ມົກເຈົາ - ທົ່ງຫຍ້າແຫ່ງລະດູບານໃໝ່ ຢູ່ທ່າມກາງສາຍໝອກ ເຂດ ໄຕບັກ

ມົກເຈົາ - ທົ່ງຫຍ້າແຫ່ງລະດູບານໃໝ່ ຢູ່ທ່າມກາງສາຍໝອກ ເຂດ ໄຕບັກ

ເມື່ອສາຍລົມໜາວຮອບສຸດທ້າຍ ຂອງ ລະດູໜາວຄ່ອຍໆ ຈາງ ຫາຍໄປ, ມົກເຈົາ-ທົ່ງຫຍ້າທີ່ສວຍງາມ ຂອງ ແຂວງ ເຊີນລາ ໄດ້ ຕື່ນຂຶ້ນມາ ໃນ “ເສື້ອຜືນໃໝ່” ທີ່ສົດໃສ. ລະດູບານໃໝ່ ມາເຖິງ ມົກເຈົາ ບໍ່ພຽງແຕ່ ນໍາເອົາຄວາມອົບອຸ່ນ ມາໃຫ້ເທົ່ານັ້ນ, ແຕ່ຍັງ ປຸກໂລກ ແຫ່ງດອກໄມ້ ທີ່ໜ້າຫຼົງໄຫຼ, ບ່ອນທຳມະຊາດ ແລະ ຜູ້ ຄົນ ໄດ້ປະສານເຂົ້າກັນ ຢ່າງກົມກຽວ ໃນ “ບົດດົນຕີ ປະສານ ສຽງ” ທີ່ມະຫັດສະຈັນ.

ເມື່ອລະດູບານໃໝ່ມາຮອດ, ບັນດາຮ່ອມພູໝາກໝັ້ນຢູ່ ມົກເຈົາ ແມ່ນອອກດອກສີຂາວສະພັ່ງ.
ນັກທ່ອງທ່ຽວ ມີຄວາມເພີດເພີນ ໃນການຍ່າງເລາະ ຕາມທາງ ທີ່ເຕັມໄປດ້ວຍສີສັນ ຂອງ ດອກໄມ້.

ມົກເຈົາ ໃນລະດູບານໃໝ່ ປຽບເໝືອນ “ກະວີອາລົມ” ທີ່ອ່ອນ ໂຍນ, ນຸ່ງຊຸດສີສັນ ທີ່ບໍລິສຸດ ແລະ ສົດໃສທີ່ສຸດ. ດອກໝາກໝັ້ນ ສີຂາວບໍລິສຸດເບັ່ງບານໄປທົ່ວເນີນພູ ແລະ ຮ່ອມພູ, ຄືກັບກ້ອນ ເມກທີ່ລ່ອງລອຍ ປົກຄຸມທົ່ວດິນແດນທ້ອງຟ້າ. ແຊກຊ້ອນ ຢູ່ນັ້ນ ແມ່ນສີບົວອ່ອນໆ ຂອງ ດອກຄາຍປ່າ, ເພີ່ມຄວາມເພີດເພີນໃຈ ໃຫ້ກັບທິວທັດ ແລະ ບໍ່ອາດທີ່ຈະບໍ່ກ່າວເຖິງ ທົ່ງດອກຜັກກາດ ສີຂາວ ແລະ ສີເຫຼືອງ ທີ່ແກ່ຍາວສຸດສາຍຕາ ຊຶ່ງສ້າງເປັນພາບ ທຳມະຊາດ ທີ່ສະຫງ່າງາມ ແລະ ເຕັມໄປດ້ວຍຄວາມຝັນ.

ເດັກນ້ອຍເຜົ່າ ມົ້ງ ພາກັນຫຼິ້ນ ຢູ່ກ້ອງຮົ່ມຕົ້ນໝາກໝັ້ນ ທີ່ພວມອອກດອກສີຂາວ ບານສະພັ່ງ.
ລະດູບານໃໝ່ ຍັງແມ່ນລະດູການເກັບກ່ຽວໝາກພັບ ຢູ່ ມົກເຈົາ. 

ເໝືອນດັ່ງຄວາມຊິນເຄີຍມາແຕ່ດົນນານ, ທຸກໆ ຕົ້ນປີ ເມື່ອ ບັນຍາກາດລະດູບານໃໝ່ ເລີ່ມປົກຄຸມໄປທົ່ວ, ທ່ານນາງ ມາຍ ຮວາ, ປັດຈຸບັນອາໄສ ແລະ ເຮັດວຽກຢູ່ ຮ່າໂນ້ຍ, ໄດ້ພ້ອມກັບ ໝູ່ເພື່ອນ ເດີນທາງຂຶ້ນມາຍັງ ມົກເຈົາ. ສຳລັບນາງ ແລ້ວ, ການ ເດີນທາງນີ້ ບໍ່ພຽງແຕ່ການທ່ອງທ່ຽວເທົ່ານັ້ນ, ແຕ່ຍັງ ແມ່ນການ ເດີນທາງ ກັບຄືນສູ່ ທຳມະຊາດ ທີ່ສົດຊື່ນ, ເຈືອຈານກັບ ສີສັນ ຂອງ ດອກໄມ້ ແລະ ຊີມຜະລິດຕະພັນກະສິກຳພື້ນເມືອງ ຂອງ ປະຊາຊົນ ທ້ອງຖິ່ນ.

