ປະທັບໃຈຮູບຈຳລອງ ລົດຈັກ ເຮັດດ້ວຍດິນດາກ

ປະທັບໃຈຮູບຈຳລອງ ລົດຈັກ ເຮັດດ້ວຍດິນດາກ

ຕອນຍັງເປັນເດັກນ້ອຍ ຊັ້ນປະຖົມປໍ 4, ດ້ວຍຄວາມຄິດສ້າງສັນ ແລະ ຄວາມອົດທົນ ພະຍາຍາມຮຽນຮູ້, ທ່ານ ຖາຍວັນກີ່ ໄດ້ປະ ດິດສ້າງລົດ ດ້ວຍດິນດາກ ຫຼາຍປະເພດ, ເມື່ອເບິ່ງ ທຸກຄົນຄິດວ່າ ມັນເປັນລົດ ແທ້ ທ່ີມີຂະໜາດຫຍໍ້ສວ່ນ.

ທ່ານ ຖາຍ​ວັນ​ກີ່ ໃຫ້ຮູ້​ວ່າ ຕອນ​ຍັງ​ນ້ອຍ, ເພິ່ນ​ມັກ​ປັ້ນ​ດິນ​, ດັ່ງ​ນັ້ນ ​ມັກ​ຢືມ​ດິນ​ປັ້ນ ຂອງ​ ຄູ​ສອນ​ອະນຸບານ​ ຢູ່ໃກ້​ເຮືອນ​ມາ​ຫຼິ້ນ. ເມື່ອເພື່ອນບ້ານຂາຍງົວ 13,14 ໂຕ ເພື່ອຊື້ ລົດຈັກ Simson ຄັນໜຶ່ງ, ຄົນທີ່ມັກ ແລະ ຢືນເບິ່ງລົດຈັກ ດົນທີ່ສຸດແມ່ນພໍ່ ຂອງ ກີ່. ເພາະວ່າ ສະພາບຄອບຄົວຍັງຫຍຸ້ງຍາກ, ພໍ່ຂອງເພິ່ນ ບໍ່ສາມາດ ປະຕິບັດ ຄວາມຝັນນັ້ນໄດ້, ດັ່ງນັ້ນ ກີ່ ຈຶ່ງຄິດ ທີ່ຈະສ້າງແບບຈໍາລອງ ລົດຈັກ Simson ຄັນນີ້ ດ້ວຍດິນດາກ ເພື່ອເປັນຂອງຂວັນ ໃຫ້ພໍ່ ຂອງຕົນ.



ທ່ານ ກີ່ ແບ່ງປັນວ່າ: “ຕອນນັ້ນ, ຂ້າພະເຈົ້າ ໄດ້ເອົາເຈ້ຍ ໃບໜຶ່ງມາຢືນຢູ່ຕໍ່ໜ້າລົດຈັກ ຄັນນັ້ນ ເພື່ອແຕ້ມລັກສະນະ ພື້ນຖານທີ່ຍາກທີ່ສຸດ, ຈາກນັ້ນ ຈື່ ແລະ ສະແດງອອກ ດ້ວຍຈິນຕະນາການ ຂອງຕົນ, ເພາະວ່າ ໃນສະໄໝນັ້ນ ລົດຈັກ ຍັງບໍ່ທັນມີຫຼາຍປານ ໃດ ແລະ ເຈົ້າຂອງລົດຈັກ ດົນໆ​ ຈຶ່ງມາຫຼິ້ນເຮືອນເທື່ອໜຶ່ງ. ຫຼັງຈາກ ປັ້ນຮູບຈຳລອງ ລົດຈັກຄັນນັ້ນ ຕາມຄວາມຊົງຈໍາ ແລະ ເວ ລາສຳເລັດ ກໍ່ຄ້າຍຄືຂອງແທ້ເຖິງ 90%. ຂ້າພະເຈົ້າເອົາໄປມອບໃຫ້ພໍ່ ເປັນຂອງຂວັນ ແລະ ເພິ່ນມັກຫຼາຍ, ຫຼາຍຄົນຕ່າງກໍ່ຍ້ອງວ່າ ງາມແທ້ໆ, ສະນັ້ນ ຂ້າພະເຈົ້າຈຶ່ງສືບຕໍ່ເຮັດເພື່ອເປັນ ຂອງ ຂວັນໃຫ້ທຸກຄົນ.”

ເຖິງປີ 2023, ຫຼັງຈາກລູກສາວ ໄດ້ບອກໃຫ້ຊື້ດິນດາກ ມາປັ້ນ, ໄດ້ກະຕຸ້ນຄວາມຢາກ ຂອງ ເພິ່ນໃຫ້ກັບຄືນມາອີກຄັ້ງໜຶ່ງ. ເພິ່ນຄິດເຖິງ ການປະສົມດິນດາກ ມາເປັນຕາຕະລາງສີໜຶ່ງທີ່ສົມບູນ ແບບ, ແລ້ວປັ້ນ ແລະ ທາສີ ໃຫ້ເປັນລົດຈັກ ຫຼາຍສີສັນ ທີ່ມີລັກ ສະນະຄ້າຍຄືກັນກັບລົດຈັກ ຂອງແທ້ ແຕ່ຫຍໍ້ສ່ວນໃຫ້ນ້ອຍລົງ.


