ຜູ້ຟື້ນຟູເຄື່ອງ ສຽງເກົ່າ

ຜູ້ຟື້ນຟູເຄື່ອງ ສຽງເກົ່າ


ດັ້ງເດີມເປັນນັກຫຼິ້ນ ກີຕ້າ ທີ່ມີຊື່ສຽງໂດ່ງດັງຢູ່ ດ່າລາດ ເປັນເວລາຫຼາຍປີ ໃນການສະແດງ-ບຳລຸງສ້າງ ແລະ ຜະລິດ ກີຕ້າ ໄດ້ມາດ ຕະຖານສາກົນ, ໄດ້ຮັບການຕີລາຄາສູງຈາກນັກ ກີຕ້າ ຫຼາຍຄົນ ແລະ ສັ່ງຊື້ ກີຕ້າ ເປັນປະຈຳ, ປັດຈຸບັນ, ທ່ານ ຫງວຽນທີ (ອາຍຸ 59 ປີ) ເປັນຜູ້ຊ່ຽວຊານໃນການຟື້ນຟູເຄື່ອງສຽງເກົ່າ ທີ່ມີອາຍຸຫຼາຍຮ້ອຍປີ, ຈາກເຄື່ອງສຽງຍີ່ຫໍ້ pick-up ເປີດດ້ວຍມື ໃນສະໄໝ ສົງ ຄາມໂລກ ຄັ້ງທີ່ 1 ຈົນເຖິງເຄື່ອງສຽງຍີ່ຫໍ້ Akai ທີ່ມີຊື່ສຽງ…

“ມັນເປັນເວລາຫຼາຍກວ່າ 60 ປີ ນັບຕັ້ງແຕ່ຂ້າພະເຈົ້າເລີ່ມເຮັດວຽກກັບເຄື່ອງສຽງ, ຂ້າພະເຈົ້າຍັງຮັກສາເຄື່ອງສຽງຫຼາຍໜ່ວຍ ທີ່ເປັນເອກະລັກ. ເຊັ່ນກັບເຄື່ອງສຽງຍີ່ຫໍ້ Akai ຂອງ ພໍ່ຂ້າພະເຈົ້າ, ສຽງດີຫຼາຍ ແລະ ມັນສາມາດເປີດກັບຄືນດ້ວຍຕົວມັນເອງ, ເວລາໃດກໍ່ຕາມຂ້າພະເຈົ້າເລືອກ”, ທ່ານ ທີ ເລົ່າຢ່າງຕື່ນເຕັ້ນ ກ່ຽວກັບການເກັບສະສົມ ເຄື່ອງສຽງ ທີ່ເປັນເອກະລັກຂອງຕົນ. ພາບ: ຫຼີຮວ່າງລອງ

ເຮືອນ ວິນລາ ແບບ ຝຣັ່ງ ທີ່ໜ້າຮັກ, ຕັ້ງຢູ່ເຮືອນເລກ 3 ຖະໜົນ Yagout ເບິ່ງຄືວ່າ ຈະຕື່ນຂຶ້ນຫຼັງຈາກນອນຫຼັບໃນລະດູໜາວ ໃນຊ່ວງຫຼັງ Covid, ໄດ້ຖືກສ້ອມແປງ ແລະ ປັບປຸງໃຫ້ເປັນຮ້ານກາເຟ ແລະ ຫໍພິພິທະພັນ ເຄື່ອງສຽງເກົ່າ ທີຕວ໋ນ. ທີ່ນີ້ ໄດ້ກາຍເປັນຈຸດໝາຍທີ່ດຶງດູດໃຈ ສຳລັບນັກຟັງສຽງ ທີ່ຈະຄົ້ນພົບ-ຮູ້ສຶກ-ເພີດເພີນໄປກັບສຽງເພງ ຜ່ານວັນເວລາ.

