ມໍລະດົກ ຫວຽດນາມ - ສີສັນເອກະລັກສະເພາະ ສຳລັບມວນມະນຸດຊາດ
ຈາກພາບແຕ້ມ ດົງໂຮ່ ແຜ່ນຕ່າງໆ ທີ່ແຂວນໄວ້ຢູ່ຫ້ອງວາງສະແດງ ຢູ່ ນິວຢອກ, ສຽງພິນໄດ໋ ທີ່ດັງກ້ອງກັງວານທີ່ ປາຣີ, ຈົນເຖິງຈັງຫວະ ເຄາະໄມ້ ຂອງ ການຂັບກາຈູ່ ຢູ່ກາງຄຸ້ມເມືອງເກົ່າ ຮ່າໂນ້ຍ ຫຼື ສີສັນ ຂອງ ເຄື່ອງປັ້ນດິນເຜົາ ຈຳ ທີ່ປະກົດຕົວ ໃນພື້ນທີ່ຮ່ວມສະໄໝ, ແຕ່ລະຄຸນຄ່າ ລ້ວນແຕ່ເປັນ “ທູດວັດທະນະທໍາ” ຢ່າງງຽບໆ. ມໍລະດົກ ຫວຽດນາມ - ສີສັນ ທ່ີເປັນເອກະລັກ ສຳລັບມວນມະນຸດຊາດ, ແມ່ນຂະບວນວິວັດແຫ່ງການຮັບຮູ້ “ລະຫັດພັນທຸກຳ” ສີ່ຢ່າງ ທາງດ້ານວັດທະນະທຳ ທີ່ໂດດເດັ່ນຄື: ພາບແຕ້ມ ດົງໂຮ່, ຂັບ ກາຈູ່, ຂັບ ຊວານ ແລະ ເຄື່ອງປັ້ນດິນເຜົາ ຈຳ - ເຊິ່ງເປັນການປະກອບສ່ວນ ອັນລະອຽດອ່ອນ ຂອງ ຫວຽດນາມ ເຂົ້າໃນມໍລະດົກລວມ ຂອງ ໂລກ.
ສີສັນເອກະລັກ ສີ່ປະເພດ ຂອງ ວັດທະນະທຳ ຫວຽດນາມ
ໂດຍຕັ້ງຢູ່ແຄມຝັ່ງແມ່ນ້ຳ ດ໋ວງ, ບ້ານ ດົງໂຮ່, ຕາແສງ ຖ້ວນແທ່ງ (ແຂວງ ບັກນິງ) ໄດ້ສ້າງໃຫ້ມີ ພາບແຕ້ມພື້ນເມືອງ ທີ່ເປັນເອກະລັກສະເພາະ, ເຊິ່ງເປັນການກັ່ນຕອງເອົາປັດຊະຍາ ວ່າດ້ວຍ ນິເວດວິທະຍາ ຈາກອະດີດເມື່ອຫຼາຍສະຕະວັດກ່ອນ. ການໃຊ້ຜົງມຸກ ທີ່ເຮັດຈາກ ເປືອກຫອຍ ປະສົມກັບແປ້ງເຂົ້າໜຽວ ທາລົງເຈ້ຍ ຢໍ໋ ໄດ້ສ້າງເປັນແສງ ເຫຼື້ອມລະຍິບລະຍັບ ແບບທຳມະຊາດ; ສີດຳ ຈາກຖ່ານໃບໄຜ່, ສີແດງ ຈາກຫີນແດງ, ສີເຫຼືອງ ຈາກດອກຈໍາປີ, ສີຂຽວ ຈາກໃບຄາມ - ເຊິ່ງເປັນກະດານສີ ອັນບໍລິສຸດ ຂອງ ທຳມະຊາດ. ພາບແຕ້ມ ດົງໂຮ່ ບໍ່ພຽງແຕ່ແມ່ນສິລະປະ ການສ້າງຮູບປະທໍາເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຊີວິດ ການກະເສດ ແລະ ປັດຊະຍາ ຊີວະທັດ ຂອງຊາວ ຫວຽດນາມ, ສ່ວນພາບ “ງານດອງຂອງໜູ” ຫຼື ຝູງໄກ່, ໝູ ພັດໄດ້ຝາກຝັງຄວາມມຸ່ງມາດປາດຖະໜາ ກ່ຽວກັບສັງຄົມ ທີ່ມີຄວາມຍຸຕິທຳ ແລະ ມີຄວາມສຸກ.
