ບວນມາຖວດ - ຈຸດໝາຍປາຍທາງຂອງກາເຟໂລກ

ບວນມາຖວດ - ຈຸດໝາຍປາຍທາງຂອງກາເຟໂລກ

ເຄື່ອງໝາຍການຄ້າ ​ກາ​ເຟ​ ຂອງ​ ຫວຽດ​ນາມ ໄດ້​ຢືນ​ຢັນ​ທີ່​ຕັ້ງ​ຂອງ​ຕົນ​ ໃນ​ຕະ​ຫຼາດ​ໂລກ ​ມາ​ແຕ່​ດົນ​ນານ. ​​ປີ 2022, ​ເຖິງ​ວ່າ​ສະພາບ​ເສດຖະກິດ​ໂລກ​ ປະສົບ​ກັບ​ ຄວາມ​ຫຍຸ້ງຍາກ ຫຼາຍປະການ ​ພາຍ ຫຼັງ​ການລະບາດ​ໂຄ​ວິດ-19​ແລະ​ ສົງຄາມ​ຢູ່​ ອູ​ແກຣນ ກໍ່ຕາມ, ​ແຕ່​ການ​ສົ່ງ​ອອກ ​ກາ​ເຟ ຂອງ ​ຫວຽດນາມ ​ຍັງ​ຢືນ​ອັນ​ດັບ​ທີ 2​ໃນ​ໂລກ (ຖັດຈາກ ບຣາຊິນ) ດ້ວຍ​ຍອດ​ປະລິມານ​ການ​ຜະລິດ​ເກືອບ 1,8 ລ້ານ​ໂຕນ, ໄປ​ຍັງກວ່າ 70 ​ປະ​ເທດ ​ແລະ ​ເຂດ​ແຄວ້ນ, ກັບລາຍ ຮັບ​ ​ເກືອບ 4 ຕື້ ໂດລາສະຫະລັດ; ໃນນັ້ນ ກາເຟ ດັກລັກ ກັບເຄື່ອງ ໝາຍການຄ້າ ແລະ ສິ່ງບົ່ງບອກທາງພູມສາດ “ກາເຟ ບວນມາ ຖວດ” ກວມເອົາ ກວ່າ 30%ປະລິມານ ການສົ່ງອອກ ກາເຟ ທັງ ໝົດ ຂອງປະເທດ. ນີ້​ແມ່ນ​ພື້ນ​ຖານ ​ເພື່ອ​ໃຫ້ແຂວງ ດັກ​ລັກ ສ້າງ​ ບວນມາຖວດ ກາຍ​ເປັນ “ຈຸດນັດໝາຍ ຂອງ ​ກາ​ເຟ​ໂລກ” ໂດຍ​ອີງ​ໃສ່ທ່າແຮງ​ ສະເພາະ​ຂອງ​ຕົນ.

 

ແຮງບັນດານໃຈ ບວນມາຖວດ

ໄຕງວຽນ ບໍ່ພຽງແຕ່ມີຊື່ສຽງໂດ່ງດັງ ກັບມໍລະດົກ ວັດທະນະທຳ ຂອງ ໂລກ ກ່ຽວກັບຄ້ອງ ແລະ ຮີດຄອງປະເພນີ, ງານບຸນ ທີ່ເປັນ ເອກະລັກສະເພາະ ຂອງບັນດາເຜົ່າຄື: ເອເດ, ບານາ, ເກີຮໍ, ເມີນົງ, ເຊີດັງ ແລະ ອື່ນໆ... ເທົ່ານັ້ນ ແຕ່ຍັງມີຊື່ສຽງ ກ່ຽວກັບ ຜະລິດຕະ ພັນ ກາເຟ robusta ທີ່ມີປະຫວັດສາດມາກວ່າ 100 ປີ. ຢູ່​ນະ​ຄອນ ບວນມາຖວດ, ເມືອງເອກຂອງແຂວງ ດັກ​ລັກ, ງານ​ບຸນ​ກາ​ເຟ​ລະ ດັບຊາດ ​ໄດ້​ຈັດ​ຂຶ້ນ​ທຸກໆ 2 ປີ ດ້ວຍ​ລາຍການ​ເຄື່ອນ​ໄຫວ​ທີ່​ດຶງ​ດູດ​ໃຈ​ຫຼາຍ​ຢ່າງ ເພື່ອໂຄສະນາ​, ເຊີດ​ຊູ​ປະ​ຫວັດ​ສາດ ແລະ ຄຸນ​ຄ່າ​ຂອງ ອາຊີບ​ປູກ ແລະ ປຸງ​ແຕ່ງ​ກາ​ເຟ.


