ນັກ ປີອາໂນ Bokyung Lee ແລະ ຄວາມຮັກ “ຊໍ່ດອກໄມ້ ຫວຽດນາມ”

ນັກ ປີອາໂນ Bokyung Lee ແລະ ຄວາມຮັກ “ຊໍ່ດອກໄມ້ ຫວຽດນາມ”



ນັກ ປີອາໂນ Bokyung Lee.

ງານລ້ຽງເທິງລູກດີດ ເປັນລາຍການສະແດງ ປີອາໂນ ດ່ຽວ ຂອງ ນັກສິລະປິນ ສ ເກົາຫຼີ Bokyung Lee ທີ່ຫາກໍ່ຈັດຂຶ້ນ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ຄືກັບ​ຊື່​ເອີ້ນ, ຊາວ​ ຫວຽດນາມ ​ໄດ້​ຮັບ ຂອງຂວັນ​ຈາກນັກ​ສິລະ​ປິນ ດ້ວຍ​​ງານລ້ຽງ​ດົນຕີ​ ທີ່​ເປັນ​ເອກະ ລັກ​ສະ​ເພາະ ​ແລະ ​ແປກໃໝ່. ບັນດາທຳນອງສຽງ ປີອາໂນ ທີ່ມີ ການປະສົມປະສານ ລະຫວ່າງດົນຕີ ຄລາສສິກ ຂອງ ຕາເວັນຕົກ ແລະ ດົນຕີພື້ນເມືອງ ຫວຽດນາມ ທີ່ນັກສິລະປິນ ສະແດງ ເຮັດ ໃຫ້ ທັງຫ້ອງຜູ້ຊົມ “ຟົດຟື້ນ”. ຜູ້ຊົມບໍ່ພຽງ ແຕ່ເຈືອຈານເຂົ້າກັບສຽງ ດົນຕີ ທີ່ມ່ວນຊື່ນ ຂອງ ບົດ ປີອາໂນ sonata ທີ່ມີ ຊື່ສຽງ ແລະ ເປັນ ອໍາມະຕະ ຂອງ Ludwig Van Beethoven, ບົດ ປີອາໂນ Ballades 4 ບົດ ໄດ້ແຕ່ງສຳຫຼັບ ໃຫ້ການໂຊໂລ ປີອາໂນ ຂອງ Frédéric Chopin ເທ່ົານັ້ນ, ແຕ່ຍັງໄດ້ສຳຜັດກັບ ລົດຊາດໃໝ່ຂອງທຳນອງສຽງດົນຕີ ພື້ນເມືອງ ທີ່ຄຸ້ນເຄີຍ ຈາກພາກເໜືອ ຫວຽດນາມ ຜ່ານສຽງ ປີອາໂນ ​ໃນ​ບົດດົນຕີ ຊໍ່ດອກໄມ້ ຫວຽດ ນາມ ຂອງ​ ນັກ​ດົນຕີ ດັ້ງ​ຮືວຟຸກ ອີກດ້ວຍ.


ຊໍ່ດອກໄມ້ ຫວຽດນາມຂອງ ນັກດົນຕີ ດັ້ງຮືວຟຸກ ໄດ້ແຕ່ງສຳ ຫຼັບ ປີອາໂນ ໄດ້ສ້າງຄວາມສະເທືອນໃຈ ຕໍ່ເພື່ອນມິດສາກົນ ເມື່ອຄົ້ນພົບດົນຕີ ຫວຽດນາມ. ບົດດົນຕີສະບັບນີ້ ປະກອບມີບົດ ເພງ: ມ່ົວຊວນ, ເມືອ, ລຸ໋ງລຽງ, ເບື໋ອມຮວາ ແລະ ຈົ໋ງເກີມ ໄດ້ສະແດງ ໂດຍສິລະປິນ Bokyung Lee ຢູ່ ສ ອາເມລິກາ ແລະ ສ ເກົາຫຼີ, ຢູ່ ບ່ອນໃດ, ເພິ່ນກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ. ຈາກບັນດາບົດ ດົນຕີ ທີ່ເພິ່ນໄດ້ສະແດງ, ເພື່ອນມິດສາກົນ ກໍ່ມີຄວາມຮັກ ຕໍ່ດົນຕີພື້ນເມືອງ ຫວຽດນາມ. ພິເສດໃນການ ສະແດງ, ນັກສິລະປິນ Bokyung Lee ຍັງສະເໜີ ຄວາມງາມ ຂອງ ວັດທະນະທຳ ຫວຽດນາມ ຜ່ານຊຸດອ໋າວຢ່າຍ ຫວຽດ. ຜູ້ຊົມທັງຮູ້ສຶກແປກໃຈ, ທັງຮູ້ສຶກ ແປກປະຫຼາດ ເມື່ອເຫັນມີ ນັກສິລະປິນສາກົນຄົນໜຶ່ງ ນຸ່ງຊຸດ ອ໋າວຢ່າຍ ຫວຽດນາມ ສະແດງ ປີອາໂນ. ສິ່ງດັ່ງກ່າວບໍ່ເຄີຍປາກົດ ເທິງເວທີດົນຕີສາກົນຈັກເທື່ອ. ຈະຕ້ອງມີຄວາມຮັກ ແລະ ຄວາມເຂົ້າໃຈ ຕໍ່ວັດທະນະທຳ ຫວຽດນາມ ຢ່າງເລິກເຊິ່ງຈຶ່ງ ສາມາດປະດິດສ້າງ ລາຍການ ສະແດງ ໜຶ່ງທີ່ໜ້າຮັກປານນີ້.