“ພາບແຕ້ມ ດົງໂຮ່ ແມ່ນຄຳອວຍພອນ, ແມ່ນຄວາມມຸ່ງມາດ ປາຖະໜາ, ສະນັ້ນ ແຜ່ນໄມ້ແກະສະຫຼັກແຕ່ລະແຜ່ນ ຈຶ່ງແຝງໄວ້ຊຶ່ງຈິດວິນຍານ
ທີ່ບັນພະບຸລຸດໄດ້ຝາກຝັງໄວ້ຢ່າງເລິກເຊິ່ງ”
ສິລະປິນ ດີເດັ່ນ ຫງວຽນດັງເຈ໋ - ຜູ້ຮັກສາ ພາບແຕ້ມພື້ນເມືອງ ດົງໂຮ່
ຖ້າ ດົງໂຮ່ ແມ່ນກະບອກສຽງ ຂອງ ຊາວບ້ານ, ການຂັບ ກາຈູ່ ພັດ ເປັນຕົວແທນ ໃຫ້ແກ່ຈິດໃຈ ທາງວິຊາການ. ເນື່ອງຈາກ ມີໂຄງສ້າງ ທາງດ້ານ ສິລະປະ ທີ່ຍອດຍ້ຽມ ໂດຍມີການ ປະສານສົມທົບ ລະ ຫວ່າງນັກຮ້ອງຍິງ, ຜູ້ດີດພິນ ແລະ ຜູ້ຕີກອງ ເພື່ອກໍາກັບ ການສະ ແດງ, ກາຈູ່ ຖືກອົງການ UNESCO ໄດ້ບັນທຶກໄວ້ ໃນບັນຊີລາຍຊື່ ມໍລະດົກ. ສຽງຂັບ ທີ່ມີເຕັກນິກສູງ ປະສານ ກັບສຽງພິນ ໄດ໋ທີ່ທຸ້ມຕ່ຳ, ຈັງຫວະໄມ້ເຄາະ ທີ່ຄົມຊັດ; ສຽງກອງ ທີ່ຜູ້ຊົມເປັນຜູ້ຕີ ໄດ້ເຮັດໃຫ້ ການສະແດງກາຍເປັນການສົນທະນາ ທາງສິລະປະ, ເຊິ່ງຜູ້ຟັງໄດ້ມີສ່ວນຮ່ວມໂດຍກົງ ໃນການປະເມີນຄຸນຄ່າ.
“ໃນ ກາຈູ່, ສຽງເຄາະໄມ້ ແມ່ນຈັງຫວະຫົວໃຈ, ສຽງພິນ ໄດ໋ ແມ່ນ ຄວາມນຶກຄິດ, ສ່ວນສຽງຂັບແມ່ນລົມຫາຍໃຈ. ນັກຮ້ອງຍິງ ບໍ່ໄດ້ ຮ້ອງດ້ວຍລຳຄໍ
ແຕ່ຮ້ອງດ້ວຍຄວາມສະຫງົບ ຂອງ ຈິດວິນຍານ ທັງໝົດ. ເມື່ອສຽງກອງດັງຂຶ້ນ, ນັ້ນບໍ່ພຽງແຕ່ແມ່ນສຽງຊົມເຊີຍ, ແຕ່ມັນຍັງແມ່ນ ຄວາມເຂົ້າໃຈກັນດີ ລະຫວ່າງນັກສິລະປິນ
ແລະ ຜູ້ຊົມ”
ອະດີດສິລະປິນ ປະຊາຊົນ ແກວັກທິໂຮ່.
ກັບຄືນສູ່ຍຸກເລີ່ມຕົ້ນ ຂອງ ປະຫວັດສາດ ໃນສະໄໝເຫຼົ່າກະສັດ ຮຸ່ງ, ການຂັບຊວານ ໄດ້ເຊື່ອມໂຍງດົນຕີ ເຂົ້າກັບພິທີກຳ ບູຊາບັນພະບຸລຸດ. ຈາກ “ການຂັບຮ້ອງບູຊາ” ທີ່ສັກສິດ, “ການຂັບກວ໋າແກັກ” ທີ່ເຕັມໄປດ້ວຍ ລັກສະນະ ສັ່ງສອນ ຈົນເຖິງ “ການຂັບຮ້ອງໃນງານບຸນ” ທີ່ຟົດຟື້ນ, ຈັງຫວະ “ບໍໂບ້” ທີ່ລຽບງ່າຍ ອັນເປັນການລອກແບບ ອະລິຍະບົດ ການອອກແຮງງານ ແບບດັ້ງເດີມ, ສ້າງຂຶ້ນ ເຊິ່ງພື້ນທີ່ສັກສິດ ຄືນໃໝ່ ໂດຍໃຊ້ພຽງແຕ່ກອງ ແລະ ໄມ້ເຄາະເທົ່ານັ້ນ.