ຕົ້ນກາເຟ robusta ໄດ້ຊາວ ຝຣັ່ງ ນຳເຂົ້າປູກຢູ່ ບວນມາຖວດ ໃນ ລະຫວ່າງ ຕົ້ນສະຕະວັດທີ XX. ນັບແຕ່ເວລານັ້ນ, ຊາວ ຝຣັ່ງ ໄດ້ ຄົ້ນພົບ ຄຸນຄ່າພິເສດ ຂອງ ກາເຟ robusta ບວນມາຖວດ ຍ້ອນກິ່ນ ຫອມ ທໍາມະຊາດ, ລົດຊາດ ແຕກຕ່າງກັບກາເຟ arabica ທີ່ຊາວ ຕາເວັນຕົກ ເຄີຍໃຊ້ຢ່າງຂາດຂັ້ນ, ເພາະສະນັ້ນ ກາເຟ ທີ່ຜະລິດ ອອກມາ ສ່ວນຫຼາຍ ເພື່ອສົ່ງອອກໄປຍັງ ປະເທດ ຝຣັ່ງ.

ນັກຄົ້ນຄວ້າຫຼາຍຄົນ ແລະ ວົງການນັກທຸລະກິດກາເຟ ໃຫ້ຮູ້ວ່າ ກາເຟ robusta ຂອງ ບວນມາຖວດ ແມ່ນ ກາເຟ ແຊບທີ່ສຸດ ໃນ ໂລກ. ສິ່ງດັ່ງກ່າວຍັງຂຶ້ນກັບວັດທະນະທໍາ, ຄວາມຊິນເຄີຍ ແລະ ຄວາມຮູ້ສຶກຂອງແຕ່ລະຄົນ ແລະ ແຕ່ລະເຂດ. ​ແຕ່​ວ່າ​ໃນ​ຕົວຈິງ ປັດຈຸ​ບັນ, ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ກາ​ເຟ​ ລາຍໃຫຍ່​ອັນ​ດັບ 2 ​ໃນ​ໂລກ, ພຽງ​ແຕ່​ຖັດຈາກ ບຣາຊິນ ​ເທົ່າ​ນັ້ນ, ​ແຕ່​ແມ່ນ​ປະ​ເທດ​ນຳ​ໜ້າໂລກ ​ໃນ​ການ​ສົ່ງ​ອອກ​ກາ​ເຟ robusta, ​ໃນ​ນັ້ນ​ສ່ວນ​ຫຼາຍແມ່ນ​ກາ​ເຟ robusta ພິເສດ ມີ​ເຄື່ອງ​ໝາຍ​ການ​ຄ້າ ​ແລະ ​ບົ່ງ ບອກທາງ​ພູມ​ສາດ “ກາເຟ ບວນມາຖວດ”. 


ໃນ​ຫຼາຍ​ປີຜ່ານ​ມາ, ກາ​ເຟ robusta ຂອງ ​ຫວຽດນາມ ​ໄດ້​ສື່​ມວນ​ຊົນ​ສາກົນ​ ກ່າວເຖິງສະເໝີ ເໝືອນດັ່ງເປັນ​ການ​ຄົ້ນ​ພົບ ສິ່ງແປກ ໃໝ່​ທີ່​ໜ້າດຶງດູດ​ໃຈ. ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່ເທິງ Taste Atlas, ເວັບໄຊ ກ່ຽວກັບ ອາຫານການກິນ ທີ່​ມີ​ຊື່​ສຽງ​​ໂລກ ໄດ້ຕີລາຄາ ກາ​ເຟ​ນົມ​ເຢັນ​ຂອງ​ ຫວຽດ​ນາມ​ ທີ່​ປຸງແຕ່ງຈາກ​ກາ​ເຟ robusta ໄດ້​ຖືກ​ຈັດ​ອັນ​ດັບ​ທີ 2 ໃນ10 ​ປະເພດເຄື່ອງ​ດື່ມ​ກາ​ເຟ​ ແຊບ​ທີ່​ສຸດ​ໂລກ. ປີ 2022, ວາລະສານທ່ອງທ່ຽວ The Travel ຂອງ ການາດາ ໄດ້ຕີລາຄາ ຫວຽດນາມ ເປັນໜຶ່ງ ໃນບັນດາ ປະເທດ ທີ່ມີກາເຟແຊບທີ່ສຸດ ໂລກ. ກ່ອນ​ໜ້າ​ນີ້, ​ໃນ​ປີ 2020, ສຳນັກ​ຂ່າວ CNN ຂອງ ​ສອາ​ເມ​ລິ​ກາ ​ໃຫ້​ຄຳ​ເຫັນ​ວ່າ ກາ​ເຟ ຫວຽດນາມ ​ແມ່ນປະເພດ​ເຄື່ອງ​ດື່ມທົ່ວ ໄປ ​ດ້ວຍ​ຫຼາຍ​ວິທີ​ການ​ປຸງແຕ່ງ ​ທີ່​ເປັນ​ເອກະລັກ​ສະ​ເພາະ. ໃນ​ປີ ດຽວກັນ​, ວາລະສານ New York Times ຍັງມີບົດ ວິຈານຕີລາຄາ ກາ​ເຟ ຫວຽດນາມ ກຳລັງ​ກາຍ​ເປັນ​ເຄື່ອງ​ໝາຍ​ການຄ້າແຫ່ງ​ຊາດ ດ້ວຍ​ລົດ​ຊາດ​ທີ່​ຫຼາກ​ຫຼາຍ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. 

