ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ວັດ ຊຽມກ໋ານ

ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ວັດ ຊຽມກ໋ານ

ບາກລຽວ ບໍ່ພຽງແຕ່ເປັນບໍ່ເກີດ ຂອງ ສິລະປະ ການຂັບ “ເດີ່ນກາ ຕ່າຍຕື໋” ຢູ່ພາກໃຕ້  ຫວຽດນາມ ເທົ່ານັ້ນ,  ແຕ່ຍັງມີຮ່ອງຮອຍປະ ຫວັດສາດ, ວັດທະນະທຳ, ສະຖາປັດຕະຍະກຳ, ຄວາມເຊື່ອຖື ແລະ ງານບຸນປະເພນີ ຂອງ ຊາວ ຫວຽດ-ຈີນ-ຂະແມ, ໃນນັ້ນຕ້ອງ ເວົ້າ ເຖິງວັດ ຊຽມກ໋ານ ຊຶ່ງເປັນໜຶ່ງໃນບັນດາ ວັດ ຂະແມ ທີ່ໃຫຍ່ໂຕ ແລະ ສວຍງາມທີສຸດ ໃນລະບົບວັດ ຂະແມ ຢູ່ພາກ ໃຕ້. ຄວາມສະ ຫງ່າ ເຄັ່ງຂຶມ ແລະ ສະຖາປັດຕະຍະກຳ ຂອງວັດ ຊຽມກ໋ານ ສ້າງ ຄວາມປະທັບໃຈ ທີ່ຍາກຈະຫຼົງລືມ ສຳລັບ ນັກທ່ອງທ່ຽວ ເມື່ອມາຍັງ ທີ່ນີ້ຢູ່ສະເໝີ. 

ເຂດຫໍທາດຂອງວັດ ຊຽມກ໋ານ. ພາບ: ຫງວຽນແທ່ງ/VNP

ຊຽມກ໋ານ ເປັນ​ວັດ ​ຂະ​ແມ​ ຕັ້ງ​ຢູ່​ຕາ​ແສງ ຫ​ວິ໊ງ​ແຈັກ​ດົງ, ນະຄອນ ບາກລຽວ (ແຂວງ ບາກ​ລຽວ) ໄດ້ຮັບການກໍ່ສ້າງ​ເມື່ອ​ປີ 1887, ມີ​ເນື້ອ​ທີ່​ປະ​ມານ 5 ເຮັກ​ຕາ, ໃນ​ເບື້ອງຕົ້ນ, ວັດ ຊຽມກ໋ານ ມີ​ຊື່​ເປັນ ພາສາ ຂະ​ແມ ​ວ່າ: ກອມ​ພິຊາໂກ ຊຶ່ງສະແດງເຖິງ ຄວາມຮອບຮູ້ຢ່າງ ເລິກເຊິ່ງ ຂອງ ພຸດທະປັນຍາ​. ​ຊື່ ຊຽມກ໋ານ ແມ່ນມາຈາກ ພາສາ ຈີນ (​​ພາສາ​ຈີນ ເຊື້ອສາຍ ຈ໋າວເຈົາ, ປະເທດຈີນ, ປັດຈຸ​ບັນພວມ​ອາ​ໄສ ເປັນຈຳນວນຫຼາຍ​ຢູ່​ ບາກ​ລຽວ) ​ເຊິ່ງມີຄວາມ​ໝາຍ​ວ່າ “ຕິດກັບນໍ້າ” ຍ້ອນ​ພູມ​ສັນຖານ​ຂອງ​ດິນ​ແດນ​ແຫ່ງ​ນີ້​ ແຕ່​ກ່ອນ​ແມ່ນ​ຕິດ​ກັບເຂດ ດິນສັນດອນ ແຄມທະເລ. 

