ວັນໃໝ່ ເທິງດິນແດນ ວິລະຊົນ

ວັນໃໝ່ ເທິງດິນແດນ ວິລະຊົນ

 

ໃນຊ່ວງວັນເວລາ ທ່ີສໍາຄັນທາງປະຫວັດສາດ ຂອງ ລະດູ ໃບໄມ້ຫຼົ່ນ ເດືອນ ສິງຫາ, ເຊິ່ງເປັນການສະເຫຼີມສະຫຼອງ 80 ປີ ຂອງ ການ ປະຕິວັດ ເດືອນ ສິງຫາ ແລະ ວັນຊາດ ທີ 2 ກັນຍາ, ພວກຂ້າພະ ເຈົ້າ ໄດ້ເດີນທາງກັບຄືນສູ່ແຂວງ ຕວຽນກວາງ, ກວາງຈິ, ໄຕນິງ, ບັນດາດິນແດນທີ່ໄດ້ຈາລຶກຊື່ຂອງຕົນເອງໄວ້ ໃນໜ້າປະຫວັດສາດ ອັນຮຸ່ງເຮືອງຂອງຊາດ. ດິນແດນ ແຕ່ລະແຫ່ງ ທ່ີພວກຂ້າພະເຈົ້າ ໄດ້ຜ່ານໄປ ແມ່ນເລື່ອງເລົ່າ ທີ່ເຕັມໄປດ້ວຍແຮງບັນດານໃຈ ກ່ຽວ ກັບ ການເດີນທາງ 80 ປີແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາ ປະເທດຊາດ.

ພວກຂ້າພະເຈົ້າໄດ້ກັບຄືນມາ ເຕິນຈ່າວ (ແຂວງ ຕວຽນກວາງ), ເຄີຍເປັນທີ່ຮູ້ຈັກວ່າ “ນະຄອນຫຼວງແຫ່ງເຂດປົດປ່ອຍ”, ສູນກາງ “ນະຄອນຫຼວງ ແຫ່ງການຕໍ່ສູ້”. ຢູ່ບ່ອນນີ້, ພາຍໃຕ້ການ ນຳພາ ຂອງ ພັກ ແລະ ປະທານ ໂຮ່ຈີມິນ, ໃນລະດູໃບໄມ້ຫຼົ່ນ ປີ 1945, ປະຊາຊົນ ຫວຽດນາມ ໄດ້ພ້ອມກັນລຸກຂຶ້ນ ເຮັດການປະຕິວັດ ເດືອນ ສິງຫາ ຈົນປະສົບຜົນສຳເລັດຢ່າງສະຫງ່າງາມ, ຕໍ່ມາ ນັ້ນ ແມ່ນ ວັນທີ 2 ກັນຍາ, ຢູ່ທີ່ສະໜາມຫຼວງ ບາດິ່ງ, ປະທານ ໂຮ່ຈີມິນ ໄດ້ອ່ານຄຳປະກາດເອກະລາດ, ສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ, ປັດຈຸບັນ ແມ່ນ ປະເທດ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ.

ຢູ່​ໃຕ້ກົກໂພ​ ເຕິນຈ່າວ, ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 16 ສິງຫາ1945, ທ່ານ​ພົນ​ເອກ ຫວໍ​ງວຽນຢາບ ​ໄດ້​ອ່ານ​ຄຳ​ສັ່ງ​ທາງ​ການ​ທະຫານ​ ສະບັບ​ເລກ 1, ​ເປີດ​ການ​ລຸກ​ຮື​ຂຶ້ນ​ທົ່ວ​ປະ​ເທດ ​ເພື່ອ​ຍາດ​ເອົາ​ອຳນາດ​ການ​ປົກຄອງ ​ໃນ​ທົ່ວ​ປະ​ເທດ. ນັບ​ແຕ່​ນັ້ນ​ມາ, ຕົ້ນໂພ ​ເຕິນຈ່າວ​ໄດ້​ກາຍ​ເປັນ​ສັນຍາລັກ​ແຫ່ງ​ການ​ປະຕິວັດ​ຂອງ “ນະຄອນຫຼວງ​ເຂດ​ປົດ​ປ່ອຍ”. ພາບ: ຮ່ວາງຮ່າ/VNP
ດ້ວຍບັນດາຄຸນຄ່າ ທາງປະຫວັດສາດ ອັນໃຫຍ່ຫຼວງ, ເຂດ ປູຊະນີຍະສະຖານ ແຫ່ງຊາດພິເສດ ເຕິນຈ່າວ ໄດ້ຖືກ ປຽບທຽບ ຄືດັ່ງ “ພິພິທະພັນປະຕິວັດ” ຂອງ ທົ່ວປະເທດ. ພາບ: ຮວ່າງຮ່າ/VNP

ທ່ານ ຮວ່າງຫງອກ (ອາຍຸ 88 ປີ), “ນັກບັນທຶກປະຫວັດສາດ” ຢູ່ ບ້ານ ເຕິນເລິບ, ຕາແສງ ເຕິນຈ່າວ ມາຮອດປັດຈຸບັນ ຍັງຈຳຝັງໃຈ ຄັ້ງທີ່ໄດ້ພົບປະກັບລຸງ ໂຮ່ ແລະ ເປັນສັກຂີພະຍານ ເຖິງ ບັນຍາກາດ ແລະ ຈິດໃຈອັນສະຫງ່າອົງອາດ ຂອງວັນເວລາ ແຫ່ງການລຸກຮືຂຶ້ນ ຄັ້ງໃຫຍ່ທົ່ວປະເທດ ໃນເດືອນ ສິງຫາປີ 1945.

