ນັກສິລະປິນຊາວ ແບນຊິກ ສະແດງການ ຂີ່ໄມ້ໂຢກເຢກ ຢູ່ ຫວຽດນາມ

ນັກສິລະປິນຊາວ ແບນຊິກ ສະແດງການ ຂີ່ໄມ້ໂຢກເຢກ ຢູ່ ຫວຽດນາມ

ບັນດານັກສິລະປິນ ຈາກຄະນະສິລະປະ ຂີ່ໄມ້ໂຢກເຢກ ແບນຊິກ ໄດ້ເດີນທາງມາ ຫວຽດນາມ ຫຼາຍຄັ້ງ, ນຳເອົາການສະແດງທີ່ເຕັມໄປດ້ວຍສີສັນ, ປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບລະ ຫວ່າງສອງປະເທດ.

ບັນດານັກສິລະປິນ ຈາກຄະນະ ຂີ່ໄມ້ໂຢກເຢກ ແບນຊິກ ໄດ້ໂບກມືທັກທາຍມວນຊົນ ສອງຟາກທາງໃນນະຄອນ ເຫວ້.

ສິລະປະການ ຂີ່ໄມ້ໂຢກເຢກ ໃນປະເທດ ແບນຊິກ ມີປະຫວັດຄວາມ ເປັນມາ ຢ່າງຍາວນານ, ໂດຍເລີ່ມຕົ້ນໃນສະຕະວັດທີ XIV ທີ່ເຂດ Merchtem, ເຊິ່ງເປັນເຂດທີ່ມັກເກີດນໍ້າຖ້ວມ. ປະຊາຊົນໃນເຂດນີ້ ໄດ້ສ້າງວິທີການໄປມາເທິງໄມ້ໂຢກເຢກ ເພື່ອປັບຕົວເຂົ້າກັບສະພາບອາກາດ. ຄ່ອຍໆ, ການຂີ່ໄມ້ໂຢກເຢກ ບໍ່ພຽງແຕ່ເປັນວິທີການເດີນ ທາງເທົ່ານັ້ນ, ແຕ່ຍັງກາຍເປັນສິລະປະການສະແດງທີ່ເປັນເອກະລັກອີກດ້ວຍ, ໂດຍມີຫຼາຍຄະນະທີ່ມີຊື່ສຽງໃນໂລກເຊັ່ນ: ຄະນະຂີ່ໄມ້ໂຢກເຢກ ນະຄອນ Namur ຫຼື ຄະນະສິລະປະຂີ່ໄມ້ໂຢກເຢກ “De Steltenlopers van Merchtem.

ໃນຊຸມປີມໍ່ໆ ມານີ້, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ແບນຊິກ ນັບມື້ເປີດກວ້າງ, ສົ່ງເສີມກິດຈະກໍາແລກ ປ່ຽນ ວັດທະນະທໍາ. ເຫັນໄດ້ເຖິງຄວາມ ຄ້າຍຄືກັນ ລະຫວ່າງວັດທະນະທໍາ ການຂີ່ໄມ້ໂຢກເຢກ ໃນສອງປະເທດ, ບັນດານັກສິລະປິນ ແບນຊິກ ໄດ້ນໍາສິລະປະ ປະເພດນີ້ ມາສະແດງໃນງານມະໂຫລານ ເຫວ້ ຫຼາຍຄັ້ງ. ບັນດາການສະແດງ ທີ່ໜ້າຕື່ນຕາຕື່ນໃຈຕາມທ້ອງຖະໜົນໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງ ໃຫ້ຊາວຫວຽດນາມ ແລະ ນັກທ່ອງທ່ຽວສາກົນ.

