ລັກສະນະພິເສດ ເຄື່ອງປັ້ນດິນເຜົາ ບຽນຮວ່າ
ໝູ່ບ້ານອາຊີບ ຜະລິດເຄື່ອງປັ້ນດິນເຜົາ ບຽນຮວ່າ ຕັ້ງຢູ່ລຽບ ຕາມ ແມ່ນ້ຳ ດົ່ງນາຍ ແລະ ມີອາຍຸກວ່າ 300 ປີ ມີຊື່ສຽງ ດ້ວຍ 2 ໝູ່ ບ້ານອາຊີບ ຜະລິດເຄື່ອງປັ້ນດິນເຜົາ ໃຫຍ່ກວ່າໝູ່ຄື ໝູ່ບ້ານອາ ຊີບ ຜະລິດເຄື່ອງປັ້ນດິນເຜົາ ເຕິນວ້ານ ແລະ ກຸ່ມເຄື່ອງປັ້ນດິນເຜົາ ໂຮງຮຽນສິລະປະກຳຫັດຖະກຳ ບຽນຮວ່າ, ປັດຈຸບັນ ຍັງຄົງຕົວ ແລະ ພັດທະນາ ໃຫ້ຈະເລີນ ຮຸ່ງເຮືອງ. ນີ້ແມ່ນຕົ້ນກຳເນີດ ຂອງ ບັນດາໝູ່ບ້ານ ອາຊີບ ຜະລິດເຄື່ອງປັ້ນດິນເຜົາ ພາກໃຕ້ທີ່ມີຊື່ສຽງຄື: ເຄື່ອງປັ້ນດິນເຜົາ ບິ່ງເຢືອງ, ເຄື່ອງປັ້ນດິນເຜົາ ຖູດຶກ...
ສະຕະວັດ ທີ XVII, ຜູ້ອົບພະຍົບຊາວຫວຽດ ແລະ ຊາວຈີນ ໄດ້ ອົບພະຍົບເຂົ້າມາ ຕັ້ງຖິ່ນຖານ ບຸກເບີກແຖບດິນດົ່ງນາຍ ແລະ ຊ່າງ ປັ້ນດິນເຜົາ ທີ່ ຕັ້ງຖິ່ນຖານຢູ່ ກູ່ລາວໂຟ ໄດ້ສ້າງເຕົາເຜົາ ເຄື່ອງປັ້ນ ດິນເຜົາ ເພື່ອຜະລິດ ເປັນສິນຄ້າຕົ້ນຕໍຄື: ໄຫ, ໄຫເກັບ ນໍ້າ, ກວດ, ໄຫໃສ່ກະດູກ ຄົນຕາຍ …ບາງບ່ອນຄື: ທ່າກຳປັ່ນ ໝຽງແຊ່ງ, ຄອງນ້ຳ ຫຼໍ່ງົມ ຢູ່ ກູ່ລາວໂຟ ໄດ້ສະແດງໃຫ້ເຫັນວ່າ ອາຊີບຜະລິດເຄື່ອງປັ້ນດິນເຜົາ ເຄີຍມີຢູ່ທີ່ນີ້.
ໃນຕົ້ນສະຕະວັດທີ XX, ອາຊີບຜະລິດເຄື່ອງປັ້ນດິນເຜົາ ໄດ້ພັດ ທະນາຢ່າງແຂງແຮງຢູ່ ບຽນຮວ່າ. ແຕ່ຮອດປີ 1903, ເມື່ອໂຮງ ຮຽນອາຊີວະສຶກສາ ບຽນຮ່ວາ, ປັດຈຸບັນ ແມ່ນ ວິທະຍາໄລ ສິລະ ປະກຳຫັດຖະກຳ ຕົບແຕ່ງ ດົ່ງນາຍ ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ຊາວ ຝຣັ່ງ, ເຄື່ອງປັ້ນດິນເຜົາ ບຽນຮ່ວາ ຈຶ່ງໄດ້ ເຂົ້າສູ່ຈຸດຫັນປ່ຽນໃໝ່ທີ່ສຳຄັນ ໃນການພັດທະນາ ຂອງ ປະເພດເຄື່ອງປັ້ນດິນເຜົາ ບຽນຮວ່າ-ສ້າງຂີດໝາຍດ້ານສິລະປະກຳ ຫັດຖະກຳ.