ທ່ານ ຮວ່າງຫງອກ, “ນັກບັນທຶກປະຫວັດສາດ” ຢູ່ ບ້ານ ເຕິນເລິບ, ຕາແສງ ເຕິນຈ່າວ ມາຮອດປັດຈຸບັນ ຍັງຈຳຝັງໃຈ ຄັ້ງທີ່ໄດ້ພົບປະກັບລຸງ ໂຮ່ ແລະ ເປັນສັກຂີພະຍານ ເຖິງບັນຍາກາດ ແລະ ຈິດໃຈອັນສະຫງ່າອົງອາດ ຂອງ ວັນເວລາແຫ່ງການລຸກຮືຂຶ້ນ ຄັ້ງໃຫຍ່ ໃນເດືອນ ສິງຫາປີ 1945. ພາບ: ຮວ່າງຮ່າ/VNP

ໃນຄວາມຊົງຈໍາຂອງເພິ່່ນ, ໃນວັນທີ 16 ສິງຫາ 1945, ທີ່ສາລາ ເຕິນຈ່າວ, ລຸງ ໂຮ່ ແລະ ສູນກາງພັກ ໄດ້ຕັດສິນໃຈ ເປີດກອງປະ ຊຸມໃຫຍ່ທົ່ວປະເທດ ໂດຍມີຜູ້ແທນ 60 ຄົນ ທີ່ເປັນຕົວແທນ ໃຫ້ແກ່ ບັນດາພັກການເມືອງ, ອົງການຈັດຕັ້ງກູ້ຊາດ, ຊົນເຜົ່າ, ສາສະໜາ ທັງພາຍໃນ ແລະ ຕ່າງປະເທດ. ກອງປະຊຸມໃຫຍ່ ໄດ້ອອກມະຕິ ຕົກລົງທີ່ສຳຄັນຄື: ປະຊາຊົນ ທັງປວງ ສາມັກຄີ ພ້ອມກັນລຸກຮືຂຶ້ນ ເພື່ອຍາດເອົາອໍານາດການປົກຄອງ; ເລືອກຕັ້ງ ຄະນະກຳມະການປົດປ່ອຍຊາດ ຫວຽດນາມ, ໝາຍເຖິງ ລັດຖະບານຊົ່ວຄາວ ຂອງ ປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ. ກອງປະຊຸມໃຫຍ່ ໄດ້ເປັນເອກະສັນກັນ ເລືອກ ລຸງ ໂຮ່ຈີມິນ ເປັນປະທານ, ພ້ອມທັງ ຕັດສິນໃຈເລືອກທຸງແດງ ດາວຄຳຫ້າແຈ ເປັນທຸງຊາດ ແລະ ເພງ “ຕ໋ຽນກວນກາ” ຂອງ ນັກດົນຕີ ວັນກາວ ເປັນເພງຊາດ...

ການຜະລິດຊາເພື່ອສົ່ງອອກຢູ່ບໍລິສັດຫຸ້ນສ່ວນຊາ ເຊີນເຢືອງ, ປະກອບສ່ວນຊ່ວຍໃຫ້ປະຊາຊົນຕາແສງ ເຕິນຈ່າວ ຍົກສູງລາຍຮັບ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ. ຮູບໂດຍ: ຮ່ວາງຮ່າ/VNP

 ມາຍັງ ເຕິນຈ່າວ ໃນລະດູໃບໄມ້ຫຼົ່ນນີ້, ພວກຂ້າພະເຈົ້າ ປາສະຈາກບໍ່ໄດ້ ຄວາມປະຫຼາດໃຈ ເມື່ອພົບເຫັນຮູບພາບ ທີ່ປະທັບໃຈ ຂອງ ຈັງຫວະຊີວິດໃໝ່. ຢູ່ທ່ີນີ້, ຖະໜົນຫົນທາງ ໄດ້ເທ ເບຕົງ ທີ່ຮາບພຽງ ພາດຜ່ານເນີນພູຕ່າງໆ ນຳໄປສູ່ ແຕ່ລະ ໝູ່ບ້ານ ທີ່ສະຫງົບສຸກ. ບັນດາເຮືອນຮ້ານແບບດັ້ງເດີມ ບໍ່ພຽງແຕ່ ເປັນບ່ອນຢູ່ອາໄສເທົ່ານັ້ນ, ແຕ່ຍັງເປັນຈຸດຕ້ອນຮັບແຂກ ທີ່ມາ ຈາກແດນໄກ ໃນການເດີນທາງ ກັບຄືນສູ່ຮາກຖານ, ໃນບັນດາ ທົວທ່ອງທ່ຽວ ທີ່ເຕັມໄປດ້ວຍລົມຫາຍໃຈ ແຫ່ງຄວາມຊົງຈໍາ. ຊີວິດໃນປັດຈຸບັນ ແມ່ນແຕກຕ່າງ ຈາກເມື່ອກ່ອນຫຼາຍ, ການຄົມມະນາຄົມສະດວກສະບາຍ, ເຮືອນຊານ ກວ້າງຂວາງ ງາມຕາ, ຊີວິດການເປັນຢູ່ ດ້ານເສດຖະກິດ ໄດ້ຮັບການ ພັດທະນາ...