 


ປີ 2024, ຄະນະຂີ່ໄມ້ໂຢກເຢກ ລາຊະວົງ Merchtem ໄດ້ເຂົ້າຮ່ວມງານບຸນຢູ່ ຫວຽດນາມ ເປັນຄັ້ງທີ 5. ສໍາລັບຊາວເມືອງ ເຫວ້, ຮູບພາບບັນດານັກສິລະປິນ ແບນຊິກ ເດີນເທິງໄມ້ໂຢກເຢກ, ເຄື່ອນທີ່ຢ່າງສະ ຫງ່າງາມໄດ້ກາຍເປັນສິ່ງທີ່ຄຸ້ນເຄີຍ ແລະ ໃກ້ຊິດຄືກັບເພື່ອນສະໜິດ. ຫຼັງຈາກການສະແດງແຕ່ລະຄັ້ງ, ບັນດານັກສິລະປິນ ຍັງໄດ້ໃຊ້ເວລາສໍາຜັດກັບວັດທະນະທໍາ ແລະ ອາຫານຂອງເມືອງ ເຫວ້, ສໍາຫຼວດສະ ຖານທີ່ມໍລະດົກທີ່ມີຊື່ສຽງເຊັ່ນ: ຂົວ ຈ່າງຕ່ຽນ, ພະລາຊະວັງ ຂາຍດິ້ງ, ແມ່ນໍ້າ ເຮືອງ..

ຄູ່ໄມ້ໂຢກເຢກ ທີ່ເປັນເອກະລັກ ມີຄວາມສູງເຖິງ 5 ແມັດໄດ້ຖືກນັກສິລະປິນສະແດງ ຢ່າງຊໍານິຊໍານານ.

ທ່ານ Johan Vrijders, ສະມາຊິກຂອງຄະນະໄດ້ສະແດງຄວາມຮູ້ສຶກຕື່ນເຕັ້ນເມື່ອມາສະແດງຢູ່ ຫວຽດນາມ ເປັນຄັ້ງທໍາອິດວ່າ: “ຂ້າພະ ເຈົ້າຫວັງຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມບັນດາງານມະໂຫລານ, ນີ້ບໍ່ພຽງແຕ່ເພື່ອສະແດງເທົ່ານັ້ນ, ແຕ່ຍັງເພື່ອຄົ້ນພົບປະເທດ, ປະຊາຊົນ ແລະ ພື້ນຖານວັດທະນະທໍາ ຢູ່ທີ່ນີ້ ອີກດ້ວຍ.”

ທ່ານ Roger Daelemans, ຫົວຫນ້າຄະນະຂີ່ໄມ້ໂຢກເຢກ ລາຊະວົງ Merchtem ກ່າວວ່າ: “ພວກຂ້າພະເຈົ້າໄດ້ເຂົ້າຮ່ວມງານມະໂຫລານ ເຫວ້ ຫຼາຍຄັ້ງ ແລ້ວ, ແຕ່ລະຄັ້ງທີ່ມາທີ່ນີ້ລ້ວນແຕ່ເປັນປະສົບການທີ່ພິເສດ. ຊາວເມືອງ ເຫວ້ ມີນໍ້າໃຈທີ່ອົບອຸ່ນ, ເປັນມິດ, ຮັກແຂກແພງຄົນ ແລະ ມີຄວາມຮັກຕໍ່ ສິລະປະຂີ່ໄມ້ໂຢກເຢກ.”

 


ນອກເໜືອໄປຈາກການສະແດງ, ນັກສິລະປິນ ແບນຊິກ ຍັງຢາກຊ່ວຍເຫຼືອປະຊາຊົນ ຫວຽດນາມ ໂດຍການສອນວິທີການຂີ່ໄມ້ໂຢກເຢກ ເພື່ອຮັບມືກັບສະພາບນໍ້າຖ້ວມ. ໃນລະຫວ່າງການພັກເຊົາຢູ່ ຫວຽດນາມ, ທ່ານ Roger Daelemans ແລະ ບັນດາສະມາຊິກ ໄດ້ດໍາເນີນການເດີນທາງພາກສະໜາມ, ສອນເຍົາວະຊົນ ຫວຽດນາມ ວິທີການນໍາໃຊ້ ໄມ້ໂຢກເຢກ ທີ່ເຮັດຈາກໄມ້ໄຜ່ ເພື່ອເຄື່ອນຍ້າຍໃນນໍ້າເລິກ. ເພິ່ນກ່າວວ່າ: “ພາກກາງຂອງ ຫວຽດນາມໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທາງທໍາມະຊາດ, ພາຍຸ ແລະ ນໍ້າຖ້ວມ. ພວກຂ້າພະເຈົ້າຫວັງວ່າ ຈະຊ່ວຍໃຫ້ປະຊາຊົນ ມີທັກສະທີ່ເປັນປະ ໂຫຍດເພີ່ມເຕີມ ເພື່ອປັບຕົວເຂົ້າກັບສະພາບເງື່ອນໄຂທີ່ຫຍຸ້ງຍາກ.” ບັນດານັກສິລະປິນ ແບນຊິກ ບໍ່ພຽງແຕ່ນໍາເອົາສິລະປະ ມາສູ່ຫວຽດ ນາມ ເທົ່ານັ້ນ, ແຕ່ຍັງເຜີຍແຜ່ຈິດໃຈແຫ່ງມະນຸດສະທໍາ, ການແບ່ງ ປັນອີກດ້ວຍ.

