ຝູ໋ກວັກ United Center - ແດນສະຫວັນ ແຫ່ງການທ່ອງທ່ຽວ ທີ່ປອດໄພ ແລະ ດຶງດູດໃຈ

ຝູ໋ກວັກ United Center - ແດນສະຫວັນ ແຫ່ງການທ່ອງທ່ຽວ ທີ່ປອດໄພ ແລະ ດຶງດູດໃຈ

 

ການລະບາດ ຂອງ ໂຄ​ວິດ-19ລະບາດຂຶ້ນ, ​ເຮັດ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ​ທົ່ວ​ໂລກ​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເປັນ​ເວລາ​ດົນ​ນານ ​ແລະ ຫວຽດນາມ ກໍ​ບໍ່ແມ່ນກໍລະນີ​ຍົກ​ເວັ້ນ. ຫຼັງ​ຈາກປິດ​ປະຕູ ເພື່ອ​ປ້ອງ​ກັນ​ພະຍາດ​ ເປັນໄລຍະ​ຍາວ, ວັນ​ທີ 15ມີນາ 2022, ຫວຽດນາມ ​ໄດ້​ປະກາດ​ ​ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ ຄືນ​ໃໝ່ ​ຢ່າງ​ຄົບ​ຖ້ວນ ​ພາຍ​ໃຕ້​ສະພາບ​ປົກກະຕິ​ໃໝ່​ ໂດຍ​ຄາດ​ວ່າ ​ຈະ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ປອດ​ໄພ ​ແລະ ດຶງ​ດູດ​ ນັກ​ທ່ອງ​ທ່ຽວ​ສາກົນ. ຢູ່​ເມືອງ​ເກາະ ຝູ໋ກວັກ, ກຸ່ມ​ຣີສອດ, ສະຖານ​ທີ່ມ່່ວນຊື່ນ, ​ບັນ​ເທີງ ​ແຖວ​ໜ້າ ເຂດ ຝູ໋ກວັກ United Center ກໍໄດ້ກຽມຄວາມພ້ອມ ​ກັບ​ແຜນ ການ​ຕ້ອນຮັບ​ນັກທ່ອງທ່ຽວ ທີ່ມາ ພັກຜ່ອນຢ່າງ​ປອດ​ໄພ ​ແລະ ລໍ້າ ຍຸກ ຢູ່ໜຶ່ງໃນບັນດາ ເມືອງເກາະ ທີ່ສວຍງາມທີສຸດຂອງໂລກ.

ສູນລວມການ​ທ່ອງ​ທ່ຽວຄົບວົງຈອນ ທາງທະເລ​​ ແຖວໜ້າ       ຂອງ ພາກພື້ນ

ຫຼັງຈາກ​ ຫວຽດນາມ ​ປະກາດ​ເປີດ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ຄືນ ໃໝ່ ​ໃນ​ທົ່ວ​ປະ​ເທດ​ ແຕ່​ວັນ​ທີ 15 ມີນາ​ ນີ້, ພວກ​ຂ້າພະ​ເຈົ້າ​ໄດ້​ຈອງ​ປີ້​ໄປ​ທ່ຽວ​​ເກາະ​ ຝູ໋ກວັກ​ ຢ່າງ​ໄວ ​ໂດຍ​ຫວັງ​ວ່າ​ ຈະ​ໄດ້​ສຳ​ຜັດ​ກັບ​ບັນ ຍາກາດທີ່​ສົດ​ຊື່ນ​ ພາຍຫຼັງ​ທີ່​ຖືກ​ກັກ​ ມາເປັນເວລາ​ດົນນານ ​ຍ້ອນ​ການລະບາດ ໂຄວິດ-19 ແລະ ສ່ວນໜຶ່ງ ກໍຍ້ອນ ຄວາມຢາກຮູ້ ຢາກເຫັນ ໄດ້ຄົ້ນພົບໂດຍກົງ ກຸ່ມສະຖານທີ່ພັກຜ່ອນ ເພື່ອສຸຂະ ພາບ, ມ່ວນຊື່ນ ບັນເທີງ ຝູ໋ກວັກ United Center, ບ່ອນທີ່ຖືວ່າ ເປັນ ແດນສະຫວັນ ແຫ່ງການ ພັກຜ່ອນເທິງທະເລ ຂອງ ຫວຽດ ນາມ ຊຶ່ງສາມາດປຽບໄດ້ ກັບ Maldives, Dubai ຫຼື Hawaii...