ຜູ້ມີຄຸນງາມຄວາມດີ ໃນການກໍ່ສ້າງວັດ ແມ່ນຄູ່ຜົວເມຍ ທ່ານ ເນນ (63 ປີ) ແລະ ນາງ ແງັດ (ອາຍຸ 54 ປີ) - ຊຶ່ງເປັນຄອບຄົວຮັ່ງມີ ໃນໝູ່ ບ້ານ. ຮ່ວມແຮງຮ່ວມໃຈ ກັບ ຄູ່ຜົວເມຍນີ້ ຍັງມີອີກ 30 ຄອບຄົວ ແຕ່ ລະມື້ ທຳການບຸກເບີກ ຖາກຖາງທີ່ດິນ, ຕັດໄມ້ ເພື່ອມາປຸກສ້າງວັດ. ພາຍຫຼັງການກໍ່ສ້າງ ເປັນເວລາ 2 ເດືອນ ກໍສໍາເລັດ, ປະຊາຊົນໃນ ບ້ານ ຈຶ່ງໄດ້ປຶກສາຫາລືກັນ ຈິ່ງນິມົນ ພະອາຈານ ແຖັກເມົາ (1829-1909) - ຜູ້ມີຄວາມຮອບຮູ້ ກ່ຽວກັບໜັງສືຜູກ ແລະ ຊຳນິຊຳນານ ໃນດ້ານຫຼັກພະທຳຄຳສັ່ງສອນ ຂອງ ພຸດທະສາສະໜາ ມາເປັນເຈົ້າ ອາວາດວັດ.

ຄວາມແຕກຕ່າງ ຂອງວັດ ຊຽມກ໋ານ ແມ່ນຄວາມປານີດແນບນຽນ ໃນແຕ່ລະລາຍແຕ້ມ ບໍ່ວ່າຈະເປັນຝາ, ຫຼັງຄາ ຫຼື ເສົາຫຼັກ... ລ້ວນ ແຕ່ໄດ້ຮັບການປະດັບປະດາ ຢ່າງສວຍງາມ ແລະ ຫຼາກຫຼາຍສີສັນ. ນອກຈາກນັ້ນ, ວັດ​ ຍັງ​ມີ​ຮູບ​ປັ້ນ​ໃຫຍ່​ເຖິງ 115 ​ອົງ, ຫີນສີລາ ​ໜຶ່ງ ແຜ່ນ ​ແລະ ​ລະ​ຄັງໜ່ວຍໜຶ່ງ ມີ​ແຕ່​ປີ 1887. ບັນດາກິດຈະກຳ ດັ່ງ ກ່າວຢູ່ຫ່າງກັນເຖິງຮ້ອຍແມັດ, ສະ​ຫຼັບ​ກັນແມ່ນ​ເດີ່ນ ​ແລະ ​ແຖວ​ຕົ້ນ​ໄມ້ທີ່​ຂຽວ​ເຢັນ ທ່າມກາງບັນຍາກາດທີ່​ງຽບສະຫງົບ ແລະ ເຄັ່ງຂຶມ.


ກຸ່ມສະ​ຖາ​ປັດ​ຕະ​ຍະ​ກຳ​ ຂອງວັດ ຊຽມກ໋ານ ປະ​ກອບ​ດ້ວຍ​ຫຼາຍກິດ ຈະກຳ​​ຫັນໜ້າ​ໄປ​ທາງທິດ​ຕາ​ເວັນ​ອອກ, ໄດ້ສ້າງ​ຂຶ້ນ ​ຕາມ ແນວໂນ້ມ ນິກາຍຫິນະຍານ​. ໃນນັ້ນພົ້ນເດັ່ນທີສຸດແມ່ນຫ້ອງທຳມະສະພາ ຂອງ ວັດ. ຫ້ອງທຳມະສະພາ ສ້າງເປັນຮູບ ສີ່ຫຼ່ຽມສາກ, ກວ້າງ 18 ແມັດ, ຍາວ 36 ແມັດ. ທາງເຂົ້າຫ້ອງໂຖງ ມີຂັ້ນໄດ 18 ຂັ້ນ, ຢູ່ຂ້າງເທິງ ແມ່ນ ຮູບປັ້ນພະພຸດທະເຈົ້າ ສັກກະຍະນຸນີ. 

