ນະຄອນ ແລະ ຄວາມຊົງຈຳ ທີ່ຄົງຢູ່ຕະຫຼອດການ

ນະຄອນ ແລະ ຄວາມຊົງຈຳ ທີ່ຄົງຢູ່ຕະຫຼອດການ

ພາຍຫຼັງ 50 ປີ ທີ່ໄດ້ຮັບກຽດໃສ່ຊື່ລຸງໂຮ່ (1976 - 2026), ນະຄອນ ໂຮ່ຈີມິນ ໄດ້ມີການປ່ຽນແປງໃໝ່ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທ່າມກາງໂຄງການກໍ່ສ້າງ ທີ່ທັນສະໄໝ ແລະ ຈັງຫວະຊີວິດ ທີ່ຂະ ຫຍັນຂັນເຄື່ອນ, ພື້ນທີ່ເກົ່າຫຼາຍແຫ່ງ ຍັງຄົງໄດ້ຮັບການອະນຸລັກຮັກ ສາໄວ້ ຄືດັ່ງເປັນສ່ວນໜຶ່ງຂອງຄວາມຊົງຈຳ ທີ່ປະກອບສ່ວນ ສ້າງເປັນສີສັນພິເສດສະເພາະ ແລະ ຈິດວິນຍານ ຂອງຕົວເມືອງໃຫຍ່ ທີ່ສຸດຢູ່ ຫວຽດນາມ.

ໂຮງຮຽນມັດທະຍົມຕອນປາຍ ຫງວຽນທິມິງຄາຍ ແມ່ນໜຶ່ງ ໃນ ບັນດາໂຮງຮຽນ ທີ່ມີສະຖາປັດຕະຍະກຳ ອັນເກົ່າແກ່ ແລະ ດົນນານ ທີ່ສຸດ ຢູ່ ໄຊງ່ອນ. ໂຮງຮຽນ ໄດ້ລົງມືກໍ່ສ້າງ ແຕ່ປີ 1913, ໄດ້ຮັບການ ຮັບຮອງ ເປັນບູຮານສະຖານ ສະຖາປັດຕະຍະກຳ ສິລະປະ ຂັ້ນນະຄອນ ໃນປີ 2012. ພາບ: ເຈິ່ນເຖ໋ຟອງ

ບັນດາຄວາມຊົງຈຳ ຂອງນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ບັນທຶກ ຢູ່ໃນໜ້າ ປະຫວັດສາດເທົ່ານັ້ນ, ແຕ່ຍັງປາກົດຕົວຢູ່ຕາມຖະໜົນ, ຮ່ອມນ້ອຍ ແລະ ພື້ນທີ່ອັນຄຸ້ນເຄີຍ ທີ່ໄດ້ຮ່ວມເດີນທາງ ກັບ ປະຊາຊົນ ມາຫຼາຍ ເຊັ່ນຄົນ. ທ່າມກາງການປ່ຽນແປງຢ່າງບໍ່ຢຸດຢັ້ງ ຂອງຕົວເມືອງ, ບັນດາສະຖານທີ່ເຫຼົ່ານັ້ນຄົງຕົວ ຢູ່ຢ່າງງຽບໆ ຄືດັ່ງສັກຂີພິຍານ ແຫ່ງການເວລາ.  