ຈາກສະໜາມບິນສາກົນ ຝູ໋ກວັກ, ພວກຂ້າພະເຈົ້າ ໄດ້ພະນັກງານ ຂອງໂຮງແຮມ Vinpearl Resorts & Golf ຝູ໋ກວັກ ຕ້ອນຮັບ ແລະ ນຳໄປ ຣີສອດ United Center. ຕັ້ງຢູ່ເປີ້ນພູ ທາງທິດເໜືອ ຂອງ ເມືອງເກາະ ຝູ໋ກວກ, ກຸ່ມຣີສອດ, ສະຖານທີ່ບັນເທີງ ຝູ໋ກວັກ United Center ມີເນື້ອທີ່ ກວ່າ 1000 ເຮັກຕາ, ແມ່ນໂຄງການ ໃຫຍ່ ໂດຍ Vinpearl (ສັງກັດກຸ່ມ ບໍລິສັດ Vingroup), ເຄື່ອງໝາຍ ການຄ້າ ບໍລິການທ່ອງທ່ຽວ ຣີສອດ-ບັນເທີງແຖວໜ້າຂອງ ຫວຽດ ນາມ ຄຸ້ມຄອງ ແລະ ເຄື່ອນໄຫວ ຊຶ່ງຫາກໍເປີດບໍລິການ ຢ່າງເປັນ ທາງການ ໃນເດືອນ ເມສາ 2021.

ຝູ໋ກວັກ ​United Center ​ແມ່ນ “ເມືອງ​ທີ່​ບໍ່​ເຄີຍ​ນອນ” ແຫ່ງ​ທຳ​ອິດ​ຂອງ​ ຫວຽດ​ນາມ, ຖືກ​ຈັດ​ອັນ​ດັບເປັນ “ຈຸດນັດໝາຍ ທີ່ຈຳເປັນຕ້ອງ ມາ” ແຫ່ງໃໝ່​ ໃນ​ແຜນ​ທີ່​ທ່ອງ​ທ່ຽວ ​ຫວຽດ​ນາມ ແລະ ໂລກ, ສາ ມາດທຽບ​ເທ່ົາກັນກັບ ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ ​ທີ່​ໜ້າ​ດຶງດູດ​ໃຈ​ອັນ​ດັບ​ແຖວໜ້າຂອງໂລກ​ເຊັ່ນ Jeju (ສ ​ເກົາຫຼີ), Clarke Quay (ສິງກະໂປ), Las Vegas (ສ ອາເມລິກາ)...

 

 

ກ່ອນ​ການ​ເດີນທາງ, ພວກ​ຂ້າພະເຈົ້າ​ໄດ້​ຊອກ​ຮູ້ ​ກ່ຽວ​ກັບ​ ຝູ໋ກວັກ United Center, ​ແຕ່​ເມື່ອ​ໄດ້​ເຫັນ​ກັບຕາ​ ຈຶ່ງຮູ້ສຶກໄດ້ ຂະໜາດ ແລະ ຄວາມລໍ້າຍຸກ ​ຂອງ​ໂຄງການ​ໃຫຍ່​ນີ້. ຝູ໋ກວັກ United Center ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ທ່າ​ອ່ຽງ “ໜຶ່ງຈຸດໝາຍ​-ທຸກຄວາມຕ້ອງ ການ” (one-stop-destination) ໂດຍມີສະຖານທີ່ບັນເທີງ, ພັກ ຜ່ອນ ເພື່ອສຸຂະພາບ, ແຫຼ່ງຊອບປິ້ງ, ອາຫານ​… ​ເຄື່ອນ​ໄຫວ​ຢ່າງ ຟົດຟື້ນທັງເ​ວັນ ​ແລະ ຄືນ ​ເພື່ອ​ນຳ​ເອົາ​ປະ​ສົບ​ການຕົວຈິງ​ໃໝ່ໆ ມາ ໃຫ້ແກ່ນັກທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ. ນີ້ກໍແມ່ນຕົວ ແບບ ເມືອງທີ່ບໍ່ເຄີຍນອນ ແຫ່ງທຳອິດ ຂອງ ຫວຽດນາມ, ເປັນຂີດ ໝາຍ ແຫ່ງບາດກ້າວ ທຳອິດ ​ໃຫ້ການ​ກຳນົດ​ທິດ​ ພັດທະນາ​ຕົວ​ແບບ​ເສດຖະກິດ​ກາງຄືນ​ ໃນ​ຍຸດ​ທະ​ສາດເຮັດ​ໃຫ້ ຫວຽດນາມ ກາຍ​ເປັນ​ຈຸດນັດໝາຍໃໝ່ ໃນແຜນທີ່​ທ່ອງ​ທ່ຽວ ຂອງໂລກ, ພິ​ເສດ​ແມ່ນ​ໃນ​ສະພາບທີ່​ບັນດາ​ປະ​ເທດ​ ພວມ​ກະກຽມຟື້ນຟູ ການທ່ອງທ່ຽວ ຫຼັງການລະບາດ ໂຄວິດ-19.

