ຢໍ່ຈາ ເອືອກເລ໊ - ລົດຊາດແບບ ຫວຽດນາມ ຢ່າງແທ້ຈິງ
ຕັ້ງຢູ່ລຽບຕາມສາຍນ້ຳ ເຍ້ວ, ໝູ່ບ້ານ ເອືອກເລ໊ (ຕາແສງ ເຢິນຮວ່າ, ນະຄອນ ຮ່າໂນ້ຍ) ແມ່ນມີຊື່ສຽງໂດ່ງດັງ ມາແຕ່ດົນ ດ້ວຍອາຊີບ ເຮັດ ຢໍ່ຈາ. ຜ່ານການເວລາ ເກືອບ 500 ປີ, ອາຊີບມູນເຊື້ອແຫ່ງນີ້ ບໍ່ພຽງ ແຕ່ ແມ່ນການຫາລ້ຽງຊີບ ເທົ່ານັ້ນ, ແຕ່ຍັງແມ່ນການ ລວບລວມ ເອົາ ສິ່ງຍອດຍິ່ງ ຂອງ ອາຫານ ຫວຽດນາມ, ເຊິ່ງ ຢໍ່ຈາ ແຕ່ລະຕ່ອນ ລ້ວນ ແຕ່ສະແດງເຖິງຄຸນຄ່າ ທາງດ້ານວັດທະນະທຳ ແລະ ຄວາມທຸ້ມເທ ຂອງ ຜູ້ເຮັດ.
ທ່ານ ຫງວຽນດຶກບິ່ງ, ຊ່າງຝີມື ຜູ້ທີ່ມີປະສົບການຫຼາຍກວ່າ 40 ປີ ໃນ ການນຳເອົາ ຢໍ່ຈາ ເອືອກເລ໊ ກ້າວອອກສູ່ຕະຫຼາດພາຍໃນ ແລະ ຕ່າງ ປະເທດໃຫ້ຮູ້ວ່າ ຈຸດພິເສດ ຂອງ ຢໍ່ຈາ ຢູ່ແຫ່ງນີ້ ແມ່ນຢູ່ ໃນການຄັດ ເລືອກວັດຖຸດິບ ທ່ີເຂັ້ມງວດ. ຊ່າງຝີມື ຈະນຳໃຊ້ສະເພາະຊີ້ນສົດໃໝ່ ແລະ “ຮ້ອນ” ເພື່ອຮັກສາຄວາມໜຽວ ແບບທຳມະຊາດ, ເຮັດໃຫ້ ຕ່ອນ ຢໍ່ລົ້ວ ມີສີບົວອ່ອນ, ໜ້າ ຢໍ່ ລະອຽດອ່ອນ ພ້ອມດ້ວຍຮູນ້ອຍໆ ທີ່ເປັນເອກະລັກ.
ລົດຊາດ ຂອງ ຢໍ່ ເອືອກເລ໊ ມີລົດຫວານອ່ອນໆ, ຫອມກິ່ນໃບຕອງ, ໃນ ຂະນະທີ່ ຈາເກ໋ວ ແມ່ນໂດດເດັ່ນ ດ້ວຍຊັ້ນນອກສີເຫຼືອງ, ຫອມກິ່ນ ຂອງ ເຄື່ອງເທດ, ທາງໃນ ມີຄວາມອ່ອນນຸ້ມ ແລະ ຫວານ. ຄວາມກົມ ກຽວນີ້ເອງ ທີ່ໄດ້ສ້າງເປັນ ມາດຕະຖານແຫ່ງລົດຊາດ ທີ່ເຕັມໄປດ້ວຍ ເອກະລັກ ຂອງ ອາຫານ ຫວຽດ.
ບໍ່ພຽງແຕ່ຈຳກັດ ຢູ່ພາຍໃນ ໝູ່ບ້ານເທົ່ານັ້ນ, ຊາວບ້ານ ເອືອກເລ໊ ໄດ້ ນຳເອົາອາຊີບນີ້ ໄປເຜີຍແຜ່ທຸກແຫ່ງຫົນ ແລະ ກ້າວອອກສູ່ ຕ່າງປະ ເທດ ມາແຕ່ດົນ ແລ້ວ. ບໍ່ວ່າຢູ່ບ່ອນໃດ ທີ່ມີປະຊາຄົມຊາວ ຫວຽດ ນາມ ອາໃສຢູ່, ຢູ່ບ່ອນນັ້ນ ກໍຈະມີ ຢໍ່ຈາ ເອືອກເລ໊, ເຊິ່ງເປັນ ວິທີການ ຮັກສາ ແລະ ເຜີຍແຜ່ລົດຊາດ ຂອງ ບ້ານເກີດເມືອງນອນ.
ໃນປັດຈຸບັນ, ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝ, ໝູ່ບ້ານອາຊີບ ແຫ່ງນີ້ ຍັງຄົງຍຶດໝັ້ນກັບຄຸນນະພາບ ແລະ ຊື່ສຽງ. ຢໍ່ຈາ ແຕ່ລະຕ່ອນ ບໍ່ພຽງແຕ່ແມ່ນອາຫານເທົ່ານັ້ນ, ແຕ່ຍັງແມ່ນເລື່ອງລາວ ກ່ຽວກັບປະ ຫວັດສາດ, ກ່ຽວກັບຈາລິຍະທໍາ ຂອງ ອາຊີບ ແລະ ກ່ຽວກັບລົດຊາດ ຫວຽດນາມ ທີ່ໄດ້ສືບທອດກັນມາ ຜ່ານການເວລາ.
ບົດ ແລະ ພາບ: ແທງຢາງ
