ສານທີ່ແຂງແຮງ ກ່ຽວກັບ ຫວຽດນາມ ທີ່ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ

ສານທີ່ແຂງແຮງ ກ່ຽວກັບ ຫວຽດນາມ ທີ່ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ

 


ການເດີນທາງປະຕິບັດງານ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢູ່ ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ພິເສດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນ ອາຊຽນ - ສ ອາເມລິກາ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ອາເມລິກາ ແລະ ສະຫະປະຊາຊາດ (ສປຊ) ໄດ້ສົ່ງສານ ທີ່ແຂງແຮງ ກ່ຽວກັບປະເທດ ຫວຽດນາມ ທີ່ມີຄວາມ ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ. 

 

ຕອນ​ບ່າຍ​ວັນ​ທີ 13 ພຶດສະພາ (ຕາມ​ເວລາ​ທ້ອງ​ຖິ່ນ), ຢູ່​ນະຄອນຫຼວງ ​ວໍ​ຊິງ​ຕັນ ດີ​ຊີ (ອາ​ເມ​ລິ​ກາ), ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ໋ງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ພິເສດ ອາ​ຊຽນ - ສ ອາ​ເມ​ລິ​ກາ. ພາບ: ເຢືອງຢາງ/VNA

 

 

 

 

 

 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິ໋ງ ກ່າວ​ຄຳ​ເຫັນ​ ກ່ຽວກັບ ນະ​ໂຍ​ບາຍ​ຂອງ ​ຫວຽດ​ນາມ ຢູ່​ສະ​ຖາ​ບັນຄົ້ນຄວ້າ​ຍຸດ​ທະ​ສາດ ສ ອາ​ເມ​ລິ​ກາ (CSIS).          ພາບ: ເຢືອງຢາງ/VNA
 

 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິ໋ງ ແລະ ບັນ​ດາ​ຜູ້​ແທນ ໃນພິທີຕິດປ້າຍໃຫ້​ສຳ​ນັກ​ງານ​ໃຫຍ່​ແຫ່ງ​ໃໝ່​ ຂອງ​ສະ​ຖານ​ທູດ​ ຫວຽດ​ນາມ ປະ​ຈຳ ສ ອາ​ເມ​ລິ​ກາ. ພາບ: ເຢືອງຢາງ/VNA
 

 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິ໋ງ ໄດ້​ມາ​ຢ້ຽມ​ຢາມ​ຕະຫຼາດ​ຫຼັກ​ຊັບ ​ນິວຢອກ (NYSE) ແລະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະມົນກັບ​ ຜູ້ອຳນວຍການດ້ານບໍລິຫານາ​ບໍ​ລິ​ຫານ (CEO) ຂອງກຸ່ມບໍລິສັດ, ກອງທຶນລົງທຶນແຖວໜ້າ ຈຳນວນໜຶ່ງ ທີ່ກຳລັງລົງຊື່​ຢູ່ NYSE. ໃນ​​ພາບ: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ກົດ​ປຸ່ມ​ກະດິງ ແລະ ​ເຄາະ​ຄ້ອນ ​ເພື່ອ​ສິ້ນ​ສຸດ​ການພົວພັນຊື້ຂາຍວາລະສຸດທ້າຍ. ພາບ: ເຢືອງຢາງ/VNA
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິ໋ງ ໄດ້​ມີ​ການ​ພົບ​ປະ​ກັບຕົວແທນພໍ່ແມ່​ຊາວ​ ຫວຽດ​ນາມ​ອາໄສຢູ່​ຕ່າງ​ປະ​ເທດ ຜູ້​ມີການ​ປະ​ກອບ​ສ່ວນ​ໃຫ້​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ໄລ​ຍະ​ ໂຄ​ວິດ-19, ພ້ອມກັບນັກ​ສຶກ​ສາ ຫວຽດນາມ ​ຈຳ​ນວນ​ໜຶ່ງ ທີ່ກຳລັງຮຽນຢູ່ ສ ອາເມລິກາ. ພາບ: ເຢືອງຢາງ/VNA

ທ່ານນາຍົກລັດຖະມົນຕີ ຟ້າ​ມມິ​ງຈິ໋ງ ໃຫ້ການຕ້ອນຮັບທ່ານ Abdulla Shahid, ປະທານສະມັດຊາໃຫຍ່ ສປຊ. ພາບ: ເຢືອງຢາງ/VNA

 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈິ໋ງ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Amina J. Mohamed, ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ. ພາບ: ເຢືອງຢາງ/VNA

 

 
  • ບົດ: VNP - ພາບ: VNA - ເຕັກນິກກະຣາຟິກ: ຈາງຍູງ-ແປໂດຍ: ບິກລຽນ

 


top