ບໍ່ພຽງແຕ່ປະກົດຕົວຜ່ານສື່ມວນຊົນ ເທົ່ານັ້ນ, ກາເຟ robusta ສູດພິ ເສດຂອງ ບວນມາຖວດ ຍັງໄດ້ຮັບໃບຢັ້ງຢືນ ບັນລຸຄຸນນະພາບ, ມາດ ຕະຖານສະກົນ ຈາກອົງການຈັດຕັ້ງ ທີ່ມີຊື່ສຽງ ຫຼາຍອົງການ ເຊັ່ນ: Rainforest Alliance, UTZ ແລະ Fairtrade ກໍຄືຄວ້າໄດ້ ຫຼາຍ ລາງວັນ ໃນບັນດາການແຂ່ງຂັນ ກາເຟສາກົນ ທີ່ຈັດຢູ່ ແຖວໜ້າ ເຊັ່ນ The Best of the World, International Catering Cup...

 

 ບັນດາຄຸນຄ່າທີ່ພົ້ນເດັ່ນຂອງກາເຟ robusta ພິເສດ ແມ່ນແຮງ ບັນ ດານໃຈ ໃຫ້ ບວນມາຖວດ ພັດທະນາ ກາຍເປັນ “ຈຸດໝາຍປາຍ ທາງ ຂອງ ກາເຟໂລກ” ດັ່ງທ່ານ ເລ​ດຶກ​ຮຸຍ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍລິສັດ Simexco Daklak, ຜູ້​ສົ່ງ​ອອກ​ກາ​ເຟ​ ຊັ້ນ​ນຳ​ ຂອງ​ແຂວງ ດັກ​ລັກ ໄດ້ກ່າວວ່າ: “ດ້ວຍ​ສິ່ງ​ທີ່​​ບັນ​ລຸ​ໄດ້, ພວກ​ເຮົາ​ສາ​ມາດ​ຢືນ​ຢັນ​ວ່າ ຄຸນ​ນະ​ພາບ​ ກາ​ເຟ robusta ຂອງ ​ຫວຽດ​ນາມ ແມ່ນມີ​ລົດ​ຊາດ​ ຈັດ ອັນ​ດັບ​ໜຶ່ງ​ຂອງ​ໂລກ. ອີກມື້ໜຶ່ງບໍ່ໄກ ເມື່ອຄົນທັງໂລກຄິດເຖິງ ກາເຟ robusta ຈະນຶກເຖິງ ຫວຽດນາມ ແລະ ທັນທີທັນໃດ ກໍ່ຄິດ ເຖິງ ບວນມາຖວດ, ນະຄອນ ກາເຟຂອງໂລກ, ຄືກັບ ເມື່ອເວົ້າເຖິງ ເຫຼົ້າ ແວງ ກໍຕ້ອງຄິດເຖິງ ເຫຼົ້າແວງ Bordeaux ຂອງ ຝຣັ່ງ”.

