ພິທີແຫ່ນ້ຳສັກສິດ ຢູ່ແຄມແມ່ນໍ້າແດງ

ພິທີແຫ່ນ້ຳສັກສິດ ຢູ່ແຄມແມ່ນໍ້າແດງ

ແຕ່ດົນນານມາແລ້ວ, ແມ່ນ້ຳແດງ ບໍ່ພຽງແຕ່ທັບຖົມ ດິນສັນດອນ ໃຫ້ແກ່ ບັນດາໝູ່ບ້ານທີ່ອຸດົມສົມບູນເທົ່ານັ້ນ, ແຕ່ຍັງລ້ຽງດູ ຊີວິດ ການເປັນຢູ່ ທາງດ້ານວັດທະນະທຳ, ຄວາມເຊື່ອຖື ຂອງ ປະຊາຊົນ ຢູ່ແຄມ ແມ່ນ້ຳ ອີກດ້ວຍ. ໃນຄັງສົມບັດ ມໍລະດົກນັ້ນ, ພິທີແຫ່ນ້ຳ ແມ່ນພິທີກຳ ອັນສັກສິດ, ສະແດງໃຫ້ເຫັນ ຄວາມເຄົາລົບນັບຖື ຕໍ່ກັບສາຍນ້ຳ ແລະ ຄວາມມຸ່ງຫວັງ ໃຫ້ຟ້າຝົນຕົກຖືກຕ້ອງຕາມລະດູການ. ໝູ່ບ້ານແຕ່ລະແຫ່ງ ຈະມີວິທີການປະຕິບັດ ສະເພາະ ຊຶ່ງຕິດພັນກັບ ປະຫວັດສາດ, ອາຊີບ ແລະ ບັນດາເລື່ອງລາວຕຳນານຂອງຊຸມຊົນ.

* ພິທີກຳສະແດງຄວາມຮູ້ບຸນຄຸນ ຕໍ່ສາຍນ້ຳ

ຕັ້ງຢູ່ ເຂດຊານເມືອງ ຮ່າໂນ້ຍ, ບ້ານ ລຽນຮ່າ ຈັດງານບຸນແຫ່ນ້ຳ ສັກສິດ ໃນວັນທີ 8 ເດືອນຈຽງ (ເດືອນ 1 ຕາມຈັນທະຄະຕິ), ແມ່ນ ພິທີກຳ ເປີດງານບຸນ ຂອງໝູ່ບ້ານ. ມີລັກສະນະເຂັ້ມຂຸ້ນໄປດ້ວຍ ຄວາມເຫຼື້ອໃສສັດທາ ຕໍ່ການສັກກາລະບູຊາ “ແມ່ນ້ຳ ແມ່” ຂອງ ຊາວກະສິກຳ ພາກເໜືອ, ພິທີກຳສະແດງໃຫ້ເຫັນ ຄວາມຮູ້ບຸນຄຸນ ຕໍ່ກັບແຫຼ່ງນ້ຳ ທີ່ໄດ້ລ້ຽງດູ ຊີວິດການເປັນຢູ່ ຂອງຊຸມຊົນ ຜ່ານຫຼາຍເຊັ່ນຄົນ.

ຂະບວນແຫ່ນ້ຳ ງານບຸນບ້ານ ໂຖຄ໋ອຍ ເລີ່ມຕົ້ນຈາກ ສາລາບ້ານ. ພາບ: ຫວຽດເກື່ອງ/VNP
ແຫ່ກ້ຽວເຈົ້າແມ່ ອອກສູ່ແມ່ນ້ຳ ເພື່ອແຫ່ນ້ຳ ຢູ່ໃນງານບຸນແຫ່ນຳ້ຂອງບ້ານ ໂຖຄ໋ອຍ. ພາບ: ຫວຽດເກື່ອງ/VNP
ຊາວບ້ານ ລຽນຮ່າ ນຳນ້ຳສັກສິດ ຈາກແມ່ນ້ຳແດງ ມາສູ່ ສາລາບ້ານ ເພື່ອເຮັດພິທີໄຫວ້ບູຊາເທບພະເຈົ້າ. ພາບ: ທົງທ້ຽນ/VNP