ຝູ໋ກວັກ United Center ​ເປັນແດນສະຫວັນ ແຫ່ງຄວາມ​ບັນ​ເທີງ, ພັກຜ່ອນເພື່ອສຸຂະພາບ, ງານບຸນ, ດົນຕີ, ອາ​ຫານການກິນ, ກິ​ລາ ... ທີ່ບໍ່ເຄີຍນອນ ໜຶ່ງບໍ່ມີສອງ ລະດັບໂລກ ຢູ່ ຫວຽດນາມ. ມາຍັງ ທີ່ນີ້, ນັກທ່ອງທ່ຽວ ມີໂອກາດ ໄດ້ສຳຜັດກັບ ລາຍການບັນເທີງ, ກິ ລາ ແລະ ຄົ້ນພົບ ນັບຫຼາຍຮ້ອຍລາຍການ ທີ່ພິເສດ ແລະ ຫຼາກ ຫຼາຍ ອັນດັບໜຶ່ງ ອາຊີ; ໄດ້ເພີດເພີນ ກັບລາຍການ ສິລະປະ ຫຼາຍ ລາຍການ ທີ່ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ ຈາກ ລາຍການສະແດງ ມູນຄ່າ 03 ລ້ານ ໂດລາສະຫະລັດ ທີ່ມີຊື່ວ່າ “ສິ່ງຍອດຍິ່ງ ຫວຽດນາມ”, “ສີສັນ Venice” ແລະ “Onceຊຶ່ງໄດ້ ຮັບການດຳເນີນໄປ ຢ່າງໜ້າຈັບໃຈ ແລະ ຟົດຟື້ນ ຕະຫຼອດ 24 ຊົ່ວ ໂມງ.

 

ຝູ໋ກວັກ United Center ​ເປັນແດນສະຫວັນ ແຫ່ງຄວາມ​ບັນ​ເທີງ, ພັກຜ່ອນເພື່ອສຸຂະພາບ, ງານບຸນ, ດົນຕີ, ອາ​ຫານການກິນ, ກິ​ລາ ... ທີ່ບໍ່ເຄີຍນອນ ໜຶ່ງບໍ່ມີສອງ ລະດັບໂລກ ຢູ່ ຫວຽດນາມ. ມາຍັງ ທີ່ນີ້, ນັກທ່ອງທ່ຽວ ມີໂອກາດ ໄດ້ສຳຜັດກັບ ລາຍການບັນເທີງ, ກິ ລາ ແລະ ຄົ້ນພົບ ນັບຫຼາຍຮ້ອຍລາຍການ ທີ່ພິເສດ ແລະ ຫຼາກ ຫຼາຍ ອັນດັບໜຶ່ງ ອາຊີ; ໄດ້ເພີດເພີນ ກັບລາຍການ ສິລະປະ ຫຼາຍ ລາຍການ ທີ່ໄດ້ຮັບການຈັດສາກຢ່າງລະອຽດ ແລະ ພິຖີພິຖັນ ຈາກ ລາຍການສະແດງ ມູນຄ່າ 03 ລ້ານ ໂດລາສະຫະລັດ ທີ່ມີຊື່ວ່າ “ສິ່ງຍອດຍິ່ງ ຫວຽດນາມ”, “ສີສັນ Venice” ແລະ “Onceຊຶ່ງໄດ້ ຮັບການດຳເນີນໄປ ຢ່າງໜ້າຈັບໃຈ ແລະ ຟົດຟື້ນ ຕະຫຼອດ 24 ຊົ່ວ ໂມງ.