ການ​ສະ​ແດງ​ການ​ຂັບ ແທນ, ​ພິນ ຕີ໋ງ ​ຢູ່​ທະ​ເລ​ສາບ ນ່າ​ເນືອ, ປະກອບສ່ວນ​ສ້າງ​ຈຸດ​ເດັ່ນ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ມາ​ຢ້ຽມຢາມ ​ເຕິນຈ່າວ. ພາບ: ຮ່ວາງຮ່າ/VNP
ບັນດາສະມາຊິກໜຸ່ມສາວ ຂອງ ສະໂມສອນຂັບແທນ, ພິນຕີ໋ງ ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບ້ານ ເຕິນເລິບ ໄດ້ສະແດງ ວາດຟ້ອນ ແລະ ຮ້ອງເພງ, ທັງປະກອບສ່ວນໂຄສະນາ, ເຜີຍແຜ່ ເອກະລັກ ວັດທະນະທຳ ຂອງ ຊາດ ແລະ ສ້າງລາຍຮັບ ໃຫ້ແກ່ບັນດາສະມາຊິກ. ພາບ: ຮວ່າງຮ່າ/VNP

ທ່ານ ຢາງຕ໋ວນແອັງ, ເລຂາຄະນະພັກ, ປະທານສະພາປະຊາຊົນ ຕາແສງ ເຕິນຈ່າວ ໄດ້ກ່າວວ່າ: “ເຕິນຈ່າວ ພາກພູມໃຈ ທີ່ເປັນ ຕາແສງທໍາອິດ ຂອງ ແຂວງ ຕວຽນກວາງ ໄດ້ຮັບການຮັບຮອງເປັນ ຊົນນະບົດໃໝ່ ໄດ້ມາດຕະຖານ. ຫຼັງຈາກການຮວມຕົວ ເພື່ອກໍ່ຕັ້ງ ຕາແສງໃໝ່, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍຢ່າງ, ແຕ່ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນ ຕາແສງ ເຕິນຈ່າວ ໄດ້ຕັດສິນໃຈເສີມຂະຫຍາຍມູນເຊື້ອ ປະຕິວັດ, ສາມັກຄີ, ຮ່ວມແຮງຮ່ວມໃຈກັນ ເພື່ອສ້າງບ້ານເກີດເມືອງນອນ ໃຫ້ຮັ່ງມີ, ເຂັ້ມແຂງ, ສວຍງາມ ແລະ ສີວິໄລ ຍິ່ງຂຶ້ນ.”.

ລະບົບເສັ້ນທາງຄົມມະນາຄົມ ໄດ້ຮັບການພັດທະນາ ຢ່າງ ຄົບຊຸດຢູ່ຕາແສງ ເຕິນຈ່າວ. ພາບ: ຮວ່າງຮ່າ/VNP
ເຂດທ່ອງທ່ຽວ ພັກຜ່ອນ Flamingo ເຕິນຈ່າວ ແມ່ນບ່ອນ ພັກເຊົາຊົ່ວຄາວ ທີ່ດີເລີດ ສໍາລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມ ເຕິນຈ່າວ. ພາບ: ຮວ່າງຮ່າ/VNP

ໄດ້ຮູ້ວ່າ ພຽງແຕ່ໃນ 6 ເດືອນ ຕົ້ນປີ 2025, ເຂດ ປູຊະນີຍະສະຖານ ແຫ່ງຊາດພິເສດ ເຕິນຈ່າວ ໄດ້ຕ້ອນຮັບ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດກວ່າ 5.000 ເທື່ອຄົນ. ນີ້ແມ່ນຕົວເລກທີ່ປະທັບໃຈ, ເຊິ່ງສະແດງໃຫ້ເຫັນເຖິງການດຶງດູດ ທີ່ເຂັ້ມແຂງ ຂອງສະຖານທີ່ ປະຫວັດສາດແຫ່ງນີ້. ນອກຈາກ ການພັດທະນາ ດ້ານການທ່ອງທ່ຽວ ແລ້ວ, ຕາແສງຍັງໄດ້ຊຸກຍູ້ ການຫັນເປັນໂຄງປະກອບການປູກຝັງ, ລ້ຽງສັດ, ໝູູນໃຊ້ ວິທະຍາສາດ-ເຕັກນິກ ເຂົ້າໃນການຜະລິດ ເພື່ອຍົກສູງຜົນຜະລິດ, ຄຸນນະພາບຜະລິດຕະພັນ, ສ້າງອາຊີບທີ່ໝັ້ນຄົງ ໃຫ້ແກ່ ປະຊາຊົນ... ນີ້ແມ່ນຫຼັກຖານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງ ການປ່ຽນແປງພັດທະນາ ແລະ ການກ້າວຂຶ້ນທຸກໆ ວັນ ຂອງ ດິນແດນ ທີ່ອຸດົມໄປດ້ວຍມູນເຊື້ອການປະຕິວັດ.

