ນັກອອກແບບ ຫວູ໊ລານແອັງ - ຜູ້ຖ່າຍທອດ ເລື່ອງລາວ ປະຫວັດ ສາດ ສູ່ຊູດ ອ໋າວຢ່າຍ

ນັກອອກແບບ ຫວູ໊ລານແອັງ - ຜູ້ຖ່າຍທອດ ເລື່ອງລາວ ປະຫວັດ ສາດ ສູ່ຊູດ ອ໋າວຢ່າຍ

ນັກອອກແບບ ຫວູ໊ລານແອັງ (ຜູ້ທີ 4 ຈາກຂວາ) ເຂົ້າຮ່ວມ ສັບປະ ດາແຟຊັ່ນ FSW 2022. 

ໃຫຍ່ຂຶ້ນມາ ໃນຄອບຄົວ ທີ່ມີມູນເຊື້ອອາຊີບ ເປັນນັກສະຖາປັດ ຕະຍະກໍາ, ຄວາມມັກຮັກໃນສິລະປະ ແລະ ຈິດຕະກຳ ຂອງ ນັກ ອອກແບບ ຫວູ໊ລານແອັງ ໄດ້ຮັບການບົ່ມເພາະມາຕັ້ງແຕ່ຍັງນ້ອຍ. ເມື່ອກ້າວເຂົ້າສູ່ຊັ້ນມະຫາວິທະຍາໄລ, ນາງ ມີຄວາມປາຖະໜາ ທີ່ຈະ ອອກແບບ ບັນດາຊຸດອາພອນ ທີ່ເຕັມໄປດ້ວຍສີສັນ ສ່ວນ ຕົວ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກຮຽນຈົບ, ນາງ ໄດ້ເລືອກເສັ້ນ ທາງເປັນຄູສອນ ຢູ່ມະຫາວິທະຍາໄລ ສະຖາປັດຕະຍະກຳ ຮ່າ ໂນ້ຍ.

ນັກອອກແບບ ຫວູ໊ລານແອັງ-ຜູ້ກໍ່ຕັ້ງຍີ່ຫໍ້ ອາ໋ວຢ່າຍ La Sen Vũ.

ຕາມກະແສເວລາທີ່ຜ່ານໄປ, ຄວາມມັກຮັກ ໃນການອອກແບບ ແລະ ຄວາມຮັກຕໍ່ ອ໋າວຢ່າຍ ຂອງນາງ ຍັງຄົງຢູ່ຄືເກົ່າ. ຈົນຮອດ ປີ 2012, ຈາກຊຸດ ອ໋າວຢ່າຍ ທີ່ອອກແບບເອງ ສຳລັບຕົນເອງ, ຈາກ ນັ້ນ ໃຫ້ໝູ່ເພື່ອນ ແລະ ຍາດພີ່ນ້ອງ, ນາງ ໄດ້ຮັບຄຳຊົມເຊີຍ, ໃຫ້ ກໍາລັງໃຈ ແລະ ໄດ້ຮັບການຕີລາຄາສູງ ຢ່າງຫຼວງຫຼາຍ. ແຮງກະຕຸ້ນ ຈາກຄວາມມັກຮັກອັນແຮງກ້າ, ພ້ອມກັບ ຄຳຕິຊົມ ໃນທາງບວກ ນັ້ນ ໄດ້ກາຍເປັນແຮງບັນດານໃຈ ໃຫ້ນາງ ສ້າງຕັ້ງ ຍີ່ຫໍ້ ອ໋າວຢ່າຍ La Sen Vũ.

