ທີ່ແຊບ…
ຈຸດເດັ່ນພິເສດ ຂອງງານມະໂຫລານເຝີ ຮ່າໂນ້ຍ 2025 ແມ່ນການ ບຸກເບີກ ນໍາໃຊ້ເຕັກໂນໂລຊີ ປັນຍາປະດິດ (AI) ດ້ວຍ Chatbot. ຖືກຈັດວາງ ຢູ່ຮ້ານ ຊອກຫາຂໍ້ມູນ ເພື່ອຊ່ວຍເຫຼືອ ນັກທ່ອງທ່ຽວ ໃນການສອບຖາມຂໍ້ມູນ ກ່ຽວກັບຮ້ານຄ້າຕ່າງໆ, ຊອກຫາເມນູ ເຝີທີ່ເໝາະສົມກັບຄວາມມັກ, ເຮັດໃຫ້ດີທີສຸດ ຂັ້ນຕອນການຈັດຕັ້ງ ແລະ ໂຄສະ ນາ ງານມະໂຫລານ ຢ່າງມີປະສິດທິຜົນ. ນີ້ແມ່ນຄັ້ງທຳອິດ ທີ່ເຕັກໂນໂລຊີ AI ຖືກນໍາໃຊ້ ຢ່າງເປັນລະບົບ ໃນງານມະໂຫລານ ອາຫານການກິນ ຢູ່ ຫວຽດນາມ, ເຊິ່ງສະແດງໃຫ້ເຫັນເຖິງການປ່ຽນແປງໃໝ່ ແລະ ການປັບຕົວເຂົ້າກັບຍຸກດີຈີຕອນ.
ບົດ ແລະ ພາບໂດຍ: ແທງຢາງ - ແປໂດຍ: ບິກລຽນ