  ຖ້າ ເຕິນຈ່າວ ແມ່ນ “ນະຄອນຫຼວງແຫ່ງການຕໍ່ສູ້” ໃນສະໄໝ ການ ປະຕິວັດ ເດືອນ ສິງຫາ ປີ 1945, ກວາງຈິ ກໍແມ່ນແນວໜ້າ ຂອງ ພາກເໜືອ ສັງຄົມນິຍົມ ແລະ ເປັນແນວຫຼັງທີ່ໜູນຊ່ວຍ ໂດຍກົງ ໃຫ້ແກ່ແນວໜ້າອັນໃຫຍ່ຫຼວງ ຂອງ ພາກໃຕ້, ເປັນ “ດິນແດນ ແຫ່ງໄຟ” ໃນການຕໍ່ສູ້ກູ້ຊາດຕ້ານ ອາເມລິກາ.

ເຂດປູຊະນີຍະສະຖານ ແຫ່ງຊາດພິເສດ “ຝັ່ງແມ່ນໍ້າ ຮ່ຽນເລືອງ-ເບ໋ັນຫາຍ”, ເຄີຍເປັນເສັ້ນແບ່ງຂັ້ນຊົ່ວຄາວທາງທະຫານ ຢູ່ເສັ້ນຂະໜານທີ 17, ເປັນສະຖານທ່ີສັກຂີພິຍານ ເຖິງຄວາມ ເຈັບປວດ ຂອງ ການແບ່ງແຍກ ສອງພາກພື້ນ ພາກໃຕ້-ພາກ ເໜືອ ຕະຫຼອດ 20 ປີ ໃນສົງຄາມ ຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ອາເມລິກາ. ພາບ: ເອກະສານ

ສົນທິສັນຍາ ເຊີແນວ ທີ່ໄດ້ລົງນາມ ໃນປີ 1954 ໄດ້ແບ່ງປະເທດ ອອກເປັນສອງພາກຄື: ພາກໃຕ້ ແລະ ພາກເໜືອ ໂດຍມີ ເສັ້ນຂະ ໜານ ທີ 17 ເຊິ່ງມີແມ່ນໍ້າ ເບ໋ນຫາຍ ຂອງແຂວງ ກວາງຈິ ເປັນ ເສັ້ນຂັ້ນແດນຊົ່ວຄາວ. ຂົວ ຮ່ຽນເລືອງ ທີ່ທອດຂ້າມ ແມ່ນໍ້າ ເບ໋ນ ຫາຍ ໄດ້ກາຍເປັນສັນຍາລັກ ແຫ່ງຄວາມເຈັບປວດ ຂອງ ການ ແບ່ງແຍກປະເທດ ແລະ ຄວາມປາດຖະໜາ ທ້ອນໂຮມປະເທດ ຊາດເປັນໜ່ຶງດຽວ ຂອງທົ່ວປວງຊົນ ໃນຕະຫຼອດ 20 ປີ.

ປູຊະນີຍະສະຖານ ແຫ່ງຊາດພິເສດ ກຳແພງບູຮານ ກວາງຈິ, ເຊິ່ງເປັນດິນແດນ ມີເນື້ອທີ່ບໍ່ຮອດ 3 ກມ2 ແຕ່ໃນ 81 ວັນ ຄືນຂອງປີ 1972 ກອງທັບອາກາດ ອາເມລິກາ ໄດ້ຖິ້ມ ລູກລະເບີດ ລົງໃສ່ບ່ອນນີ້ ໃນປະລິມານ ເທົ່າກັບ ລູກລະເບີດ ປະລະມານູ 7 ລູກ ທີ່ຖິ້ມໃສ່ ນະຄອນ ຮີໂຣຊິມາ, ປະເທດ ຍີ່ປຸ່ນ. ພາບ: ເອກະສານ
ກວາງຈິ ໄດ້ພະຍາຍາມສຳຫຼວດກໍາຈັດ ທຸ່ນລະເບີດ ທີ່ຍັງ ຕົກຄ້າງ ຫຼັງສົງຄາມ ເພື່ອຟື້ນຟູຄວາມສະຫງົບສຸກໃຫ້ກັບຊີວິດ. ພາບ: ເອກະສານ