 

ພາຍໃຕ້ທັດສະນະ ທີ່ເປັນນາມມະທຳ, ເສລີ ແລະ ສະຫວາດສະ ເຫວີຍ, ບັນດາຊຸດ ອ໋າວຢ່າຍ La Sen Vũ ຄືກັບການເລົ່າຄືນ ເລື່ອງລາວ ທີ່ເຂັ້ມຂົ້ນໄປດ້ວຍ ປະຫວັດສາດ ວັດທະນະທຳ ຂອງ ຊາດ ຫວຽດນາມ.
ຕາມນັກອອກແບບ ຫວູ໊ລານແອັງ, ອ໋າວຢ່າຍ ບໍ່ພຽງແຕ່ເປັນເຄື່ອງ ນຸ່ງ ເທົ່ານັ້ນ, ແຕ່ຍັງເປັນສັນຍາລັກ ທາງດ້ານ ວັດທະນະທຳ ຂອງ ແມ່ຍິງ ຫວຽດນາມ ອີກດ້ວຍ.


ຕັດສິນໃຈສ້າງຍີ່ຫໍ້ ອ໋າວຢ່າຍ ເປັນຂອງ ຕົນເອງ, ນາງ ຫວູ໊ລານ ແອັງ ໄດ້ກຳນົດເສັ້ນທາງໃຫ້ແກ່ La Sen Vũ ຢ່າງຈະແຈ້ງວ່າ: “ສ້າງຄວາມໃໝ່ ໃຫ້ແກ່ ອ໋າວຢ່າຍ ຕາມແບບຂອງຕົນເອງ”. ຈຸດ ແຕກຕ່າງທຳອິດ ຂອງ La Sen Vũ ແມ່ນການຮັກສາ ຮູບຊົງ ແລະ ເຕັກນິກ ການຕັດຫຍິບ ອ໋າວຢ່າຍ ມູນເຊື້ອຢ່າງເຂັ້ມງວດ. ຫຼັງ ຈາກການຄົ້ນຄວ້າ ຢ່າງລະອຽດ ເປັນເວລາຫຼາຍປີ, ນາງ ຫວູ໊ລານ ແອັງ ໄດ້ສ້າງສູດ ການຕັດຫຍິບ ທີ່ຊ່ວຍຍົກລະດັບ ຄວາມງາມ ຂອງ ຮູບຮ່າງ ຜູ້ສວມໃສ່ ມີຄວາມງາມ ສູງສຸດ.

ປັດໄຈວັດທະນະທຳ ຫວຽດນາມ, ໂດຍສະເພາະແມ່ນ ວັດທະນະ ທຳ ພື້ນເມືອງ ຂອງພາກເໜືອ, ໄດ້ຖືກນຳໃຊ້ຢ່າງເຕັມທີ່ ແລະ ສອດຄ່ອງ ໃນບັນດາການອອກແບບຂອງ La Sen Vũ.

ຈຸດທີ່ໂດດເດັ່ນຕໍ່ມາ ຂອງ La Sen Vũ ແມ່ນການປະສົມປະສານ ກັນ ຢ່າງກົມກືນ ລະຫວ່າງ ມຸມມອງ ດ້ານສະຖາປັດຕະຍະກຳ ແລະ ຈິດຕະກຳ, ການຈັບຄູ່ສີ ແລະ ຈິນຕະນາການ ສ້າງຮູບຊົງ. ຕັ້ງແຕ່ການປະສົມວັດສະດຸ, ສີສັນ, ການເລືອກ ເຕັກນິກ ການປັກ, ການຮ້ອຍມຸກ, ຈົນເຖິງ ການນຳໃຊ້ ລວດລາຍ ສິລະປະພື້ນເມືອງ, ທັງໝົດລ້ວນແຕ່ ໄດ້ສະແດງອອກ ຢ່າງສ້າງສັນ ໃນທຸກໆ ການ ອອກແບບ.

ຕາມນັກອອກແບບ ຫວູ໊ລານແອັງ, ການນຳຊຸດ ອ໋າວຢ່າຍ ໄປສູ່ ສາກົນ ບໍ່ພຽງແຕ່ແມ່ນການແນະນຳ ເຄື່ອງນຸ່ງເທົ່ານັ້ນ, ແຕ່ຍັງ ຊ່ວຍໃຫ້ເພື່ອນມິດສາກົນ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບປະເທດຊາດ, ຜູ້ຄົນ ແລະ ຄຸນຄ່າທາງດ້ານຈິດໃຈ ຂອງ ຫວຽດນາມ ອີກດ້ວຍ. 

