ບັນດາໃບບັດທຳອິດ ທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນ ຈາກຕາແສງເກາະ ມິງເຈົາ ຂອງ ຮ່າໂນ້ຍ
ຜູ້ມີສິດເລືອກຕັ້ງຕາແສງເກາະ ມິງເຈົາ ພ້ອມກັບໃບບັດ ທີ່ເຕັມໄປດ້ວຍ ຄວາມເຊື່ອໝັ້ນ ແລະ ຄວາມຫວັງໃນກຳມື. ພາບ:
ກົງດາດ/VNP
ຕາແສງ ມິງເຈົາ ຕັ້ງຢູ່ກາງແມ່ນ້ຳແດງ, ເຖິງວ່າຈະຢູ່ ຫ່າງຈາກ ໃຈກາງ ຮ່າໂນ້ຍບໍ່ໄກປານໃດ ແຕ່ເງື່ອນໄຂການເດີນທາງ ກໍຍັງມີ ຄວາມເປັນເອກະລັກສະເພາະ ຍ້ອນພູມສັນຖານ ແມ່ນ້ຳລຳເຊ. ນີ້ແມ່ນຕາແສງເກາະແຫ່ງດຽວ ຂອງນະຄອນຫຼວງ, ເຊິ່ງເປັນ ບ່ອນຢູ່ອາໄສຂອງປະຊາຊົນ ຫຼາຍພັນຄົນ ທີ່ສ່ວນໃຫຍ່ ເຮັດອາຊີບກະສິກຳ ແລະ ລ້ຽງສັດ. ໃນວັນເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນຂັ້ນຕ່າງໆ, ບັນຍາກາດຢູ່ທ້ອງຖິ່ນ ໄດ້ດຳເນີນໄປຢ່າງເຂັ້ມງວດ, ຖືກຕ້ອງ ຕາມລະບຽບການ, ຮັບປະກັນສິດ ແລະ ພັນທະ ຂອງ ຜູ້ມີສິດເລືອກຕັ້ງ.
ບັນຍາກາດໃນຕອນເຊົ້າວັນທີ 15 ມີນາ ຢູ່ຕາແສງເກາະ ມິງເຈົາ, ເຊິ່ງເປັນວັນ ທົ່ວປວງຊົນ ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນຂັ້ນຕ່າງໆ ສົກປີ 2026 - 2031.
ພາບບັນຍາກາດພິທີເຄົາລົບທຸງຊາດ, ໄຂການເລືອກຕັ້ງ ທີ່ຈັດຂຶ້ນ ໃນຕອນເຊົ້າມື້ນີ້ ວັນທີ 15 ມີນາ.
ບັນຍາກາດທີ່ມ່ວນຊື່ນ ແລະ ເບີກບ່ານຢູ່ເຂດຢາຍ ໃບບັດເລືອກຕັ້ງ. ພາບ: ກົງດາດ/VNP
ຄວາມເບີກບ່ານມ່ວນຊື່ນຂອງບັນດາຜູ້ມີສິດເລືອກຕັ້ງ ໃນເວລາໄປປ່ອນບັດເລືອກຕັ້ງ.
ຂະບວນການ ເລືອກຕັ້ງໄດ້ດຳເນີນໄປ ຢ່າງເບີກບ່ານມ່ວນຊື່ນ, ຟົດຟື້ນ ແຕ່ກໍມີຄວາມເຄ່ັງຂຶມ, ຮັບປະກັນຄວາມປອດໄພ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ.
- ບົດ ແລະ ພາບໂດຍ: ກົງດາດ/VNP