ນັກຈິດຕະກອນ ຖຸ້ຍເຢືອງ - ລະຫວ່າງ ນິຍາຍ ກັບ ຄວາມເປັນຈິງ ໃນການແຕ້ມຮູບ

ນັກຈິດຕະກອນ ຖຸ້ຍເຢືອງ - ລະຫວ່າງ ນິຍາຍ ກັບ ຄວາມເປັນຈິງ ໃນການແຕ້ມຮູບ

 

ນັກຈິດຕະກອນ ຖຸ້ຍເຢືອງ.

ນັກຈິດຕະກອນ ຖຸ້ຍເຢືອງ ເປັນຜູ້ມີຄວາມຫຼົງໄຫຼ ກັບວຽກງານ, ເພິ່ນ ເຮັດວຽກດ້ວຍຄວາມກະຕືລືລົ້ນ ແຕ່ບໍ່ເຄີຍ ແຍກອອກ ຈາກຊີວິດປະຈໍາວັນ ແລະ ນັ້ນແມ່ນເຄັດລັບ ຂອງ ນັກຈິດຕະກອນ ຄົນນີ້, ຜູ້ເປັນເຈົ້າຂອງ ຮູບແຕ້ມ ເປັນຈຳນວນຫຼວງຫຼາຍ.

ນັກຈິດຕະກອນ ຖຸ້ຍເຢືອງ ມີຊື່ແທ້ວ່າ ເຢືອງໂຕນກວັກຖຸ້ຍ. ເພິ່ນເກີດ ​ແລະ ​​ໃຫຍ່​ຢູ່​ ເຂດທະເລ ວ້ານຢ໊າ ແຂວງ ແຄ໋ງຮວ່າ. ຄວາມງາມອັນຍິ່ງໃຫຍ່ ຂອງ ບ້ານເກີດເມືອງນອນ ເຮັດໃຫ້ເພິ່ນມີຄວາມປາດຖະໜາ ໄດ້ແຕ້ມ, ໄດ້ພັນລະນາເຖິງສິ່ງທ່ີກ່ຽວກັນ ໃນຊີວິດປະຈໍາວັນ.  

ກ່ອນຈະສຸມຈິດສຸມໃຈ ໃນການແຕ້ມຮູບ, ຖຸ້ຍເຢືອງ ແມ່ນນັກສະຖາປະນິກ. ຄວາມຄິດທ່ີວ່າ ຮູບຊົງ ດ້ານສາຖະປັດຕະຍະກຳ ຈະຝັງເລິກຢູ່ໃນລາຍແຕ້ມຂອງ ເພິ່ນ ແລະ ຫັນຜົນງານຕ່າງໆ ກາຍເປັນຮູບແຕ້ມເຮືອນ ຂະໜາດນ້ອຍ, ແຕ່ເມື່ອ ເບິ່ງຜົນງານ ຂອງ ເພິ່ນ ແລ້ວຜູ້ຊົມຈະຮູ້ສຶກຕົກຕະລຶງ ແລະ ປະທັບໃຈ ເມື່ອຮູ້ວ່າ ນັກຈິດຕະກອນ ໄດ້ແຍກອອກຈາກ ມາດຕະຖານ ລາຍເສັ້ນທຶບ ເພື່ອສຸມໃສ່ສິ້ນສ່ວນ ປະກອບ ແລະ ສີສັນ ໄປຕາມອາລົມຈິດ ຢ່າງຄົບຖ້ວນ.

 

ຜົນງານການປະດິດແຕ່ງສ່ວນຫຼາຍ ຂອງ ເພິ່ນ ແມ່ນສະແດງເຖິງ ສະ ຖານທີ່ຕ່າງໆ ທີ່ເພິ່ນ ເຄີຍໄປ, ຄົນທີ່ເພິ່ນຫຼົງຮັກ ແລະ ການເດີນທາງທີ່ເພິ່ນໄດ້ກ້າວໄປ. ໃນບາງຄັ້ງ ປະກົດຕົວໃນຮູບແຕ້ມ ແມ່ນຄວາມ ໝອງໝົ່ນ ຂອງ ຖຸຸ້ຍເຢືອງ ຊຶ່ງໄດ້ປາກົດ ໃນຮູບປ່າໄມ້ ທ່ີຮົກຮ້າງ, ຫາດຊາຍທະເລ ທີ່ວ່າງ ຜູ້ຄົນ ຫຼື ທ້ອງຟ້າທີ່ໝົ່ມໜອງ. ຮູບແຕ້ມຂອງ ຖຸ້ຍເຢືອງ ມີສອງມຸມ ທ່ີຕັດກັນຢ່າງແຈ້ງຊັດ, ບາງຄັ້ງກໍຈະແຈ້ງ, ສົດໃສ ແລະ ບາງຄັ້ງກໍມືດ ແລະ ງຽບ. ນັ້ນອາດແມ່ນລົມຫາຍໃຈ ແຫ່ງຊີວິດ ທີ່ເພິ່ນໄດ້ດູດຊຶມ ໃນຊຸມປີທີ່ຜ່ານມາ.