ທ່ານ ຫງວຽນວັນມິງ, ຜູ້ອາວຸໂສ ບ້ານ ລຽນຮ່າ, ຜູ້ທີ່ໄດ້ເຂົ້າຮ່ວມ ງານບຸນ ຫຼາຍກວ່າ 40 ປີແລ້ວ ໃຫ້ຮູ້ວ່າ: “ນ້ຳ ຖືກຕັກເອົາ ຢູ່ກາງສາຍນ້ຳ, ບ່ອນທີ່ເຊື່ອກັນວ່າ ແມ່ນບ່ອນໃສ ແລະ ບໍລິສຸດ ທີ່ສຸດ, ແລ້ວແຫ່ ມາຍັງສາລາ ເພື່ອປະຕິບັດວິທີ ສົງນ້ຳ ໃຫ້ແກ່ ເທບພະເຈົ້າ ຜູ້ປົກປ້ອງໝູ່ບ້ານ. 

ຂະບວນແຫ່ ຍາວກວ່າ 1 ກມ, ອອກເດີນທາງ ຈາກ ສາລາບ້ານບູຮານ, ໄປຕາມຄັນຄູ ອອກສູ່ແມ່ນ້ຳ ໂດຍມີຜູ້ຄົນ ເຂົ້າຮ່ວມຫຼາຍຮ້ອຍຄົນ. ເມື່ອເຮືອ ອອກໄປຮອດກາງນ້ຳ, ເຈົ້າພິທີ ຈະຖວາຍ ເຄື່ອງບູຊາ ໃຫ້ແກ່ ເທບພະເຈົ້າ ແຫ່ງສາຍນ້ຳ, ຫຼັງຈາກນັ້ນ ຕັກນ້ຳ ຖອກໃສ່ ໄຫ ເຄື່ອງປັ້ນດິນເຜົາເຄືອບ. ນ້ຳສັກສິດ ຖືກແຫ່ກັບຄືນສາລາ ແລະ ນຳໃຊ້ ເຂົ້າໃນ ບັນດາພິທີກຳບູຊາຕະຫຼອດປີ, ຄືກັບສັນຍະລັກ ໃຫ້ແກ່ ສາຍພົວພັນ ເຊື່ອມໂຍງຢ່າງແໜ້ນແຟ້ນ ລະຫວ່າງໝູ່ບ້ານ ແລະ ສາຍນ້ຳ.

ເຈົ້າພິທີ ຕັກນ້ຳ ຈາກກາງແມ່ນ້ຳແດງ ໃສ່ໄຫ ເພື່ອແຫ່ ກັບຄືນ ສາລາບ້ານ ບາດຈ່າງ ເພື່ອເຮັດພິທີລັບ. ພາບ: ຫວຽດເກື່ອງ/VNP

ຫ່າງຈາກ ບ້ານ ລຽນຮ່າ ບໍ່ເຖິງ 20 ກມ, ບ້ານ ໂຖຄ໋ອຍ ກໍຮັກສາ ພິທີກຳ ແຫ່ນ້ຳ ທີ່ເປັນເອກະລັກ. ຂະບວນແຫ່ ຍາວເກືອບ 2 ກມ ຈາກສາລາ ອອກສູ່ແຄມແມ່ນ້ຳ ຊຶ່ງພົ້ນເດັ່ນ ໂດຍມີກ້ຽວ ຂະໜາດໃຫ່ຍ ບັນທຸກສິ່ງສັກສິດ ທີ່ຖືກແຫ່ແຫນ, ປິ່ນອ້ອມ ຢ່າງຕໍ່ເນື່ອງ. ກ້ຽວສັກສິດ ເປັນຕົວແທນ ຂອງ ເທບພະເຈົ້າ ຜູ້ພິທັກທັງ 6 ທີ່ຖືກບູຊາ ຢູ່ສາລາ ໝູ່ບ້ານ, ຈະຖືກຫາມ ໂດຍບັນດາຊາຍໜຸ່ມ ຍິງສາວ ເປັນຜູ້ຮັບຜິດຊອບ.