 ຈາກມຸມມອງ ທີ່ເປັນນາມມະທຳ, ເສລີ ແລະ ສະຫວາດສະເຫວີຍ, ສະທ້ອນໃຫ້ເຫັນເຖິງ ບຸກຄະລິກກະພາບ ທີ່ໂດດເດັ່ນ ຂອງ ນັກ ອອກແບບ ຫວູ໊ລານແອັງ, ບັນດາຊຸດອ໋າວຢ່າຍ La Sen Vũ ໄດ້ຮັບ ການຕອບຮັບ ຄືກັບ “ຊຸດ ອ໋າວຢ່າຍ ຍຸກໃໝ່ ທີ່ຖ່າຍທອດ ເລື່ອງ ລາວ ປະຫວັດສາດ ວັດທະນະທຳ ຂອງ ຊາດ”. ນັກອອກແບບ ຫວູ໊ລານແອັງ ມີຄວາມຄິດວ່າ ຊຸດ ອ໋າວຢ່າຍ ບໍ່ພຽງແຕ່ ເປັນເຄື່ອງ ນຸ່ງເທົ່ານັ້ນ, ແຕ່ຍັງເປັນ ສັນຍາລັກ ທາງດ້ານ ວັດທະນະທຳ, ເຊີດ ຊູຄວາມງາມແບບດັ້ງເດີມ ແລະ ຄວາມມີສະເໜ່ ອ່ອນຊ້ອຍ ຂອງ ແມ່ຍິງ ຫວຽດນາມ ອີກດ້ວຍ. ນາງ ຫວູ໊ລານແອັງ ກ່າວວ່າ “ຂ້າພະ ເຈົ້າຫວັງວ່າ ອ໋າວຢ່າຍ ແຕ່ລະຊຸດ ບໍ່ພຽງແຕ່ ເປັນຜະລິດຕະພັນ ແຟຊັ່ນເທົ່ານັ້ນ, ແຕ່ຍັງເປັນຜົນງານ ສິລະປະ ທີ່ສະທ້ອນເຖິງ ຄວາມລະອຽດອ່ອນ ແລະ ຄວາມງາມແບບ ດັ້ງເດີມຂອງຊາດ ຫວຽດນາມ”. ນັ້ນຄືເຫດຜົນທີ່ວ່າ ໃນທຸກໆ ການອອກແບບ, ນາງ ຫວູ໊ລານແອັງ ມັກຈະເອົາ ໃຈໃສ່ ໃນທຸກລາຍລະອຽດ, ເພື່ອໃຫ້ ອ໋າວຢ່າຍ ແຕ່ລະຊຸດມີ ລັກຂະນະສະເພາະ, ເໝາະສົມກັບຮູບ ຮ່າງ ແລະ ບຸກຄະລິກກະພາບ ຂອງ ຜູ້ສວມໃສ່.



