ນັດພົບກັນ ຢູ່ຮ້ານກາເຟ

ນັດພົບກັນ ຢູ່ຮ້ານກາເຟ

ຈາກຮ້ານ ກາເຟ ເກົ່າໆ (ກາເຟ ຕອງ) ແບບດັ້ງເດີມ ໄປຈົນເຖິງຮ້ານ ແຄມທາງ ທີ່ແສນທຳມະດາ, ກາເຟ ໄດ້ກາຍເປັນວັດທະນະທຳ ທີ່ຄຸ້ນເຄີຍ ໃນຊີວິດປະຈຳວັນ ຂອງ ຜູ້ຄົນ ໃນນະຄອນ ໂຮ່ຈີມິນ. ມັນບໍ່ພຽງແຕ່ ເປັນເຄື່ອງດື່ມປະຈຳວັນເທົ່ານັ້ນ, ແຕ່ນັ້ນ ຍັງເປັນບ່ອນ ທີ່ທຸກຄົນມາ ພົບປະ, ໂອ້ລົມ ແລະ ກົມກືນໄປ ກັບຈັງຫວະຊີວິດ ຂອງຕົວເມືອງ ທີ່ຄຶກຄື້ນ ແລະ ເປັນກັນເອງ.

ຊ່າງໜຸ່ມ ດູແລເອົາໃຈໃສ່ຕໍ່ໍຊຸດກາເຟໃຊ້ເຄື່ອງຕອງ ຢູ່ເທິງເຕົາ ໝໍ້ດິນ, ສະແດງໃຫ້ເຫັນເຖິງການຮັກສາ ແລະ ສືບຕໍ່ມໍລະດົກ ຈາກຮຸ່ນສູ່ຮຸ່ນ. ພາບ: ຫງວຽນລວນ/VNP
ພື້ນທີ່ກາເຟ ຕາມແບບໄຊງ່ອນ ໃນເມື່ອກ່ອນ ຢູ່ໃຈກາງ ນະ ຄອນ ໂຮ່ຈີມິນ. ພາບ: ຮົ່ງດາດ/VNP
ມີມາແຕ່ປີ 1954, ກາເຟຕອງ ຢູ່ເສັ້ນທາງ ຟານດິ່ງຟຸ່ງ ແຕ່ ໃດໆ ມາແລ້ວ ແມ່ນສ່ວນໜຶ່ງ ຂອງວັດທະນະທຳ ທີ່ເປັນເອກະ ລັກ ຂອງຊາວ ໄຊງ່ອນ-ນະຄອນ ໂຮ່ຈີມິນ. ພາບ: ຮົ່ງດາດ/VNP

 

ຢູ່ນະຄອນ ໂຮ່ຈີມິນ, ຄຳຊວນທີ່ວ່າ “ໄປດື່ມກາເຟກັນເທາະ” ມັກຈະ ເປັນຄຳນັດພົບກັບໝູ່ເພື່ອນ, ລົມວຽກງານ ຫຼື ພຽງແຕ່ ເປັນການ ໃຊ້ເວລານັ່ງຜ່ອນຄາຍ ທ່າມກາງຊີວິດທີ່ຟ້າວຝັ່ງ. ສະນັ້ນ, ກາເຟ ບໍ່ພຽງແຕ່ ແມ່ນເຄື່ອງດື່ມ, ແຕ່ຍັງເປັນນິໄສການສື່ສານ ທີ່ຄຸ້ນເຄີຍ ຂອງ ຊາວ ເມືອງແຫ່ງນີ້.

ຕັ້ງແຕ່ຮ່ອມນ້ອຍໆ ໄປຈົນເຖິງເສັ້ນທາງທີ່ແອອັດ, ຮ້ານກາເຟມີ ຢູ່ທຸກບ່ອນ. ຊາວເມືອງ ເລີ່ມຕົ້ນມື້ໃໝ່ ດ້ວຍກາເຟດໍາ ໃສ່ນໍ້າແຂງ, ຈິບກາເຟ ນົມ (ບັກຊິວ) ຫຼື ນັ່ງຫຼາຍຊົ່ວໂມງຢູ່ຮ້ານ ກາເຟ ເພື່ອໂອ້ລົມ ແລະ ເຮັດວຽກ.

 

ກາເຟຕອງ (ຫຼືເອີ້ນອີກຢ່າງໜຶ່ງວ່າ ກາເຟຕົ້ມ ຫຼື ກາເຟນັ່ງຍອງ) ໄດ້ຮັບການຊົງ ດ້ວຍການຕອງ ດ້ວຍຜ້າຂ້ອນຂ້າງໜາ, ຕົ້ມໄປຕົ້ມມາ ໃນໝໍ້ດິນ, ໝໍ້ຕົ້ມແຕ່ 3-4 ຄັ້ງ. ເວລາດື່ມຈະຮູ້ສຶກເຖິງ ລົດຊາດຂົມ ປະສົມກັບກິ່ນຄວັນໄຟ ທີ່ເປັນເອກະລັກ, ມີລົດຊາດ ຕິດປາກ. ການດື່ມກາເຟຕອງ ພ້ອມທັງ ເບິ່ງລົດລາທີ່ແລ່ນໄປມາ ຢ່າງຄັບຄັ່ງ ຍາມໃດກໍ່ແມ່ນປະສົບການພິເສດ ເມື່ອດຳລົງຊີວິດຢູ່ ນະຄອນ ໂຮ່ຈີມິນ. ພາບ: ຮົ່ງດາດ/VNP
 