ເມື່ອມາຮອດ ຝັ່ງ, ໄຫເພື່ອບັນຈຸນ້ຳ ຈະຖືກນຳຂຶ້ນເຮືອ ອອກໄປ ກາງ ສາຍນ້ຳ. ເຈົ້າພິທີ ຈະຕັກນ້ຳສະອາດ ໃສ່ໄຫ ແລ້ວຂະບວນແຫ່ ກໍກັບຄືນສາລາຢ່າງໄວ ເພື່ອປະຕິບັດ ພິທີສົງນ້ຳ ໃຫ້ຮູບປັ້ນ ເທບຜູ້ປົກປ້ອງໝູ່ບ້ານຢ່າງລັບໆ. ນີ້ແມ່ນພິທີກຳ ອັນສັກສິດ, ມີພຽງ ຜູ້ດູແລສາລາ ແລະ ຜູ້ນໍາພາທໍາພິທີ ເຂົ້າຮ່ວມເທົ່ານັ້ນ.

* ແມ່ນ້ຳ ໃນຊີວິດການເປັນຢູ່ ຂອງໝູ່ບ້ານອາຊີບ

ຖ້າພິທີແຫ່ນ້ຳ ຢູ່ ບ້ານ ລຽນຮ່າ ແລະ ໂຖຄ໋ອຍ ສະທ້ອນໃຫ້ເຫັນ ຊີວິດການເປັນຢູ່ ຂອງ ຊຸມຊົນ ກະສິກຳ, ພິທີກຳແຫ່ນ້ຳ ຢູ່ໝູ່ບ້ານ ຜະລິດ ເຄື່ອງປັ້ນດິດເຜົາ ບາດຈ່າງ ພັດເຂັ້ມຂົ້ນໄປດ້ວຍສີສັນ ຂອງ ໝູ່ບ້ານອາຊີບ ຢູ່ແຄມແມ່ນ້ຳ.

ເຮັດພິທີຂໍອະນຸຍາດ ຈາກອັກຄະມະຫາ ເສນາບໍດີ ລື໊ຢາ ແລະ ເທບພະເຈົ້າຜູ້ປົກປ້ອງບ້ານ ລຽນຮ່າ ເພື່ອໄປແຫ່ນ້ຳ. ພາບ: ທົງທ້ຽນ/VNP
ບັນດາຜູ້ອາວຸໂສ ບ້ານ ລຽນຮ່າ ຖວາຍ ນ້ຳສັກສິດ ຢູ່ ສາລາບ້ານ. ພາບ: ທົງທ້ຽນ/VNP
 

ຖືກຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ແຫ່ງ ຊາດ ໃນປີ 2025, ພິທີກຳແຫ່ນ້ຳ (ຫຼື ເອີ້ນວ່າ ພິທີເກິບຖຸຍ), ແມ່ນ ສ່ວນໜຶ່ງ ສຳຄັນ ເຂົ້າໃນງານບຸນ ບາດຈ່າງ ເຊິ່ງຖືກຈັດຂຶ້ນ ໃນ ກາງເດືອນ ຍີ່ (ຕາມຈັນທະຄະຕິ). ສຳລັບຊຸມຊົນ ໝູ່ບ້ານ ຜະລິດ ເຄື່ອງປັ້ນດິນເຜົາ, ແມ່ນ້ຳແດງ ບໍ່ພຽງແຕ່ແມ່ນ ສາຍນ້ຳ ຕິດພັນກັບ ປະຫວັດສາດ ຂອງຊຸມຊົນເທົ່ານັ້ນ, ແຕ່ຍັງສະໜອງ ດິນໜຽວ ແລະ ແຫຼ່ງນ້ຳ ທີ່ຈຳເປັນ ໃຫ້ແກ່ອາຊີບ ເຮັດເຄື່ອງປັ້ນ ດິນເຜົາອີກດ້ວຍ.  