ນອກ​ຈາກ​ການ​ບໍລິການ ລໍ້າສະໄໝ ດັ່ງກ່າວມາຢູ່ຂ້າງເທິງ​, ສິ່ງ​ທີ່​ເຮັດ​ໃຫ້​ ຝູ໋ກວັກ United Center ​ໄດ້​ຮັບ​ຖື​ວ່າ ​ເປັນຈຸດໝາຍ ປາຍ ທາງ​ທີ່​ປອດ​ໄພ, ​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ເປັນ​ທີ່​ດຶງ​ດູດ​ໃຈ ສຳ ລັບ​ນັກ​ທ່ອງ​ທ່ຽວ​ ໃນ​ສະພາບການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ໃນ​ປັດຈຸ​ບັນ ກໍ​ແມ່ນ​ຍ້ອນ ມີຈຸດທີ່ຕັ້ງ ທາງພູມສາດ ທີ່ສະດວກສະ ບາຍ ຂອງ ຝູ໋ກວັກ, ເມືອງເກາະ ທີ່ໄກຈາກ ດິນຕໍ່ແຜ່ນ, ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະ ບັນຍາກາດ​ ທີ່ສົດ​ຊື່ນ​ຕະຫຼອດ​ປີ, ​ບໍ່ຄ່ອຍໄດ້​ຮັບ​ຜົນ​ກະທົບ​ ຈາກ​ໄພທຳ​ມະ​ຊາດ, ​ດິນ​ຟ້າ​ອາກາດ ​ແລະ ພະຍາດ​ຕ່າງໆ​ ຄືຢູ່ດິນຕໍ່ແຜ່ນ. 

 

 

ຫຼົງທາງເຂົ້າສູ່ໂລກແຫ່ງ “ໜຶ່ງຈຸດໝາຍ​-ທຸກຄວາມຕ້ອງການ” 

ໜຶ່ງໃນຄວາມວິຕົກກັງວົນອັນດັບຕົ້ນ ຂອງ ນັກທ່ອງທ່ຽວ ໃນທຸກມື້ ນີ້ ແມ່ນຄວາມປອດໄພ ໃນການເດີນທາງ ຈາກ ຜົນກະທົບ ຂອງ ການ ແຜ່ລະບາດໂຄວິດ-19. ເພາະສະ​ນັ້ນ, ດ້ວຍ​ຮູບ​ແບບ “ໜຶ່ງ ຈຸດໝາຍ​-ທຸກຄວາມຕ້ອງການ” ແຖວ​ໜ້າ​ ຂອງ ​ອາ​ຊີ, ຝູ໋ກວັກ United Center ໄດ້​ຮັກ​ສາ​ຂະ​ບວນ​ການ​ປ້ອງ​ກັນ ແລະ ສະກັດກັ້ນ​ການ​ແຜ່​ລະ​ບາດ​ຢ່າງ​ເຂັ້ມ​ງວດ 24/7 ຢູ່ສະເໝີ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ສູງ​ສຸດ​ໃຫ້​ແກ່​ລູກ​ຄ້າ. ຕາມນັ້ນແລ້ວ, ພະນັກງານ ທັງໝົດຂອງ ຟູ໋ກວກ United Center ໄດ້ຮັບການຝຶກຝົນ ລົງເລິກ ກ່ຽວ ກັບການປ້ອງກັນ, ຮັບປະກັນຄວາມປອດໄພ ຈາກ ການລະ ບາດ ຂອງພະຍາດ ເພື່ອສາມາດແນະນຳ ແລະ ຮັບໃຊ້ນັກທ່ອງ ທ່ຽວ ໄດ້ຢ່າງປອດໄພທີ່ສຸດ.