ໃນວັນເດືອນປີ ແຫ່ງສົງຄາມ, ດິນແດນ ກວາງຈິ ອັນນ້ອຍໆ ນີ້ ໄດ້ ຮັບຄວາມເຈັບປວດ ແລະ ຄວາມໂຫດຮ້າຍທາລຸນ ນັບບໍ່ຖ້ວນ. ຫຼາຍຊື່ ແລະ ທ້ອງຖິ່ນຂອງ ກວາງຈິ ໄດ້ຖືກບັນທຶກໄວ້ ໃນໜ້າ ປະຫວັດສາດ ບໍ່ພຽງແຕ່ ຂອງ ຫວຽດນາມເທົ່ານັ້ນ, ແຕ່ຍັງແມ່ນ ປະຫວັດສາດ ສົງຄາມ ສະໄໝໃໝ່ ຂອງມະນຸດອີກດ້ວຍເຊັ່ນ: ເສັ້ນຂະໜານທີ 17, ຂົວ ຮ່ຽນເລືອງ, ແມ່ນໍ້າ ເບ໋ນຫາຍ, ແມ່ນໍ້າ ແຖັກຮ໊ານ, ຮົ້ວໄຟຟ້າ McNamara, ແຄແຊງ, ທາງເລກ 9, ໂກ່ນຕຽນ, ຢົກ ມ໋ຽວ, ໂກ່ນກໍ, ຫວີ໊ງລິງ, ຫວີ໊ງມົກ... ໂດຍສະເພາະ ແມ່ນ ກຳແພງບູຮານ ກວາງຈິ, ເຊິ່ງເປັນດິນແດນ ທີ່ມີເນື້ອທີ່ ບໍ່ຮອດ 3 ກມ2 ແຕ່ພາຍໃນ 81 ວັນຄືນ ຂອງປີ 1972 ກອງທັບ ອາກາດ ອາເມລິກາ ໄດ້ຖິ້ມລະເບີດ ລົງໃສ່ບ່ອນນີ້ ໃນປະລິມານ ເທົ່າກັບລູກລະເບີດ ປະລະມານູ 7 ລູກ ທີ່ຖິ້ມໃສ່ ນະຄອນ ຮີໂຣຊີມາ ຂອງປະເທດ ຍີ່ປຸ່ນ.

ຊາວປະມົງ ກວາງຈິ ມີລະດູຫາ ປາໄສຕັນ ໄດ້ຮັບຜົນດີ. ພາບ: ໂຮ່ເກົ່າ
ອຸດສາຫະກໍາຕັດຫຍິບ ເພື່ອ ສົ່ງອອກຢູ່ ກວາງຈິ. ພາບ: ໂຮ່ເກົ່າ

ຫຼັງສິ້ນສຸດສົງຄາມ, 95% ໝູ່ບ້ານ ຢູ່ກວາງຈິ ຖືກລ້າງຜານ, ກວ່າ 80% ຂອງ ເນື້ອທີ່ດິນ ທັງໝົດ ຖືກປົນເປື້ອນສານພິດ ຍ້ອນລະເບີດ ແລະ ລະເບີດຝັງດິນ. ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກວາງຈິ ໄດ້ກ້າວຂຶ້ນຢ່າງແຂງແຮງ ເພື່ອແກ້ໄຂ ຜົນຢ້ອນຫຼັງ ຈາກສົງຄາມ ເພື່ອພັດທະນາ ຊີວິດການເປັນຢູ່, ເສດຖະກິດ ແລະ ສັງຄົມ.

ໂດຍສະເພາະ, ໃນເດືອນ ມິຖຸນາ 2025, ແຂວງ ກວາງຈິໃໝ່ ໄດ້ ຖືກສ້າງຕັ້ງຂຶ້ນ ໂດຍການຮວມຕົວຂອງແຂວງ ກວາງຈິ (ເກົ່າ) ແລະ ແຂວງ ກວາງບິ່ງ, ເຊິ່ງເປັນຂີດໝາຍບາດກ້າວໃໝ່ ໃນການເດີນ ທາງພັດທະນາ ດ້ວຍວິໄສທັດ ໄລຍະຍາວ ທີ່ຈະເຮັດໃຫ້ ກວາງຈິ ກາຍເປັນສູນກາງ ເສດຖະກິດ ຂອງ ເຂດພາກກາງຕອນເໜືອ.

ຄວາມງາມ ຂອງ ນໍ້າຕົກຕາດ ຕ່າປ່ວງ ຢູ່ ຕາແສງພູດອຍ ເຮື໋ອງເລິບ, ແຂວງ ກວາງຈິ. ພາບ: ໂຮ່ເກົ່າ
ເສັ້ນທາງດ່ວນ ກາມໂລ້-ລາເຊີນ ໄດ້ເປີດໃຫ້ບໍລິການ ເພື່ອ ຊຸກຍູ້ການຄ້າ ໃນເສັ້ນທາງແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ ແຂວງ ກວາງຈິ. ພາບ: ແທງຮ່ວາ/VNP

