ປະຕິທິນ ຣ້ອຍ ຂອງ ຊາວເຜົ່າ ເມື່ອງ

ປະຕິທິນ ຣ້ອຍ ຂອງ ຊາວເຜົ່າ ເມື່ອງ

ປະຕິທິນ ຣ້ອຍ-ປະຕິທິນບູຮານ ຂອງ ຊາວເຜົ່າ ເມື່ອງ, ເປັນມໍລະ ດົກ ວັດທະນະທໍາ ທີ່ເປັນເອກະລັກ, ສະທ້ອນ ໃຫ້ເຫັນເຖິງ ຄວາມ ຮູ້ ແລະ ໂລກກະທັດ ທີ່ມີຄວາມຜູກພັນ ຢ່າງໃກ້ຊິດກັບທໍາມະຊາດ, ລະດູການ ແລະ ຄວາມເຊື່ອ ພື້ນເມືອງ.

ຊາວເຜົ່າ ເມື່ອງ ຢູ່ ແຂວງ ຝູ໋ເຖາະ ພູມໃຈນຳສະເໜີ ຊຸດປະຕິທິນ ຣ້ອຍ ພື້ນເມືອງ.

ປະຕິທິນ ຣ້ອຍ, ຍັງເອີ້ນກັນວ່າ ປະຕິທິນໄມ້ໄຜ່ ຫຼື ປະຕິທິນ ເມື່ອງ, ຈະເຮັດຈາກໄມ້ໄຜ່ ແກ່ ຫຼື ໄມ້ເຮ້ຍ ຊື່, ຍາວປະມານ 40-60 ຊມ. ແຕ່ລະຊຸດປະກອບມີ 12 ແຜ່ນ ທີ່ກົງກັບ 12 ເດືອນ, ໄດ້ມີການແກະສະຫຼັກ ແລະ ສັນຍາລັກຕ່າງໆ ເຊັ່ນ: ຮູບວົງມົນ, ຮູບຂີດຕັດ, ຮູບສາມຫຼ່ຽມ... ສັນຍາລັກເຫຼົ່ານີ້ ຈະບອກເຖິງ ມື້ດີ-ມື້ຮ້າຍ, ມື້ຕ້ອງຫ້າມ ຫຼື ມື້ທີ່ເໝາະສົມ ສຳລັບແຕ່ລະໜ້າວຽກງານ ສະເພາະ ເຊັ່ນ: ການສ້າງເຮືອນ, ແຕ່ງດອງ, ຂຶ້ນປ່າ, ລົງນໍ້າ, ປູກຝັງ, ທຳພິທີ...

ແບບຈຳລອງ ປະຕິທິນໄມ້ໄຜ່ ຖືກຂະຫຍາຍໃຫຍ່ ຊ່ວຍໃຫ້ ເຂົ້າໃຈ ວິທີການເບິ່ງປະຕິທິນບູຮານໄດ້ຢ່າງຊັດເຈນ.
 

ສຳລັບຊາວເຜົ່າ ເມື່ອງ, ປະຕິທິນ ຣ້ອຍ ບໍ່ພຽງແຕ່ເປັນເຄື່ອງມື ວັດ ແທກເວລາເທົ່ານັ້ນ, ແຕ່ຍັງເປັນ “ເຂັມທິດ”  ນໍາພາທຸກການເຄື່ອນ ໄຫວ ໃນຊີວິດ ການຜະລິດ ແລະ ຊີວິດ ທາງຈິດວິນຍານ. ໃນແຕ່ລະຕົ້ນປີ, ຜູ້ຮັກສາປະຕິທິນຈະ “ແກ້ປະຕິທິນ”-ເພື່ອເບິ່ງມື້ເລີກງາມຍາມດີ, ຫຼີກເວັ້ນ ອັນຕະລາຍ ແລະ ຈາກນັ້ນໃຫ້ຄຳແນະນຳແກ່ ຊາວບ້ານ. ທຸກໆ ການຕັດສິນໃຈ ທີ່ສຳຄັນ ເຊັ່ນ: ການສ້າງເຮືອນ, ການແຕ່ງງານ... ຊາວເຜົ່າ ເມື່ອງ ລ້ວນແຕ່ເບິ່ງປະຕິທິນ ຣ້ອຍ.

ຊາວເຜົ່າ ເມື່ອງ ມີພື້ນຖານວັດທະນະທໍາ ທີ່ຍາວນານ, ອຸດົມສົມ ບູນ ໄປດ້ວຍສີສັນ ທີ່ເປັນເອກະລັກຢູ່ ຫວຽດນາມ.
ປະຕິທິນ ຣ້ອຍ ມີບົດບາດສຳຄັນ ໃນຊີວິດຂອງຊາວເຜົ່າ ເມື່ອງ.