ຢູ່ເທິງຝາ, ເພດານ ແລະ ເສົາຂອງຫ້ອງໂຖງໃຫຍ່ ໄດ້ຖືກຕົກແຕ່ງ ຢ່າງສົດໃສ ແລະ ວິຈິດບັນຈົງ. ພົ້ນເດັ່ນແມ່ນ ບັນດາພາບແຕ້ມຂະ ໜາດໃຫຍ່ ເລົ່າເຖິງເລື່ອງລາວ ກ່ຽວກັບ ພະພຸດທະເຈົ້າ ນັບແຕ່ພະ ອົງ ປະສູດ ຈົນເຖິງ ເວລາເປັນ ອໍລະຫັນ. ມູມຫຼັງຄາຂອງ ແຕ່ລະ ຍອດ ແມ່ນປະດັບຮູບ ຫາງພະຍານາກ ທີ່ຍາວ, ຄົດໂຄ້ງ ອ່ອນໂຍນ ແລະ ຖືກແກະສະຫຼັກ ແລະ ດ້ວຍລວດລາຍ ຫຼາຍຮູບຫຼາຍແບບ ຊຶ່ງເປັນຜົນງານສິ້ນເອກ ເຮັດໃຫ້ຫຼາຍຄົນຕິດອົກຕິດໃຈ. 

ເບິ່ງແຕ່ໄກ, ຮູບ​ພາບ​ ​ວັດ ​ໄດ້​ປະກົດຂຶ້ນ ​ໃນ​ສາຍຕາ​ຂອງ​ທ່ານ​ດ້ວຍ​ສີ​ເຫຼືອງ ​ທີ່​ໂດດເດັ່ນ. ອ້ອມ​ຮອບ​ວັດ​ແມ່ນ​ຮົ້ວກັ້ນ ໄດ້ຮັບການກໍ່​ສ້າງ ຢ່າງໝັ້ນຄົງ, ມີຫຼາຍລວດລາຍ ​​ທີ່​ໜ້າ​ປະ​ທັບ​ໃຈ. ໃນບໍລິເວນ ວັດມີ ຕົ້ນໄມ້ຂຽວ ທີ່ໃຫຍ່ສູງ ປູກຊື່ເປັນແຖວ. 



ປະຕູ​ໂຂງ​ວັດ ຊຽມກ໋ານ ​ມີລວດລາຍນູນ ຢ່າງພິຖີພິຖັນ, ​ໂດດ​ເດັ່ນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຂອງເຜົ່າ ຂະແມ. ປ້າຍຊື່ ປະຕູໂຂງ ຖືກ ອອກແບບ ຕາມແບບຫໍຄອຍທີ່ແຫຼມ ຊຶ່ງເປັນ ສັນຍາລັກ ພິເສດ ຂອງ ສະຖາປັດຕະຍະກຳ ອັງກໍ, ມີທັງຮູບປັ້ນ ພະພຸດທະເຈົ້າ ນັ່ງຢູ່ ເຄິ່ງກາງຢ່າງງຽບຂຶມ. ນອກ​ຈາກ​ນັ້ນ, ປ້າຍຊື່ ຢູ່ທາງ​ລຸ່ມຍັງ​ມີ ພະ​ຍາຄຸດ ສອງ​ໂຕ ​ແລະ ​ງູສອງໂຕ ມີຫ້າ​ຫົວ ​ຄົດຄ້ຽວຢູ່. 

ໂດດເດັ່ນ ພາຍໃຕ້ທ້ອງຟ້າສີຄາມ ແມ່ນໂຄງສ້າງ ຂອງ ຫຼັງຄາ ມີ ຫຼາຍຊັ້ນຊ້ອນທັບກັນ, ອັນໄດ້ເຮັດໃຫ້ ວັດ ຄືວ່າ ມີຄວາມສູງ ຍິ່ງຂຶ້ນ ພ້ອມກັບຍອດຊ່ໍຟ້າ ຍິ່ງເຫັນວ່າ ສູງເໝືອນດັ່ງ ຍອດທາດ. ຢູ່ເທິງ ຫຼັງ ຄາ ໄດ້ຖືກປະດັບຮູບປັ້ນມັງກອນ ຂະແມ, ຫົວມັງກອນຄູ່, ໂຕມັງ ກອນ ຢຽດອອກ, ຫາງມັງກອນ ໂຄ້ງຂຶ້ນຄືຮູບແປວໄຟ. ລະບົບຫຼັງຄາຢູ່ທາງນອກຫ້ອງໂຖງ ປະກອບ ມີຫຼາຍຊັ້ນ ທັບຊ້ອນ ກັນ, ໄດ້ອອກແບບສອດຄ່ອງກັບປາຍຍອດ ຕາມແບບສະຖາ ປັດຕະ ຍະກຳ ທີ່ເປັນເອກະລັກສະເພາະ ຂອງຫໍທາດ ອັງກໍ. ຖ້າເບິ່ງດີໆ, ນັກ ທ່ອງທ່ຽວ ຈະຕ້ອງແປກໃຈ ອັນເນ່ື່ອງຈາກ ແຕ່ລະແຜ່ນ ແກະສະຫຼັກ ຢູ່ເທິງຫຼັງຄາ, ເສົາ ຄືດ່ັງຜົນງານການປະດິດແຕ່ງ ດ້ານສິລະປະໄດ້ ປະດັບປະດາຮູບມັງກອນ ຂະແມ, ພະຍານາກ, ພະ​ຍາຄຸດ... ທີ່ມີຊີ ວິດຊີວາ ເປັນຢ່າງຍິ່ງ.