ດ້ວຍເສັ້ນທາງແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ, ລະ ບົບດ່ານຊາຍແດນສາກົນ ລາວບາວ, ລາໄລ, ຈາລໍ ໄດ້ເຊື່ອມຕໍ່ ກັນຢ່າງແໜ້ນແຟ້ນ ກັບທາງດ່ວນພາກເໜືອ-ພາກໃຕ້, ຖະໜົນ ໂຮ່ຈີມິນ, ສະໜາມບິນ ດົ່ງເຮີ໋ຍ ແລະ ໃນອະນາຄົດອັນໃກ້ນີ້ ແມ່ນ ສະໜາມບິນ ກວາງຈິ, ເສັ້ນທາງລົດໄຟ ຄວາມໄວສູງ ເໜືອ-ໃຕ້, ກຸ່ມທ່າກຳປັ່ນທະເລນໍ້າເລິກ ໝີ໊ຖຸຍ, ຮ່ອນລາ... ກວາງຈິ ຈະກາຍ ເປັນຈຸດເຊື່ອມຕໍ່ ຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ບັນດາ ປະເທດ ASEAN, ເປັນຂົວຕໍ່ທີ່ສໍາຄັນ ລະຫວ່າງທະເລ ແລະ ແຜ່ນດິນ, ເປັນສູນກາງເສດຖະກິດ-logistics ແບບຄົບວົງຈອນ ຂອງພາກພື້ນ, ພ້ອມແລ້ວທີ່ຈະຕ້ອນຮັບ ການໄຫຼວຽນ ຂອງ ການຄ້າ ແລະ ການລົງທຶນຈາກທົ່ວໂລກ. ນອກຈາກນັ້ນ, ພະລັງງານສະອາດ (ພະລັງງານລົມ, ພະລັງງານແສງຕາເວັນ), ການທ່ອງທ່ຽວ ທາງທະເລ, ທ່ອງທ່ຽວ ທຳມະຊາດ; ທ່ອງທ່ຽວ ວັດທະນະທໍາ, ມໍລະດົກ, ການປະຕິວັດ... ກໍແມ່ນທ່າແຮງ ອັນໃຫຍ່ຫຼວງ ຂອງ ດິນແດນແຫ່ງນີ້.

ໂຄງການທ່າເຮືອທະເລນໍ້າເລິກ ໝີ໊ຖຸຍ ຂອງ ກວາງຈິ ກຳລັງ ຢູ່ໃນໄລຍະການກໍ່ສ້າງ. ພາບ: ແທງຮ່ວາ/VNP
ດ່ານຊາຍແດນສາກົນ ລາວບາວ, ເປັນຈຸດເຊື່ອມຕໍ່ ທີ່ສໍາຄັນ ໃນເສັ້ນທາງແລວເສດຖະກິດ ຕາເວັນອອກ- ຕາເວັນຕົກ. ພາບ: ໂຮ່ເກົ່າ

ສົງຄາມໄດ້ຜ່ານພົ້ນໄປ, ກວາງຈິ-ດິນແດນແຫ່ງເລືອດ ແລະ ໄຟ ໃນເມື່ອກ່ອນ ບັດນີ້ໄດ້ເບັ່ງບານ, ເປັນດອກໄມ້ແຫ່ງສັນຕິພາບ ແລະ ຄວາມປາດຖະໜາ ທີ່ຈະກ້າວຂຶ້ນ ໃນຄວາມເປັນ ເອກະລາດ, ຄວາມສົມບູນພູນສຸກ ແລະ ຄວາມຮັ່ງມີເຂັ້ມແຂງ.

ໃນການຕໍ່ສູ້ສອງຄັ້ງ ຕ້ານການຮຸກຮານ ຂອງ ຝຣັ່ງ ແລະ ອາເມລິ ກາ, ໄຕນິງ ແມ່ນພື້ນທີ່ ຍຸດທະສາດທີ່ສໍາຄັນ, ເປັນທ່ີຕັ້ງຂອງການ ນຳພາສູງສຸດ ຂອງ ການປະຕິວັດ ພາກໃຕ້ ເປັນເວລາດົນນານ ແລະ ເປັນບ່ອນຊີ້ນຳໂດຍກົງ, ນຳພາການປະຕິວັດພາກໃຕ້ ຈົນ ຮອດ ວັນທີ່ພາກໃຕ້ ໄດ້ຮັບການປົດປ່ອຍຢ່າງສົມບູນ. ຢູ່ທີ່ນີ້, ໃນ ເດືອນ ມີນາ ປີ 1951, ກອງປະຊຸມສູນກາງ ຄັ້ງທີ 1 (ສະໄໝທີ II) ໄດ້ຕັດສິນໃຈ ສ້າງຕັ້ງ ສູນກາງພັກປະຈຳພາກໃຕ້, ໂດຍສະຫາຍ ເລຢວນ ເປັນເລຂາ.

ນັກທ່ອງທ່ຽວ ຊົມຖານທີ່ ຕັ້ງສູນກາງ ກົມການເມືອງ ພາກໃຕ້ ດ້ວຍບັນດາຕູບຄ້າຍ ທີ່ມຸງດ້ວຍໃບໄມ້. ພາບ: ຢາງເຟືອງ

ໃນຊຸມປີສົງຄາມ, ທີ່ໝັ້ນສູນກາງພັກປະຈຳພາກໃຕ້ ໄດ້ກາຍເປັນ ນະຄອນຫຼວງ ຂອງ ການປະຕິວັດ ພາກໃຕ້, ເປັນບ່ອນ ເຄື່ອນໄຫວ ປະຕິວັດ ທີ່ຍາກລຳບາກ, ເສຍສະຫຼະເພື່ອຊາດ, ແຕ່ກໍເປັນທີ່ພູມໃຈ ຂອງ ບັນດາສະຫາຍການນຳຂັ້ນສູງ ຂອງພັກ ພ້ອມດ້ວຍພະນັກງານ ແລະ ນັກຮົບຫຼາຍຄົນ ໃນພາລະກິດກູ້ຊາດ ຕ້ານຈັກກະພັດ ອາເມລິກາ ອັນສັກສິດ ຂອງ ຊາດຢູ່ພາກໃຕ້, ໂດຍສະເພາະ ແມ່ນ ໃນສະໜາມຮົບພາກໃຕ້.