“ພຽງແຕ່ສາລາ ບ້ານຍັງຄົງຢູ່, ປະຊາຊົນ ຍັງຮັກແພງກັນ ສຽງຂັບ ຊວານ ກໍຈະບໍ່ມີວັນສູນຫາຍ”
ສິລະປິນປະຊາຊົນ ຫງວຽນທິລິກ (ຫົວໜ້າຄະນະ ຊວານ ອານຖ໋າຍ, ແຂວງ ຝູ໋ເຖາະ).
ໃນຂະນະດຽວກັນ, ເຄື່ອງປັ້ນດິນເຜົາ ຈຳ ແມ່ນ “ຟອດຊິວທີ່ ມີຊີວິດ” ຂອງ ເຕັກນິກຫັດຖະກຳ. ແມ່ຍິງເຜົ່າ ຈຳ ບໍ່ໄດ້ໃຊ້ແປ້ນໝູນ ແຕ່ຈະຍ່າງອ້ອມ ກ້ອນດິນ, ສ້າງຮູບຊົງດ້ວຍສອງມືເປົ່າ; ເຄື່ອງປັ້ນດິນເຜົາ ຖືກເຜົາ ຢູ່ກາງແຈ້ງ, ດູດຊັບແສງແດດ, ສາຍລົມ ແລະ ຄວັນໄຟຕາມທຳມະຊາດ, ເຮັດໃຫ້ຜະລິດຕະພັນທຸກຢ່າງ ມີເອກະລັກສະເພາະຕົວ. ສິ່ງທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງ ເຕັກນິກນັ້ນ ແມ່ນສັນຍາລັກ ຂອງ ລະບົບສັງຄົມ ສະຕີ ເປັນໃຫຍ່ ແລະ ຄວາມມີຊີວິດຊີວາ ທ່ີຍືນຍົງ ຂອງ ວັດທະນະທຳ ຈຳປາ ໃນພູມີປະເທດທີ່ ຫຼາກຫຼາຍຮູບແບບ ຂອງ ຫວຽດນາມ.
“ໄຫ, ໂຖ ແຕ່ລະໜ່ວຍ ລ້ວນແຕ່ບັນຈຸຄວາມອົບອຸ່ນ ຈາກມືຂອງແມ່ ທີ່ຖ່າຍທອດໃຫ້ລູກສາວ. ເຄື່ອງປັ້ນດິນເຜົາ ທີ່ເຜົາຢູ່ກາງແຈ້ງ, ຮັບເອົາ ແສງແດດ, ສາຍລົມ ແລະ ຄວັນໄຟ, ສະນັ້ນ ສີຂອງເຄື່ອງປັ້ນ ດິນເຜົາ ກໍຄືສີ ຂອງແຜ່ນດິນແມ່ ທີ່ເປື້ອນຂີ້ຕົມ ແຕ່ກ້າແກ່ນທົນທານ”
ອະດີດສິລະປິນ ດ່າງທິຟານ - (ໝູ່ບ້ານ ເຄື່ອງປັ້ນດິນເຜົາ ເບົ່າຈຸກ).
ລັດ ແລະ ຊຸມຊົນ: ສອງເສົາຄ້ຳ ໃນການອະນຸລັກມໍລະດົກ
ຫວຽດນາມ ໄດ້ກຳນົດຮູບແບບການອະນຸລັກ ໂດຍອີງໃສ່ ສອງເສົາ ຄ້ຳຄື: ນະໂຍບາຍຂອງລັດ ແລະ ບົດບາດເປັນເຈົ້າພາບຂອງຊຸມຊົນ.
