ປະທັບໃຈ ໜອງ ບາເບ໋
ໂດຍມີອາຍຸກວ່າ 200ລ້ານປີ, ໜອງບາເບ໋ ໄດ້ຜ່ານການປ່ຽນແປງຂອງທຳມະຊາດ ຄັ້ງໃຫຍ່ ຫຼາຍຄັ້ງ ໄດ້ນຳເອົາປະລິມານນ້ຳ ມະຫາສານ 5ລ້ານແມັດກ້ອນຂຶ້ນໄປສູ່ກາງພູຫີນປູນ, ສ້າງເປັນໜອງນ້ຳຈືດທຳມະຊາດໃຫຍ່ທີ່ສຸດຂອງຫວຽດນາມ ແລະ ເປັນໜຶ່ງໃນ 100 ໜອງນ້ຳຈືດໃຫຍ່ທີ່ສຸດໃນໂລກ, ຢູ່ໃນເຂດປ່າສະຫງວນແຫ່ງຊາດບາເບ໋. ແຂວງ ບັກກ້ານ ກໍາລັງດໍາເນີນການເພື່ອນຳ “ສົມບັດ” ນີ້ ໄປກະຕຸກຊຸກຍູ້ເພື່ອພັດທະນາການທ່ອງທ່ຽວໃນໄລຍະຫຼັງ Covid.
ໜອງ ບາເບ໋ເກີດຈາກແມ່ນໍ້າ3 ສາຍຄື: ແມ່ນ້ຳ ແປເລີ່ມ, ແປລູ່ແລະ ແປແລ່ງ ໄຫຼມາບັນຈົບກັນຢູ່ຈຸດດຽວ ຂອງ ຕາແສງ ນາມເໝົາ, ເມືອງ ບາເບ໋, ແຂວງ ບັກກ້ານ ເພື່ອສ້າງເປັນໜອງ ສະລາມແປ, ຊຶ່ງໝາຍເຖິງໜອງ 3 ແຫ່ງ. ທໍລະນີສາດ ແລະ ພູມສັນຖານຢູ່ເຂດໜອງ ບາເບ໋ ສຸດທີ່ຊັບຊ້ອນ, ໄດ້ສ້າງທິວທັດທຳມະຊາດທີ່ສວຍງາມດ້ວຍໂຄງສ້າງທາງທໍລະນີສາດ ແລະ ດິນທີ່ເປັນເອກະລັກໜຶ່ງບໍ່ມີສອງ, ສິ່ງດັ່ງກ່າວນໍາໄປສູ່ການສ້າງລະບົບນິເວດອື່ນໆ ອີກຈໍານວນຫຼາຍ.
ໜອງ ບາເບ໋ ມີຄວາມຍາວກວ່າ 8 ກິໂລແມັດ, ສະຖານທີ່ກວ້າງສຸດແມ່ນ 2 ກິໂລແມັດ, ພື້ນທີ່ໜ້ານ້ຳປະມານ 500 ເຮັກຕາ, ຄວາມເລິກສະເລ່ຍ 20 ແມັດ, ບາງບ່ອນເລິກເຖິງ 35 ແມັດ, ມີປານ້ຳຈືດຫຼາຍຊະນິດອາໄສຢູ່ໃນໜອງ, ລວມທັງປາຊະນິດ ທ່ີມີຄ່າຫາຍາກໄດ້ບັນທຶກໄວ້ໃນປຶ້ມແດງຂອງຫວຽດນາມ ເຊັ່ນ:ປາໄນ, ປາ ເພ້ຍ, ປາກົດ... ນ້ຳຢູ່ໜອງ ບາເບ໋ ແມ່ນໃສສະອາດ, ເຢັນຕະຫຼອດປີ, ພາບທັງໝົດຂອງໜອງນຳ້ ເໝືອນດັ່ງຮູບແຕ້ມສີນ້ຳ, ດ້ວຍເງົາພູເຂົາລ້ອມຮອບດ້ວຍເມກ. ເທິງໜ້ານໍ້າ ມີເກາະນ້ອຍທີ່ສວຍງາມຫຼາຍແຫ່ງເຊັ່ນ: ເກາະບ່າງວ໊າ, ເກາະອານມ້າ...
