ປ່າສະຫງວນແຫ່ງຊາດ ກາດບ່າ

ປ່າສະຫງວນແຫ່ງຊາດ ກາດບ່າ

ເສັ້ນທາງໄປຍັງເຂດຫຼັກ ຂອງ ປ່າສະຫງວນແຫ່ງຊາດ ກາດບ່າ. ພາບ: ກົງດາດ/VNP

ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນໜຶ່ງໃນບັນດາ ເຂດ ຮັກ ສາລະບົບນິເວດ ໃຫຍ່ສຸດຢູ່ ຫວຽດນາມ ແລະ ໃນໂລກ. ສະ ຖານທີ່ນີ້ ປະກອບດ້ວຍຄຸນຄ່າ ທີ່ເປັນເອກະລັກ ຢ່າງຍິ່ງ ມີທັງ ປ່າໄມ້ ແລະ ລະບົບນິເວດທາງທະເລ. ມາ​ຍັງ​ປ່າ​ສະຫງວນ​ແຫ່ງ​ຊາດ ກາດບ່າ, ​ນັກ​ທ່ອງ​ທ່ຽວ​ ຈະ​ໄດ້​ສໍາຜັດ ປະສົບການ ແລະ ສຳ​ຫຼວດ​ລະບົບ​ນິ​ເວດ ຂອງສັດ ​ແລະ ພືດ​ ທີ່​ຫຼາກ​ຫຼາຍ.

ປ່າສະຫງວນແຫ່ງຊາດ ກາດບ່າ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1986 ມີເນື້ອທີ່ 15.200 ເຮັກຕາ ຂຶ້ນກັບເສັ້ນທາງ ຂ້າມ ເກາະ ກາດບ່າ. ນີ້​ແມ່ນ​ບ່ອນ​ອະນຸລັກ​ຮັກສາ ​ລະບົບ​ນິເວດ​ທາງທະ​ເລ, ປ່າ​ເທິງບົກ, ປ່າ​ຊາຍ​ເລນ, ສັດ ແລະ ພືດທີ່​ຫາ​ຍາກ ​ແລະ ​ຍັງ​ເປັນ​ບ່ອນ​ຢູ່ ​ຂອງ​ ສັດປ່າ​ ນາໆ​ຊະນິດ, ​ໃນ​ນັ້ນ​ມີ ທະນີ ກາດ ບ່າ, ໂຕບ່າງ, ລີງ​ໜ້າ​ແດງ ​ແລະ ງູເຫົ່າ. ປ່າສະຫງວນແຫ່ງຊາດ ຍັງ ມີຖ້ຳຫຼາຍແຫ່ງ, ໃນນັ້ນມີຖ້ຳ ກວນອິນ ແລະ ຖ້ຳ ຈຸງຈາງ ເຊິ່ງເປັນຖ້ຳ ທີ່ສວຍງາມທີ່ສຸດໃນ ຫວຽດນາມ.


ມາເຖິງປ່າສະຫງວນແຫ່ງຊາດ, ນັກທ່ອງທ່ຽວ ຈະໄດ້ຮັບປະສົບ ການ ທີ່ໜ້າສົນໃຈທີ່ສຸດ ກັບກິດຈະການຕ່າງໆ ເຊັ່ນ: ການຍ່າງ ປ່າ ຈະເຮັດໃຫ້ນັກທ່ອງທ່ຽວ ມີປະສົບການກັບເສັ້ນທາງ ຕ່າງໆ ຕັ້ງແຕ່ເສັ້ນທາງທີ່ງ່າຍ ໄປຈົນເຖິງເສັ້ນທາງທີ່ທ້າທາຍ. ເສັ້ນ ທາງ ຍ່າງປ່າ ທີ່ນິຍົມທີ່ສຸດປະກອບມີ: ເສັ້ນທາງໄປເຖິງ ຈອມ ພູ ງື້ເລີມ, ເສັ້ນທາງໄປຫາຖໍ້າ ຈຸງຈາງ ແລະ ເສັ້ນທາງໄປ ຫາໝູ່ ບ້ານ ຊາວປະມົງ ກາດບ່າ.



ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ໄປ​ຢ້ຽມ​ຢາມ ແລະ ຊອກຮູ້​ຕົວຢ່າງກ່ຽວ​ກັບ​ຊີ​ວະ​ພາບ ຢູ່​ປ່າ​ສະ​ຫງວນ​ແຫ່ງ​ຊາດ ກາດບ່າ. ພາບ: ກົງດາດ/VNP

