ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ ແລະ ກັບເລື່ອງລາວ ການປ່ຽນໃໝ່ ສິລະປະ ກາຍເລືອງ
ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ, ຜູ້ອຳນວຍການໂຮງ ລະ ຄອນ ກາຍເລືອງ, ເປັນໜຶ່ງ ໃນບັນດາ ນັກສິລະປິນ ໄດ້ຮັບ ຄວາມຮັກແພງ, ຕີລາຄາສູງ ຈາກມວນຊົນ ແລະ ວົງການ ນັກ ວິຊາການ ຍ້ອນຄວາມມານະພະຍາຍາມ ດັດແຕ່ງ ເຮັດໃຫ້ ສິລະປະຂັບ ກາຍເລືອງເທິງເວທີສະແດງ ຕອບສະໜອງຄວາມ ຕ້ອງການ ຕໍ່ການປ່ຽນແປງ ຂອງ ຊີວິດ ຍຸກປັດຈຸບັນ.
ກາຍເລືອງ ກໍ່ຄືບັນດາຮູບແບບສິລະປະພື້ນເມືອງອື່ນໆ ຂອງ ຫວຽດນາມ ພວມປະເຊີນໜ້າ ກັບການທ້າທາຍ ຕ້ອງປ່ຽນໃໝ່ ເພື່ອຕອບສະໜອງຄວາມຕ້ອງການໃໝ່ ຂອງ ມວນຊົນໃນຍຸກ ປັດຈຸບັນ.
ຕາມນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ, ກາຍເລືອງ ຈຳເປັນ ຕ້ອງມີການປ່ຽນແປງໃໝ່ ເພື່ອປັບຕົວເຂົ້າກັບສະພາບການ ໃໝ່. ເພາະສະນັ້ນ, ບັນດາຜູ້ປະກອບອາຊີບ ຕ້ອງພະຍາຍາມ ຄົ້ນຫາ, ກ້າທົດລອງເພື່ອ ຊອກຫາຮູບແບບ ທີ່ເໝາະສົມ.
ໃນໄລຍະເລີ່ມຕົ້ນ ຂອງ ການປະຕິຮູບກາຍເລືອງ, ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນໄດ້ມີຫຼາຍໂຄງການທົດລອງ “ປ່ຽນໃໝ່” ກາຍເລືອງ. ເປັນຕົ້ນແມ່ນ: ການທົດລອງ ສົມທົບລະຫວ່າງ ກາຍເລືອງ ກັບກາຍຍະສິນ ໃນໂຄງ ການ “ນິທານຫວຽດນາມ” ຫຼື ບົດລະຄອນ “ພັນປີເມກຂາວ” ແມ່ນການທົດລອງ ສົມທົບ ລະຫວ່າງ ກາຍເລືອງ ກັບ ແຈ່ວ, ເສີມ ແລະ ບົດເພງ ເຫວ້. ພິ ເສດ, ບົດລະຄອນ “ອະລຸນ” ແມ່ນການສົມທົບລະຫວ່າງ ກາຍ ເລືອງ ກັບດົນຕີຕາມຖະໜົນ 9X. ໃນໂຄງການນີ້, ຊາວໜຸ່ມ ໃນວົງດົນຕີ ຕາມຖະໜົນ ສັງກັດສະໂມສອນ ສິລະປະ HUB ໄດ້ນໍາສະເໜີພາສາ ຂອງ Rock, jazz, Hip-hop... ເຂົ້າໃນ ການສະແດງ, ເຮັດໃຫ້ບັນຍາກາດ ເທິງເວທີ ມີສີສັນແປກໃໝ່.
ໂຄງການທົດລອງເມື່ອມໍ່ໆ ນີ້ ຂອງ ນັກສິລະປິນປະຊາຊົນ ຈ້ຽວ ຈຸງກຽນ ໄດ້ຮັບການຕອບຮັບຈາກມະຫາຊົນ ດ້ວຍຄວາມຮູ້ສຶກຫຼາຍຢ່າງ ເມື່ອມີການນໍາສະເໜີກ່ຽວກັບຍຸກ 4.0 ເຊັ່ນ ປັນຍາ ປະດິດ AI ແລະ ວິທະຍາສາດ ຈິນຕະນາການ ໄດ້ຖືກນຳມາສູ່ເວທີສະແດງ ກາຍເລືອງ ປະເພນີ ໃນລະຄອນ “ປະຕູປິດເຄິ່ງ”.
ເມື່ອສ້າງບົດລະຄອນ “ປະຕູປິດເຄິ່ງ”, ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ ແລະ ນັກປະພັນ ລະຄອນ ຮວ່າງຊອງຫວຽດ ໄດ້ ກຳນົດໄວ້ວ່າ ນີ້ແມ່ນການທົດລອງ ສຳລັບເວທີສະແດງ ກາຍ ເລືອງ. ນັກສິລະປິນ ປະຊາຊົນ ຈ້ຽງຈຸງກຽນ ແບ່ງປັນວ່າ: “ໃນ ຖານະ ເປັນຜູ້ປະກອບ ອາຊີບ, ພວກຂ້າພະເຈົ້າຢາກທົດ ລອງ ຫຼາຍ, ຢາກເຮັດຫຼາຍຢ່າງ ເພື່ອອະນຸລັກຮັກສາ ແລະ ເສີມຂະ ຫຍາຍ ສິລະປະ ກາຍເລືອງ ໃຫ້ດີ ທີ່ສຸດ, ເພື່ອໃຫ້ຄົນທັງ ຫຼາຍ ຮູ້ຈັກ ແລະ ນິຍົມມັກຮູບການ ສິລະປະ ດັ່ງກ່າວ”.
