ຟ້ອນມະຫາກາບ ແລະ ໜ້າກາກເທບນິຍາຍ ຂອງ ເຜົ່າຂະແມ ພາກໃຕ້ ຫວຽດນາມ

ຟ້ອນມະຫາກາບ ແລະ ໜ້າກາກເທບນິຍາຍ ຂອງ ເຜົ່າຂະແມ ພາກໃຕ້ ຫວຽດນາມ

ທ່າມກາງບັນຍາກາດທ່ີງຽບສະຫງົບ ຂອງ ວັດ ຂະແມແຫ່ງຕ່າງໆ ຢູ່ ພາກໃຕ້ ຫວຽດນາມ, ສຽງຂອງວົງດົນຕີຫ້າຊະນິດປະສານເຂົ້າກັນ, ນຳຜູ້ຊົມ ຫຼຸດເຂົ້າໄປ ໃນໂລກ ແຫ່ງມະຫາກາບ ພື້ນເມືອງ. ໂດດເດັ່ນໃນເວທີການສະແດງ ໂຣບຳ ພື້ນເມືອງຄືການຟ້ອນ ຈັ່ນ (ຟ້ອນຍັກ), ແມ່ນສິລະປະ ທີ່ສະແດງ ເຖິງການຕໍ່ສູ້ ລະ ຫວ່າງ ຄວາມດີ ແລະ ຄວາມຊົ່ວ, ຮັກສາໄວ້ບັນດາຄຸນຄ່າວັດທະ ນະທຳ ທີ່ໄດ້ຮັບການຕົກທອດ ແລະ ຖາຍທອດຜ່ານຫຼາຍຮຸ່ນຄົນ.

 
ໜ້າກາກ ໃນສິລະປະການຟ້ອນ ຈັ່ນ ຂອງຊາວເຜົ່າ ຂະແມ ຢູ່ພາກໃຕ້ ຫວຽດນາມ. ພາບ: ຫງວຽນລວນ/VNP
ການສະແດງຟ້ອນ ຈັ່ນ ຢູ່ວັດ ການ ໂປ ເປີຣືກ ຢູ່ຕາແສງ ອ໋ອກແອວ (ແຂວງ ອານຢາງ). ພາບ: ທົງທ້ຽນ/VNP

 

ມີອີກຊື່ ໜຶ່ງວ່າ ໂຣ-ບຳ ຢີກ ຣວມ, ການຟ້ອນ ຈັ່ນ ມີຕົ້ນກຳເນີດ ຈາກມະຫາກາບ ຣຽມເກ, ມີຄວາມກ່ຽວຂ້ອງກັບມະຫາກາບ ຣາມາຍານາ ທີ່ມີຊື່ສຽງ ຂອງ ປະເທດ ອິນເດຍ. ຕົວລະຄອນ ຈັ່ນ ເປັນສັນຍາລັກ ໃຫ້ແກ່ຄວາມຊົ່ວ, ຄວາມໂຫດຮ້າຍ ແລະ ກຳລັງອຳນາດ, ສ້າງຄວາມປະທັບໃຈ ດ້ວຍຮູບຮ່າງລ້ຳສັນ, ເຄື່ອງແຕ່ງກາຍສີສັນສົດໃສ, ອາວຸດ ແລະ ໜ້າກາກເຮັດດ້ວຍມື ທີ່ມີດວງຕາໃຫ່ຍກົມ, ປາກກວ້າງ ພ້ອມກັບແຂ້ວ ແຫຼມຄົມ.

ບັນດານັກດົນຕີໃສ່ໜ້າກາກ ສ້າງຈັງຫວະ ໃຫ້ແກ່ບົດຟ້ອນ ຈັ່ນ ຂອງຊາວເຜົ່າ ຂະແມ ຢູ່ຕາແສງ ອ໋ອກແອວ (ແຂວງ ອານຢາງ). ພາບ: ທົງທ້ຽນ/VNP
ເທວະດາ ວານອນ (ຮານູມານ) ສະແດງບົດຟ້ອນທີ່ເປັນເອກະລັກ ຂອງຮ່າງກາຍ ໃນການສະແດງຟ້ອນມະຫາກາບ ຟ້ອນ ຈັ່ນ. ພາບ: ທົງທ້ຽນ/VNP 