ກົງກັນຂ້າມກັບຫ້ອງໂຖງ ແລະ ກຸ່ມທາດບັນຈຸສົບ, ລວມມີ 3 ທາດ ໃຫຍ່ ແລະ ຮູບປັ້ນພະພຸດທະເຈົ້າ ໃນທ່າຊົງສະມາທິ ທີ່ແຕກຕ່າງ ກັນ. ບາງຮູບປັ້ນ ໄດ້ຖືກສ້າງຂຶ້ນ ຕາມຕໍານານ ຂອງ ສາສະໜາພຸດ. ນີ້​ແມ່ນຊ່ວງ​ເຊື່ອມ​ຕໍ່​ ຫໍທຳມະສະພາ, ຫໍທາດ ​ແລະ ​ເຂດ​ຊາລາ... ບັນດາ ກິດຈະກຳດັ່ງກ່າວ ລ້ວນແຕ່ມີສີເຫຼືອງ ເປັນຕົ້ນຕໍ ສົມທົບກັບ ລວດລາຍທີ່ມີສີສັນຫຼາກຫຼາຍເຮັດໃຫ້ ແບບສະຖາປັດຕະຍະກຳມູນ ເຊື້ອຍິ່ງເດັ່ນຂຶ້ນ. 

ບໍ່​ພຽງ​ແຕ່​ເປັນ​ວັດ​ ທີ່​ມີ​ຊື່​ສຽງ ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ ແລະ​ ສິ​ລະ​ປະ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະເທ່ົ່ານັ້ນ, ​ວັດ​ ຊຽມກ໋ານ ຍັງ​ໄດ້​ຮັບ​ຮູ້​ວ່າ ​ແມ່ນ​ສະຖານ​ທີ່​ຮັກສາ ​ແລະ ສ້າງ​ຄວາມ​ງາມ​ດ້ານ​ວັດທະນະທຳ​ຫຼາຍ​ຢ່າງ ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ ​ຂອງ​ຊາວ​ເຜົ່າ ຂະ​ແມ ອີກດ້ວຍ. ປັັດຈຸ ບັນ, ທາງ​ວັດ​ ຍັງ​ໄດ້​ເກັບຮັກສາໄວ້ຊຸດ​ປຶ້ມ​ ຂະແມບູຮານ ​ທີ່​ຂຽນ​ໄວ້ຢູ່​ໃນໃບ​ລານ ມີຄວາມ​ໜາ​ເຖິງ 70 ໜ້າ ຫຼື ​ຫໍບັນລະຍາຍ​ບູຮານ ກັບ ປຶ້ມ ນິທານ​ພື້ນ​ເມືອງ ​ແຕ່ສະໄໝກ່ອນຫຼາຍສະບັບ.

ວັດ ຊຽມກ໋ານ ແມ່ນສະຖາປັດຕະຍະກຳ ທີ່ໂດດເດັ່ນ, ນຳມາເຊິ່ງ ຄວາມງາມໃຫ້ແກ່ວັດທະນະທຳ ທາງໃຈ ຂອງ ວົງຄະນາຍາດ ຊາວ ເຜົ່າ ຂະແມ, ເປັນຈຸດໝາຍປາຍທາງ ທີ່ມີຊື່ສຽງ ຢູ່ເຂດທົ່ງພຽງ ແມ່ ນ້ຳຂອງ.

ເຂດຫໍທາດຂອງວັດ ຊຽມກ໋ານ. ພາບ: ຫງວຽນແທ່ງ/VNP

ບົດ: VNP/ທົງຫາຍ - ພາບ: ຫງວຽນຖັ໋ງ, ຮວ່າງຮ່າ, ເລມິງ - ແປໂດຍ: ບິກລຽນ


top