ເລື່ອງລາວ ຂອງ ການຂັບຊວານ ແມ່ນຫຼັກຖານ ທີ່ພົ້ນເດັ່ນ. ໃນປີ 2011, ມໍລະດົກ
ນີ້ໄດ້ຖືກ UNESCO ຈັດເຂົ້າໃນບັນຊີລາຍຊື່ ທີ່ຕ້ອງມີການປົກປ້ອງຢ່າງຮີບດ່ວນ.
ຢ່າງໃດກໍຕາມ, ພຽງແຕ່
6 ປີ ຕໍ່ມາ, ໃນປີ 2017, ການຂັບ ຊວານ ໄດ້ກາຍເປັນມໍລະດົກ ທີ່ເປັນຕົວແທນ ຂອງ ມວນມະນຸດ, ເຊິ່ງເປັນກໍລະນີທຳອິດ ແລະ ກໍລະນີໜຶ່ງດຽວ ທີ່ບັນລຸ ການຫັນປ່ຽນນີ້.
ຜົນສຳເລັດດັ່ງກ່າວ ແມ່ນມາຈາກ ຄວາມມຸ່ງໝັ້ນທາງການເມືອງ ທີ່ຈະແຈ້ງ ແລະ ການມີສ່ວນຮ່ວມ ດ້ວຍຄວາມສະໝັກໃຈ ຂອງປະຊາຊົນ. ລັດ ໄດ້ລົງທຶນປະຕິສັງຂອນສາລາ, ວັດວາອາຮາມ; ໃຫ້ການຊ່ວຍໜູນນັກສິລະປິນ, ເປີດຫ້ອງຮຽນຖ່າຍທອດຄວາມຮູ້ ຢູ່ ບັນດາໝູ່ບ້ານ ຊວານ ດັ້ງເດີມ; ນຳເອົາ ມໍລະດົກ ເຂົ້າສູ່ໂຮງຮຽນ ເພື່ອສືບຕໍ່ ສາຍໃຍແຫ່ງການສືບທອດ.
ຈາກປະສົບການນັ້ນ, ຫວຽດນາມ ສືບຕໍ່ອະນຸລັກ ຂັບ ກາຈູ່ ໂດຍຜ່ານການເກັບກຳເອກະສານ, ການຫັນເປັນ ດີຈີຕອນ, ພ້ອມທັງສະໜັບສະໜູນ ບັນດາສະໂມສອນ ໃນການຮັກສາ ການສະແດງເປັນປະຈຳ; ສຳລັບ ພາບແຕ້ມ ດົງໂຮ່ ແລະ ເຄື່ອງປັ້ນດິນເຜົາ ຈຳ, ໄດ້ນໍາໃຊ້ ນະໂຍບາຍ ຕິດພັນ ການອະນຸລັກເຂົ້າກັບ “ເສດຖະກິດ ມໍລະດົກ”, ສ້າງຍີ່ຫໍ້ OCOP (ໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ”) ແລະ ພັດທະນາ ການທ່ອງທ່ຽວ ແບບປະສົບການ.
ໃນວິທີການເຂົ້າຫານັ້ນ, ການປະດິດຄິດສ້າງ ແມ່ນຈິດວິນຍານ ຂອງ ການອະນຸລັກ ໃນຍຸກປັດຈຸບັນ. ລວດລາຍພາບແຕ້ມ ດົງໂຮ່ໄດ້ກ້າວຂຶ້ນສູ່ ເວທີ ແຟຊັ່ນ; ເຄື່ອງປັ້ນດິນເຜົາ ຈຳ ປະກົດຕົວໃນສະຖາປັດຕະຍະກຳ ທັນສະໄໝ; ຂັບ ກາຈູ່ ແລະ ຂັບ ຊວານ ປະກົດຢູ່ເທິງ ແພລດຟອມ ດີຈີຕອນ. ທັດສະນະທີ່ ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແມ່ນ: ມໍລະດົກ ຕ້ອງມີຊີວິດ ຢູ່ໃນໝູ່ຊຸມຊົນ. ນາມມະຍົດ ສາກົນ ພຽງແຕ່ແມ່ນການຮັບຮູ້, ແຕ່ປະຊາຊົນເອງ ຈຶ່ງແມ່ນຜູ້ຮັບປະກັນ ຄວາມຍືນຍົງ ສຳລັບອະນາຄົດ ຂອງ ມໍລະດົກ.
ບົດ: ວີຖາວ - ພາບ: ເຕີດເຊີນ, ກົງດາດ/VNP


