ກຳນົດທີ່ຕັ້ງ robusta ໃນຕະຫຼາດກາເຟພິເສດ ຂອງ ໂລກ

ແຮງບັນດານໃຈໃນການຫັນ ບວນມາຖວດ ກາຍເປັນ “ຈຸດໝາຍ ປາຍທາງກາເຟໂລກ” ອາດຈະມາຈາກ ກາເຟ Robusta ພິເສດ ທີ່ມີຊື່ສຽງໂດ່ງດັງ ທີ່ໄດ້ຮັບການຮັບຮອງ ຈາກໂລກ. ຫວຽດນາມ ​ແມ່ນ​ປະ​ເທດ​ນຳ​ໜ້າ​ ໃນ​ການ​ສົ່ງ​ອອກ​ກາ​ເຟ robusta. ບວນມາ ຖວດ ເວົ້າ​ສະ​ເພາະ​ ແລະ ດັກ​ລັກ ເວົ້າລວມ ລ້ວນ​ແຕ່​ມີ​ທ່າແຮງ ຢ່າງ​ໃຫຍ່​ຫຼວງ​ ໃນ​ການ​ພັດທະນາກາ​ເຟ ປະເພດນີ້. ກາ​ເຟ robusta ຂອງ​ແຂວງ ດັກ​ລັກ ກວມ​ເອົາ​ກວ່າ 30% ຍອດ​​ສົ່ງ​ອອກ​ກາ​ເຟ​ ຄື ປະ​ມານ 1,8 ລ້ານ​ໂຕນ/ປີ ຂອງ​ ຫວຽດ​ນາມ. ​ໃນ​ຂະນະ​ດຽວກັນ ກໍ່ ຄາດ​​ວ່າ ຕະຫຼາດ​ກາ​ເຟ​ພິ​ເສດ​ ຂອງ ​ໂລກ ນັບມື້ນັບ​ໃຫຍ່ຂຶ້ນ ​ໂດຍ​ອັດຕາ​ການ​ເຕີບ​ໂຕ ​ກວ່າ 12% ຕໍ່​ປີ ​ແລະ ປັດຈຸ​ບັນ​ກວມ​ເອົາ​ປະ ມານ 30% ຍອດ​ລາຍ​ຮັບ​ 220 ຕື້ ໂດລາສະຫະລັດ ຂອງ ຂະແໜງ​ ອຸດສາຫະກຳ​ກາ​ເຟ​ໂລກ. ສິ່ງດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ສ່ວນ ແບ່ງ ​ຕະຫຼາດ​ກາ​ເຟ​ພິ​ເສດ​ຂອງ​ແຂວງ ​ດັກ​ລັກ​ແມ່ນ​ໃຫຍ່​ຫຼວງ​ຫຼາຍ.

ຂໍ້ໄດ້​ປຽບ​ອີກ​ຢ່າງ​ໜຶ່ງ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ກາ​ເຟ robusta ຂອງ​ ຫວຽດນາມ ​ປັດຈຸບັນໄດ້ເປັນຮູບເປັນຮ່າງ​​ຢ່າງ​ໝັ້ນຄົງ. ນອກ​ຈາກ​ ເອີ​ລົບ, ຕະຫຼາດ​ການ​ບໍລິ​ໂພ​ກກາ​ເຟ ​ໃຫຍ່​ທີ່​ສຸດ​ໂລກ, ກວມ​ປະ ມານ 30% ຂອງ​ການ​ບໍລິ​ໂພ​ກ ກາ​ເຟ​ທົ່ວ​ໂລກ, ​ເຊິ່ງ ຫວຽດນາມ ​ແລະ ບຣາຊິນ ກວມ​ກວ່າ 50% ​ການ​ນຳ​ເຂົ້າ​ກາ​ເຟ​ຂອງ ​ເອີຣົບ, ​ຕະຫຼາດຫຼາຍແຫ່ງ ​ທີ່​ມີ​ທ່າ​ແຮງບົ່ມຊ້ອນ​ຄື ສ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ​ເກົາຫຼີ, ສປ ຈີນ... ກໍຍັງມີຄວາມຕ້ອງການນໍາເຂົ້າ ກາເຟ robusta ຈາກ ຫວຽດນາມ ຢ່າງຫຼວງຫຼາຍ.


