ວິສາຫະກິດ ຄືຫົວໃຈ ການເຕີບໂຕ ຂອງ ASEAN

ວິສາຫະກິດ ຄືຫົວໃຈ ການເຕີບໂຕ ຂອງ ASEAN

ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ ASEAN ໃຫ້ກວ້າງຂວາງຍິ່ງຂຶ້ນໃນອະນາຄົດ, ບັນດາປະເທດສະມາຊິກ ແລະ ຊຸມຊົນວິສາຫະກິດ ຈຳເປັນຕ້ອງປັບປຸງກຳລັງໜູນການເຕີບໂຕແບບມູນເຊື້ອ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ຊຸກຍູ້ກຳລັງໜູນການເຕີບໂຕໃໝ່ຢ່າງແຂງແຮງ, ໂດຍສະເພາະແມ່ນດ້ານວິທະຍາ ສາດເຕັກໂນໂລຊີ, ການປະດິດສ້າງ ແລະ ການຫັນເປັນ ດີຈີຕອນ, ເພີ່ມທະວີການເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງໃນພາກພື້ນ ແລະ ທົ່ວໂລກ.

ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມ ມິງຈິ້ງ ໃນກອງປະຊຸມປຶກສາຫາລື ກັບຊາວໜຸ່ມASEAN ແລະ ສະພາທີ່ປຶກສາທຸລະກິດ (ASEAN-BAC), ໃນກອງປະຊຸມສຸດຍອດ ASEAN ຄັ້ງທີ 46 ແລະ ບັນດາກອງປະຊຸມຂັ້ນສູງ ທີ່ກ່ຽວຂ້ອງອື່ນໆ ຊຶ່ງຈັດຂຶ້ນຢູ່ ປະ ເທດ ມາເລເຊຍ ໃນທ້າຍເດືອນ ພຶດສະພາ ນີ້.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນ
ໃນກອງປະຊຸມສົນທະນາຂອງຜູ້ນຳ
ASEAN ກັບຊາວໜຸ່ມ ASEAN. ພາບ: VNA
ຜູ້ຕາງໜ້າ​ຊາວ​ໜຸ່ມ ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ. ພາບ: VNA

ໃນຫົວຂໍ້ “ການໂຮມຕະຫຼາດ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ”, ບັນດາຜູ້ແທນສະພາ ທີ່ປຶກສາທຸລະກິດ ໄດ້ສະເໜີບັນດາບູລິມະສິດທີ່ສຳຄັນລວມມີ: ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນພາກພື້ນ, ຍົກສູງການເຊື່ອມໂຍງດ້ານເສດຖະກິດ, ສ້າງອະນາຄົດໃຫ້ທົ່ວເຖິງ ແລະ ຍືນຍົງ ແລະ ສ້າງ ASEAN ທີ່ມີຄວາມເຂັ້ມແຂງດ້ານດີຈີຕອນ.

ສັບປະດາສິນຄ້າ ຫວຽດນາມ ຈັດຂຶ້ນທີ່ແຂວງ ອຸດອນ ທານີ, ປະເທດ ໄທ, ໂດຍກຸ່ມບໍລິສັດ Central Retail ຫວຽດນາມ, ກຸ່ມບໍລິສັດ Central Group ໄທ, ຮ່ວມກັບສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ຈັດຂຶ້ນ. ພາບ: VNA

ບໍລິສັດ QL VietNam Agroresources ຈຳກັດ ຢູ່​ບ້ານ ແທງ​ຊວນ, ຕາ​ແສງ ໝໍກົງ, ເມືອງ ເຕິນບຽນ, ແຂວງ ​ໄຕ​ນິງ ຈັດ​ປະ​ເພດ​ໄຂ່​ໄກ່. ພາບ: VNA

