ປະຊາຄົມ ວັດທະນະທຳ - ສັງຄົມ ASEAN: ເຊື່ອມໂຍງ ແລະ ສ້າງຜົນປະໂຫຍດໃຫ້ປະຊາຊົນ
ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2015, ປະຊາຄົມ ວັດທະນະທຳ-ສັງຄົມ ASEAN (ASCC) ໄດ້ສະແດງໃຫ້ເຫັນບົດບາດໃນການ ເຊື່ອມໂຍງ ປະຊາຊົນ ແລະ ພະຍາຍາມ ນໍາເອົາຜົນປະໂຫຍດຕົວ ຈິງ ມາສູ່ປະຊາຊົນ ບັນດາປະເທດ ASEAN ຢ່າງຕໍ່ເນື່ອງ, ໂດຍ ສະເພາະ ໃນສະພາບການແຂ່ງຂັນ ດ້ານຍຸດທະສາດ ລະຫວ່າງ ປະເທດ ມະຫາອໍານາດ ແລະ ບັນດາກົນໄກຫຼາຍຝ່າຍ ແບບດັ້ງ ເດີມ ພວມປະເຊີນກັບ ຄວາມກົດດັນທີ່ເພີ່ມຂຶ້ນ, ບົດບາດ ຂອງ ASCC ຍິ່ງກາຍເປັນສິ່ງຈໍາເປັນ ໃນການປັບປຸງຄວາມສາມັກຄີ ພາຍໃນ ພາກພື້ນ ແລະ ກໍານົດສີສັນ ເອກະລັກ ຂອງ ASEAN ໃນເວທີສາກົນ.
ເມື່ອເບິ່ງຄືນ 10 ປີແຫ່ງການພັດທະນາ, ກອງປະຊຸມສະພາ ASCC ຄັ້ງທີ 33 ໄດ້ສະແດງຄວາມຍິນດີ ຕໍ່ຜົນສໍາເລັດທີ່ ASCC ບັນລຸໄດ້ ດ້ວຍການຈັດຕັ້ງປະຕິບັດ 99% ຂອງ ບັນດາສາຍການເຄື່ອນໄຫວ ໃນແຜນແມ່ບົດ 2025 ຢ່າງມີປະສິດທິຜົນ, ຜ່ານນັ້ນ ໄດ້ປະກອບ ສ່ວນ ເຮັດໃຫ້ເປົ້າໝາຍ ປະຊາຄົມ ASEAN ມຸ່ງສູ່ ປະຊາຊົນ, ຖື ປະຊາຊົນ ເປັນຫຼັກ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ໜຶ່ງໃນບັນດາຜົນສໍາເລັດ ທີ່ພົ້ນເດັ່ນ ແມ່ນການຍົກສູງລະດັບ ການ ມີສ່ວນຮ່ວມຕົວຈິງ ຂອງ ບັນດາພາກສ່ວນກ່ຽວຂ້ອງໃນຂະບວນ ການຕັດສິນໃຈ, ມຸ່ງສູ່ຍົກສູງຄຸນນະພາບ, ລັກສະນະເປັນຕົວແທນ ແລະ ຄວາມເປັນມືອາຊີບ ໃນການເຄື່ອນໄຫວ ຂອງ ບັນດາອົງ ການຈັດຕັ້ງເຫຼົ່ານີ້. ກ່ຽວກັບດັດຊະນີການພັດທະນາມະນຸດ (HDI), ອີງຕາມຕົວເລກ ຂອງ ທະນາຄານ ພັດທະນາອາຊີ (ADB), ມາ ຮອດປັດຈຸບັນ 10 ປະເທດສະມາຊິກ ASEAN ລ້ວນແຕ່ຢູ່ໃນກຸ່ມ ທີ່ມີລະດັບການພັດທະນາ ແຕ່ປານກາງຂຶ້ນໄປ, ເຊິ່ງເປັນຂີດໝາຍ ແຫ່ງຄວາມກ້າວໜ້າ ຢ່າງເຫັນໄດ້ຊັດ ໃນດ້ານຄຸນນະພາບ ຊີວິດ ໃນພາກພື້ນ.
