ຜະລິດຕະພັນ ຫວຽດ Tomato Handmade

ຜະລິດຕະພັນ ຫວຽດ Tomato Handmade

ດ້ວຍ​ຄວາມ​ຫຼົງໄຫຼ ໃນ​ບັນດາ​ຜະລິດ​ຕະພັນ ​ສິລະ​ປະ​ຫັດຖະກຳ​, ທ່ານ ແທງ​ຕຸ່ງ ​ແລະ ​ນາງ ຮວ່າຍແອ໋ງ ​ໄດ້​ສ້າງ​ເຄື່ອງ​ໝາຍການຄ້າ Tomato Handmade, ​ແມ່ນ​ເຄື່ອງ​ໝາຍ​ບຸກ​ເບີກ​ໃນ​ຂົງ​ເຂດຜະ ລິດ​ ເຄື່ອງ​ຫັດຖະກຳ ​ຫວຽດ ທີ່​ຜະລິດ​ຈາກ​ຜ້າ​ຄຸນ​ນະພາ​ບສູງ.

ສະຖານທີ່ວາງສະແດງຜະລິດຕະພັນຂອງ Tomato Handmade ຢູ່ ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP

ເປັນ 2 ຄົນ​ ທີ່​ຮຽນ​ຈົບວິຊາ​ການ​ດ້ານ​ການ​ເງິນ ​ແລະ ສະຖາປັດຕະ ຍະກຳ, ພາຍຫຼັງທີ່​ເຮັດ​ວຽກ ຢູ່​ຫຼາຍ​ບໍລິສັດຕ່າງກັນ, ທ່ານ ແທງ​ຕຸ່ງ ​ແລະ ທ່ານນາງ ຮວ່າຍ​ແອ໋ງ ລອງ​ເຮັດ​ຖົງ​ຜ້າ ​ແລະ ​ຕຸກກະຕານ້ອຍ ​ແລ້ວເອົາໄປຂາຍ​ຢູ່​​ Ecopark ແລະ West Lake ໃນທ້າຍອາທິດ. ເມື່ອພວກເຂົາ ເຫັນລູກຄ້າຫຼາຍຄົນຊື້, ທັງສອງເລີ່ມຄິດເຖິງເລື່ອງຈະສ້າງ ຜະລິດ ຕະພັນທີ່ມີຍີ່ຫໍ້ ເປັນຂອງຕົນເອງ. ສະ​ນັ້ນ, Tomato Handmade ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ທ່ານ ແທງຕຸ່ງ ແລະ ທ່ານນາງ ຮວ່າຍແອງ໋ ໃນ​ປີ 2016.

ທ່ານ ຕຸ່ງ ໃຫ້ຮູ້ວ່າ ໄລຍະທຳອິດ, Tomato Handmade ໄດ້ສຸມໃສ່ບັນດາຜະລິດຕະພັນ ຮັບໃຊ້ການທ່ອງທ່ຽວ ເພື່ອວາງຈຳໜ່າຍຢູ່ສະໜາມບິນສາກົນ ໂນຍບ໋າຍ,  ພ້ອມກັນນັ້ນ ເປີດຮ້ານອີກຫຼາຍແຫ່ງຢູ່ຖະໜົນ ຮ່າງໂບດ ແລະ ຖະໜົນ ເອົາຈ້ຽວ (ຮ່າໂນ້ຍ), ມີລູກຄ້າຕ່າງ ປະເທດ ມາເລືອກຊື້ ເປັນຈຳນວນຫຼາຍ, ສ້າງລາຍຮັບແຕ່ 20-30 ລ້ານດົ່ງຕໍ່ມື້. ​ແຕ່​ເມື່ອ​ພະຍາດ​ໂຄ​ວິດ​ແຜ່​ລະບາດ​, Tomato Handmade ​ໄດ້​ຫັນ​ມາ​ເປັນ​ຜະລິດຕະພັນຂອງ​ຂວັນ​, ລູກຄ້າຕົ້ນຕໍ່ ສ່ວນຫຼາຍ​ແມ່ນ​ບັນດາວິສາຫະ​ກິດ.