 

ຜູ້ຕາງໜ້າຂອງ Vinpearl ໃຫ້ຮູ້ວ່າ: ເພື່ອກະກຽມແຜນການ ຕ້ອນ ຮັບນັກທ່ອງທ່ຽວ ໃນສະພາບປົກກະຕິໃໝ່ ຢ່າງປອດໄພ ພາຍຫຼັງ ຫວຽດນາມ ປະກາດ ເປີດການ ເຄື່ອນໄຫວ ທ່ອງທ່ຽວ ຄືນໃໝ່, ນອກຈາກການກະກຽມ ດ້ານພື້ນຖານໂຄງລ່າງ, ການບໍລິການ, Vinpearl ສືບຕໍ່ກໍ່ສ້າງ ໂຄງການຮ່ວມມື ຍຸດທະສາດ, ສົມທົບ ກັບ ບັນດາ​ຄູ່​ຮ່ວມ​ມື ​ໃນ​ນັ້ນ​ມີ​ ບໍລິສັດການບິນ ​ຫວຽດນາມ, Vietnam Airlines, Vietjet Air ແລະ Bamboo Airway... ແນໃສ່ສ້າງ “​ພັນ ທະ​ມິດ” ​ຣີສອດ-ການບິນ-ການ​ບໍລິການ-ທ່ອງ​ທ່ຽວ ທາງໄກ ​ທີ່​ເຂັ້ມ​ແຂງ, ຮັບ​ໃຊ້​ຖ້ຽວ​ບິນ​ໂດຍສານ​ເຕັມ​ເວລາ (charter flight), ຖ້ຽວ​ບິນ​ການ​ຄ້າ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ນຳ​ນັກ​ທ່ອງ​ທ່ຽວ​ ເຖິງບັນ ດາ ສະຖານທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ ຂອງ​ ຫວຽດນາມ, ໃນນັ້ນລວມ ທັງ ຝູ໋ກວັກ United Center  ດ້ວຍລະບົບຕ່ອງໂສ້ ການບໍລິການຊັ້ນ ສູງ ຄົບວົງຈອນ,  ຮັບປະກັນຄວາມປອດໄພ ແລະ ປະສົບການຕົວ ຈິງລໍ້າຍຸກ. ນອກຈາກນັ້ນ, Vinpearl ຍັງ​ໄດ້​ຈັດ​ໃຫ້​ເປັນ​ປະ​ຈໍາ​ ທົວ ທ່ອງທ່ຽວ ​ລວມ​ທັງ​ປີ້​ຍົນ - ການ​ພັກ​ຜ່ອນ - ການບັນ​ເທີງ... ເພື່ອ​ສ້າງການ​ເດີນ​ທາງທີ່ສົມບູນແບບ ນັບແຕ່ການອອກ​ເດີນທາງ ​ເຖິງ​​ສິ້ນສຸດການ​ເດີນທາງ​ ເພື່ອ​ສ້າງ​ຄວາມ​ປອດ​ໄພ​ ແລະ ​ຄວາມ​ສະ ດວກ​ສະບາຍຫຼາຍສຸດ ​ໃຫ້​ແກ່ ນັກທ່ອງທ່ຽວ.

ນັກ​ທ່ອງ​ທ່ຽວ​ຂີ່​ລົດ​ເມ ​ທ່ຽວຊົມ ສັດຫຼາຍປະເພດ ໃນເຂດເຄິ່ງທຳມະສາດ ​ຢູ່ Vinpearl Safari ຝູ໋ກວັກ. ພາບ: ເອກະສານ Vinpearl

ກັບຄືນສູ່ການເດີນທາງຄັ້ງທໍາອິດ ຂອງ ພວກຂ້າພະເຈົ້າ ສູ່ ຝູ໋ກວັກ United Center, ຫຼັງຈາກສອງສາມຊົ່ວໂມງ ເພື່ອການ ເຊັກອິນ ແລະ ພັກຜ່ອນພາຍຫຼັງ ການເດີນທາງໄກ, ພວກຂ້າພະເຈົ້າ ເລີ່ມ ຕົ້ນ ການເດີນທາງ ຜ່ານປະສົບການຕົວຈິງ ກຸ່ມທ່ອງທ່ຽວຄົບວົງ ຈອນນີ້ ດ້ວຍການຄົ້ນພົບ ສວນສາທາລະນະ ດູແລ ແລະ ອະນຸລັກ ສັດ Vinpearl Safari ຝູ໋ກວັກ. 