ຊາວເຜົ່າມົ້ງຢູ່ ມົກເຈົາ ມີຄວາມຊິນເຄີຍໃນການປູກຕົ້ນໝາກໝັ້ນໄວ້ອ້ອມເຮືອນ.
ໃນຍາມລະດູບານໃໝ່, ບັນດາທົ່ງດອກຜັກກາດສີຂາວກໍເບັ່ງບານຢ່າງສົດໃສ.

ພວກຂ້າພະເຈົ້າໄດ້ມີໂອກາດ ສົນທະນາກັບທ່ານນາງ ລໍ່ທິມາຍ, ຊົນເຜົ່າໄທ ຢູ່ບ້ານ ອ໋າງ, ມົກເຈົາ, ຜູ້ທີ່ໄດ້ຜູກພັນທັງຊີວິດ ກັບ ດິນແດນ ແຫ່ງນີ້ມາຕະຫຼອດ. ທ່ານນາງ ມາຍ ໄດ້ແບ່ງປັນດ້ວຍ ແວວຕາ ທີ່ເຕັມໄປດ້ວຍຄວາມພາກພູມໃຈວ່າ: “ເມື່ອເຫັນ ຕົ້ນ ໝາກໝັ້ນອອກດອກ ຂາວສະພັ່ງໄປທົ່ວ, ຂ້າພະເຈົ້າຮູ້ສຶກ ຄືກັບວ່າ ລະດູການໃໝ່ພວມມາເຖິງ. ນັ້ນແມ່ນເວລາ ທີ່ພໍ່ແມ່ພີ່ນ້ອງ ພວກຂ້າພະເຈົ້າ ກຽມພ້ອມສຳລັບປີໃໝ່, ດ້ວຍຄວາມຫວັງ ກ່ຽວກັບລະດູການເກັບກ່ຽວທີ່ໄດ້ຮັບຜົນດີ”.

 

ບໍ່ພຽງແຕ່ຢຸດຢູ່ທີ່ຄວາມງາມທາງທຳມະຊາດ, ດອກໄມ້ ລະດູ ບານໃໝ່ ຢູ່ ມົກເຈົາ ຍັງແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດ ວັດທະນະທຳ ແລະ ຈິດໃຈ ຂອງປະຊາຊົນ ຢູ່ທີ່ນີ້. ທ່ານ ຫງວຽນ ວັນຕຸງ ນັກທ່ອງທ່ຽວ ຈາກ ຮ່າໂນ້ຍ ໄດ້ແບ່ງປັນຄວາມຮູ້ສຶກ ພາຍຫຼັງການເດີນທາງ ວ່າ: “ຂ້າພະເຈົ້າ ໄດ້ໄປມາຫຼາຍບ່ອນ, ເຫັນທິວທັດທີ່ສວຍງາມຫຼາຍແຫ່ງ, ແຕ່ ມົກເຈົາ ໃນຍາມລະດູ ບານໃໝ່ ໄດ້ສ້າງຄວາມປະທັບໃຈ ຢ່າງເລິກເຊິ່ງ ໃຫ້ແກ່ຂ້າພະ ເຈົ້າ. ບໍ່ພຽງແຕ່ແມ່ນຄວາມງາມ ຂອງ ດອກ ໝາກໝັ້ນ, ດອກ ຄາຍ ເທົ່ານັ້ນ, ແຕ່ຍັງແມ່ນວິທີ ທີ່ຄົນຢູ່ບ່ອນນີ້ ຮັກສາ ແລະ ຖະ ນຸຖະໜອມ ຄວາມງາມເຫຼົ່ານັ້ນ. ເຂົາເຈົ້າປູກດອກໄມ້ ໃນສວນ, ຢູ່ໜ້າບ້ານ ແລະ ທຸກໆ ຄັ້ງ ທີ່ລະດູບານໃໝ່ມາເຖິງ, ທົ່ວໝູ່ບ້ານ ກໍຈະເຕັມໄປດ້ວຍສີສັນ ຂອງ ດອກໄມ້”. 

ທົ່ງດອກໝາກໝັ້ນອອກດອກສີຂາວສະພັ່ງຢູ່ ລອງລວງ (ມົກເຈົາ).
 