ກ່ຽວກັບຂົງເຂດການສຶກສາ, ນະໂຍບາຍຊ່ວຍເຫຼືອຕົວຈິງຫຼາຍຢ່າງ ໄດ້ຖືກ ຈັດຕັ້ງປະຕິບັດ ໃນຂອບເຂດ ASCC ເພື່ອສ້າງເງື່ອນໄຂ ການເຂົ້າເຖິງການສຶກສາ ສໍາລັບກຸ່ມຄົນດ້ອຍໂອກາດ ໃນແຕ່ລະ ປະເທດ ສະມາຊິກ. ຢູ່ ບຣູໄນ, ນັກຮຽນພິການ ແລະ ຜູ້ທີ່ມີຄວາມ ຕ້ອງການພິເສດ ໄດ້ຮັບການສະໜັບສະໜູນພິເສດ ຈາກລະບົບ ການສຶກສາແຫ່ງຊາດ. ຢູ່ ລາວ, ບັນດາຊົນເຜົ່າສ່ວນນ້ອຍ ແລະ ແມ່ຍິງ ໄດ້ຮັບບູລິມະສິດ ໃນນະໂຍບາຍການສຶກສາ ແລະ ການ ພັດທະນາ ຊັບພະຍາກອນມະນຸດ.
ນອກຈາກນັ້ນ, ຢູ່ ຫວຽດນາມ ລວບລວມເອົາບັນດາເປົ້າໝາຍຂອງ ASCC ເຂົ້າໃນໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະ ນາ ແບບຍືນຍົງ, ໃນນັ້ນມີໂຄງການຝຶກອົບຮົມ ວິຊາຊີບ ໃຫ້ແກ່ ຄົນພິການ. ພົ້ນເດັ່ນຄືສູນຊ່ວຍເຫຼືອ ພັດທະນາການສຶກສາ ແບບມີ ສ່ວນຮ່ວມຢູ່ ຮ່າໂນ້ຍ, ເຊິ່ງເປັນບ່ອນຈັດຕັ້ງຫຼັກສູດ ສີມື ແຮງງານ ເຊັ່ນ: ການຕັດຫຍິບ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສິລະປະ ຫັດຖະກໍາ ໃຫ້ແກ່ຄົນພິການ, ຊ່ວຍໃຫ້ພວກເຂົາ ຊອກຫາວຽກ ເຮັດງານທໍາ ໃນວິສາຫະກິດ ຫຼື ເລີ່ມຕົ້ນທຸລະກິດ ຂອງຕົນເອງ.
5 ບູລິມະສິດ ຫຼັກ ຂອງ ປະຊາຄົມ ວັດທະນະທໍາ-ສັງຄົມ ASEAN ປະກອບມີ: ຍົກລະດັບວັດທະນະທຳ ແລະ ມໍລະດົກ ໂດຍຜ່ານ ການສ້າງຄຸນຄ່າ; ເພີ່ມທະວີທັກສະ ແລະ ຄວາມສາມາດ ໃນການ ປັບຕົວ ເຂົ້າກັບການປ່ຽນແປງໃນອະນາຄົດ ໃນສະພາບແວດລ້ອມ ປັນຍາປະດິດ, ການຫັນເປັນ ດີຈີຕອນ, ວຽກເຮັດງານທຳສີຂຽວ; ເພີ່ມທະວີການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ຂອງ ASEAN ເພື່ອ ປະ ກອບສ່ວນ ສ້າງຕັ້ງປະຊາຄົມ ASEAN ທີ່ຈະເລີນຮຸ່ງເຮືອງ; ເສີມ ຂະຫຍາຍທ່າແຮງ ຂອງຊາວໜຸ່ມ ແລະ ກິລາ ເພື່ອຊຸກຍູ້ການ ເຕີບ ໂຕ, ຄວາມສາມັກຄີ ແລະ ຜົນງານທີ່ດີເລີດ; ຄໍາຮຽກຮ້ອງລວມ ຂອງ ASEAN ເພື່ອເລັ່ງລັດ ການເຄື່ອນໄຫວ ເພື່ອດິນຟ້າອາກາດ, ມຸ່ງສູ່ການຮ່ວມມືແບບຍືນຍົງ ແລະ ຄວາມຮັບຜິດຊອບຮ່ວມກັນ.