ນັກສິລະປິນ Bokyung Lee ມາ ຫວຽດນາມ ແຕ່ປີ 2016,  ເຂົ້າ ຮ່ວມສະແດງ ໃນລາຍການປະສານດົນຕີ ສ ເກົາຫຼີ - ຫວຽດນາມ. ເພິ່ນຍັງໄດ້ ຮ່ວມສະແດງ ໃນລາຍການປະສານດົນຕີ ເພື່ອການກຸ ສົນ ຜ້າພັນຄໍ ອົບອຸ່ນ ໃຫ້ເດັກນ້ອຍໃນ 3 ລາຍການຂອງ ລະດູ ໃບໄມ້ຫຼົ່ນ ທີ່ຮັກແພງ” - ລາຍການ ປະສານດົນຕີ ເພື່ອການກຸສົນ ຈັດເປັນປະຈຳປີ ໂດຍກອງທຶນ ຜ້າພັນຄໍ ອົບອຸ່ນ ໃຫ້ເດັກນ້ອຍຢູ່ ຫວຽດນາມ.

 


ໃນ​ຖາ​ນະ​ເປັນຜູ້ຮຽນ​ວິ​ຊາ​ດົນ​ຕີ, ສະນັ້ນນັກ​ສິ​ລະ​ປິນ Bokyung Lee ມີຫຼາຍ​ໂອ​ກາດ​ ​ເພື່ອ​ພົວ​ພັນ ​ກັບ​ບັນ​ດາ​ນັກ​ສິ​ລະ​ປິນ​ ຂອງ ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ ​ຫວຽດ​ນາມ ແລະ ຊອກຮູ້​ກ່ຽວ​ກັບ​ດົນ​ຕີ​ ຫວຽດ​ນາມ. ເພິ່ນ​ຍັງ​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ ຈາກ​ບົດ​ດົນຕີ ​ປີອາ ໂນ​ ຂອງ​ນັກ​ສິ​ລະ​ປິນ ດັ້ງຖາຍ​ເຊີນ. ​ໃນ​ຄັ້ງ​ທຳ​ອິດ​ທີ່​ເພິ່ນ​ຫຼິ້ນ​ດົນຕີ​ ຫວຽດນາມ, ເພິ່ນຮູ້ສຶກ​ວ່າ ​ບໍ່​ແມ່ນ​ເລື່ອງ​ງ່າຍ ​ແລະ ຕ້ອງ​ໄດ້​ຮຽນ​ແບບ ​ຫວຽດນາມ ​ຈຶ່ງສາມາດ ປະສົບຜົນສຳເລັດໃນ ການສະແດງ ປີອາໂນ. ຊໍ່ດອກໄມ້ ຫວຽດນາມ ແມ່ນ​ສະ​ບັບ ​ປີອາໂນ ປະ​ກອບ​ໂດຍ​ນັກ​ດົນ​ຕີ ດັ້ງ​ຮືວຟຸກ, ມີ​ຄວາມ​ຮູ້​ສຶກ​ງ່າຍ, ພຽງ​ແຕ່​ສະ​ແດງ​ ​ບົດດົນຕີ​ ​ຂອງ ​ນັກ​ດົນ​ຕີ ​ຢ່າງ​ຖືກ​ຕ້ອງ ​ກໍ​ຈະ ສຳ​ຜັດເຖິງອາລົມ​ຈິດ ​ຂອງ​ ຜູ້​ຊົມ. ນັກສິລະປິນ Bokyung Lee ໄດ້ປະສົມປະສານ ດົນຕີ ພື້ນເມືອງ ຫວຽດນາມ ກັບດົນຕີ ຄລາສສິກ ຂອງ ເອີຣົບ ເພື່ອສ້າງ ງານລ້ຽງເທິງລູກດີດ”. ດ້ວຍ​ເຫດ​ນີ້, ເພິ່ນ​ໄດ້​ເຊີດ​ຊູ​ຄວາມ​ຄ່ອງ​ແຄ່ວ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ຂອງ ​ດົນຕີ​ພື້ນ​ເມືອງ​ ຫວຽດນາມ.