ທ່ານ ທີ ກ່າວວ່າ ຄືກັບທ່ານໝໍ, ສິ່ງທີ່ໜ້າສົນໃຈຂອງອາຊີບນີ້ ກໍ່ຄື: ແທນທີ່ຈະຊ່ວຍຊີວິດຄົນ, ເຈົ້າຊ່ວຍຊີວິດຂອງເຄື່ອງຈັກ, ແທນທີ່ຈະຖິ້ມມັນໄປ, ເຈົ້າເຮັດໃຫ້ມັນເຄື່ອນໄຫວຄືນ. ເພາະສະນັ້ນ, ເຖິງວ່າ ບາງໄລຍະຂ້າພະເຈົ້າຕ້ອງໄປເຮັດວຽກ, ສ້າງຄອບຄົວ... ແຕ່ຂ້າ ພະເຈົ້າຍັງຮັກ ສາອາຊີບຂອງຕົນ. ພາບ: ຫຼີຮວ່າງລອງ

ສືບ​ທອດ​ຄວາມ​ຮັກ​ ດ້ານ​ເຄື່ອງ​ ເອ​ເລັກ​ໂຕຣ​ນິກ ຈາກ​ພໍ່, ຜູ້​ທີ່ ​ໄດ້​ຮັບ​ໃບ​ປະ​ກາດ​ຮຽນ​ຈົບ​ຈາກ​ໂຮງ​ຮຽນວິ​ທະ​ຍຸ ເຕິນຟາກ, ໄຊງ່ອນ ເມື່ອ​ປີ 1962, ເຈົ້າ​ຂອງ​ຮ້ານ​ສ້ອມ​ແປງ​ວິ​ທະ​ຍຸ​ ຮ​ວ່າງ​ແອງ, ເຮືອນເລກທີ 60 ຖະໜົນ ມິງມ້າງ - ດ່າລາດ (ປັດ​ຈຸ​ບັນແມ່ນຖະໜົນ ເຈືອງກົງດິ້ງ), ນັບ​ແຕ່​ອາ​ຍຸ​ 7-8 ປີ, ເດັກ​ຊາຍ ຫງວຽນ​ທີ ​ເລີ່ມ​ຕົບ​ແຕ່ງ​ກະ​ດານ ​ເອ​ເລັກ​ໂຕຣ​ນິກ ຢູ່ແລ້ວ. 

ມີຄວາມກະຕືລືລົ້ນ ແລະ ປະຕິບັດຕາມຄວາມມັກຢ່າງງຽບໆ, ປັດຈຸບັນ, ທ່ານ ຫງວຽນທີ ຍັງຫວັງວ່າ ສິ່ງຂອງທີ່ຕົນໄດ້ເກັບມ້ຽນໄວ້ ຈະມີຜູ້ໃດຜູ້ໜຶ່ງມາສືບທອດ ແລະ ພັດທະນາ. ພາບ: ຫຼີຮວ່າງລອງ

ທ່ານ ຫງວຽນ​ທິ​ ເວົ້າ​ວ່າພໍ່​ຂອງ​ຂ້າພະ​ເຈົ້າ​ ເປັນຄົນມີນິໄສລະອຽດແທ້ໆ, ​ເພິ່ນ​ມັກ​ເກັບ​ເຄື່ອງ​ຂອງ​ໃຫ້​ລູກ​ຄ້າ, ມີບາງ​ເຄື່ອງ​ສຽງ ​ທີ່​ເພິ່ນ​ໄດ້​ສ້ອມ​ແປງ​ກ່ອນ​ປີ 1975 ຍັງໄດ້ເກັບຮັກສາຈົນ​ຮອດ​ປັດຈຸ​ບັນ. ແທນ​ທີ່​ຈະ​ເອົາ​ໄປ​ຖິ້ມ, ເພິ່ນ​ຍັງ​ຄົງ​ເກັບ​ຮັກສາ, ສະນັ້ນຈຳນວນ​ນັບມື້ນັບຫຼາຍ​ຂຶ້ນ​ເລື້ອຍໆ. ຂ້າພະເຈົ້າກໍ່ຄືກັນ, ຍັງຮັກສາມັນໄວ້ ເພາະບາງທີມື້ໃດມື້ໜຶ່ງເຈົ້າຂອງ ເຄື່ອງສຽງ ຈະມາຮັບມັນ”. ເວລາຜ່ານໄປ, 5-10 ແລ້ວ 20 ປີ… ເມື່ອຄວາມນິຍົມຫຼິ້ນເຄື່ອງສຽງເກົ່າ ເລີ່ມພັດທະນາຂຶ້ນ, ທ່ານ ຫງວຽນທີ ຈຶ່ງນຳມາເພື່ອຟື້ນຟູ.