ປາກງ່ອຍແລະ ບໍລູ່ແມ່ນສອງບ້ານໃຫຍ່ຢູ່ ບາເບ໋. ໃນນັ້ນ ບ້ານປາກງ່ອຍ ມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນ ແລະ ເຕັມໄປດ້ວຍບໍລິການທ່ອງທ່ຽວ ຢ່າງອຸດົມສົມບູນກວ່າ ເພາະໄດ້ພັດທະນາການທ່ອງທ່ຽວມາແຕ່ດົນແລ້ວ. ກົງກັນຂ້າມແມ່ນ ບ້ານ ບໍລູ່, ສະຖານທີ່ງຽບສະຫງົບ ແລະ ຍັງຄົງຮັກສາຄວາມງາມແບບດັ່ງເດີມ ແລະ ເປັນທີ່ທຳມະຊາດ. ທັງສອງບ້ານນີ້ຕັ້ງຢູ່ໃກ້ກັບໜອງ ບາເບ໋, ສະນັ້ນສະຖານທີ່ພັກເຊົາສ່ວນຫຼາຍໄດ້ຫັນໜ້າອອກໄປຫາ ໜອງນຳ້, ມີອາກາດທີ່ສົດໃສປອດໂປ່ງ ແລະ ສວຍງາມຊວນຝັນ, ມີລາຄາສົມເຫດສົມຜົນ.
ເພາະສະນັ້ນ, ໜອງ ບາເບ໋ ຈຶ່ງຖືກສົມທຽບກັບ “ໄຂ່ມຸກສີຂຽວຂອງພູຜາຕາເວັນອອກສ່ຽງເໜືອ”. ແຕ່ໃນສອງປີຜ່ານມາ, ຍ້ອນຜົນສະທ້ອນຈາກ ການລະບາດໂຄວິດ-19, ໜອງ ບາເບ໋ ຄ້າຍຄື “ເຈົ້າຍິງນອນຫຼັບໃນປ່າ” ແລະ ໃນເດືອນຕຸລາ2021, ແຂວງບັກກ້ານໄດ້ກ້າວສູ່ສະພາບປົກກະຕິໃໝ່ຢ່າງເປັນທາງການ, ການນຳແຂວງໄດ້ປຸກລະດົມ ທ່າແຮງແລະຂໍ້ໄດ້ປຽບການທ່ອງທ່ຽວຂອງ “ສົມບັດ”ແຫ່ງນີ້ ຢ່າງວ່ອງໄວ.

ທ່ານ ຮ່າວັນເຈື່ອງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັກກ້ານ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ບັກກ້ານ ຈະສຸມໃສ່ພັດທະນາບັນດາຮູບແບບການທ່ອງທ່ຽວຢູ່ໜອງ ບາເບ໋, ມຸ່ງໄປເຖິງການຂຸດຄົ້ນບັນດາຄຸນຄ່າວັດທະນະທຳພື້ນເມືອງ ແລະ ລັກສະນະພິເສດຂອງສວນສາທາລະນະແຫ່ງຊາດ ທ່ີທໍາມະຊາດອໍານວຍໃຫ້. ທ່ານ ກ່າວອີກວ່າ: “ບໍ່ພຽງແຕ່ຂຸດຄົ້ນສິ່ງທີ່ມີພ້ອມເທົ່ານັ້ນ, ພວກຂ້າພະເຈົ້າຕ້ອງກຳນົດແຫຼ່ງຊັບພະຍາກອນທ່ອງທ່ຽວ ແລະ ສ້າງເຄື່ອງໝາຍການຄ້າໃຫ້ແຫຼ່ງຊັບພະຍາກອນນັ້ນ.ພິເສດ, ພວກຂ້າພະເຈົ້າ ພວມສົມທົບກັບແຂວງ ຕວຽນກວາງສ້າງຮ່າງເອກະສານເພື່ອແນໃສ່ຮັບຮອງມໍລະດົກ ບາເບ໋ - ນາຮາງ ເປັນມໍລະດົກໂລກ”.
ຄວາມຕັດສິນໃຈພັດທະນາການທ່ອງທ່ຽວ ຂອງ ແຂວງ ບັກກ້ານ ຢູ່ໜອງ ບາເບ໋ ໄດ້ສະແດງອອກຜ່ານການກະທຳ,ໄດ້ດຶງດູດຄວາມສົນໃຈຂອງບັນດານັກລົງທຶນໃຫຍ່ຄື: Sun Group, FLC, ເຈືອງແທ່ງ, ຕ່າຍແອງ... ບັນດາວິສາຫະກິດ ແລະ ນັກລົງທຶນໄດ້ສະເໜີປະມານ 20 ໂຄງການກໍ່ສ້າງສະຖານທີ່ທ່ອງທ່ຽວແບບນິເວດລະດັບສູງ, ຕົວແບບການທ່ອງທ່ຽວທີ່ຕິດພັນກັບຜະລິດຕະພັນກະສິກຳ ແລະ ປ່າໄມ້ຂອງທ້ອງຖິ່ນ, ເຂດຜະຈົນໄພ, ສ້າງທົວທ່ອງທ່ຽວຄົ້ນຫາປ່າສະຫງວນແຫ່ງຊາດ ແລະ ບັນດາບໍລິການບັນເທີງລະດັບສູງອື່ນໆ.
ບົດ: ຟານທູ
ພາບ: VNP ແລະ ຫວູຮວ່າງຢາງ
ແປໂດຍ: ຢືຟຽນ