ທ່າມກາງຕົວເມືອງ ທີ່ປ່ຽນແປງຢ່າງບໍ່ຢຸດຢັ້ງ, ຮ້ານ ກາເຟຕອງ ທີ່ເກົ່າແກ່ ຍັງຄົງຮັກສາເອກະລັກ ຂອງຕົນ ເອົາໄວ້ໄດ້. ກາເຟທີ່ຊົງ ຜ່ານຖົງຜ້າ ແບບ ດັ້ງເດີມ ໄດ້ນຳມາເຊິ່ງ ບັນຍາກາດທີ່ອົບອຸ່ນ ແລະ ເປັນກັນເອງ. ສຳລັບຫຼາຍຄົນ, ການແວ່ຮ້ານກາເຟ ບໍ່ພຽງແຕ່ ເພື່ອຊີມລົດຊາດກາເຟ ເທົ່ານັ້ນ, ແຕ່ຍັງເພື່ອຊອກຫາ ຈັງຫວະຊີວິດ ທີ່ແສນທຳມະດາ ທີ່ຜູກພັນກັນ ມາເປັນເວລາຫຼາຍປີ.

ພື້ນທີ່ກາເຟ ຢູ່ເສັ້ນທາງ ເຈືອງດິ້ງ-ບຸ່ຍທິຊວນ ພ້ອມດ້ວຍວັດ ທະນະທຳ ທີ່ເປັນເອກະະລັກ ໄດ້ນຳມາເຊິ່ງປະສົບການພິເສດ ໃຫ້ແກ່ບັນດາຜູ້ທີ່ຢາກຫວນຄືນສູ່ອະດີດ ແລະ ຊອກຫາຍຸກສະ  ໄໝ ທີ່ຈົດຈຳ ກ່ຽວກັບ ໄຊງ່ອນ. ພາບ: ຮົ່ງດາດ/VNP
ຄວາມເຄົາລົບນັບຖື ຕໍ່ບັນດາຄຸນຄ່າ ວັດທະນະທຳ ແຕ່ກ່ອນ ໄດ້ຮັບການສ້າງຄືນໃໝ່ ຜ່ານບັນດາສິ່ງຂອງປະດັບປະດາ ອັນເກົ່າແກ່ ທີ່ຢູ່ພາຍໃນສະຖານທີ່ເພີດເພີນກາເຟ. ພາບ: ຫງວຽນລວນ/VNP
 

 

ກາເຟ ກ໋ອກ (ກາເຟແຄມທາງ ນັ່ງຕັ່ງຕໍ່າ) ແລະ ກາເຟເບດ (ກາເຟນັ່ງ ພື້ນ) ແມ່ນຮູບພາບທີ່ຄຸ້ນເຄີຍ ຂອງ ນະຄອນແຫ່ງນີ້. ພຽງແຕ່ມີເກົ້າອີ້  ນ້ອຍໆ ຢູ່ແຄມທາງ ຫຼື ຢູ່ສວນສາທາລະນະ, ທຸກຄົນກໍສາມາດ ນັ່ງ ໂອ້ລົມ, ຊົມຕົວເມືອງ ພ້ອມທັງສຳຜັດກັບ ຈັງຫວະຊີວິດອ້ອມຂ້າງ. ໂດຍບໍ່ຕ້ອງພິຖີພິຖັນເລື່ອງສະຖານທີ່, ຈຸດນັດພົບເຫຼົ່ານີ້ ໄດ້ສ້າງເອກະລັກທີ່ເປີດເຜີຍ ແລະ ເປັນກັນເອງ ໃນຊີວິດ ຂອງ ຕົວເມືອງ.  

ນອກຈາກນັ້ນ, ຮ້ານກາເຟ ທັນສະໄໝ ໄດ້ມີການອອກແບບ ທີ່ ຫຼາກ ຫຼາຍ ກໍນັບມື້ນັບດຶງດູດຊາວໜຸ່ມ ແລະ ນັກທ່ອງທ່ຽວຕ່າງປະເທດ. ບໍ່ ວ່າຈະເລືອກຮ້ານນ້ອຍໆ ທີ່ເກົ່າແກ່ ຫຼື ສະຖານທີ່ໃໝ່ໆ, ຫຼາຍຄົນ ຍັງມາ ຮ້ານກາເຟເພື່ອເຊື່ອມຕໍ່, ແບ່ງປັນ ແລະ ເພີດເພີນກັບເວລາ ສ່ວນຕົວ.

ປົກຄຸມດ້ວຍຮົ່ມໄມ້ຂຽວສົດ, ບັນດາຮ້ານກາເຟແຄມທາງ ແມ່ນສະຖານທີ່ອັນເໝາະສົມ ເພື່ອໃຫ້ປະຊາຊົນໄດ້ກົມກືນເຂົ້າກັບວັດທະນະທຳທີ່ເປັນເອກະລັກ. ພາບ: ຫງວຽນລວນ/VNP
 
 

ຢູ່ນະຄອນ ໂຮ່ຈີມິນ, ວັດທະນະທຳ ກາເຟ ບໍ່ໄດ້ຢູ່ທີ່ ວິທີການຊົງ ຫຼື ວິທີການດື່ມເທົ່ານັ້ນ, ແຕ່ຍັງສະແດງອອກ ຜ່ານການພົບປະ ໃນຊີວິດປະຈຳວັນ, ເຊິ່ງເປັນວິຖີຊີວິດທີ່ແສນທຳມະດາ ອັນໄດ້ຊ່ວຍ ສ້າງຄວາມຄຶກຄື້ນ ແລະ ເປີດເຜີຍໃຫ້ກັບນະຄອນແຫ່ງນີ້.

ບົດ ແລະ ພາບ: ຫງວຽນລວນ/VNP, ຮົ່ງດາດ, ແທງເຕິນ/VNA


top