ໃນຂະນະສ້າງບົດລະຄອນ “ປະຕູປິດເຄິ່ງ”, ນັກສິລະປິນ ປະ ຊາຊົນ ຈ້ຽວຈຸງກຽນ ແລະ ເພື່ອນຮ່ວມງານ ຮູ້ສຶກສັບສົນຫຼາຍ ເພາະມັນຍາກ ທີ່ຈະສຳນຶກອອກໄດ້ ເມື່ອເຮັດຫົວ ຂໍ້ກ່ຽວກັບ AI, ກ່ຽວກັບ ຈິນຕະນາການ ເທິງເວທີສະແດງ ກາຍເລືອງ. ບາງເທື່ອເບິ່ງຄືວ່າ ໂຄງການຈະບໍ່ສາມາດ ດຳເນີນ ຕໍ່ໄປໄດ້, ແຕ່ໃນທີ່ສຸດ, ນັກສິລະປິນ ຈ້ຽວຈຸງກຽນ ແລະ ເພື່ອນຮ່ວມງານ ຍັງຕັ້ງໃຈທ່ີຈະເຮັດໃຫ້ຈົນໄດ້.
ເລື່ອງລາວ “ປະຕູປິດເຄິ່ງ” ໄດ້ເລົ່າດ້ວຍພາສາສິລະປະ ພື້ນ ເມືອງ, ແຕ່ອຸດົມ ໄປດ້ວຍປັດໄຈຍຸກໃໝ່. ມີເພງ ບາງຕອນ ຂັບ ຮ້ອງ ດ້ວຍດົນຕີທີ່ທັນສະໄໝ ຫຼື ຍັງມີສີສັນດົນຕີ ກາຍເລືອງ ແຕ່ໄດ້ ປະສານດົນຕີ ດ້ວຍວິທີໃໝ່...
ບົດສະແດງ ໄດ້ໃຊ້ເຕັກໂນໂລຊີີ ຈໍ visual ແລະ ລະບົບແສງ-ສີ-ສຽງ ເຮັດໃຫ້ເວທີສະແດງມີຄວາມສວຍງາມ ແລະ ມີຄວາມ ປະທັບໃຈຍິ່ງຂຶ້ນ. ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ ເນັ້ນ ໜັກວ່າ: “ພວກຂ້າພະເຈົ້າພະຍາຍາມສ້າງບົດສະແດງ ໃຫ້ໃກ້ ຊິດກັບຊາວໜຸ່ມທີ່ສຸດ ໂດຍນຳເອົາ ສິລະປະ ຍຸກປັດຈຸບັນ ເຂົ້າ ໃນ ບົດສະແດງ ຜ່ານດົນຕີ, ສິລະປະກຳ, ການອອກແບບເວທີ ສະແດງ, ເສື້ອຜ້າອາພອນ ແລະ ເຄືີ່ອງປະດັບເອ້ຂອງ ນັກສິລະ ປິນ... ນີ້ແມ່ນທິດທາງ ທີ່ພວກ ຂ້າພະເຈົ້າຈະພະຍາຍາມເດີນ ຕາມ ໃນບັນດາໂຄງການ ແລະ ບົດສະແດງ ທີ່ຈະມາເຖິງ”.
ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ ໃຫ້ຮູ້ວ່າ ເນື້ອແທ້ຂອງ ສິລະປະ ກາຍເລືອງ ແມ່ນສິລະປະ ທີ່ມີລັກສະນະປັບຕົວ, ເຊື່ອມໂຍງ ແລະ ຫັນປ່ຽນສູງ. ມັນສາມາດ ຮັບເອົາ ທຸກຄຸນຄ່າກ້າວໜ້າທີ່ສຸດ ຂອງສິລະປະການສະແດງເທິງເວທີຍຸກປັດຈຸບັນ ໂລກ ເພື່ອເສີມຂະຫຍາຍພາສາສິລະປະ ຂອງ ຕົນ. ນັ້ນແມ່ນທ່າໄດ້ປຽບຢ່າງໃຫຍ່ຫຼວງ ເພື່ອໃຫ້ສິລະປະ ກາຍເລືອງສາມາດ ປັບຕົວເຂົ້າກັບສະພາບການ ແລະ ຊອກຫາທິດທາງພັດທະນາ.
ໃນໄລຍະຍາວ, ນັກສິລະປິນ ປະຊາຊົນ ຈ້ຽວຈຸງກຽນ ກ່າວວ່າ ເມື່ອເຊື່ອມໂຍງ ແລະ ບັນລຸໄດ້ລະດັບຄ້າຍຄືກັນກັບໂລກ, ແນ່ ນອນວ່າ ຈະຕ້ອງຊອກຫາຄວາມແຕກຕ່າງ ລະຫວ່າງ ບັນດາ ພື້ນຖານວັດທະນະທຳ. ເມື່ອນັ້ນ, ໄວໜຸ່ມ ຈະມີທ່າອຽງ ກັບຄືນ ສູ່ ຄຸນຄ່າດັ້ງເດີມ ແລະ ປະກອບສ່ວນ ເຊີດຊູມໍລະດົກ ຂອງບັນ ພະບຸລຸດ ແລະ ຂອງຊາດຕົນ. ເພາະສະນັ້ນ, ຖ້າປະຕິບັດການ ອະນຸລັກຮັກສາ ບັນດາຮູບການສິລະປະ ພື້ນເມືອງໄດ້ດີ, ການ ຟື້ນຟູພື້ນຖານ ສິລະປະ ວັດທະນະທຳ ຂອງ ຊາດ ຫວຽດນາມ ແມ່ນສິ່ງທີ່ສາມາດເກີດຂຶ້ນຢ່າງແນ່ນອນ.
ບົດ: ຖາວວີ - ພາບ: ແທງຢາງ - ແປໂດຍ: ບິກລຽນ