ຂ້າພະເຈົ້າຢູ່ຄົນດຽວ, ສະນັ້ນ ຂ້າພະເຈົ້າວາງແຜນທີ່ຈະມອບໃຫ້ຜູ້ທີ່ມັກວຽກນີ້ ແທ້ໆ ເພື່ອພັດທະນາມັນ, ບໍ່ຢາກໃຫ້ “ຊັບສິນ” ນີ້ ຖືກຫາຍໄປ ຫຼື ຫັນມາເປັນທຸລະກິດ”. ທ່ານ ທີ ເວົ້າກ່ຽວກັບຊຸດສະສົມ ເຄື່ອງສຽງເກົ່າ ທີ່ຕົນເອງໄດ້ອຸທິດຕະຫຼອດຊີວິດ ເພື່ອການຟື້ນຟູ ແລະ ປົກປັກຮັກສາ. ພາບ: ຫຼີຮວ່າງລອງ

ຂ່າວ​ດີ​ໄດ້​ແຜ່​ໄປ​ໄກ, ນັກ​ສະ​ສົມ​ທັງ​ພາຍ​ໃນແລະ​ຕ່າງ​ປະ​ເທດ​ ເລີ່ມ​ຮູ້​ຈັກ​ ແລະ ​ສັ່ງ​ຊື້. ທ່ານ ຫງວຽນທິ ຍິ່ງຕາມ ຍິ່ງມີຄວາມປະທັບໃຈຫຼາຍ, ສະນັ້ນ ເພິ່ນຈຶ່ງກາຍເປັນຜູ້ຊ່ຽວຊານ ໃນການຟື້ນຟູເຄື່ອງສຽງເກ່ົາ ແຕ່ຍາມໃດກໍ່ບໍ່ຮູ້. 

“ຂ້າພະເຈົ້າຢູ່ຄົນດຽວ, ສະນັ້ນ ຂ້າພະເຈົ້າວາງແຜນທີ່ຈະມອບໃຫ້ຜູ້ທີ່ມັກວຽກນີ້ ແທ້ໆ ເພື່ອພັດທະນາມັນ, ບໍ່ຢາກໃຫ້ “ຊັບສິນ” ນີ້ ຖືກຫາຍໄປ ຫຼື ຫັນມາເປັນທຸລະກິດ”.

ທ່ານ ຫງວຽນທີ

ຖ້າ​ຫາກ​ທ່ານ ​ຄຸ້ນ​ເຄີຍ​ກັບ​ຈຸດ​ ເຊັກ​ອິນ​ ທີ່​ໜ້າ​ເບື່ອ​ໃນ​ເມືອງ ດ່າລາດ, ທ່ານ ຄວນ​ໄປ​ຢ້ຽມ​ຢາມ​ຮ້ານ Café ແລະ ຫໍພິ​ພິ​ທະ​ພັນເຄື່ອງສຽງເກົ່າ ທີຕວນ ເພື່ອ​ຊອກ​ຫາ​ອາ​ດີດ​ ທີ່​ມີ​ສຽງ​ເພງ​ອໍາ​ມະ​ຕະ.

 ປະຕິບັດ: ຫຼີຮວ່າງລອງ - ແປໂດຍ: ຢືຟຽນ


top