ກ່ຽວກັບການຊຸກຍູ້ການພັດທະນາສັງຄົມ ແລະ ການປົກປັກຮັກສາ ສິ່ງແວດລ້ອມ, ໄດ້ມີ 362 ກິດຈະກໍາ ໄດ້ຖືກຜັນຂະຫຍາຍ, ໃນນັ້ນ 63,3% ໄດ້ສໍາເລັດ ຫຼື ພວມດໍາເນີນການ, ໂດຍເນັ້ນໃສ່ ການສ້າງ ນະໂຍບາຍ, ການຝຶກອົບຮົມ ແລະ ການຍົກສູງຄວາມສາມາດ. ຈໍາ ນວນຂໍ້ລິເລີ່ມພາກພື້ນ ກ່ຽວກັບການອະນຸລັກ ຄວາມຫຼາກຫຼາຍ ທາງດ້ານຊີວະນາໆ ພັນ ເພີ່ມຂຶ້ນຈາກ 7 ເປັນ 20 ໃນໄລຍະປີ 2016-2019.
ກ່ຽວກັບການປ່ຽນແປງສະພາບອາກາດ, ASEAN ໄດ້ຜັນຂະ ຫຍາຍ ຫຼາຍໂຄງການລະດັບພາກພື້ນ ເພື່ອສະໜັບສະໜູນ ການ ຈັດຕັ້ງປະຕິບັດ ຄໍາໝັ້ນສັນຍາ ການມີສ່ວນແຫ່ງຊາດ (NDCs) ຂອງ ບັນດາປະເທດສະມາຊິກ, ດ້ວຍການຮ່ວມມືຈາກບັນດາອົງ ການ ຈັດຕັ້ງສາກົນ ເຊັ່ນ: ສົນທິສັນຍາຂອງ ສປຊ ວ່າດ້ວຍການ ປ່ຽນແປງ ຂອງ ດິນຟ້າອາກາດ, ສະຖາບັນ ການເຕີບໂຕເປັນ ມິດ ຕໍ່ສິ່ງແວດລ້ອມ ທົ່ວໂລກ ແລະ ກອງທຶນ ສິ່ງແວດລ້ອມໂລກ.
ນອກຈາກນັ້ນ, ອົງການຈັດຕັ້ງ, ເວທີປາໄສ ພ້ອມດ້ວຍຂໍ້ລິເລີ່ມ ຫຼາຍຢ່າງ ໄດ້ຖືກສ້າງຂຶ້ນ ເຊັ່ນ: ສະມາຄົມ ອຸດສາຫະກໍາດົນຕີ ASEAN (AMIA), ເວທີປາໄສຜູ້ອໍານວຍການໂຮງຮຽນ ອາຊີ ຕາ ເວັນອອກສ່ຽງໃຕ້ (SEASPF), ສະຫະພັນນັກຮົບເກົ່າ ບັນດາ ປະ ເທດ ASEAN (VECONAC), ສະມາຄົມເຄື່ອງສໍາອາງ ASEAN (ACA), ສະໂມສອນ ນໍ້າມັນພືດ ASEAN (AVOC), ເວທີປາໄສ ເດັກນ້ອຍ ASEAN (ASEAN Child Forum), ເວທີປາໄສ ຊາວ ໜຸ່ມ ASEAN (ASEAN Youth Forum)… ສ້າງໂອກາດໃຫ້ ບັນ ດາປະເທດ ພາຍໃນພາກພື້ນ ຮ່ວມມືກັນຢ່າງກວ້າງຂວາງ ເລິກເຊິ່ງ ແລະ ຫຼາກຫຼາຍ ຂົງເຂດຍິ່ງຂຶ້ນ.
ດັ່ງນັ້ນ, ສາມາດເຫັນໄດ້ວ່າ ASCC ໄດ້ມີບົດບາດສໍາຄັນ ໃນຂະ ບວນການ ກາຍເປັນປະຊາຄົມ ASEAN ທີ່ມີເອກະລັກ ຮ່ວມກັນ, ມີຄວາມສາມັກຄີ ແລະ ພັດທະນາໂດຍຖືເອົາປະຊາຊົນເປັນຫຼັກ. ເຖິງວ່າ ເສັ້ນທາງທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ ຍັງມີຄວາມທ້າ ທາຍຫຼາຍ, ແຕ່ບາດກ້າວທີ່ ASCC ໄດ້ເຮັດແລ້ວ ມາຮອດ ປັດຈຸ ບັນ ກໍາລັງເປີດອະນາຄົດ ທີ່ເຕັມໄປດ້ວຍ ຄວາມຫວັງ ສໍາລັບ ASEAN, ເປັນການວາງຮາກຖານ ໃຫ້ແກ່ຂະບວນການຮ່ວມມື ດ້ານ ວັດທະນະທໍາ-ສັງຄົມ ທີ່ແທ້ຈິງ ແລະ ເລິກເຊິ່ງກວ່າເກົ່າ.
ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