ບັນດາໜ້າປຶ້ມ ທີ່ບັນທຶກຄວາມຊົງຈຳ ຂອງ ຮ່າໂນ້ຍ
ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝຂອງນະຄອນຫຼວງ, ບັນດາ ຮ້ານຂາຍປຶ້ມເກົ່າ ຍັງຄົງຕົວຢູ່ຢ່າງງຽບໆ ຄືກັບເປັນສະຖານທີ່ ເກັບຮັກສາຄວາມຊົງຈຳ, ເຊິ່ງປຶ້ມແຕ່ລະຫົວ ແມ່ນເລື່ອງລາວ ໜຶ່ງ ກ່ຽວກັບເວລາ, ວັດທະນະທຳ ແລະ ຜູ້ຄົນ ຮ່າໂນ້ຍ.
ໂດຍຊ່ອນຕົວຢູ່ໃນບັນດາສາຍທາງທີ່ຄຸ້ນເຄີຍ ເຊັ່ນ: ບ່າຈ້ຽວ, ດິງເລ໋, ໂງທິເຍີ້ມ..., ບັນດາຮ້ານຂາຍປຶ້ມເກົ່າຢູ່ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນສະຖານທີ່ຊື້ - ຂາຍປຶ້ມເທົ່ານັ້ນ, ແຕ່ຍັງແມ່ນ “ສາງຄວາມຊົງຈຳ” ທີ່ພິເສດ ຂອງ ເມືອງຫຼວງແຫ່ງນີ້ອີກດ້ວຍ. ຢູ່ທີ່ນັ້ນ, ກິ່ນເຈ້ຍເກົ່າ, ຖ້ານໃສ່ປຶ້ມທີ່ສູງຕິດເພດານ ແລະ ຮ່ອງຮອຍແຫ່ງການເວລາ ໃນແຕ່ລະໜ້າ ໄດ້ສ້າງບັນຍາກາດ ສະເພາະຕົວ, ແຕກຕ່າງຈາກບັນດາຮ້ານຂາຍປຶ້ມທີ່ທັນສະໄໝ.
ແຕກຕ່າງຈາກການຊອກຊື້ປຶ້ມໃໝ່ ຕາມລາຍການທີ່ມີຢູ່ແລ້ວ, ການໄປຮ້ານຂາຍປຶ້ມເກົ່າ ແມ່ນການເດີນທາງແຫ່ງການ ຄົ້ນພົບ. ຜູ້ອ່ານ ອາດຈະບັງເອີນພົບເຫັນປຶ້ມຫົວໜຶ່ງ ໄດ້ຢຸດການ ພິມຈຳໜ່າຍແລ້ວ, ປຶ້ມກອນ ທີ່ພິມອອກມາ ຫຼາຍທົດສະວັດ ກ່ອນ ຫຼື ເອກະສານອັນລ້ຳຄ່າ ທີ່ເຄີຍເປັນຂອງຫໍສະໝຸດ, ຄອບ ຄົວ ຫຼື ບຸກຄົນໃດໜຶ່ງ. ປຶ້ມຫຼາຍຫົວ ຍັງມີຮ່ອງຮອຍການ ຈົດບັນ ທຶກຢູ່ຂອບປຶ້ມ, ຄຳອວຍພອນ, ຕາປະທັບເກົ່າ ຫຼື ລາຍມື ຂອງ ເຈົ້າຂອງ, ເຮັດໃຫ້ປຶ້ມແຕ່ລະຫົວ ກາຍເປັນພະຍານຫຼັກຖານ ແຫ່ງການເວລາ.
ຮ່າໂນ້ຍ ມີບັນດາສາຍທາງ ທີ່ຕິດພັນກັບການເຄື່ອນໄຫວ ດຳ ເນີນທຸລະກິດປຶ້ມ ເຊັ່ນ: ດິງເລ໋, ຫງວຽນຊີ, ແຕ່ສຳລັບ ຜູ້ທີ່ຮັກ ປຶ້ມເກົ່າແລ້ວ, ຖະໜົນ ລ໋າງ, ຖະໜົນ ບ່າຈ້ຽວ ແມ່ນສະຖານທີ່ ທີ່ຄຸ້ນເຄີຍ. ຢູ່ທີ່ນີ້, ບັນດາຮ້ານຂາຍປຶ້ມນ້ອຍໆ ມັກຈະຈັດວາງ ປຶ້ມຊ້ອນກັນສູງຮອດເພດານ, ໂດຍມີທຸກປະເພດ ນັບແຕ່ວັນ ນະຄະດີ, ປະຫວັດສາດ ຕະຫຼອດຮອດປຶ້ມ ສະເພາະຂະແໜງ, ສ້າງເປັນສະຖານທີ່ ທີ່ເຕັມໄປດ້ວຍສີສັນແຫ່ງຄວາມຮູ້.
