ວັດ ແມັດ - ວັດ ເກົ່າແກ່ຢູ່ “ດິນແດນແຫ່ງການສຶກສາ” ໂກ່ອາມ

ວັດ ແມັດ - ວັດ ເກົ່າແກ່ຢູ່ “ດິນແດນແຫ່ງການສຶກສາ” ໂກ່ອາມ

ຕັ້ງຢູ່ພື້ນທີ່ຕາແສງ ໂກ່ອາມ, ເມືອງ ຫວິ໊ງບ໋າວ, ນະຄອນ ຫາຍ ຟ່ອງ, ວັດ ແມັດ ໄດ້ຮັບການກໍ່ສ້າງ ໃນສະຕະວັດທີ XVI ໂດຍນາຍພົນ ເຈິ່ນຄັກຈາງ. ວັດແຫ່ງນີ້ເຄີຍເປັນສະຖານທີ່ປະຕິບັດທຳຂອງ ພະສົງ ແລະ ພະລືສີ ທີ່ມີຊື່ສຽງຫຼາຍອົງ (ໃນນັ້ນມີ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ), ດັ່ງນັ້ນຈິ່ງຖືວ່າ ເປັນໂຮງຮຽນສາສະໜາພຸດ, ສູນກາງວັດທະນະທຳ ຂອງ ແຖບດິນ ໂກ່ອາມ. 

ວັດ ແມັດ ໄດ້ຖືກຈັດອັນດັບໃຫ້ເປັນ ບູຮານສະຖານປະຫວັດສາດ ແລະ ວັດທະນະທຳ ແຫ່ງຊາດ ແຕ່ປີ 1998. ພາບ: ກົງດາດ/VNP

ຜ່ານການຜັນແປປ່ຽນແປງຫຼາຍຢ່າງ ຂອງ ປະຫວັດສາດ ກັບການສ້ອມແປງ, ປະຕິສັງຂອນຫຼາຍຄັ້ງ, ແຕ່ວັດ ແມັດ ຍັງຄົງຮັກສາໄວ້ໄດ້ສະຖາປັດຕະຍະກຳ ທີ່ເປັນເອກະລັກ, ເກົ່າແກ່, ງຽບຂຶມ ແລະ ຄຸນຄ່າ ທາງວັດທະນະທຳ ພື້ນເມືອງ. ສະຖາປັດຕະຍະກຳພື້ນເມືອງ ຂອງ ຫວຽດນາມ ໄດ້ສະແດງອອກຜ່ານກິດຈະການຕ່າງໆ ຂອງວັດ ແມັດ ເປັນຕົ້ນຄື: ປະຕູໂຂງ ມີທາງເຂົ້າ 3 ທາງ ເຊິ່ງເປັນຈຸດເດັ່ນທຳອິດ ເມື່ອກ້າວເຂົ້າສູ່ວັດ, ປະຕູໂຂງ ມີສະຖາ ປັດຕະຍະກຳ ທີ່ເກົ່າແກ່ ດ້ວຍລວດລາຍທີ່ປານີດ. ຕໍ່ໄປແມ່ນພື້ນທີ່ຫ້ອງທຳມະສະພາ ຊຶ່ງເປັນສະຖານທີ່ບູຊາພະພຸດທະເຈົ້າ, ມີຮູບປັ້ນພະພຸດທະເຈົ້າ ເຮັດດ້ວຍໄມ້ທີ່ມີຄ່າ, ຖືກແກະສະຫຼັກຢ່າງປາ ນີດແນບນຽນ. ບໍລິເວນຫ້ອງບູຊາບັນພະບຸລຸດ ຜູ້ມີຄຸນງາມຄວາມ ດີ ໃນການກໍ່ສ້າງ ແລະ ພັດທະນາວັດ. ນອກຈາກນັ້ນ, ພາຍໃນວັດ ຍັງມີສາລາໄວ້ ໃຫ້ແຂກຄົນຈາກທົ່ວທຸກສາລະທິດ ທີ່ມາໄຫວ້ບູຊາພະພຸດທະເຈົ້າ, ມີໜອງບົວ ທີ່ສ້າງຄວາມບໍລິສຸດ ແລະ ງຽບສະຫງົບ ໃຫ້ແກ່ວັດ.

ທັດສະນີຍະພາບ ຂອງ ວັດ ແມັດ ເບິ່ງຈາກມຸມສູງ. ພາບ: ເອກະສານ

ດ້ານໜ້າ ຂອງ ຫ້ອງທຳມະສະພາ ໃນວັດ ແມັດ. 

ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ວັດ ແມັດ ມີຄວາມເປັນພິ​ເສດ​ຄື ສາຍສຳພັນກັບ ຈໍຫງວນ ຈິ່ງ ຫງວຽນບິ່ງຄຽມ. ຕາມ​​ບັນ​ທຶກ​ປະ​ຫວັດ​ສາດ​, ຫງວຽນບິ່ງຄຽ​ມ ເສັງໄດ້ຈໍຫງວນ. ໄດ້ເປັນພະຍາ ເຖິງ 7 ປີ, ເພິ່ນຍື່ນສານ ກ່າວປະນາມໂທດ ເສນາອາມາດ 18 ຄົນ ທ່ີສໍ້ລາດບັງຫຼວງ ແຕ່ບໍ່ໄດ້ຮັບຟັງ ຈາກຂັ້ນເທິງ ເພິ່ນຈຶ່ງຂໍສະລະຕຳແໜ່ງ ແລ້ວ ກັບຄືນບ້ານເກີດ ໃຊ້ຊີວິດແບບງຽບໆ. ​ເພິ່ນ​ໄດ້​ສ້າງ ສໍານັກສົງ ຕັ້ງຊື່ວ່າ ແບັກເວິນ ແລະ ​ເປີດ​ຫ້ອງຮຽນ​ຢູ່​ວັດ ແມັດ. ຫງວຽນ​ບິ່ງຄຽມ ​ໄດ້ສອນລູກສິດ ຫຼາຍຄົນໃຫ້ກາຍເປັນຜູ້ມີຄຸນສົມບັດ ແລະ ມີຄວາມສາມາດເຊັ່ນ: ຫງວຽນຢື໊, ລາຊະມົນຕີ ຍຸຕິທໍາ ເລເລືອງຫື້ວແຄ໋ງ, ຈໍຫງວນ ບຸ່ງ ຟຸ່ງຄັກຄວານ... 

ພາບລວມ ຂອງ ຫ້ອງທຳມະສະພາໃນວັດ ແມັດ. ພາບ: ກົງດາດ/VNP

ວັດ ແມັດ ບໍ່ພຽງແຕ່ເປັນກິດຈະກຳ ສະຖາປັດຕະຍະກຳ ທີ່ເປັນເອກະລັກເທົ່ານັ້ນ, ແຕ່ຍັງເປັນບ່ອນອະນຸລັກຮັກສາ ຄຸນຄ່າທາງດ້ານວັດທະນະທຳ, ຈິດວິນຍານ ຢ່າງເລິກເຊິ່ງ. ວັດ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້ ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ ຂອງ ​ຊາວ​ທ້ອງ​ຖິ່ນ. ​ໃນ​ແຕ່ລະ​ປີ, ວັດ ແມັດ ​ໄດ້​ຈັດ​ຕັ້ງ​ ງານ​ບຸນ​ປະ​ເພນີ​ ຫຼາຍ​ຢ່າງ​ເຊັ່ນ: ວັນບຸນວິສາຂະບູຊາ, ບຸນ ວູລານ... ​ຊຶ່ງໄດ້​ດຶງ​ດູດ​ມວນຊົນ ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ພິທີຕ່າງໆ ມັກຖືກຈັດຂຶ້ນຢູ່ວັດ ແມັດ. ພາບ: ເອກະສານ

ປັດຈຸບັນ, ວັດ ແມັດ ບໍ່ພຽງແຕ່ເປັນສະຖານທີ່ທາງຈິດວິນຍານເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈອີກດ້ວຍ. ​ແຕ່ລະ​ປີ, ​ມີນັກ​ທ່ອງ​ທ່ຽວ​ ເປັນ​ຈຳນວນ​ຫຼວງ​ຫຼາຍ​ ໄດ້ມາ​ຢ້ຽມຢາມ ​ແລະ ຊອກ​ຮູ້​ປະຫວັດສາດ ​ແລະ ວັດທະນະທຳ​ ຂອງ​ ວັດ. ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ ​ຂອງ ​ວັດ ແມັດແມ່ນ​ວຽກ​ງານ​ທີ່ສຳຄັນ​ ຂອງ ຊຸມຊົນ.

ວັດ ແມັດ ໄດ້​ຈັດ​ຕັ້ງ​ ບຸນໄຫວ້ພະຈັນ ​ຢູ່​ແຖບດິນ ຈໍຫງວນ ​ແລະ ມອບ​ຂອງຂວັນ ​ໃຫ້​ນັກຮຽນ​ຢູ່​ໃນພື້ນທີ່. ພາບ: ເອກະສານ

ວັດ ແມັດ ແມ່ນສັນຍາລັກ ວັດທະນະທໍາ ຂອງແຜ່ນດິນ ໂກ່ອາມ, ບໍ່ພຽງແຕ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ສະຖາປັດຕະຍະກຳ ເທົ່ານັ້ນ, ແຕ່ຍັງເປັນບ່ອນຮັກສາຄຸນຄ່າທາງດ້ານຈິດໃຈ ອັນເລິກເຊິ່ງ ຂອງປະຊາຊົນທ້ອງຖິ່ນ ອີກດ້ວຍ. ການ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດ​ທະນະ​ທຳ ຂອງ ວັດ ແມັດ ​ແມ່ນ​ໜ້າ​ທີ່​ສຳຄັນ, ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ມໍລະດົກ​ ວັດທະນະທຳ​ຂອງ​ຊາດ.

ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ


top