ບັນດາຜະລິດຕະພັນ ເຄື່ອງປັ້ນດິນເຜົາ ບຽນຮວ່າ ມີຄວາມ ຫຼາກ ຫຼາຍດ້ານຄວາມງາມ ເພາະການສະແດງອອກ ແລະ ພອນສະ ຫວັນ ຂອງ ຊ່າງຝີມືແຕ່ລະຄົນມີຄວາມແຕກຕ່າງກັນ. ມີບາງຄົນໄດ້ຮັບອິດທິພົນຈາກສິລະປະເຄື່ອງປັ້ນດິນເຜົາຈາກພາກເໜືອ, ສ່ວນຊາວ ຈີນ ແລະ ຊາວ ຂະແມ ແມ່ນມາຈາກທົ່ວທຸກແຫ່ງ, ສະນັ້ນເຮັດໃຫ້ເຄື່ອງປັ້ນດິນເຜົາ ຈຶ່ງມີຄວາມຫຼາກຫຼາຍທາງດ້ານລວດ ລາຍ ແລະ ຮູບແບບ.
ເພື່ອໃຫ້ມີລັກສະນະສະເພາະ ຂອງ ເຄື່ອງປັ້ນດິນເຜົາ ບຽນຮວ່າ ແມ່ນຂຶ້ນກັບຫຼາຍປັດໄຈ. ເຕັກນິກການປຸງແຕ່ງ ທາດ ເຄືອບແມ່ນ ຂັ້ນຕອນທີ່ສໍາຄັນຫຼາຍ ເພາະວ່າ ຂັ້ນຕອນນີ້ ຈະເປັນການຕັດສິນ ສີ ຂອງ ຜະລິດຕະພັນ. ການໃຊ້ທາດເຄືອບ ຍັງເປັນຂັ້ນຕອນ ທີ່ ສໍາຄັນ, ທ່ານຕ້ອງມີຄວາມຄຸ້ນເຄີຍ ແລະ ເຮັດຢ່າງສະໝໍ່າສະເໝີ, ຖ້າບໍ່ດັ່ງນັ້ນ, ເມື່ອເອົາໄປເຜົາ ຜະລິດຕະພັນ ຈະບິດບ້ຽວ ແລະ ປ່ຽນຮູບຊົງ. ຄຸນນະພາບ ຂອງ ທາດເຄືອບ ກໍ່ມີຄວາມສໍາຄັນເທົ່າ ທຽມກັນ. ຖ້າທາດເຄືອບ ບໍ່ດີ ຈະສົ່ງຜົນກະທົບຕໍ່ຄວາມງາມ ຂອງ ຜະລິດຕະພັນ. ເພາະສະນັ້ນ, ບັນດາໂຮງງານຜະລິດເຄື່ອງປັ້ນ ດິນເຜົາ ເອົາຊະນະກັນ ບໍ່ພຽງແຕ່ຂຶ້ນກັບການອອກແບບເທົ່າ ນັ້ນ, ແຕ່ຍັງຂຶ້ນ ກັບທາດເຄືອບດິນເຜົາ ອີກດ້ວຍ. ດັ່ງນັ້ນ, ເຕົາເຜົາ ດິນ ເຜົາ ແຕ່ລະແຫ່ງ ຈະຮັກສາຄວາມລັບ ຂອງ ຕົນ ກ່ຽວກັບ ເຕັກນິກ ການປຸງແຕ່ງທາດເຄືອບ. ນອກຈາກນັ້ນ, ຂັ້ນຕອນການເຜົາ ຍັງ ເປັນຂັ້ນຕອນທີ່ສໍາຄັນ ເພາະວ່າ ມັນກໍານົດຜົນສໍາເລັດ ຫຼື ຄວາມ ລົ້ມເຫຼວ ຂອງສະຖານທີ່. ນາຍຊ່າງເຕົາເຜົາ ຕ້ອງມີປະສົບການ, ພວກເຂົາສາມາດ ກໍານົດອຸນຫະພູມ ດ້ວຍຕາ ໄດ້ຢ່າງຖືກຕ້ອງ ແລະ ຈາກນັ້ນ ຄວບຄຸມອຸນຫະພູມ ທີ່ເໝາະສົມໃນເຕົາເຜົາ.