ຢູ່ປະເທດ ເຢຍລະມັນ, ທ່ານ Holger Preibisch, ປະທານສະມາ ຄົມ ກາເຟ ເຢຍລະມັນ ໃຫ້ຮູ້ວ່າ ຊາວເຢຍລະມັນ ແຕ່ລະຄົນ ບໍລິ ໂພກ ກາເຟເຖິງ 169 ລິດຕໍ່ປີ, ຫຼາຍກວ່າ ການດື່ມເບຍ (90 ລິດຕໍ່ ປີ), ດັ່ງນັ້ນຄວາມຕ້ອງການນໍາເຂົ້າກາເຟ ແມ່ນຫຼວງຫຼາຍ. ຫວຽດ ນາມ ແມ່ນປະເທດສົ່ງອອກ ກາເຟ ລາຍໃຫຍ່ອັນດັບສອງ ຖັດຈາກ ບຣາຊິນ ໄປຍັງ ເຢຍລະມັນ, ກວມເອົາ 18,63% ສ່ວນແບ່ງຕະ ຫຼາດ ນຳເຂົ້າ ກາເຟ ຂອງ ເຢຍລະມັນ. ອີຕາລີ, ປະເທດທີ່ມີຊື່ສຽງ ດ້ານ ຊ່ຽວຊານກາເຟ, ຕົ້ນຕໍແມ່ນກາເຟ arabica, ໃນເດືອນ ມັງ ກອນ 2023 ໄດ້ນໍາເຂົ້າກາເຟ robusta ກວ່າ 17 ພັນໂຕນ ຈາກ ຫວຽດນາມ, ມີມູນຄ່າ ເກືອບ 36 ລ້ານໂດລາສະຫະລັດ.
ບັນດາ ກາເຟ ຜົງ ທີ່ມີຊື່ສຽງ ຂອງກຸ່ມບໍລິສັດ ກາເຟ ຈຸງງວຽນ Legend. ພາບ: ຈິ້ງໂບ້, ແທງຮ່ວາ/VNP

ເພື່ອເພີ່ມອິດທິພົນໃນຕະຫຼາດໂລກ, ດັກລັກ ໄດ້ກຳນົດກາເຟ ເປັນ ພືດທີ່ສຳຄັນ, ຄອງຕຳແໜ່ງ “ອັນດັບ 1” ໃນໂຄງປະກອບເສດຖະ ກິດ ຂອງ ແຂວງ. ແຂວງ ໄດ້ສ້າງໂຄງການພັດທະນາ ກາເຟແບບ ຍືນຍົງ ໄລຍະ 2025 2030 ໂດຍມີເປົ້າໝາຍ ຮັບປະກັນການ ເຕີບໂຕເປັນມິດ ຕໍ່ສິ່ງແວດລ້ອມ, ໝັ້ນຄົງ, ຍືນຍົງ, ມີຄຸນຄ່າຫຼາຍ ຢ່າງ ດ້ວຍທັດສະນະ ບໍ່ຂະຫຍາຍເນື້ອທີ່, ສຸມໃສ່ປັບປຸງຄຸນນະ ພາບ ຂອງ ເຂດກາເຟ ພິເສດ ທີ່ຕິດພັນກັບ ພື້ນທີ່ ບົ່ງບອກທາງ ພູມສາດ ຂອງ ກາເຟ ບວນມາຖວດ.

ປັດຈຸບັນ ດັກລັກ ໄດ້ສ້າງຕັ້ງ ພື້ນທ່ີຫຼາຍແຫ່ງ ເພື່ອປູກສະເພາະ ກາເຟ robusta ພິເສດ. ມີວິສາຫະກິດ ສົ່ງອອກ ກາເຟ ຫຼາຍແຫ່ງ ໄດ້ເປັນເຈົ້າການ ສ້າງເຂດວັດຖຸດິບ ເປັນຂອງຕົນເອງ ດ້ວຍຕົວ ແບບ ສະຫະກອນ ກາເຟ ແບບຍືນຍົງ. ຕົວຢ່າງຄື: ບໍລິສັດ Simexco ດັກລັກ ໄດ້ສ້າງຕັ້ງສະຫະກອນ ກະສິກຳ ແບບຍືນຍົງ ກືເຊວ 2-9 ຢູ່ຕາແສງ ກືເຊວ, ເມືອງ ກື ເມີກາ, ແຂວງ ດັກລັກ ເພື່ອປູກສະເພາະກາເຟ ພິເສດ150 ເຮັກຕາ. ຕົວແບບນີ້ ໄດ້ຕ້ອນ ຮັບ ຊ່ຽວຊານດ້ານກະສິກຳ ແລະ ວິສາຫະກິດ ຕ່າງປະເທດ ຫຼາຍ ຄະນະ ມາຊອກຮູ້ ແລະ ຕີລາຄາສູງ. 