ການນຳໃຊ້ອຸປະກອນ ແບບດັ້ງເດີມ ເຂົ້າສູ່ ຊຸດ ອ໋າວຢ່າຍ ບໍ່ແມ່ນ ເລື່ອງໃໝ່. ແຕ່ການອອກແບບຂອງ La Sen Vũ ກໍ່ຍັງໄດ້ຮັບການ ຕີລາຄາສູງ ຍ້ອນວິທີການສະແດງອອກ ທາງດ້ານ ສີສັນ ທີ່ເປັນ ເອກະລັກສະເພາະ, ການນຳໃຊ້ສີສັນ ທີ່ໂດດເດັ່ນ, ກົງກັນຂ້າມ ເພື່ອສ້າງລັກສະນະ ທີ່ເປັນເອກະລັກ, ບຸກຄະລິກກະພາບສະ ເພາະ, ນັ້ນແມ່ນຕົວຕົນທີ່ທັນສະໄໝ, ແມ່ນບຸກຄະລິກກະພາບ ຂອງ ແມ່ຍິງ ຫວຽດນາມ ໃນຍຸກແຫ່ງການ ເຊື່ອມໂຍງ. ສິ່ງທີ່ຍາກ, ຕາມການແບ່ງປັນຂອງ ນັກອອກແບບ ຫວູ໊ລານແອັງ ກໍຄື ເຮັດ ແນວໃດ ເພື່ອຮັກສາ ຄວາມເປັນດັ້ງເດີມ ຂອງ ອ໋າວຢ່າຍ, ແຕ່ຍັງ ສ້າງຄວາມໃໝ່ອ່ຽມ, ມີປັດໄຈ ແນວໂນ້ມ ຂອງ ຍຸກໃໝ່ ເພື່ອບໍ່ໃຫ້ ເກີດຄວາມເບື່ອໜ່າຍ ແລະ ນີ້ຄື ຄວາມແຕກຕ່າງ ຂອງ La Sen Vũ: “ດັ້ງເດີມແຕ່ຍັງດຶງດູດ, ແຕກຕ່າງ”.

 

ນັກອອກແບບ ຫວູ໊ລານແອັງ (ຜູ້ທີ 4 ຈາກຂວາ) ໃນງານສະແດງ ແຟຊັ່ນ.
ນັກອອກແບບ ຫວູ໊ລານແອັງ (ຜູ້ທີ 2 ຈາກຊ້າຍ) ເຂົ້າຮ່ວມງານ ສະແດງ ແຟຊັ່ນ.

ສຳລັບນັກອອກແບບ ຫວູ໊ລານແອັງ, ທຸກໆ ການອອກແບບ ແມ່ນ ໂອກາດ ທີ່ຈະຖ່າຍທອດຄຸນຄ່າ ທາງດ້ານວັດທະນະທຳ ຂອງຊາດ ແລະ ເຕືອນໃຈຜູ້ຄົນ ໃຫ້ນຶກເຖິງປະເພນີ ຂອງ ຫວຽດນາມ. ນາງ ມີຄວາມພາກພູມໃຈ ເມື່ອເພື່ອນມິດສາກົນ ໄດ້ແປກໃຈຕໍ່ເລື່ອງ ລາວ, ຂໍ້ຄວາມອັນເລິກເຊິ່ງ ທີ່ເຊື່ອງຊ້ອນຢູ່ເບື້ອງຫຼັງ ອ໋າວຢ່າຍ ແຕ່ລະຊຸດ. ຕາມທັດສະນະຂອງນາງ, ການນຳຊຸດ ອ໋າວຢ່າຍ ໄປ ສູ່ ສາກົນ ບໍ່ພຽງແຕ່ແມ່ນການແນະນຳ ເຄື່ອງນຸ່ງ ເທົ່ານັ້ນ, ແຕ່ຍັງ ຊ່ວຍໃຫ້ເພື່ອນມິດສາກົນ ເຂົ້າໃຈຍິ່ງຂຶ້ນ ກ່ຽວກັບປະເທດ, ຜູ້ຄົນ ແລະ ຄຸນຄ່າທາງດ້ານຈິດໃຈ ຂອງ ຫວຽດນາມ ອີກດ້ວຍ. ນັກ ອອກແບບ ຫວູ໊ລານແອັງ ແບ່ງປັນວ່າ: “ສຳລັບຂ້າພະເຈົ້າ, ນັ້ນ ແມ່ນຄວາມພາກພູມໃຈ ອັນໃຫຍ່ຫຼວງ ທີ່ໄດ້ປະກອບສ່ວນ ເຜີຍ ແຜ່ຄວາມງາມ ຂອງ ຊຸດ ອ໋າວຢ່າຍ ແລະ ວັດທະນະທຳ ຫວຽດ ນາມ ສູ່ເພື່ອນມິດ ທົ່ວໂລກ”. 

ບົດ: ຖາວວີ - ພາບ: ແຄ໋ງລອງ ແລະ ເອກະສານ ໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ


top