ພະລັງງານໄຟຟ້າ ຈາກແສງຕາເວັນ ຟອງຟູ

ພະລັງງານໄຟຟ້າ ຈາກແສງຕາເວັນ ຟອງຟູ


ໂຮງງານໄຟຟ້າ ພະລັງງານ ຈາກແສງຕາເວັນ ຟອງຟູ ໂດຍບໍລິສັດຫຸ້ນສ່ວນລົງທຶນ ພະລັງງານ ຈາກແສງຕາເວັນ (Solarcom) ເປັນຜູ້ລົງທຶນ ໄດ້ເຊື່ອມຕໍ່ຕາຂ່າຍໄຟຟ້າແຫ່ງຊາດ ຢ່າງເປັນທາງການ ເມື່ອເດືອນ 4/2019, ສະໜອງກະແສໄຟຟ້າ ປະມານ 72 ລ້ານ KWh ຕໍ່ປີ ໃຫ້ ຫວຽດນາມ. ໂຮງງານໄຟຟ້າ ພະລັງງານ ຈາກແສງຕາເວັນ ຟອງຟູ ເປັນຜູ້ບຸກເບີກ ນຳໜ້າໃນການສ້າງ ບິ່ງທ້ວນ ໃຫ້ກາຍເປັນ “ນະຄອນ ຫຼວງພະລັງງານສະອາດຂອງປະເທດຊາດ” ຕາມແຜນການຮັບປະກັນພະລັງງານ ຂອງລັດຖະບານ.

ດ້ວຍ​ສະ​ພາບ​ອາ​ກາດທີ່​ແຫ້ງ​ແລ້ງ ແລະ ຝົນ​ຕົກໜ້ອຍ, ມີ​ແສງ​ແດດຫຼາຍ, ນອກ​ຈາກ​ພະ​ລັງ​ງານແຮງ​ລົມ, ບິ່ງ​ທ້ວນ ຍັງ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ເງື່ອນ​ໄຂ​ຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ໂຮງ​ງານ​ໄຟ​ຟ້າ​ ພະລັງງານ ຈາກແສງ​ຕາ​ເວັນ. ​ໂຮງ​ງານໄຟຟ້າ​ ພະລັງງານຈາກແສງ​ຕາ​ເວັນ​ ຟອງ​ຟູ (ຕາ​ແສງ ຟອງ​ຟູ, ​ເມືອງ ຕຸຍ​ຟອງ, ​ແຂວງ ບິ່ງ​ທ້ວນ) ມີ​ກຳລັງ​ການ​ຜະ ລິດ 42 MWp, ຕິດ​ຕັ້ງ 127.260 ໜ່ວຍ​ແສງ​ຕາ​ເວັນ 330 Wp ດ້ວຍ​ຍອດ​​ເງິນ​ລົງທຶນ 947 ຕື້​ດົ່ງ. ສ່ວນທີ່ເຫຼືອ ຂອງ ອຸປະກອນຕົ້ນຕໍຂອງໂຮງງານແມ່ນສັ່ງຈາກ SMA - ຜູ້ຜະລິດອຸປະກອນພະລັງງານຈາກແສງຕາເວັນ ຊັ້ນນໍາ ຂອງໂລກ ແລະ ບາງຍີ່ຫໍ້ ແມ່ນມາຈາກ G7.

 

ໄດ້​ເລີ່​ມລົງມື​ກໍ່ສ້າງ​ໃນ ​ເດືອນ ​ສິງຫາ 2018, ພາຍຫຼັງ 8 ​ເດືອນ​ ຂອງ​ການ​ກໍ່ສ້າງ ​ແລະ ຕິດ​ຕັ້ງ, ​ໂຮງງານໄຟຟ້າ​ພະລັງງານ ຈາກ​ແສງຕາ​ເວັນ​ ຟອງ​ຟູ ​ໄດ້​ເຊື່ອມ​ຕໍ່​​ກັບ​ຕາຂ່າຍ ໄຟຟ້າ​ແຫ່ງ​ຊາດ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ ເມສາ 2019. ປີ 2022, ພາຍຫຼັງ​ການລະບາດ​ໂຄ​ວິດ-19, ​ໂຮງ​ງານໄຟຟ້າ​ ພະລັງງານຈາກແສງຕາ​ເວັນ ​ຟອງ​ຟູ​ ໄດ້​ມີ​ຄວາມ​ພະຍາຍາມ ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕັ້ງໜ້າ​ແກ້​ໄຂ​ທຸກ​ວິທີ​ທາງ ​ເພື່ອ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ໂຮງງານ​ໃຫ້​ໝັ້ນ​ທ່ຽງ, ພັດທະນາ ​ແລະ ​ເພີ່ມ​ທະວີ​ກຳລັງ​ການ​ສະໜອງ​ໃຫ້​ຕາ​ຂ່າຍ​ໄຟ ຟ້າ ​ແຫ່ງ​ຊາດ: ເກືອບ 72 ລ້ານ kWh (ບັນລຸ 100.4% KHN).


