ບັດເລືອກຕັ້ງ ຢູ່ເທິງຈອມພູ ສີເລີເລົ່າ
ໃນວັນທີ 15 ມີນາ, ບັນຍາກາດ ຂອງ ວັນບຸນເລືອກຕັ້ງ ໄດ້ແຜ່ກະຈາຍ ໄປທົ່ວທຸກໝູ່ບ້ານ ໃນຕາແສງຊາຍແດນ ສີເລີເລົ່າ - ເຊິ່ງເປັນເຂດແດນທີ່ຫ່າງໄກສອກຫຼີກ ແລະ ທຸລະກັນດານທີ່ສຸດ ຂອງ ແຂວງ ລາຍເຈົາ, ເປັນບ່ອນຢູ່ອາໄສ ຂອງ ພີ່ນ້ອງບັນດາເຜົ່າເຊັ່ນ: ເຜົ່າ ຢ້າວ, ເຜົ່າ ຮ່າຍີ່, ເຜົ່າ ມົ້ງ... ຕາມຄວາມເອີ້ນ ຂອງ ເຜົ່າ ຢ້າວ, ສີເລີເລົ່າ ແປວ່າ “12 ຊັ້ນຄ້ອຍ”, ເຊິ່ງມັນພາໃຫ້ນຶກເຖິງພາບ ການເດີນຜ່ານເສັ້ນທາງທີ່ຄົດລ້ຽວ ແລະ ສູງຊັນ ເພື່ອໄປຮອດ ດິນແດນທີ່ແມ່ນແຕ່ຊາວທ້ອງຖິ່ນຫຼາຍຄົນ ກໍບໍ່ຄ່ອຍຮູ້ຈັກ.
ເຖິງພູມີປະເທດ ຈະທຸລະກັນດານ, ແຕ່ຜູ້ມີສິດເລືອກຕັ້ງ ຈຳນວນ 8.667 ຄົນ ຢູ່ 29 ເຂດປ່ອນບັດ ຍັງໄດ້ພາກັນມາຮ່ວມການບ່ອນບັດເລືອກຕັ້ງ ດ້ວຍຄວາມກະຕືລືລົ້ນ. ຕັ້ງແຕ່ເຊົ້າໆ, ເຂົາເຈົ້າໃສ່ຊຸດປະຈຳເຜົ່າ ໄດ້ມາລວມກັນຢ່າງພ້ອມໜ້າພ້ອມຕາ, ສະແດງໃຫ້ເຫັນເຖິງຈິດໃຈແຫ່ງຄວາມຮັບຜິດຊອບ ແລະ ສິດເປັນເຈົ້າຂອງຕົນເອງ. ທ່ານ ກາວວັນຈິງ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ ສີເລີເລົ່າ ໃຫ້ຮູ້ວ່າ: ເພື່ອຮັບປະກັນໃຫ້ການເລືອກຕັ້ງດຳເນີນໄປ ຢ່າງເປັນປະຊາທິປະໄຕ ແລະ ຖືກຕ້ອງຕາມກົດໝາຍ, ທາງທ້ອງຖິ່ນ ໄດ້ສ້າງຕັ້ງທີມງານ ຮັບຜິດຊອບການເລືອກຕັ້ງ ຢ່າງຄົບຖ້ວນ, ພ້ອມທັງຈັດຕັ້ງຂະບວນການປຶກສາຫາລື ແລະ ສະເໜີຜູ້ສະໝັກຮັບເລືອກຕັ້ງຢ່າງເປີດ ເຜີຍ ແລະ ເຂັ້ມງວດ ເພື່ອຄັດເລືອກເອົາບຸກຄົນ ທີ່ມີຄວາມຮູ້ ຄວາມສາມາດດີເດັ່ນ, ເປັນຕົວແທນໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.
ຍ້ອນການຊຸກຍູ້ວຽກງານໂຄສະນາເຜີຍແຜ່, ຄວາມຮັບຮູ້ ຂອງ ປະຊາ ຊົນນັບມື້ສູງຂຶ້ນ. ຫຼາຍຄົນທີ່ໄປເຮັດວຽກຢູ່ທາງໄກ ກໍໄດ້ ກັບຄືນມາເພື່ອປ່ອນບັດ, ພວກເຂົາມອບຄວາມໄວ້ວາງໃຈໄວ້ ນຳ ບັນດາຕົວແທນ ທີ່ມີຄວາມຮູ້ ຄວາມສາມາດ ແລະ ໃກ້ຊິດຕິດແໜ້ນ ກັບຊຸມຊົນ. ການປາກົດຕົວ ຂອງ ຜູ້ສະໝັກຮັບເລືອກຕັ້ງ ທີ່ເປັນແມ່ຍິງຊົນເຜົ່າສ່ວນໜ້ອຍ ພາໃຫ້ຍິ່ງກະຕຸ້ນຄວາມຄາດຫວັງ ຕໍ່ແນວທາງນະໂຍບາຍ ທີ່ເປັນຜົນປະໂຫຍດກັບຊີວິດການເປັນຢູ່ ຂອງ ປະຊາຊົນຫຼາຍຍິ່ງຂຶ້ນກວ່າເກົ່າ.
ຢູ່ເທິງຈອມພູ ສີເລີເລົ່າ, ບັດເລືອກຕັ້ງ ແຕ່ລະໃບແມ່ນໄດ້ຮັບການທະນຸຖະໜອມ, ບໍ່ພຽງແຕ່ແມ່ນສິດທິ ຂອງ ພົນລະເມືອງເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກແຫ່ງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງ ໃນການພັດທະນາ, ປະກອບສ່ວນສ້າງອະນາຄົດທີ່ສະຫງົບສຸກ ແລະ ຍືນຍົງ ຢູ່ເຂດຊາຍແດນ ຂອງ ປະເທດຊາດ.
- ບົດ: ເງິນຮ່າ/VNP - ພາບ: ແທງຢາງ - ແປໂດຍ: ບິກລຽນ