ຫວ່າງມໍ່ໆ ນີ້, ເພິ່ນໄດ້ນໍາສະເໜີສູ່ສາຍຕາທ່ານຜູ້ຊົມ ງານວາງສະແດງຮູບແຕ້ມ “ຖຸ້ຍຄຸກ” ຢູ່ Friend’s House ຊຶຶ່ງເປັນສະຖານທີ່ ຕິດພັນກັບເພິ່ນ ແລະ ຜົນງານຂອງເພິ່ນ ໃນຫຼາຍປີຜ່ານມາ. ນີ້ແມ່ນບ່ອນທີ່ເພິ່ນ ແລະ ເພື່ອນສະໜິດ ແບ່ງປັນ ຄວາມຫຼົງໄຫຼ ກ່ຽວກັບການລະບາຍສີ. “ຖຸ້ຍຄຸກ” ໄດ້ຮັບການຈັດວາງເປັນ 3 ມຸມ ດ້ວຍ 3 ຫົວເລື່ອງ. ຫົວເລື່ອງ ທີໜຶ່ງແມ່ນ “ບົດເພງ ແຫ່ງຊີວິດ”, ຫົວເລື່ອງທີສອງ ແມ່ນ “ດິນແດນແຫ່ງຄວາມຄິດ” ແລະ ຫົວເລືອງທີສາມແມ່ນ “ບົດເພງແຫ່ງຄວາມຝັນ ທີ່ລວງຕາ”.


ໃນຫົວເລື່ອງທີໜຶ່ງ ແລະ ທີສອງ, ນັກຈິດຕະກອນ ໃຊ້ສີນ້ຳ ເປັນຫຼັກໃນການປະດິດແຕ່ງ. ໃນຂັ້ນຕອນນີ້, ສີສັນທີ່ສົດໃສ ໄດ້ໃຊ້ສໍາລັບການພັນລະນາຊີວິດ. ຊີວິດຢູ່ໃນຮູບແຕ້ມຂອງນັກຈິດຕະກອນ ຖຸ້ຍເຢືອງ ແມ່ນຄວາມງາມທີ່ບໍ່ສິ້ນສຸດ. ບາງຄັ້ງມັນແມ່ນຄວາມງາມ ຂອງ ຄວາມປິຕິຊົມຊື່ນໃນຊີວິດ, ບາງຄັ້ງແມ່ນຄວາມໂສກເສົ້າຂອງການພັດພາກຈາກກັນ.

ພູມພາບ ທີ່ສະແດງໃນຮູບແຕ້ມ ບໍ່ຈໍາເປັນຕ້ອງເປັນຮູບແຕ້ມໂດຍກົງ, ມັນອາດຈະເປັນຮູບພາບ ຂອງ ຄວາມຄິດເທົ່ານັ້ນ. ມັນແມ່ນຄວາມຄິດເຖິງ ບ່ອນທີ່ຕົນເອງເຄີຍໄປ, ຄົນທີ່ເຄີຍພົບ, ໄດ້ຮັກ. ນັກຈິດຕະ ກອນ ໄດ້ຢືມຮູບພາບ ຂອງ ປ່າເລິກ, ທະເລຊາຍ ເປົ່າປ່ຽວ ຫຼື ຍາມຄ້ອຍຄໍ່າ ເພື່ອຖ່າຍທອດ ຄວາມຄິດ, ຄວາມເຫງົາ ໃນຈິດວິນຍານ.

ໃນຫົວເລືື່ອງສຸດທ້າຍ, ສີ ທ່ີຕັດກັນ ຈະເຂັ້ມຂຶ້ນ ແລະ ຍິ່ງເຂັ້ມຂຸ້ນຂຶ້ນ. ໃນເວລານີ້, ນັກຈິດຕະກອນ ຈະໃຊ້ສີນ້ໍາມັນ ເປັນສື່ ໃນການສະແດງ ຄວາມຄິດເຫັນ. ມີການປ່ຽນແປງທາງອາລົມ ຍິ່ງຂຶ້ນ ຂອງ ຜູ້ແຕ້ມ. ໃນຂະນະຍິ່ງເຂົ້າໄປເລິກ ໃນອາລົມຈິດ ຂອງຕົນ, ນັກຈິດຕະກອນ ຍິ່ງມີຄວາມຮູ້ສຶກ ຕົກຕະລຶງ ເມື່ອຮູ້ໄດ້ ຮູບຮ່າງ ຂອງ ສັດປະຫຼາດ ທີ່ແຝງຕົວ ຢູ່ໃນເປືອກແຫ່ງຄວາມຮັກ ທີ່ສະແດງໃຫ້ເຫັນ ຢູ່ທາງນອກ.

ບັນດາຜົນງານການປະດິດແຕ່ງ ຂອງ ຖຸ້ຍເຢືອງ ແມ່ນບົດເພງກ່ຽວກັບສີສັນຂອງ ຖຸ້ຍ, ບໍ່ມີຈຸດເລີ່ມຕົ້ນ ຫຼື ສິ້ນສຸດ, ແມ່ນເພງແຫ່ງຊີວິດ ບໍ່ມີທີ່ສິ້ນສຸດ. ບັນດາຮູບແຕ້ມ ສັນລະເສີນຄວາມດີ, ຄວາມເຈັບປວດ ຫຼື ຄວາມຕາຍ ຂອງ ມະນຸດ ຄືກັບຄວາມເປັນຈິງ ແລະ ບໍ່ເປັນຄວາມຈິງ ທ່ີຄົງຕົວຢູ່ໃນນັກຈິດຕະກອນ ຖຸ້ຍເຢືອງ.   

 
 
ບັນດາຜົນງານທີ່ເປັນເອກະລັກ ຂອງ ນັກຈິດຕະກອນ ຖຸ້ຍເຢືອງ.

ບົດ ແລະ ພາບ: ທົງຫາຍ/VNP - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ


top