ທ້າວ ເຮື໋ອທຽນຟຸກ (ອາຍຸ 18 ປີ), ຜູ້ສືບທອດຂອງໂຮງງານຜະລິດ ເຄື່ອງປັ້ນດິນເຜົາ ຟອງເຊີນ ຢູ່ ເຕິນວ້ານ, ບຽນຮວ່າ ໃຫ້ຮູ້ວ່າ: “ອາ ຊີບຜະລິດເຄື່ອງປັ້ນດິນເຜົາ ແມ່ນອາຊີບມູນເຊື້ອ ຂອງ ຄອບຄົວ, ສະນັ້ນຂ້າພະເຈົ້າຢາກຮັກສາມູນເຊື້ອ ຂອງ ຄອບຄົວ ແລະ ພັດ ທະນາໃຫ້ນັບມື້ນັບມີຫຼາຍຄົນຮູ້ຈັກເຖິງຊື່ ສຽງເຄື່ອງປັ້ນດິນເຜົາ ບຽນຮວ່າ, ອາຊີບຜະລິດເຄື່ອງປັ້ນດິນເຜົາ ຈະຕ້ອງໃຊ້ຄວາມລະມັດລະວັງ ແລະຊັດເຈນ, ດັ່ງນັ້ນ ຂ້າພະເຈົ້າ ຕ້ອງຝຶກຝົນຫຼໍ່ຫຼອມຫຼາຍຄັ້ງ, ຕ້ອງໃຊ້ເວລາ, ເຫ່ືອແຮງຫຼາຍ ແລະ ຂ້າພະເຈົ້າໄດ້ປ້າ, ລຸງ ສອນໃຫ້ຮູ້ຫຼາຍຢ່າງ, ສະນັ້ນເມື່ອອາຍຸ 6 ປີ, ຂ້າພະເຈົ້າ ເລີ່ມ ຮູ້ວິທີ ການສ້າງຮູບຊົງ ແລະ ປັ້ນເຄື່ອງປັ້ນດິນເຜົາແລ້ວ”.
ທ້າວ ເຮື໋ອທຽນຟຸກ (ອາຍຸ 18 ປີ), ຜູ້ສືບທອດຂອງໂຮງງານຜະລິດ ເຄື່ອງປັ້ນດິນເຜົາ ຟອງເຊີນ ຢູ່ ເຕິນວ້ານ, ບຽນຮວ່າ ໃຫ້ຮູ້ວ່າ: “ອາ ຊີບຜະລິດເຄື່ອງປັ້ນດິນເຜົາ ແມ່ນອາຊີບມູນເຊື້ອ ຂອງ ຄອບຄົວ, ສະນັ້ນຂ້າພະເຈົ້າຢາກຮັກສາມູນເຊື້ອ ຂອງ ຄອບຄົວ ແລະ ພັດ ທະນາໃຫ້ນັບມື້ນັບມີຫຼາຍຄົນຮູ້ຈັກເຖິງຊື່ ສຽງເຄື່ອງປັ້ນດິນເຜົາ ບຽນຮວ່າ, ອາຊີບຜະລິດເຄື່ອງປັ້ນດິນເຜົາ ຈະຕ້ອງໃຊ້ຄວາມລະມັດລະວັງ ແລະຊັດເຈນ, ດັ່ງນັ້ນ ຂ້າພະເຈົ້າ ຕ້ອງຝຶກຝົນຫຼໍ່ຫຼອມຫຼາຍຄັ້ງ, ຕ້ອງໃຊ້ເວລາ, ເຫ່ືອແຮງຫຼາຍ ແລະ ຂ້າພະເຈົ້າໄດ້ປ້າ, ລຸງ ສອນໃຫ້ຮູ້ຫຼາຍຢ່າງ, ສະນັ້ນເມື່ອອາຍຸ 6 ປີ, ຂ້າພະເຈົ້າ ເລີ່ມ ຮູ້ວິທີ ການສ້າງຮູບຊົງ ແລະ ປັ້ນເຄື່ອງປັ້ນດິນເຜົາແລ້ວ”.
ເຄື່ອງປັ້ນດິນເຜົາ ບຽນຮວ່າ ບໍ່ພຽງແຕ່ມີຄຸນຄ່າທາງ ປະຫວັດສາດ ອັນສະຫງ່າອົງອາດເທົ່ານັ້ນ, ແຕ່ຍັງແມ່ນ “ມໍລະດົກ ທາງວັດທະ ນະທຳ” ກ່ຽວກັບຄວາມຮຸ່ງເຮືອງ ໃນຍຸກທອງບູຮານ ຂອງ ເຂດ ພາກໃຕ້ ອີກດ້ວຍ.
- ບົດ ແລະ ພາບໂດຍ: VNP/ທົງຫາຍ - ແປໂດຍ: ຢືຟຽນ