ຂັ້ນຕອນການປັ້ນລົດຈັກ ຄັນໜຶ່ງ ຈາກດິນດາກ ແມ່ນເລີ່ມ ຈາກການປະສົມສີດິນດາກ ທັງໝົດເຂົ້າກັນ ເພື່ອສ້າງເປັນສີ ຂີ້ເທົາ, ຈາກສີຂີ້ເທົານັ້ນ ຈະສ້າງເປັນໂຄງສ້າງພື້ນຖານ. ຈາກຫຼັກການພື້ນຖານເພື່ອສ້າງລົດຈັກ ຄັນໜຶ່ງດ້ວຍດິນດາກ, ພາກສ່ວນທໍາອິດທີ່ຕ້ອງປັ້ນແມ່ນອານລົດ, ແລ້ວຈຶ່ງປັ້ນສ່ວນອື່ນໆ, ເພາະວ່າ ປັ້ນອານລົດ ແລ້ວຈະປັ້ນໄດ້ ສ່ວນອື່ນໆ ທີ່ມີອັດຕາສ່ວນປະສົມກົມກຽວ. ສິ້ນສ່ວນລໍ້, ຜ້າຄຸມ, ໂກບບັງຕົມ, ດ້ານໜ້າຂອງລົດ... ລ້ວນແຕ່ໄດ້ປັ້ນຢ່າງລະອຽດ, ຈາກນັ້ນຕັດລວດເຫຼັກ ແລະ ເສົາອາກາດໂທລະທັດ ໃຫ້ເປັນໂຄງຕົວລົດ, ສາຍອາລູມີນຽມ ຫຼື ສາຍເຫຼັກ ສະແຕນເລດ ຖືກໃຊ້ເຮັດເປັນດີ້ວລົດ. 

ທ່ານ ຖາຍວັນກີ່ ແລະ ລູກ ຢູ່ຂ້າງໆ ລົດຈັກ ດິນດາກ ທີ່ເຮັດໂດຍ ທ່ານ ກີ່ ເອງ. ພາບ: ຫວຽດເກື່ອງ/VNP

ເມື່ອສິ້ນສ່ວນຕ່າງໆ ສຳເລັດແລ້ວ, ຈະນໍາມາຂັດໃຫ້ກ້ຽງ, ທາສີຮອງພື້ນ, ທາສີ ແລະ ທາສີເຄືອບເງົາ. ຫຼັງຈາກສີ ແຫ້ງແລ້ວຈະທໍາການປະກອບສ່ວນຕ່າງໆ ເຂົ້າກັນ ດ້ວຍກາວກາຊ້າງ ເພື່ອສ້າງເປັນລົດຈັກ mini ຄັນໜຶ່ງທີ່ສົມບູນແບບ, ປົກກະຕິ ຈະມີຂະໜາດ 1/18, 1/24.

ສໍາລັບລົດ ທີ່ມີ ຜ້າຄຸມ, ຂັ້ນຕອນການເຮັດ ຜ້າຄຸມ ເປັນສ່ວນທີ່ຍາກທີ່ສຸດ ແລະ ສໍາລັບລົດຈັກ ມີ ກໍາລັງແຮງສູງ ຫຼື ບໍ່ມີ ຜ້າຄຸມໜ້າລົດ ແມ່ນເຮັດຍາກກວ່າໝູ່. ໂດຍປົກກະຕິ, ເພື່ອສຳເລັດການເຮັດລົດຈັກ ຄັນໜ່ຶ່ງດ້ວຍດິນດາກ, ທ່ານ ກີ່ ຈະໃຊ້ເວລາປະມານ 50 ຊົ່ວໂມງ.

ມາຮອດປັດຈຸບັນ, ທ່ານ ກີ່ ໄດ້ສ້າງລົດຈັກ ປະມານ 15 ຄັນ ເຊັ່ນ: Dream, Simson, SH, 67... ເມື່ອເບິ່ງແລ້ວ ຄືລົດແທ້ ຖືກຫຍໍ້ສ່ວນໃຫ້ນ້ອຍລົງ. ພາບ: ຫວຽດເກື່ອງ/VNP

ມາ​ຮອດ​ປັດຈຸ​ບັນ, ທ່ານ ຖາຍວັນກີ່ ​ໄດ້​ສ້າງ​ລົດ​ຈັກ ​ປະມານ 15 ຄັນ​ເຊັ່ນ: Dream, Simson, Vision, SH, 67... ​ເມື່ອ​ເບິ່ງ​ແລ້ວ​ ຄື​ລົດ​ແທ້​ ຖືກຫຍໍ້ສ່ວນໃຫ້ນ້ອຍລົງ, ເປັນງານດ້ານ​ສິລະ​ປະ, ເຮັດໃຫ້ຫຼາຍ​ໆ ຄົນ​ ຕ່າງຮູ້ສຶກເຖິງຄວາມຊົງຈໍາ ໃນອະດີດຜ່ານມາ.


ປັດຈຸບັນ, ທ່ານ ກີ່ ໄດ້ສ້າງຊ່ອງ youtube ມີຊື່ວ່າ Xoai Clay ດ້ວຍຄວາມຫວັງ ທີ່ຈະແບ່ງປັນ ວິທີການເຮັດລົດຈັກ ດ້ວຍດິນ ດາກ ເພື່ອໃຫ້ຫຼາຍຄົນ ຕິດຕາມ ແລະ ເຮັດຕາມໃນເວລາຫວ່າງ.

ປະຕິບັດ: VNP/ແທງຢາງ  ແລະ ຖາວວີ - ແປໂດຍ: ຢືຟຽນ


top