ຜູ້​ດູ​ແລ​ສັດ​ ໃຫ້ຮູ້ວ່າ ​ແຕ່ປີ 2019 ມາຮອດປັດຈຸບັນ, ມີ​ແຮດ 7 ໂຕ​ໄດ້​ເກີດ​ຢູ່ Vinpearl Safari ຝູ໋ກວັກ. ສະເພາະໃນ 2  “ປີ ໂຄວິດ” ມໍ່ໆ ນີ້, Vinpearl Safari ຝູ໋ກວັກ ໄດ້ກາຍເປັນ “ແດນສະຫວັນ ສີຂຽວ” ຂອງບັນດາປະເພດສັດ ທີ່ມີຄ່າຫາຍາກ ເມື່ອມີສັດ ປະ ມານ 500 ໂຕ ລວມມີ: ສິງ ອາຟຣິກກາ, ເສືອ Bengal, ສິງຂາວ, ໂອງຄໍຍາວ, ແຮດ, ລະມັ່ງ... ໄດ້ເກີດ ຢູ່ທີ່ນີ້.

 

ແມ່ນໜຶ່ງ ໃນບັນດາສວນສາທາລະນະ ດູແລ ແລະ ອະນຸລັກ ສັດ ປ່າແຫ່ງທຳອິດຂອງ ຫວຽດນາມ ໄດ້ເປີດບໍລິການ ໃນປີ 2015, ສວນສັດ Vinpearl Safari ຝູ໋ກວັກ ມີເນື້ອທີ່ ເຖິງ 380 ເຮັກຕາ, ໃນ ນັ້ນມີ 2 ພື້ນທີ່ຕົ້ນຕໍຄື: ສວນສັດເປີດ ແລະ ເຂດເຄິ່ງທຳມະສາດ (Safari). Vinpearl Safari ຝູ໋ກວັກ ມີສັດກວ່າ 4.500 ໂຕ ຈາກ 200 ຊະນິດ ໃນທົ່ວໂລກ, ໃນນັ້ນ ກວ່າ 40 ຊະນິດ ທີ່ໃກ້ຈະຖືກ ສູນພັນ ແລະ ຫາຍາກ ພ້ອມກັບ ລະບົບນິເວດທີ່ຫຼາກຫຼາຍ ຂອງ ພືດປະມານ 1.200 ຊະນິດ. ນັກ​ທ່ອງ​ທ່ຽວ​ສາມາດ ​ມາຍັງ Vinpearl Safari ຝູ໋ກວັກ ​ເພື່ອ​ຄົ້ນພົບ 10 ລະບົບຊີວະພາບ ແລະ ໄດ້ປະສົບກັບຄວາມຮູ້ສຶກ​ຕື່ນ​ເຕັ້ນ ເມື່ອ “​ຄົນຖືກຂັງ, ສັດ​ຖືກ​ປ່ອຍ” ​ມີເປັນ​ຄັ້ງ​ທຳ​ອິດ​ຢູ່​ ຫວຽດນາມ.