ສະເໜ່ຂອງທ່າຟ້ອນ ແມ່ນຢູ່ທ່ີທ່າທາງ ທ່ີເຂັ້ມແຂງ, ໄດ້ມາດຕະ ຖານ, ປະສົມປະສານຢ່າງກົມກຽວ ກັບສຽງ ດັງສະໜັ່ນ ຂອງ ວົງດົນຕີຫ້າສຽງ. ຜ່ານທ່າ ພາສາກາຍ ແລະ ສິລະປະໜ້າກາກ, ບັນ ດາສິລະປິນ ບອກເລົ່າເລື່ອງລາວ ມະຫາກາບ, ພ້ອມທັງສົ່ງສານ ກ່ຽວກັບໄຊຊະນະ ຂອງ ຄວາມດີ ແລະ ຄວາມຍຸຕິທຳ.

ອ້າຍ ເລິມ ໂຊນີ (ອາຍຸ 38 ປີ) ອາໄສຢູ່ບ້ານ ບາເຊ A, ຕາແສງ ຊົງລົກ, ແຂວງ ຫວິ໊ງລອງ, ໄດ້ເຮັດວຽກເປັນຊ່າງເຮັດໜ້າກາກຮັບໃຊ້ການຟ້ອນ ຈັ່ນ ມາເປັນເວລາກວ່າ 20 ປີແລ້ວ. ພາບ: ຫງວຽນລວນ/VNP
ຊາວເຜົ່າ ຂະແມ ໃສ່ມົງກຸດ ຈັ່ນ ໃນວັນບຸນປີໃໝ່ Chol Chnam Thmay ຢູ່ ແຂວງ ຫວິ໊ງລອງ. ພາບ: ຫງວຽນລວນ/VNP
 

 

ການຟ້ອນ ຈັ່ນ ຜູກພັນກັບຊີວິດວັດທະນະທຳ ຄວາມເຊື່ອຖືຂອງຊາວເຜົ່າຂະແມ ຢູ່ພາກໃຕ້ ຫວຽດນາມ, ປະກົດຂຶ້ນໃນໂອກາດບຸນໃຫຍ່ ເຊັ່ນ: ບຸນໂຈນ ເຈີນາມ ເທີໄມ (Chol Chnam Thmay), ບຸນ ແຊນ ໂດນຕາ (Sen Đôlta) ແລະ ອ໋ອກ ອອມ ບອັກ (Ok Om Bok).  

ຕໍ່ໜ້າຄວາມສ່ຽງທີ່ຈະສູນຫາຍ ຂອງສິລະປະມູນເຊື້ອ, ບາງວັດ ແລະ ຊຸມຊົນ ຊາວເຜົ່າ ຂະແມ ຢູ່ ໄຕນິງ ໄດ້ພະຍາຍາມ ສ້າງຄືນ ໃໝ່ການຟ້ອນ ຈັ່ນ, ກອບກູ້ວົງດົນຕີຫ້າສຽງ ແລະ ເຊື້ອເຊີນສິລະປິນ ຈາກ ເກິ່ນເທີ, ຫວິ໊ງລອງ ມາສອນໃຫ້ແກ່ຄົນຮຸ່ນໜຸ່ມ.

 

ຄະນະຟ້ອນ ຈັ່ນ ໃສ່ໜ້າກາກ ໃນວັນບຸນປີໃໝ່ Chol Chnam Thmay ຢູ່ ແຂວງ ຫວິ໊ງລອງ. ພາບ: ຫງວຽນລວນ/VNP

ຄວາມພະຍາຍາມເຫຼົ່ານັ້ນ ປະກອບສ່ວນປົກປັກຮັກສາມໍລະດົກເວທີການສະແດງ ໂຣບຳ, ເພື່ອໃຫ້ການຟ້ອນມະຫາກາບ ແລະ ບັນດາໜ້າກາກ ເທບນິຍາຍ ຍັງຄົງປະກົດຕົວໃຫ້ເຫັນໃນຊີວິດການເປັນຢູ່ ປັດຈຸບັນ.

ບົດ: ເລມິງ - ພາບ: ທົງທ້ຽນ, ຫງວຽນລວນ/VNP


top