ຢູ່ຖະໜົນ ເລເລີ້ຍ, ເຂດອາພາດເມັນ ເລກທີ 26 ຍັງຄົງຕັ້ງຢູ່ ຢ່າງງຽບສະຫງົບ ຢູ່ໃຈກາງເຂດຕົວເມືອງອັນຄຶກຄັກ. ທາງຫຼັງອາຄານ ທ່ີລຽບງ່າຍ ແມ່ນປ່ອງຢ້ຽມສະຫວັນ ທີ່ເຕັມໄປດ້ວຍແສງສະຫວ່າງ, ເຊິ່ງແມ່ນສະຖານທີ່ ທີ່ມີຝາຜະໜັງສີຂາວ ແລະ ພື້ນດິນຈີ່ເກົ່າ ທີ່ເຮັດ ໃຫ້ຄິດເຖິງ ນະຄອນ ອັນສະຫງ່າງາມ ເມື່ອຫຼາຍທົດສະວັດກ່ອນ. ບໍ່ໄກ ຈາກແຫ່ງນັ້ນ, ຫໍສະໝຸດວິທະຍາສາດ ສັງລວມ ນະຄອນ ໂຮ່ຈີມິນ ພັດເລົ່າເລື່ອງລາວ ອີກແບບໜຶ່ງ. ບົນພື້ນຖານ ຂອງ ຄຸກໃຫຍ່ ໄຊງ່ອນ ໃນເມື່ອກ່ອນ, ສະຖານທີ່ ຄຸມຂັງ ບັນດາຜູ້ຮັກຊາດ, ປັດຈຸບັນ ແມ່ນ ພື້ນທີ່ເກັບຮັກສາຄວາມຮູ້, ແມ່ນສະຖານທີ່ ທີ່ອະດີດ ແລະ ປັດຈຸບັນ ມາພົບກັນ ໃນກິດຈະການ ທີ່ປ່ຽມລົ້ນໄປດ້ວຍ ຄຸນຄ່າ ທາງດ້ານ ວັດທະນະທຳ.

ດ້ານໜ້າ ຂອງ ບັນດາເຂດ ຄອນໂດມີນຽມ ເກົ່າ ຢູ່ ນະຄອນ ໂຮ່ຈີມິນ ແມ່ນໄດ້ນຳໃຊ້ ເພື່ອເຮັດເປັນຮ້ານຄ້າ. ພາບ: ເຈິ່ນເຖ໋ຟອງ
ຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ສອງຝັ່ງແມ່ນ້ຳ ໄຊງ່ອນ ໃນຊຸມປີ 2000. ພາບ: ເຈິ່ນເຖ໋ຟອງ

ຄວາມຊົງຈຳຕົວເມືອງ ຍັງປາກົດຕົວ ຢູ່ໃນພື້ນທີ່ດຳລົງຊີວິດ ທີ່ຄຸ້ນເຄີຍ ຂອງ ຊາວນະຄອນ. ຢູ່ຖະໜົນ ຮາຍບ່າຈຶງ, ຕະຫຼາດ ເຕິນດິ້ງ ດ້ວຍ ປະຫວັດສາດ ເກືອບໜຶ່ງສະຕະວັດ ຍັງຄົງ ແມ່ນໜຶ່ງໃນບັນດາຕະຫຼາດ ມູນເຊື້ອ ທີ່ມີຄວາມຄຶກຄັກທີ່ສຸດ ຢູ່ນະຄອນ ໂຮ່ຈີມິນ. ບໍ່ພຽງແຕ່ ແມ່ນ ສະຖານທີ່ຊື້ຂາຍເທົ່ານັ້ນ, ຕະຫຼາດແຫ່ງນີ້ ຍັງເກັບຮັກສາ ຈຸດວັດທະ ນະທຳ ທີ່ເປັນເອກະລັກ ຂອງນະຄອນ ແລະ ແມ່ນຈຸດໝາຍປາຍທາງ ທ່ີໜ້າສົນໃຈ ສຳລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ດ້ານໜ້າທີ່ເຂັ້ມຂຸ້ນໄປດ້ວຍສະຖາປັດຕະຍະກຳ ຝຣັ່ງ ຂອງ ຕະຫຼາດ ເຕິນດິ້ງ. ພາບ: ຫງວຽນລວນ/VNP
ນະຄອນ ໂຮ່ຈີມິນ, ສະຖານທີ່ ທີ່ມີບັນດາເສັ້ນທາງນ້ອຍ, ຮ່ອມນ້ອຍ ທີ່ມີຊື່ສຽງໂດ່ງດັງ ກັບບັນດາເຍື່ອງອາຫານພື້ນເມືອງ ທີ່ລຽບງ່າຍ ເຊັ່ນ: ຮູຕ້ຽວ, ເຂົ້າປາຍ, ເຂົ້າປຸ້ນນໍ້າປາ… ພາບ: ເຈິ່ນເຖ໋ຟອງ
ແຜງຂາຍໜັງສືພິມເກົ່າແຫ່ງໜຶ່ງ ຢູ່ເທິງຖະໜົນ ທີ່ໄດ້ຮັບກຽດ ໃສ່ ຊື່ລຸງ ໂຮ່. ພາບ: ເຈິ່ນເຖ໋ຟອງ