ສໍາລັບນັກທ່ອງທ່ຽວ ທີ່ນິຍົມທ່ຽວທະເລ, ເຂົາເຈົ້າສາມາດ ເລືອກ ກິດຈະກຳພາຍເຮືອ kayak. ນີ້​ແມ່ນ​ວິ​ທີ ​ທີ່​ດີ ​ທີ່ສຸດ ໃນ ການ​ສໍາ​ຫຼວດ​ເກາະ​ດອນ ​ແລະ ​ອ່າ​ວ ​ອ້ອມ​ຂ້າງ​ເກາະ ກາດບ່າ​. ອີກປະສົບ ການໜຶ່ງທີ່ໜ້າສົນໃຈ ທີ່ນັກທ່ອງທ່ຽວ ບໍ່ຄວນພາດ ກໍ່ຄື ການດຳ ນ້ຳ ຢູ່ອ່າວ ລານຮ້າ ເພາະວ່າ ນີ້ແມ່ນໜຶ່ງໃນບັນ ດາ ສະຖານທີ່ ດຳນ້ຳທີ່ດີທີ່ສຸດໃນ ຫວຽດນາມ ດ້ວຍລະບົບນິ ເວດ ທະເລ ທີ່ມີຫຼາຍສີສັນ. ສໍາລັບນັກທ່ອງທ່ຽວ ມັກຜະຈົນ ໄພ, ສະຖານ ທີ່ຫຼາຍແຫ່ງໃນເກາະ ກາດບ່າ ມີໜ້າຜາຫີນ ປູນ ຊຸດຍອດ ສໍາລັບການປີນຂຶ້ນ.

ນອກຈາກ ການ​ເຄື່ອນ​ໄຫວ​ດັ່ງກ່າວ, ນັກ​ທ່ອງ​ທ່ຽວ ​ຍັງ​ສາມາດ​ໄປ​ຢ້ຽມຢາມ​ໝູ່​ບ້ານ​ຊາວປະມົງ ກາດບ່າ, ຊອກຮູ້​ກ່ຽວ ກັບຊີ ວິດ​ ການ​ເປັນ​ຢູ່​ຂອງ​ຊາວ​ທ້ອງ​ຖິ່ນ ​ແລະ ຮັບ​ປະທານ​ອາຫານ​ທະ​ເລ​ສົດ ​ຢູ່​ບັນດາ​ຮ້ານ​ອາຫານ​ໃນ​ໝູ່​ບ້ານ.

ໃນເສັ້ນທາງດັ່ງກ່າວ ຈະມີຄະນະນຳທ່ຽວ ຈາກຄະນະຄຸ້ມຄອງ ເພື່ອເປັນທິດທາງ ແລະ ແນະນຳຂໍ້ມູນໃຫ້ແກ່ນັກທ່ອງທ່ຽວ. ພາບ: ກົງດາດ/VNP

ຊ່ວງເວລາທີ່ດີ ທີ່ສຸດ ເພື່ອຈະໄປຢ້ຽມຢາມປ່າສະຫງວນ ແຫ່ງ ຊາດ ກາດບ່າ ແມ່ນ ໃນລະດູໃບໄມ້ຫຼົ່ນ (ແຕ່ເດືອນ ກັນຍາ ຫາ ເດືອນ ພະຈິກ), ເວລານີ້ ທ້ອງຟ້າຈະແຈ່ມໃສ, ເຢັນສະບາຍ, ມີ ຝົນຕົກເລັກນ້ອຍ, ເໝາະສໍາລັບກິດຈະກໍາການທ່ອງທ່ຽວ ແລະ ຂຸດຄົ້ນ. ແລະ ໃນລະດູບານໃໝ່ (ແຕ່ເດືອນ ກຸມພາ ຫາເດືອນ ເມສາ), ນີ້ແມ່ນລະດູ ທີ່ຕົ້ນຄາຍປ່າ ບານດອກຫຼາຍ ກວ່າໝູ່, ທິວທັດ ແມ່ນສວຍງາມຊວນຝັນ, ເໝາະສົມສໍາລັບ ກິດຈະກໍາ ຖ່າຍຮູບ ແລະ ທ່ຽວຊົມສະຖານທີ່.

ອາດເວົ້າໄດ້ວ່າ ປ່າສະຫງວນແຫ່ງຊາດ ກາດບ່າ ເປັນສະຖານ ທີ່ທ່ອງທ່ຽວ ທີ່ສຸດຍອດ ສຳລັບຜູ້ທີ່ມັກ ທຳມະຊາດ ແລະ ເພີດ ເພີນ ກັບການອອກກຳລັງກາຍກາງແຈ້ງ. ດ້ວຍ​ກິດ​ຈະ​ກຳ​ຫຼາຍ​ຢ່າງ ​ໃຫ້ເລືອກ​, ນັກ​ທ່ອງ​ທ່ຽວ ​ຈະ​ໄດ້ພັກ​ຜ່ອນ ​ຢ່າງສະບາຍ ​ແລະ ​ໜ້າ​ຈົດ​ຈຳ​ ຢູ່​ທີ່​ນີ້ຢ່າງແນ່ນອນ.

  • ບົດ: VNP/ແທງຢາງ - ພາບ: ກົງດາດ - ແປໂດຍ: ຢືຟຽນ

top