ຈາກບັນດາຜົນງານ ການເຄື່ອນໄຫວ​ ທີ່ຍາດມາ​ໄດ້​ ໃນ​ປີ 2022, Solarcom ​ມີ​ກຽດ​ ໄດ້​ສະ​ຖາ​ບັນ​ເສດຖະກິດ ​ແລະ ວັດທະນະທຳ ​ແລະ ສູນ​ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ ຫວຽດນາມ ​ເລືອກເຟັ້ນ ​ເປັນ​ໜຶ່ງ​ໃນ 20 ເຄື່ອງໝາຍການຄ້າ ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ.

ໂຮງ​ງານໄຟຟ້າ ພະລັງງານຈາກ​ແສງ​ຕາ​ເວັນ ຟອງ​ຟູ ​ໄດ້​ເລີ່​ມດຳເນີນ​ການ​ເຄື່ອນ​ໄຫວ, ຜະລິດ​ໄຟຟ້າ​ ແບບ​ທຸລະ​ກິດ​ໃນ​ຊຸມ​ປີ​ມໍ່ໆ ​ມາ​ນີ້ ​ໄດ້​ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ບິ່ງ​ທ້ວນ ​ແລະ ຮັບປະກັນ​ການ​ສະໜອງ​ໄຟຟ້າ​ ໃຫ້​ບັນດາ​ເຂດ​ເສດຖະກິດ​ຈຸດສຸມ ທາງ​ພາກ​ໃຕ້, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ.

 

 

ເປັນ​ທີ່​ຮູ້​ກັນ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ຄວາມສາມາດບົ່ມຊ້ອນ​ດ້ານ​ພະ ລັງງານ​ຈາກແສງ​ຕາ​ເວັນ​ ຂອງ ບິ່ງ​ທ້ວນ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກບັນ ດາ​ນັກ​ລົງທຶນ​. ​ໃນ​ນັ້ນ, ສູມໃສ່ ຫຼາຍທີ່ສຸດຢູ່​ບັນດາ​ເມືອງ ບັກ​ບິ່ງ, ຕຸຍ​ຟອງ, ຮ່າມເຕິນ... ຕາມ​ແຜນການ, ຮອດ​ປີ 2030, ​ແຂວງ ບິ່ງ​ທ້ວນ ສາມາດ​ດຶງ​ດູດ​ການ​ລົງທຶນ ​ແລະ ພັດທະນາ​ບັນດາ​ໂຄງການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ ພະລັງງານຈາກແສງຕາ​ເວັນ ດ້ວຍ​ຍອດ ຈຳນວນການຜະລິດກວ່າ 4.000 MW. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ ບິ່ງ​ທ້ວນ ກາຍ​ເປັນ​ສູນ​ພະ​ລັງ​ງານ​ສະ​ອາດ​ໃນ​ອະ​ນາ​ຄົດ ​ຊຶ່ງ​ໂຮງ​ງານ​ໄຟ​ຟ້າ​ ພະລັງງານຈາກແສງ​ຕາ​ເວັນ​ ຟອງ​ຟູ ​ແມ່ນ​ຫົວໜ່ວຍນຳໜ້າ.


  • ບົດ ແລະ ພາບ: VNP/ດັ້ງກິມເຟືອງ - ແປໂດຍ: ຢືຟຽນ
  •  

 

 

 


top