ຢູ່ອີກມຸມໜຶ່ງ, ຮ້ານກາເຟ ແຈວແລວ ຍັງຄົງຮັກສາ ວິທີການຕົ້ມກາເຟ ດ້ວຍຖົງຕອງຜ້າ ຢູ່ເທິງໝໍ້ດິນ, ເຊິ່ງແມ່ນຈຸດເອກະລັກ ສະເພາະ ທີ່ຫາ ໄດ້ຍາກ ທ່າມກາງຈັງຫວະຊີວິດ ທັນສະໄໝ. ພື້ນທີ່ອັນລຽບງ່າຍ ແລະ ກິ່ນຫອມອັນຄຸ້ນເຄີຍ ຂອງ ກາເຟ ໄດ້ນຳເອົາຄວາມຮູ້ສຶກ ຄືດັ່ງ ພວມຫວນຄືນສູ່ ນະຄອນ ໃນວັນເດືອນປີ ແຫ່ງຄວາມຫຼັງ ໃຫ້ແກ່ລູກຄ້າ.  

ໄກອອກໄປທາງຟາກ ເມືອງ ຖູດຶກ, ໂຮງຕີເຫຼັກ ເຟືອງ ຍັງຄົງມີສຽງ ຄ້ອນຕີດັງຂຶ້ນໃນທຸກໆ ວັນ. ຜ່ານສີ່ເຊັ່ນຄົນ, ບັນດານາຍຊ່າງຢູ່ທ່ີນີ້ ຍັງຄົງຮັກສາອາຊີບໄວ້ ດ້ວຍຄູ່ມື ແລະ ປະສົບການ ທີ່ໄດ້ຮັບການ ຖ່າຍທອດ ມາຈາກປູ່ຍ່າຕາຍາຍ. ໃນຍຸກສະໄໝ ແຫ່ງເຄື່ອງຈັກ ແລະ ການຫັນເປັນອັດຕະໂນມັດ, ແປວໄຟສີແດງ ຂອງ ໂຮງຕີເຫຼັກ ໄດ້ກາຍ ເປັນສັນຍະລັກ ໃຫ້ແກ່ຄວາມທົນທານ ໜຽວແໜ້ນ ຂອງ ບັນດາຄຸນ ຄ່າ ທາງດ້ານມູນເຊື້ອ.

 ຄຸ້ມຖະໜົນເກົ່າ ຢູ່ ນະຄອນ ໂຮ່ຈີມິນ ໃນຊຸມປີ 2000. ພາບ: ເຈິ່ນເຖ໋ຟອງ
 

ສະເຫຼີມສະຫຼອງ 50 ປີ ແຫ່ງການທີ່ນະຄອນ ໂຮ່ຈີມິນ ໄດ້ຮັບກຽດ ໃສ່ ຊື່ລຸງ ໂຮ່, ບັນດາພື້ນທີ່ເກົ່າແກ່ເຫຼົ່ານັ້ນ ໄດ້ເຕືອນໃຫ້ຈົດຈຳວ່າ ຄວາມ ດຶງດູດຂອງນະຄອນ ບໍ່ພຽງແຕ່ ມາຈາກ ບັນດາກິດຈະການ ທີ່ທັນສະໄໝ ຫຼື ອັດຕາຄວາມໄວແຫ່ງການຂະຫຍາຍຕົວ ທາງດ້ານເສດຖະກິດ ເທົ່ານັ້ນ, ແຕ່ແມ່ນບັນດາຄວາມຊົງຈຳ ທີ່ໄດ້ຮັບການອະນຸລັກຮັກສາ ຜ່ານວັນເດືອນປີ ທີ່ໄດ້ປະກອບສ່ວນ ສ້າງເປັນເອກະລັກ ແລະ ຈິດວິນ ຍານ ຂອງຕົວເມືອງ ທີ່ຍາມໃດກໍມຸ່ງໄປສູ່ ອະນາຄົດ ແຕ່ບໍ່ເຄີຍຫຼົງ ລືມອະດີດ.

ບົດ: ຫງວຽນລວນ - ພາບ: ຫງວຽນລວນ/VNP, ເຈິ່ນເຖ໋ຟອງ


top