ບໍ່ແມ່ນທຸກຄົນຈະສາມາດສ້າງ ຫຼື ອ່ານເຂົ້າໃຈປະຕິທິນ ຣ້ອຍໄດ້. ຕາມຮີດຄອງປະເພນີ, ຜູ້ທີ່ຮັກສາ ແລະ ໃຊ້ປະຕິທິນ ແມ່ນ ໝໍເຢົາ-ບຸກຄົນສຳຄັນ ໃນຊີວິດທາງຄວາມເຊື່ອ ຂອງ ຊາວເຜົ່າ ເມື່ອງ. ໝໍ ເຢົາ ທັງເປັນໝໍພອນ, ໝໍຢາ, ທັງເປັນຜູ້ຮັກສາ ຄັງຄວາມຮູ້ພື້ນ ເມືອງ. ນອກຈາກນັ້ນ, ມີນາຍບ້ານ, ຫົວໜ້າ ຄອບຄົວ ຫຼື ຜູ້ເຖົ້າຜູ້ແກ່ ມີຈຳນວນໜ້ອຍ ທີ່ມີຄວາມເຂົ້າໃຈ ໃນຮີດຄອງປະເພນີ ແລະ ກົດລະບຽບ ຂອງ ລະດູການ ກໍ່ສາມາດຄອບຄອງ ແລະ ອ່ານ, ແກ້ປະຕິທິນໄດ້ ເມື່ອປະຊາຊົນ ຕ້ອງການ. ການສ້າງປະຕິທິນ ຣ້ອຍ ຮຽກຮ້ອງໃຫ້ຜູ້ຮັກສາ ປະຕິທິນ ມີຄວາມຊຳນານ, ມີຄວາມລະອຽດ ແລະ ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບດາລາສາດ ບູຮານ.

ຊຸດປະຕິທິນ ແມ່ນການສັງລວມຄວາມຮູ້ ຜ່ານຫຼາຍຮຸ່ນຄົນ ຂອງ ຊາວເຜົ່າ ເມື່ອງ.

ປັດຈຸບັນ, ຍ້ອນຜົນກະທົບທ່ີຮຸນແຮງ ຈາກຂະບວນການ ຫັນເປັນທັນສະໄໝ, ປະຕິທິນ ຣ້ອຍ ຍັງຄົງປະກົດໃຫ້ເຫັນ ຢ່າງກະຈັດກະ ຈາຍ ຢູ່ໃນບາງພື້ນທີ່ ຂອງຊາວເຜົ່າ ເມື່ອງ ເຊັ່ນ: ເມື່ອງບີ, ເມື່ອງ ວາງ (ແຂວງ ຝູ໋ເຖາະ). ຈໍານວນຜູ້ທີ່ຍັງຮັກສາ ຄວາມສາມາດ ໃນການສ້າງ ແລະ ອ່ານ, ແກ້ປະຕິທິນ ນັບມື້ ນັບໜ້ອຍລົງ ແລະ ສ່ວນໃຫຍ່ລ້ວນແຕ່ ມີອາຍຸສູງ. ເຖິງຢ່າງໃດກໍ່ຕາມ, ປະຕິທິນ ຣ້ອຍ ຍັງຄົງຢູ່ ຄືກັບ ກະແສ ວັດທະນະທໍາ ທີ່ໝັ້ນຄົງ, ໄດ້ຮັບການນິຍົມ, ຖະ ນຸຖະໜອມ ຈາກຊຸມຊົນ ຊາວເຜົ່າ ເມື່ອງ ແລະ ນັກຄົ້ນຄວ້າ ຮັບຮູ້. ພິເສດ, ໃນປີ 2022, ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງ ທ່ຽວ ໄດ້ຮັບຮອງເອົາປະຕິທິນ ຣ້ອຍ ຂອງ ຊາວເຜົ່າ ເມື່ອງ ເປັນມໍ ລະດົກ ວັດທະນະທໍາ ທີ່ເປັນນາມມະທຳ ຂອງຊາດ-ການຮັບຮອງ ທີ່ສົມກັບມໍລະດົກ ທີ່ເປັນເອກະລັກ, ເປັນບ່ອນເກັບຮັກສາ ຈິດວິນຍານ, ສີສັນ, ຄວາມເລິກເຊິ່ງ ທາງວັດທະນະທໍາ ຂອງຊາວເຜົ່າ ເມື່ອງ.


ຊຸດປະຕິທິນ ທີ່ເປັນເອກະລັກ ໄດ້ດຶງດູດຄວາມສົນໃຈ ຂອງ ຫຼາຍຄົນ.

ບົດ ແລະ ພາບໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ


top