 

 

ເພື່ອໃຫ້ Tomato Handmade ມີລົມຫາຍໃຈ ຢູ່ໃນແຕ່ລະຜະລິດຕະພັນຂອງຕົນ, ການອອກແບບ ຈະໄດ້ນາງ ຮວ່າຍແອ໋ງ ອອກແບບດ້ວຍຕົນເອງ. ຫຼັງຈາກນັ້ນ ຈະພ້ອມກັບເພື່ອນຮ່ວມງານ ປະຕິບັດຕໍ່ ບັນດາຂັ້ນ ຕອນການສ້າງຕົວແບບ, ການຄິດໄລ່ຂະໜາດ ຂອງ ຕົວ ຢ່າງ, ແລ້ວປະຕິບັດຂັ້ນຕອນການຕັດຫຍິບ ຜະລິດຕະພັນ.

ນາງ ຮວ່າຍແອ໋ງ ກ່າວວ່າ ປັດຈຸບັນ ຜະລິດຕະພັນ Tomato Handmade ໄດ້ນຳໃຊ້ວັດຖຸດິບ ທີ່ນຳເຂົ້າຈາກ ສ ເກົາຫຼີ ແລະ ສ ອາ ເມລິກາ, 100% cotton ເພື່ອແນໃສ່ ເປັນມິດກັບສິ່ງແວດລ້ອມ. ນອກຈາກນັ້ນ, ວັດສະດຸ ທີ່ນຳໃຊ້ຍັງມີແພພື້ນເມືອງ, ແຕ່ໄດ້ເລືອກ ເຟັ້ນຈາກເຄື່ອງນຸ່ງ ເກົ່າ ຂອງຊາວເຜົ່າ ມົ້ງ ຫຼື ຂອງບັນດານາຍຊ່າງປັກແສ່ວ ຜູ້ເຖົ້າ ຢູ່ ມາຍເຈົາ (ຮ່ວາບິ່ງ). ແຕກຕ່າງກັບຜະລິດຕະພັນ Handmade ໃນສະຖານທີ່ອື່ນໆ, ບັນດາຜະລິດຕະພັນ Tomato Handmade ມັກຈະເອົາໃຈໃສ່ ເຖິງຄຸນປະໂຫຍດຂອງຜະລິດຕະພັນ. ຕົວຢ່າງ, ກະເປົ໋າເງິນ ນອກເໜືອຈາກການ ສ້າງຊ່ອງໃສ່ເງິນ ແລະ ບັດ, ການອອກແບບມັກຈະມາພ້ອມກັບສາຍຮັດມື ຫຼື ສາຍແຂນເພີ່ມເຕີມເພື່ອໃຫ້ຜູ້ໃຊ້ ນຳໃຊ້ໄດ້ຢ່າງສະດວກ.

ພິເສດ, ຜະລິດຕະພັນ ໄດ້ຮັບການນິຍົມຊື້ຫຼາຍ ແລະ ມີລາຄາແພງທີ່ສຸດຂອງ Tomato Handmade ໃນປັດຈຸບັນ ແມ່ນຖົງທີ່ເຮັດຕາມ ສິລະປະ ການຕໍ່ແພຫຼາຍຊັ້ນໃສ່ກັນ (ຍັງເອີ້ນວ່າ quilt). ນີ້ແມ່ນ ເຕັກນິກການ ຕັດຫຍິບທີ່ງ່າຍ ແຕ່ຕ້ອງການ ຄວາມລະມັດ ລະວັງ ແລະ ຄວາມອົດທົນ. ສິ່ງທີ່ຍາກທີ່ສຸດໃນເຕັກນິກການ ຕໍ່ແພ quilting ແມ່ນຢູ່ໃນວິທີການປະສານສົມທົບ ລະຫວ່າງສີສັນ ແລະ ລວດລາຍແນວໃດໃຫ້ເໝາະສົມ, ສະແດງອອກເຖິງ ຄວາມງາມ ແລະ ຄວາມຄິດສ້າງສັນ ຂອງນາຍຊ່າງ. ຈາກຄວາມເປັນເອກະລັກຂອງຜະລິດ ຕະພັນແຕ່ລະຢ່າງ, quilting ໄດ້ກາຍເປັນວິຊາສິລະປະໜຶ່ງ ທີ່ຫຼາຍຄົນມັກ. ປັດຈຸບັນ, ລາຄາຂອງຖົງໜ່ວຍໜຶ່ງ Tomato Handmade ຈະຂາຍໃນລາຄາ 2-3 ລ້ານດົ່ງ ຂຶ້ນກັບຂະ ໜາດ ແລະ ຮູບແບບ. 