ບຸນປະເພນີ ທີ່ຈັດຂຶ້ນຢູ່ພູ ບ່າແດນ-“ຫຼັງຄາ ຂອງ ພາກໃຕ້”. ພາບ: ຫງວຽນມິງຕູ໋

ປັດຈຸບັນ, ຕັ້ງເລິກຢູ່ໃນປ່າດົງດິບ ຈ່າງຣຽກ, ປູຊະນີຍະສະຖານ ແຫ່ງຊາດພິເສດ ທີ່ໝັ້ນສູນກາງພັກ ປະຈຳພາກໃຕ້ ພ້ອມດ້ວຍ ເຮືອນພັກທີ່ມຸງດ້ວຍໃບໄມ້, ອຸໂມງລັບ ແລະ ລະບົບອຸໂມງ ທີ່ເຊື່ອມຕໍ່ກັນ ຊຶ່ງມາຮອດປັດຈຸບັນ ຍັງຄົງ ໄດ້ຮັບການອະນຸລັກໄວ້ ຢ່າງສົມບູນ.

ຫ່າງຈາກນີ້ບໍ່ໄກ, ພູ ບ່າແດນ - “ຫຼັງຄາ ຂອງ ພາກໃຕ້”- ຕັ້ງ ສະຫງ່າຢູ່ກາງທົ່ງພຽງ ເຊິ່ງໄດ້ເປັນສັນຍາລັກແຫ່ງຄວາມເຂັ້ມແຂງ  ຂອງ ໄຕນິງ. ດ້ວຍລະບົບກະເຊ້ົາລອຍຟ້າ ທີ່ທັນສະໄໝທີ່ສຸດ ໃນ ໂລກ, ນັກທ່ອງທ່ຽວສາມາດຂຶ້ນສູ່ຍອດພູ ໄດ້ຢ່າງສະດວກສະບາຍ ເພື່ອຊົມທະເລເມກສີຂາວ ທີ່ລອຍລ່ອງ ອ້ອມຮູບປັ້ນພະພຸດທະ ຮູບ ເຈົ້າແມ່ ສູງ 72 ມ ທີ່ງົດງາມ ໃນແສງແດດຍາມເຊົ້າ.

ບັນດາທົ່ງໄຟຟ້າພະລັງງານ ແສງຕາເວັນ ຕັ້ງຢູ່ແຄມອ່າງ ເກັບ ນ້ຳ ເຢົ່າຕ໋ຽງ. ພາບ: ທົງຫາຍ/VNP

ໄຕນິງ ໃນມື້ນີ້ ແມ່ນຂົວຕໍ່ ການພົວພັນການຄ້າທີ່ສໍາຄັນ ລະ ຫວ່າງ ຫວຽດນາມ-ກຳປູເຈຍ ແລະ ເຊື່ອມຕໍ່ກັບຕະຫຼາດ ASEAN. ດ່ານສາກົນ ມົກບ່າຍ, ເສັ້ນທາງຄົມມະນາຄົມ ທີ່ສໍາຄັນ ຊຶ່ງເຊື່ອມ ຕໍ່ ນະຄອນ ໂຮ່ຈີມິນ ກັບນະຄອນຫຼວງ ພະນົມ ເປັນ (ກຳປູເຈຍ) ທີ່ຄັບຄາໜາແໜ້ນໄປດ້ວຍ ຂະບວນລົດການຄ້າ ຂ້າມຊາຍແດນ ທັງ ກາງເວັນ ແລະ ກາງຄືນ. ຕາມເສັ້ນທາງຫຼວງ ເລກ 22, ສາງສິນຄ້າ ແລະ ການບໍລິການ logistics ໄດ້ຖືກ ສ້າງຂຶ້ນຢ່າງຫຼວງຫຼາຍ. ເຂດປອດພາສີ ກຳລັງຢູ່ໃນຂັ້ນຕອນ ການກໍ່ສ້າງ, ໝັ້ນໝາຍຈະເຮັດໃຫ້ ມົກບ່າຍ ກາຍເປັນສູນກາງ ການຂົນສົ່ງສິນຄ້າຍຸດທະສາດ.