ໃນ​ເວລາສະ​ແດງ​ຢູ່​ ຫວຽດ​ນາມ, ນັກ​ສິ​ລະ​ປິນ Bokyung Lee ​ໄດ້​ພົວ​ພັນ, ພົບປະແລກ​ປ່ຽນ​ຄວາມ​ຮູ້​ກ່ຽວ ​ກັບ​ດົນ​ຕີ​ກັບ​ຊາວ​ໜຸ່ມ​ຫວຽດ​ນາມ ຫຼາຍ​ຄົນ ເພື່ອ​ຄົ້ນ​ພົບ ງານ​ບຸນ​ເທິງ​ລູກດີດ”. ວິທີ​ທີ່​ເພິ່ນວາງ ຊໍ່ ດອກໄມ້ ຫວຽດນາມ ຢູ່​ຂ້າງ​ບັນດາ​ບົດດົນຕີ ທີ່ເປັນ​ອໍາມະຕະ​ຂອງ Ludwig Van Beethoven ຫຼື Frédéric Chopin ໄດ້​ນຳ​ມາ​ລາຍການ​ດົນຕີ​ ທີ່​ອຸດົມສົມບູນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນັກ​ສິ​ລະ​ປິນ Bokyung Lee ຈະ​ສືບ​ຕໍ່​ນຳ​ຕີ ຊໍ່ດອກໄມ້ ຫວຽດ ນາມ ໄປ​ສະ​ແດງ​ໃນ​ເວ​ທີ​ສາ​ກົນ. ຊໍ່ດອກໄມ້ ຫວຽດນາມ ແມ່ນ​ບັນດາ ທຳນອງສຽງດົນຕີ “ລະດູບານໃໝ່” ຂອງ​ການ​ເຊື່ອມ​ໂຍງ​ວັດ​ທະ​ນະ​ທຳ​ ຂອງ ສ ​ເກົາຫຼີ ກັບ​ ຫວຽດ​ນາມ.

 


ນັກສິລະປິນ Bokyung Lee ຮຽນຈົບຈາກໂຮງຮຽນມັດທະຍົມ ສິ ລະປະ ການສະແດງ Seoul, ມະຫາວິທະຍາໄລ Gachon ຂອງ ສ ເກົາຫຼີ ແລະ ມະຫາວິທະຍາໄລ Oregon ຂອງ ສອາເມລິກາ; ເພິ່ນ ເຄີຍໄດ້ຮັບລາງວັນ “UO outstanding performer in Keyboard Performance” (UO ນັກດົນຕີດີເດັ່ນ ໃນການສະແດງ ຄີບອດ) ດ້ວຍຄະແນນການສະແດງ piano ສູງສຸດ, ລາງວັນທີ່ 1 ໃນການ ແຂ່ງຂັນConcerto UO (ດ້ວຍບົດດົນຕີ Brahms Conerto no.1). ເມື່ອຈົບການສຶກສາຈາກມະຫາວິທະຍາໄລ Oregon, ເພິ່ນ ໄດ້ຮັບ ໃບຍ້ອງຍໍ “ນັກສະແດງ ດີເດັ່ນ”. ນັກສິລະປິນ Bokyung Lee ເຄີຍສະແດງດ່ຽວ ແລະ ການປະສານດົນຕີ ຫຼາຍລາຍການ, ເຂົ້າ ຮ່ວມການສິດສອນ ໃນຖານະເປັນສະມາຊິກ ຂອງ ເວທີປາໄສ ດົນຕີຢູ່ ສ ອາເມລິກາ, ສ ເກົາຫຼີ ແລະ ຫວຽດນາມ.

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


top