ນອກຈາກ​​ການວາງ​ແຜນ​ກຳນົດ​ພື້ນທີ່​ປູກ​ແລ້ວ, ແຂວງ ດັກ​ລັກ ຍັງ​ຊຸກຍູ້​ການ​ພັດທະນາ ເປັນ​ສູນ​ປຸງ​ແຕ່ງ, ​ເພີ່ມ​ທະວີ​​ໂຄສະນາ ​ແລະ ສົ່ງ​ເສີມ​ການ​ລົງທຶນ; ສ້າງ​ຕັ້ງ​ບັນດາກຸ່ມບໍລິສັດ, ​ວິ​ສາ​ຫະກິດ ​​ທີ່​ເຂັ້ມ​ແຂງ​ ເພື່ອ​ຮັບ​ໃຊ້​ການ​ສົ່ງ​ອອກ, ​ໃນ​ນັ້ນ​ມີ​ບັນດາ​ບໍລິສັດ​ໃຫຍ່​ທີ່​ມີ​ຊື່​ສຽງ ໄດ້ສ້າງຄວາມປະທັບໃຈ ​ຢູ່​ຕະຫຼາດ​ກາ​ເຟ​ໂລກ​ຄື: ກຸ່ມ​ບໍລິສັດ​ກາ​ເຟ ຈຸງງວຽນ Legand, ບໍລິສັດ Simexco ດັກລັກ, ບໍລິສັດ​ ອານ ຖ໋າຍ, ບໍລິສັດ Dakman ຫວຽດນາມ... ວິທີການແກ້ໄຂ ທຸກຢ່າງນີ້ ແມ່ນເພື່ອ​ເປົ້າ​ໝາຍ ປະກອບສ່ວນຍົກມູນຄ່າ ການສົ່ງອອກ ຂອງ ກາເຟ ຫວຽດນາມ ຈາກ 4 ຕື້ ໂດລາສະຫະລັດ/ປີ ຂຶ້ນເປັນ 10 ຕື້ ໂດລາສະຫະລັດ. ຄວາມຄາດຫວັງອັນໃຫຍ່ຫຼວງນີ້  ບໍ່ແມ່ນ ບໍ່ມີ ພື້ນຖານ.
ຫໍພິພິທະພັນກາເຟໂລກ ຢູ່ ບວນມາຖວດ ເຊິ່ງເປັນ ສະຖານ ທີ່ ແນະນຳ ແລະ ເຊີດຊູ ບັນດາພື້ນຖານ ວັດທະນະທຳ ກາເຟ ທີ່ມີຊື່ສຽງໃນໂລກ, ໃນນັ້ນມີກາເຟ ຫວຽດນາມ. ພາບ: ແທງ​ຮ່ວາ/VNP

ກາເຟ robusta ກວມເອົາກວ່າ 90% ເນື້ອທີ່ປູກກາເຟ ຢູ່ ຫວຽດນາມ. ກາເຟ robusta ສູດພິເສດ ຂອງ ບວນມາຖວດ  ເມື່ອປະສົມ ຈະໃຫ້ນໍ້າ ສີເຫຼືອງ ອໍາພັນ ທີ່ສວຍງາມ, ມີກິ່ນຫອມ, ລົດຊາດທີ່ ເຂັ້ມຂຸ້ນ ປະສົມກັບຄວາມສົ້ມເລັກນ້ອຍ ຂອງ ໝາກໄມ້ທໍາມະ ຊາດ; ສາມາດນຳໃຊ້ຢ່າງດຽວ ຫຼື ປະສົມ ເປັນກາເຟ ທີ່ໜ້າສົນໃຈ ແລະ ມີຊື່ສຽງຫຼາຍຊະນິດເຊັ່ນ: ກາເຟດຳ, ກາເຟນົມເຢັນ, ກາເຟ ໄຂ່, ກາ ເຟເກືອ ແລະ ອື່ນໆ... ຕາມກຳນົດທິດ, ຮອດປີ 2025 ແຂວງ ດັກລັກ ຈະມີເນື້ອທີ່ ປູກກາເຟ robusta 1.060 ເຮັກຕາ ແລະ 2.120 ເຮັກຕາ ໃນປີ 2030 ຄາດວ່າ ຈະໃຫ້ຜົນຜະລິດ ໄດ້ປະ ມານ 1.500 ໂຕນ ໃນປີ 2030. 

 

ບົດ: ແທງຮ່ວາ - ພາບ: ແທງຮວ່າ, ຈິ້ງໂບ້ -​ ແປໂດຍ: ບິກລຽນ


top