ຮູບແບບການປູກໝາກແຕງ ເມລອນ ໃນເຮືອນຕາໜ່າງ ໄດ້ ຖືກຂະຫຍາຍອອກ ເປັນວົງກວ້າງ ຢູ່ແຂວງ ໄຕນິງ. ພາບ: ທົງຫາຍ/VNP

ໄຕນິງ ໃນມື້ນີ້ ຍັງເປັນຈຸດເດັ່ນທາງດ້ານອຸດສາຫະກໍາ ຂອງ ພາກ ພື້ນ ເຂດຕາເວັນອອກສ່ຽງໃຕ້. ເຂດອຸດສາຫະກໍາ ເຟືອກດົງ-ເບີ່ຍ ເລີ່ຍ, ຈາງບ່າງ, ...ໄດ້ຮວມເອົາຫຼາຍຮ້ອຍວິສາຫະກິດ ທັງພາຍໃນ ແລະ ຕ່າງປະເທດ, ພົ້ນເດັ່ນ ແມ່ນອຸດສາຫະກໍາປຸງແຕ່ງ, ເອເລັກ ໂຕຣນິກ, ຕ່ຳແຜ່ນຕັດຫຍິບ ແລະ ພະລັງງານທົດແທນ.

ໂຮງງານຜະລິດເສັ້ນດ້າຍ ແລະ ຜ້າ ILSHIN ຢູ່ເຂດອຸດສາຫະ ກຳ ເຟື໋ອກດົງ ເຮັດວຽກເຕັມກຳລັງ ການຜະລິດ ທັງກາງເວັນ ແລະ ກາງຄືນ. ພາບ: ຫງວຽນລວນ/VNP
ໄຕນິງ​ ໄດ້​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບ້ານ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ. ພາບ: ຫງວຽນລວນ/VNP

ຄຽງຄູ່ກັບອຸດສາຫະກໍາ, ໄຕນິງ ຍັງເປັນເມືອງເອກ ທາງດ້ານ ຜະ ລິດຕະພັນກະເສດ ຂອງ ພາກໃຕ້ ດ້ວຍການປູກອ້ອຍ, ມັນຕົ້ນ, ຢາງພາລາ... ໃນຊຸມປີມໍ່ໆ ມານີ້, ແຂວງ ໄດ້ຫັນປ່ຽນ ຢ່າງແຂງແຮງ ໄປສູ່ ກະສິກຳ ເຕັກໂນໂລຊີສູງ ດ້ວຍບັນດາ ເຂດເຮືອນຕາໜ່າງ ສີຂາວ ຕັ້ງຢັ່ງຢາຍ ຄືກັບກອດເອົາ ທົ່ງນາ, ພາຍໃນແມ່ນສວນໝາກເລັ່ນ, ໝາກແຕງ, ໝາກເຜັດ... ທີ່ໄດ້ ຮັບການເບິ່ງແຍງ ດ້ວຍລະບົບ ການຫົດນໍ້າແບບຢອດ ທີ່ທັນສະໄໝ ຂອງ ອິດສະຣາແອນ. ບັນ ດາຮູບ ແບບດັ່ງກ່າວ ກຳລັງ ຂະຫຍາຍຕົວ ໄປທົ່ວທຸກບ່ອນ, ເຊິ່ງປະກອບສ່ວນ ເຮັດໃຫ້ ຜະລິດຕະພັນກະເສດ ຂອງ ໄຕນິງ ກ້າວອອກສູ່ຕະຫຼາດສາກົນ.

ສະຫາຍ ຫງວຽນ​ຟ້າມ​ຢຸຍຈາງ, ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ​ມອບ​ຄອມ​ພິວ​ເຕີ​ໃຫ້​ໂຮງຮຽນ​ປະຖົມ ຫງວຽນບ໋າຫງອກ, ​ເຊິ່ງ​ເປັນ​ໂຮງຮຽນ​ທີ່​ຕັ້ງ​ຢູ່​ໃກ້​ເຂດ​ຊາຍ​ແດນ. ພາບ: ມິງຝູ໋
ດ່ານຊາຍແດນສາກົນ ມົກບ່າຍ ທີ່ແອອັດໄປດ້ວຍຂະບວນ ລົດ ຂົນສົ່ງສິນຄ້າ ໄປມາຜ່ານ ລະຫວ່າງ ສອງຊາຍແດນ. ພາບ: ຫງວຽນລວນ/VNP

ທັງໝົດນີ້ ໄດ້ສ້າງຮູບພາບ ຂອງ ໄຕນິງ ທີ່ເຕັມໄປດ້ວຍຄວາມສົດ ໃສ ຂອງ ດິນແດນ ທີ່ເຄີຍຍາກລໍາບາກ ແລະ ກ້າຫານ ກຳລັງກ້າວ ໄປສູ່ຍຸກໃໝ່ ຢ່າງໝັ້ນໃຈ ພ້ອມກັບທົ່ວປະເທດ, ເປັນຍຸກແຫ່ງການ ເຕີບໂຕ ຂອງຊາດ.

ບົດ ແລະ ພາບໂດຍ: ຕ໋ວນລອງ, ແທງຮ່ວາ, ຮວ່າງຮ່າ, ຫວຽດເກື່ອງ, ທົງຫາຍ, ຫງວຽນລວນ ແລະ ຜູ້ຮ່ວມງານ - ແປໂດຍ: ບິກລຽນ

 


top