ຫຼັງ​​ຈາກຕອນ​ບ່າຍ ຂອງ ການເບິ່ງ ​ປະເພດສັດ​ປ່າ​ ທີ່​ພວກຂ້າ ພະ ເຈົ້າ​ສ່ວນ​ຫຼາຍ​ໄດ້​ເຫັນ ​ພຽງ​ແຕ່​ໃນ​ໂທລະ​ພາບ ​ກ່ອນໜ້າ​ນີ້, ຄະນະ​ສືບ​ຕໍ່ການ​ເດີນ​ທາງ​ ​ທີ່​ໜ້າຄອງຄອຍທີສຸດ ໃນຄັ້ງນີ້, ນັ້ນ​ແມ່ນໄປ ຍັງ “ເມືອງ​ ທີ່​ບໍ່​ເຄີຍນອນ​” Grand World ຊຶ່ງເປັນກຸ່ມມ່ວນຊື່ນ ບັນ ເທີງ 24/7 ແລະ ເປັນສູນເຫດການ ຂອງກຸ່ມ ຝູ໋ກວັກ United Center. ຢູ່​ທີ່​ນີ້, ທຸກ​ຄົນ​ສາມາດ​ທົດ​ລອງ​ຄວາມ​ຮູ້ສຶກ​ ໃນ​ຄືນ​ທີ່ບໍ່​ນອນ​ ດ້ວຍ​ປະສົບ​ການ​ທຸກ​ຢ່າງ ນັບແຕ່ ການນັ່ງ​ເຮືອ​ລ່ອງໄປຕາມ​ແມ່ນ້ຳ, ຄົ້ນພົບ ກຳແພງບູຮານ ທີ່ໄດ້ສ້າງຄືນໃໝ່ ຢ່າງມີີຊີວິດຊີວາ ຢູ່ “ສິ່ງຍອດຍິ່ງ ຫວຽດນາມ”, ຊົມ​ທິວທັດ ນະຄອນ​ໃນ​ຕອນ​ກາງຄືນ ​ແລະ ຊົມ​ລາຍການ​ ສິລະ​ປະ “ສີສັນ Venice ທີ່ສະແດງຄືນໃໝ່ ຮູບພາບຂອງເມືອງ Venice ຫຍໍ້ສ່ວນ ທີ່ເຫຼື້ອມລະຍິບລະຍັບ ແລະ ໂຣແມນຕິກ ຕະຫຼອດຮອດ ການຮັບປະທານອາຫານ ຢູ່ຕະຫຼາດ ກາງຄືນ ແລະ ເຈືອຈານ ເຂົ້າກັບບັນຍາກາດ ຂອງສຽງດົນຕີທີ່ຟົດ ຟື້ນຊອດແຈ້ງ. 

 

ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, Vinpearl ​ຈະ​ສືບ​ຕໍ່​ເປີດ​ສຳຜັດກັບບໍລິການທ່ອງທ່ຽວ ​ແລະ ຄວາມບັນ​ເທີງ​ ທ່ີທໍາລາຍສະ ຖິຕິ ຫຼາຍ​ຢ່າງ ຊຶ່ງພົ້ນເດັ່ນ ແມ່ນ ວັງ ຫາຍເວືອງ ຊຶ່ງເປັນໜຶ່ງໃນ ບັນດາສວນສັດນໍ້າ ໃຫຍ່ທີ່ສຸດໃນໂລກ, ຄາດ​ວ່າ​ຈະ​ເປີດ​ນຳ​ໃຊ້​ໃນ​ລະດູ​ຮ້ອນ​ປີ​ນີ້ ຢູ່ສວນສາທາລະນະ VinWonders ຝູ໋ກວັກ. ນີ້​ ​ແມ່ນບ່ອນໃຊ້ຊີວິດ ແລະ ອະນຸລັກ​ ສິ່ງມີຊີວິດ ໃນທະເລ ​ກ​່​ວາ 300 ຊະນິດ ກັບ​ເກືອບ 255.000 ໂຕ. 

ດ້ວຍພື້ນຖານໂຄງລ່າງ ແລະ ການບໍລິການ ທີ່ສະດວກສະບາຍ, ລໍ້າຍຸກນີ້, Vinpearl ໄດ້ກຽມພ້ອມ ຕ້ອນຮັບນັກທ່ອງທ່ຽວ ສາກົນ ທີ່ ມາຍັງ ກຸ່ມທ່ອງທ່ຽວ ຝູ໋ກວັກ United Center ເພື່ອເພີດເພີນໄປກັບ ວັນພັກຜ່ອນ ຄົບວົງຈອນ ທີ່ປອດໄພ, ທັນສະໄໝ ແລະ ດຶງດູດໃຈ ຢູ່ໜຶ່ງ ໃນບັນດານະຄອນ ແຄມທະເລ ທີ່ສວຍງາມ ແລະ ປອດໄຟ ທີສຸດ ຂອງ ພາກພື້ນ. 

  • ບົດ: ເຊີນຫາຍ - ພາບ: ບ໊າວອວຽນ, ຮວ່າງຮ່າ, ເລມິງ  ແລະ ເອກະສານ Vinpearl - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ

top