ເນັ້ນເຖິງຄວາມຈຳເປັນຂອງການເຊື່ອມໂຍງເສດຖະກິດ ທີ່ກວ້າງ ຂວາງ ເລິກເຊິ່ງ, ການພັດທະນາແບບຍືນຍົງ ແລະ ການຫັນເປັນ ດີຈີຕອນ ຢ່າງຮອບດ້ານ, ASEAN-BAC ໄດ້ວາງຫຼາຍຂໍ້ລິເລີ່ມໂດຍສະ ເພາະເຊັ່ນ: ການສ້າງຕັ້ງອົງການວິສາຫະກິດ ASEAN ເພື່ອອຳນວຍຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດ ໃນການເຄື່ອນໄຫວຂ້າມຊາຍແດນ, ຮີບຮ້ອນສ້າງຕັ້ງຕະຫຼາດທຶນເອກະຊົນ ASEAN, ຂອບການຕະຫຼາດ ກາກບອນ ຮ່ວມ, ພັດທະນາຍຸດທະສາດ ຊຸກຍູ້ການເຄື່ອນຍ້າຍຂອງພອນສະຫວັນໜຸ່ມ ແລະ ສ້າງຕັ້ງເວທີ ດີຈີຕອນ ເພື່ອເຮັດໃຫ້ຂັ້ນຕອນງ່າຍຂຶ້ນ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເຮັດທຸລະກຳ, ເປີດຄວາມຄາດຫວັງໃນການເພີ່ມGDPຂອງ ASEAN ຕື່ມອີກ 5,5 ຕື້ໂດລາສະຫະລັດ ຍ້ອນການຫັນເປັນດີຈີຕອນ ການຄ້າ.

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ວິສາຫະກິດຄືຫົວໃຈການເຕີບໂຕຂອງ ASEAN, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ລັດຖະບານຫວຽດ ນາມ ຈະສ້າງ “ກົນໄກທີ່ເປີດກວ້າງ, ພື້ນຖານໂຄງລ່າງທີ່ຄ່ອງຕົວ, ການຄຸ້ມຄອງທີ່ສະຫຼາດ”, ເພື່ອຮ່ວມກັບບັນດາລັດຖະບານ ແລະ ວິສາຫະກິດ ຂອງບັນດາປະເທດສະມາຊິກ ເພື່ອນຳ ASEAN ກາຍ ເປັນພາກສ່ວນເສດຖະກິດ ທີ່ມີການ ເຄື່ອນໄຫວ, ເປັນເຈົ້າຕົນເອງ, ທົ່ວເຖິງ ແລະ ຍືນຍົງ, ພ້ອມທີ່ຈະປັບຕົວເຂົ້າກັບທຸກການປ່ຽນແປງ ທົ່ວໂລກ.

 

ພິທີວາງສີລາລຶກໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ໄທບິ່ງ. ພາບ: VNA

ລົດ ແທັກຊີ ໄຟຟ້າ SM(ຫວຽດນາມ) ເລີ່ມດຳເນີນງານໃນຕະຫຼາດ ອິນໂດເນເຊຍ. ພາບ: VNA

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ບັນດາລັດຖະບານ ແລະ ຊຸມຊົນວິສາຫະກິດ ປັບປຸງກຳລັງໜູນການເຕີບໂຕແບບມູນເຊື້ອ, ຊຸກຍູ້ກຳລັງໜູນໃໝ່, ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະ ພາບສູງ, ຕອບສະໜອງຄວາມຕ້ອງການ ຂອງ ຕະຫຼາດແຮງງານໃນຍຸກໃໝ່ ບົນພື້ນຖານການເພີ່ມທະວີການຮ່ວມມືລະຫວ່າງ 3 ພາກ ສ່ວນຄື: ລັດ, ວິສາຫະກິດ ແລະ ໂຮງຮຽນ.

ໃນກອງປະຊຸມປຶກສາຫາລືກັບຊາວໜຸ່ມ ASEAN, ໂດຍແບ່ງປັນຂໍ້ ຄວາມ “ການກະທໍາໃນມື້ນີ້-ສ້າງສາໃນມື້ອື່ນ”, ທ່ານນາຍົກລັດຖະ ມົນຕີ ໄດ້ຮຽກຮ້ອງໃຫ້ຊາວໜຸ່ມ ASEAN ເສີມຂະຫຍາຍຈິດໃຈບຸກບືນ, ປະດິດສ້າງດ້ວຍ “5 ຄວາມເປັນເຈົ້າການ”. ເປັນເຈົ້າການໃນການຮຽນຮູ້, ເປັນເຈົ້າການໃນການປະດິດສ້າງ ແລະ ເລີ່ມຕົ້ນທຸລະກິດ, ເປັນເຈົ້າການໃນການເຂົ້າຮ່ວມສ້າງສະຖາບັນ, ເປັນເຈົ້າການໃນການແລກປ່ຽນ ແລະ ການເຊື່ອມໂຍງສາກົນ ແລະ ເປັນເຈົ້າການໃນການເຂົ້າຮ່ວມຮັກສາສັນຕິພາບ, ສະຖຽນລະພາບ ແລະ ເອກະລັກວັດທະນະທຳ ຂອງ ASEAN.

ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ເຂດ​ວາງ​ສະ​ແດງ​ເຄື່ອງ​ຕັດ​ຫຍິບ​ອັດ​ຕະ​ໂນ​ມັດ​ຢູ່​ງານ​ວາງ​ສະ​ແດງ​ອຸດ​ສາ​ຫະ​ກຳ​ແຜ່ນ​ແພ​ສາ​ກົນ​ປີ 2024. ພາບ: VNA 


ພ້ອມກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ບັນດາປະ ເທດ ASEAN ສຸມໃສ່ 5 ຈຸດສຸມຄື: ສ້າງລະບົບການສຶກສາທີ່ເປີດກວ້າງ, ສະໜັບສະໜູນການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ການຫັນເປັນ ດີຈີຕອນ, ຊຸກຍູ້ການເລີ່ມຕົ້ນທຸລະກິດ, ສ້າງພື້ນທີ່ປຶກສາຫາລື ເພື່ອຮັບຟັງສຽງຂອງຊາວໜຸ່ມ ແລະ ຊຸກຍູ້ຊາວໜຸ່ມ ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.

ດ້ວຍຫົວຂໍ້ “ຊາວໜຸ່ມເພື່ອອະນາຄົດ ທີ່ຍືນຍົງ: ຊຸກຍູ້ການລວມຕົວ ແລະ ກຳລັງໜູນ ການປ່ຽນແປງໃນ ASEAN, ບັນດາຜູ້ແທນຊາວໜຸ່ມ ASEAN ໄດ້ສະແດງອອກເຖິງຄວາມປາດຖະໜາແລະ ຄວາມ ຮັບຜິດຊອບຂອງຄົນຮຸ່ນໃໝ່ໃນການກຳນົດຮູບຮ່າງອະນາຄົດຂອງພາກພື້ນ. ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ລົງທຶນໃສ່ພື້ນຖານໂຄງລ່າງໃຫ້ທົ່ວເຖິງ, ເພີ່ມທະວີການຮ່ວມມືພາກລັດ-ເອກະຊົນເພື່ອຈັດຕັ້ງປະຕິບັດໂຄງການຝຶກອົບຮົມ ກ່ຽວກັບເປົ້າໝາຍການພັດທະ ນາແບບຍືນຍົງ, ພ້ອມທັງສ້າງກົນໄກເພື່ອໃຫ້ຊາວໜຸ່ມ ສາມາດເຂົ້າຮ່ວມຢ່າງແທ້ຈິງໃນຂະບວນການພັດທະນາແບບຍືນຍົງ, ຕັ້ງແຕ່ຊົນ ນະບົດ ຮອດຕົວເມືອງ, ເພີ່ມທະວີການເຂົ້າເຖິງການສຶກສາ ທັກສະ ດີຈີຕອນ ແລະ ປັນຍາປະດິດ, ຍົກສູງສຸຂະພາບ ຮ່າງກາຍ ແລະ ໃຈຂອງຊາວໜຸ່ມ, ສະໜັບສະໜູນ ກຸ່ມຜູ້ດ້ອຍໂອກາດ, ຊຸກຍູ້ການເລີ່ມຕົ້ນທຸລະກິດ ແລະ ການປະດິດສ້າງ, ຊຸກຍູ້ການດໍາເນີນງານດ້ານສະພາບອາກາດ ແລະ ຄວາມຫຼາກຫຼາຍທາງວັດທະນະທໍາ ຂອງ ASEAN.

 

ພະນັກງານຕ້ອນຮັບ ແລະ ພະນັກງານຕ້ອນຮັບເທິງເຮືອບິນ ຖ່າຍຮູບກັບເຮືອບິນທີ່ມີສັນຍາລັກ “ທ່ອງທ່ຽວ ມາເລເຊຍ 2026” (ປີທ່ອງທ່ຽວ ມາເລເຊຍ 2026) ໃນພິທີເປີດຕົວ. ພາບ: Bernama/VNA

ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມເດີນທາງກັບ ASEAN, ບູລິມະສິດການພັດທະນາຊາວໜຸ່ມ ຢ່າງຮອບດ້ານເປັນແຫຼ່ງຊັບພະຍາ ກອນຍຸດທະສາດ. ທ່ານນາຍົກລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ ອະນາຄົດທີ່ສົດໃສ ຂອງ  ASEAN ຈະຖືກສ້າງຂຶ້ນໂດຍຄົນຮຸ່ນ   ໃໝ່ ທີ່ກ້າຄິດ, ກ້າເຮັດ, ກ້າບຸກເບີກ ເພື່ອ ASEAN ທີ່ເຊື່ອມໂຍງ ແລະ ຍືນຍົງ.

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


top