ນ້ອງ ດັ້ງຮວ່ຽນເຈິມ, ນັກສຶກສາ ມະຫາວິທະຍາໄລ FPT ໄດ້ ແບ່ງປັນວ່າ: “ບໍ່ຄືກັບເຄື່ອງນຸ່ງຫົ່ມ, ປຶ້ມຈະເກົ່າແຕ່ຮູບຮ່າງພາຍ ນອກເທົ່ານັ້ນ, ແຕ່ເນື້ອໃນທີ່ສື່ສານອອກມານັ້ນ ແມ່ນບໍ່ປ່ຽນ ແປງ. ສະນັ້ນ, ສຳລັບນ້ອງແລ້ວ, ປຶ້ມເກົ່າຫົວໜຶ່ງ ແລະ ປຶ້ມໃໝ່ ຫົວໜຶ່ງ ແມ່ນມີຄຸນຄ່າເທົ່າກັນ”.
ສຳລັບ ທ່ານນາງ ຫງວຽນທູເຟືອງ, ຜູ້ອ່ານຄົນໜຶ່ງຢູ່ ຮ່າໂນ້ຍ, ການ ຊື້ປຶ້ມເກົ່າ ແມ່ນປະສົບການທີ່ໜ້າສົນໃຈ. ທ່ານນາງເຟືອງ ກ່າວວ່າ: “ສິ່ງທີ່ດຶງດູດໃຈທີ່ສຸດ ບໍ່ພຽງແຕ່ຢູ່ທ່ີເນື້ອໃນ ຂອງປຶ້ມ ເທົ່ານັ້ນ, ແຕ່ຍັງຢູ່ທີ່ເລື່ອງລາວ ເບື້ອງຫຼັງຂອງມັນອີກດ້ວຍ: ກີບ ດອກໄມ້ແຫ້ງທີ່ໜີບໄວ້ລະຫວ່າງໜ້າເຈ້ຍ, ບັດອວຍພອນນ້ອຍໆ ຫຼື ຮ່ອງຮອຍການຈົດບັນທຶກ ທີ່ຜູ້ອ່ານເມື່ອຫຼາຍປີກ່ອນ ໄດ້ປະໄວ້, ທັງໝົດລ້ວນແຕ່ປະກອບສ່ວນ ສ້າງຄວາມດຶງດູດ ສະເພາະຕົວ ຂອງ ປຶ້ມແຕ່ລະຫົວ”.
ໃນຍຸກເຕັກໂນໂລຊີ ດີຈີຕອນ, ເມື່ອປຶ້ມເອເລັກໂຕຣນິກ ແລະ ບັນດາເວທີອອນລາຍ ນັບມື້ແຜ່ຫຼາຍ, ບັນດາຮ້ານຂາຍປຶ້ມເກົ່າ ຍັງຄົງມີສະເໜ່ດຶງດູດສະເພາະຕົວ. ນັ້ນແມ່ນ ສະຖານທີ່ ທີ່ຜູ້ ຄົນ ຊອກຫາຄວາມສະຫງົບ ຄ່ອຍເປັນຄ່ອຍໄປ, ເຊື່ອມຕໍ່ກັບ ອະດີດ ແລະ ຮັບຮູ້ໄດ້ເຖິງ ຄວາມເລິກ ເຊິ່ງທາງດ້ານວັດທະນະ ທຳ ຂອງ ຮ່າໂນ້ຍ ຜ່ານແຕ່ລະໜ້າປຶ້ມທີ່ໄດ້ຕົກສີ ຕາມການເວ ລາ.
ບັນດາຮ້ານຂາຍປຶ້ມເຫຼົ່ານັ້ນ ບໍ່ພຽງແຕ່ເກັບຮັກສາຄວາມຮູ້ ເທົ່າ ນັ້ນ, ແຕ່ຍັງປະກອບສ່ວນຮັກສາ “ຈິດວິນຍານ ຂອງ ຕົວເມືອງ”, ຄວາມງາມຂອງນະຄອນຫຼວງ ທີ່ມີມູນເຊື້ອ ວັດທະນະທຳນັບ ພັນປີ, ເຊິ່ງຄວາມຊົງຈຳ ແລະ ວັດທະນະທຳ ການອ່ານ ຍັງຄົງ ໄດ້ຮັບການສືບທອດ ຜ່ານຫຼາຍຮຸ່ນຄົນ.
ບົດ ແລະ ພາບ: ແຄ໋ງລອງ/VNP