ທ່ານ ຕຸ່ງ ຍັງໄດ້ແບ່ງປັນຕື່ມ ກ່ຽວກັບປະສົບການ ຂອງຕົນວ່າ: “ຂ້າພະເຈົ້າປະທັບໃຈເປັນພິເສດ ກັບເລື່ອງລາວ ກ່ຽວກັບດອກ ຄາຍປ່າ. ຕາມຄຳບອກເລົ່າ ຂອງຄົນທ້ອງຖິ່ນ, ນັ້ນແມ່ນ ສັນ ຍາລັກແຫ່ງການ ແຜ່ຜາຍຂະຫຍາຍຕົວ, ນຳເອົາໂຊກລາບ ແລະ ຄວາມອຸດົມສົມບູນ ມາໃຫ້ຄອບຄົວ ໃນປີໃໝ່”. 

 

ໃນປີ 2025, ເຂດທ່ອງທ່ຽວແຫ່ງຊາດ ມົກເຈົາ ຍັງຄົງໄດ້ຮັບກຽດ ຢ່າງ ໃຫຍ່ຫຼວງ ໃນງານມອບລາງວັນ ການທ່ອງທ່ຽວໂລກ (World Travel Awards - WTA) ເມື່ອໄດ້ຮັບລາງວັນ “ສະ ຖານທີ່ ທ່ອງທ່ຽວ ທາງທຳມະຊາດ ຊັ້ນນຳ ຂອງ ໂລກ ປີ 2025” ເປັນຄັ້ງທີ 3 ແລະ ໄດ້ຮັບລາງວັນ “ສະຖານທີ່ທ່ອງທ່ຽວ ທາງທຳ ມະຊາດ ຊັ້ນນຳ ຂອງ ອາຊີ ປີ 2025” ເປັນຄັ້ງທີ 4. ການເຊີດຊູ ດັ່ງກ່າວ ໄດ້ຢັ້ງຢືນເຖິງ ຄວາມດຶງດູດ ທີ່ຍືນຍົງ ແລະ ຄຸນຄ່າ ຂອງ ທິວທັດທຳມະຊາດ ທີ່ເປັນເອກະລັກ ຂອງ ພູພຽງ ມົກເຈົາ ອີກດ້ວຍ.

 

ເມື່ອຢຸດແວ່ຢູ່ບັນດາຮ່ອມພູຂອງ ມົກເຈົາ, ນັກທ່ອງທ່ຽວຈະໄດ້ເຫັນສາຍໝອກທີ່ລ່ອງລອຍຜ່ານສາຍພູ ເຂົ້າມາຫາໝູ່ບ້ານ.

ດອກໄມ້ແຕ່ລະຊະນິດຢູ່ ມົກເຈົາ ໃນຍາມລະດູບານໃໝ່ ລ້ວນ ແຕ່ ມີເລື່ອງລາວ ຂອງຕົນເອງ, ມີຂໍ້ຄວາມກ່ຽວກັບຊີວິດ, ຄວາມ ຮັກ ແລະ ຄວາມຫວັງ. ດອກໝາກໝັ້ນ ສີຂາວບໍລິສຸດ ເປັນຕົວ ແທນ ໃຫ້ແກ່ ການເລີ່ມຕົ້ນໃໝ່ທີ່ສົດໃສ. ດອກຄາຍ ສີບົວອ່ອນ ໄດ້ນຳເອົາຂໍ້ຄວາມ ແຫ່ງຄວາມຮັກ, ການຢູ່ພ້ອມໜ້າພ້ອມຕາ ແລະ ຄວາມອົບອຸ່ນ ຂອງ ຄອບຄົວ. ສ່ວນທົ່ງດອກຜັກກາດ ສີ ເຫຼືອງ ສົດໃສ ແມ່ນສັນຍາລັກ ແຫ່ງຄວາມຮັ່ງມີ ແລະ ລະດູການ ເກັບກ່ຽວ ທີ່ອຸດົມສົມບູນ.

ເດັກນ້ອຍຊ່ວຍຄອບຄົວໄປເກັບຜັກກາດ.
ທົ່ງດອກໝາກໝັ້ນອອກດອກສີຂາວສະພັ່ງຢູ່ ລອງລວງ (ມົກເຈົາ).

ທ່ານນາງ ມາຍຮວາ ກ່າວວ່າ: “ສຳລັບພວກຂ້າພະເຈົ້າ, ລະດູ ບານໃໝ່ ບໍ່ແມ່ນພຽງແຕ່ແມ່ນລະດູດອກໄມ້ບານ ເທົ່ານັ້ນ, ແຕ່ ຍັງແມ່ນລະດູ ຂອງ ເລື່ອງລາວຕ່າງໆ. ນັກທ່ອງທ່ຽວ ພວກຂ້າ ພະເຈົ້າ ເຊື່ອວ່າ ແຕ່ລະກີບດອກໄມ້ ທີ່ຫຼົ່ນລົງ ລ້ວນແຕ່ ນຳເອົາ ຄຳອວຍພອນ ອັນດີງາມ ມາໃຫ້ທຸກໆ ຄົນ”. 

ບົດ: ເວິນເຈິ່ນ - ພາບ: ເຕິດເຊີນ - ແປໂດຍ: ບິກລຽນ


top