ທ່ານ ຫງວຽນດຶກຄວາ, ກຳມະການ ຄະນະຈັດຕັ້ງ ງານບຸນ ບາດຈ່າງ ປີ 2026 ໄດ້ແບ່ງປັນວ່າ ພິທີກຳແຫ່ນ້ຳ ບໍ່ພຽງແຕ່ ມີຄວາມໝາຍທາງດ້ານການບູຊາເທົ່ານັ້ນ, ແຕ່ຍັງເຕືອນສະຕິ ໃຫ້ ບັນດາເຊັ່ນຄົນ ກ່ຽວກັບ ຄວາມຮັບຜິດຊອບ ປົກປັກຮັກສາ ສາຍນ້ຳ-ແຫຼ່ງຊີວິດຂອງບ້ານອາຊີບອີກດ້ວຍ.

ຫຼັງຈາກເຮັດພິທີແລ້ວ, ນໍ້າສັກສິດ ຖືກເກັບຮັກສາໄວ້ ທີ່ສາ ລາບ້ານ ບາດຈ່າງ ເພື່ອການບູຊາຕະຫຼອດປີ. ພາບ: ຫວຽດເກື່ອງ/VNP

ຢູ່ ບາດຈ່າງ, ເຈົ້າພິທີ ຕັກນ້ຳ 18 ກະບວຍ, ຕອງຜ່ານ ຜ້າແພແດງ ກ່ອນທີ່ຈະຖອກໃສ່ ໄຫດິນເຜົາເຄືອບໃຫຍ່ ແລ້ວແຫ່ກັບຄືນສາລາ ເພື່ອການນຳໃຊ້ ໃນບັນດາພິທີກຳ ຕະຫຼອດປີ. ຫຼັງຈາກ ພິທີກຳ ອັນສັກສິດ ແລະ ເຄັ່ງຂຶມ, ງານບຸນໄດ້ສືບຕໍ່ ດ້ວຍຫຼາຍການ ເຄື່ອນໄຫວ ຜ່ານປະສົບການຕົວຈິງ ກັບການເຮັດ ເຄື່ອງປັ້ນດິນເຜົາ, ຕະຫຼາດນັດ ຜະລິດຕະພັນຫັດຖະກຳ ແລະ ການຫຼິ້ນພື້ນເມືອງ ຊ່ຶງດຶງດູດ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງຫຼາຍ.  

ຜ່ານບັນດາ ພິທີກຳ ທີ່ຖືກຕົກທອດ ແລະ ຖ່າຍທອດ ມາຫຼາຍເຊັ່ນຄົນ,  ພິທີແຫ່ນ້ຳ ຢູ່ແຄມແມ່ນ້ຳແດງ ໄດ້ກາຍເປັນ ສາຍໃຍ ເຊື່ອມຕໍ່ ອະດີດ ກັບ ປັດຈຸບັນ. ໃນຂະບວນການ ຫັນເປັນ ຕົວເມືອງຢ່າງໄວວາ, ບັນດາ ພິທີກຳເຫຼົ່ານັ້ນ ຍັງຄົງຖືກຮັກສາໄວ້ ຄືກັບວິທີການທີ່ຊຸມຊົນ ຮ່າໂນ້ຍ ສະແດງຄວາມຮູ້ບຸນຄຸນ ຕໍ່ກັບ ສາຍແມ່ນ້ຳ ທີ່ໄດ້ລ້ຽງດູ ຊີວິດການເປັນຢູ່, ວັດທະນະທຳ ແລະ ຄວາມຊົງຈຳ ຂອງດິນແດນເມືອງຫຼວງໃນສະໄໝບູຮານ.

ບົດ: ເຈິ່ນບິກເວິນ - ພາບ: ຫວຽດເກື່ອງ, ທົງທ້ຽນ/VNP


top