 

 

ປັດຈຸບັນ, ຜະລິດຕະພັນຂອງ Tomato Handmade ມີຄວາມຫຼາກຫຼາຍຮູບແບບ, ມຸ່ງໄປເຖິງປະເພດລູກຄ້າ ແຕກຕ່າງກັນເຊັ່ນ: ຖົງ, ຖົງເປ້, ເຄື່ອງຕົກແຕ່ງເຮືອນ ຫຼື ເຄື່ອງຫິ້ຼນຂອງເດັກນ້ອຍ... ເມື່ອມາຢ້ຽມຊົມຫ້ອງວາງ ສະແດງຂອງ Tomato Handmade ຢູ່ຖະໜົນ ຮ້າດິ່ງ (ຮ່າໂນ້ຍ), ທ່ານ ສາມາດຊອກຫາໄດ້ບັນດາ ຜະລິດ ຕະພັນທີ່ໜ້າຮັກ, ນັບແຕ່ແພຮອງຈອກ, ແພປູໂຕະ ເຖິງໝອນກອດນອນ, ເຄື່ອງປະດັບ ແຟຊັ່ນ ທີ່ເຮັດດ້ວຍແພ ສຳລັບ ການຍ່າງຖະໜົນໃນວັນອາທິດ, ຊຸດຜ້າປູທີ່ນອນ ບໍ່ພຽງແຕ່ງາມເທ່ົານັ້ນ, ແຕ່ຍັງມີຄຸນນະພາບດີທີ່ສຸດອີກດ້ວຍ ຫຼື ສິ່ງສ້າງຄວາມປະທັບໃຈກວ່ານັ້ນ ແມ່ນຂອງຂວັນ ສໍາລັບເດັກນ້ອຍ. 

ທ່ານ ຕຸ່ງ ​ໃຫ້​ຮູ້​ວ່າ ເມື່ອຂະ​ແໜງ​ທ່ອງ​ທ່ຽວ ​ໄດ້ຮັບການ​ຟື້ນ​ຕົວຈາກ​ການ​ລະບາດ ​ໂຄ​ວິດ-19, ​ແຕ່ໃນ​ປັດຈຸ​ບັນ, Tomato Handmade ​ຍັງສຸມ​ໃສ່​ໃນຜະລິດ​ຕະພັນ​ຮັບໃຊ້​ວິ​ສາ​ຫະກິດ​ເປັນ​ຕົ້ນຕໍ ແລະ ​ເລີ່​ມ​ເປີດ​ກວ້າງ​ການ​ຈຳໜ່າຍ​ຜະລິດ​ຕະພັນການແລກປ່ຽນທາງ              e-commerce ຂອງ ຫວຽດນາມ ດ້ວຍ​ບັນດາ​ຜະລິດ​ຕະພັນ​ມີລາຄາ ​ທີ່​ເໝາະ​ສົມກັບຜູ້ບໍລິໂພກ. 

 

 
ຜະລິດຕະພັນເຮັດດ້ວຍມືທີ່ເປັນເອກະລັກຂອງ Tomato Handmade. ພາບ: TOMATO HANDMADE

ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


top