ການແຂ່ງຂັນ ຂອງ ຄະນະ ຂີ່ໄມ້ໂຢກເຢກ ພ້ອມດ້ວຍສຽງກອງ ທ່ີຄຶກຄື້ນ.

ຄູ່ໄມ້ໂຢກເຢກ ຂອງບັນດານັກສິລະປິນ ແຕ່ລະຄູ່ ມີສີສັນ ຂອງ ທຸງ ຊາດແບນຊິກ - ສີເຫຼືອງ, ສີແດງ, ສີດໍາ -ມີຄວາມສູງປະມານ 5 ແມັດ ແລະ ມີໝາຍເລກຢ່າງລະອຽດ. ອຸປະກອນທັງໝົດໄດ້ຖືກກະກຽມ ຢ່າງລະອຽດ ແລະ ຂົນສົ່ງທາງອາກາດມາ ຫວຽດນາມ ກ່ອນງານບຸນ ແຕ່ລະຄັ້ງ. ຫຼັງຈາກການສະແດງທີ່ໜ້າປະທັບໃຈ, ໝວກໃບລານຫວຽດນາມ ໄດ້ຖືກມອບໃຫ້ແກ່ບັນດານັກສິລະປິນ ເປັນຂອງ ຂວັນແຫ່ງມິດຕະພາບ ແລະ ພວກເຂົາມັກຈະນໍາເມືອແບນຊິກ ເພື່ອເກັບຮັກສາ ເປັນຄວາມຊົງຈໍາ ທີ່ສວຍງາມ.

ຄະນະຂີ່ໄມ້ໂຢກເຢກ ແບນຊິກ ມີສະມາຊິກນັບຮ້ອຍຄົນ ທີ່ມາສະ ແດງຢູ່ ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ສິ ລະປະ ຂີ່ໄມ້ໂຢກເຢກ - ມໍລະດົກວັດທະນະທໍາ ທີ່ເປັນນາມມະທໍາຂອງເຂດ Flanders, ພ້ອມທັງເຜີຍແຜ່ສິລະປະນີ້ ໃຫ້ແກ່ເພື່ອນມິດສາກົນ.

 

ເດັກນ້ອຍຕື່ນເຕັ້ນໂບກມືທັກທາຍບັນດານັກສິລະປິນທີ່ສະແດງເທິງຂີ່ໄມ້ໂຢກເຢກ.

ງານບຸນວັດທະນະທໍາ ຂີ່ໄມ້ໂຢກເຢກ ໄດ້ຊ່ວຍເສີມສ້າງຄວາມສໍາ ພັນມິດຕະພາບ ລະຫວ່າງ ນັກສິລະປິນ ແບນຊິກ ແລະ ປະຊາຊົນ ຫວຽດນາມ. ນັ້ນແມ່ນຄວາມຜູກພັນທີ່ອົບອຸ່ນ, ຈິງໃຈ ແລະ ຄວນໄດ້ ຮັບການຂະຫຍາຍ, ເພື່ອໃຫ້ສິລະປະ ບໍ່ພຽງແຕ່ເປັນການສະແດງເທົ່ານັ້ນ, ແຕ່ຍັງເປັນຂົວເຊື່ອມຕໍ່ລະຫວ່າງວັດທະນະທໍາຕ່າງໆ ອີກດ້ວຍ.

ບົດ: ບິກເວິນ/VNP- ພາບ: ແທງຢາງ - ແປໂດຍ: ຢືຟຽນ


top