ດອກບົວ ໃນຮູບແຕ້ມຂອງນາຍຄູ ຖຸຍເຮື່ອງ
ດ້ວຍຄວາມຮັກ ທ່ີມີຕໍ່ດອກບົວ ມາແຕ່ນ້ອຍ ຈົນກາຍເປັນນັກສຶກສາຂະແໜງການສຶກສາວິຈິດສິນ ຂອງ ມະຫາວິທະຍາໄລ ສ້າງ ຄູຮ່າໂນ້ຍ ແລະ ປັດຈຸບັນ ພວມເຮັດວຽກໃນ ຂົງເຂດການສຶກສາ, ນາຍຄູຖຸຍເຮື່ອງ ຍາມໃດກໍ່ນຳຮູບດອກບົວ ເຂົ້າ ໃນຮູບແຕ້ມ ແຕ່ ລະແຜ່ນ ຂອງ ຕົນ.
ຮຽນຈົບ ຈາກມະຫາວິທະຍາໄລ ສະເພາະຂະແໜງການ ສຶກສາ ວິຈິດສິນ ຂອງ ມະຫາວິທະຍາໄລ ສ້າງຄູ ຮ່າໂນ້ຍ, ປະລິນຍາໂທ ສະເພາະຂະແໜງການຄຸ້ມຄອງການສຶກສາ, ທ່ານນາງ ຖຸຍເຮື່ອງ ເຄີຍສິດສອນ ເປັນເວລາຫຼາຍປີ ຢູ່ພະແນກການ ສຶກສາ ວິຈິດສິນ ຂອງ ວິທະຍາໄລ ສິລະປະ ຮ່າໂນ້ຍ. ປັດຈຸບັນ, ໃນຂະນະທີ່ດຳລົງຕຳແໜ່ງເປັນຜູ້ອຳນວຍ ການໂຮງຮຽນປະຖົມ ຫຼິ໊ງນາມ (ຮ່າໂນ້ຍ), ທ່ານນາງ ເຮື່ອງ ຍັງຄົງໃຊ້ເວລາສ່ວນຫຼາຍເພື່ອແຕ້ມຮູບ.
ໃນງານວາງສະແດງຮູບແຕ້ມ ໃນຫົວຂໍ້ “ການເດີນທາງເພື່ອຊີວິດ ແລະ ຄວາມຮັກ - 2024” ຂອງ ນາຍຄູ ຖຸຍເຮື່ອງ ໄດ້ຈັດຂຶ້ນຢູ່ຫ້ອງວາງສະແດງ ໂງກວ່ຽນ (ຮ່າໂນ້ຍ), ຈຸດທີ່ດຶງດູດໃຈທ່ານຜູ້ຊົມຫຼາຍ ທີ່ສຸດ ແມ່ນບັນດາຜົນງານການປະດິດແຕ່ງ ໃນຫົວຂໍ້ ດອກ ບົວ ສົ່ງກິ່ນຫອມຫວນ.
ນາຍຄູ ຖຸຍເຮື່ອງ ໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ແຕ້ມຮູບ ດອກບົວ ຕັ້ງ ແຕ່ປີ 2018 ແລະ ແຕ້ມຫຼາຍທີ່ສຸດໃນປີ 2019. ຮູບແຕ້ມ ດອກ ບົວ ແຕ່ລະແຜ່ນ ລ້ວນແຕ່ເປັນເລື່ອງລາວ, ການພົບປະ ແລະ ຄວາມຊົງຈຳໜຶ່ງ. ບາງຄົນເຫັນຮູບແຕ້ມຂອງຂ້າພະເຈົ້າແລ້ວເວົ້າວ່າ ມັນເບິ່ງຄືເດັກນ້ອຍຫຼາຍ, ບາງຄົນເວົ້າວ່າ ມັນຍັງໜຸ່ມນ້ອຍ, ບາງຄົນເວົ້າວ່າ ມັນສົດໃສໂພດ. ແຕ່ສຳລັບຂ້າພະເຈົ້າແມ່ນ ມັກສີ ທີ່ສົດໃສ, ຊັດເຈນ ແລະ ແຕກຕ່າງກັນດ້ວຍ 3 ສີ ຕົ້ນຕໍຄື: ໂທນສີ ທ່ີອົບອຸ່ນ, ເຢັນ ແລະ ໂທນກາງ ທີ່ເປັນຕົວແທນຂອງ ອະດີດ, ປັດ ຈຸບັນ ແລະ ອະນາຄົດ ຂອງ ຊີວິດ ທີ່ມີ ຢູ່ບົນໂລກໃບນີ້”.
ເປັນການຍາກທີ່ຈະບັນລະຍາຍເຖິງຄວາມຮູ້ສຶກທັງໝົດເມື່ອເບິ່ງຮູບແຕ້ມຂອງທ່ານນາງ ເຮື່ອງ, ເນື່ອງຈາກມີສີສັນ ທ່ີມີພະລັງງານ ແລະ ຄວາມອົບອຸ່ນ ທີ່ນັກຈິດຕະກອນ ແລະ ອາຈານຜູ້ນີ້ ຝັງນໍ້າ ໃຈ ແລະ ຈິດວິນຍານ ຂອງຕົນເຂົ້າໃນຮູບແຕ້ມ.
ສິ່ງທີ່ພິເສດກ່ຽວກັບດອກບົວ ໃນຮູບແຕ້ມ ຂອງ ເພິ່ນຄື ດອກບົວ ໄດ້ຕິດພັນກັບຫຼາຍໆ ສິ່ງ, ນັ້ນແມ່ນຕິດພັນກັບມໍລະດົກ, ທຳມະຊາດ, ຜູ້ຄົນຫວຽດນາມ. ດອກບົວ ຕາມທັດສະນະ ຂອງ ຄູ ຄົນ ໜຶ່ງ, ຜົນງານການປະດິດແຕ່ງ ຂອງ ທ່ານນາງ ຖຸຍເຮື່ອງ ແມ່ນສວຍງາມ ດ້ວຍສີສັນສົດໃສເຊັ່ນ: ສີເຫຼືອງ, ສີອິດ, ສີຂາວ ແລະ ຕິດພັນກັບສັດ, ທຳມະຊາດ, ກົດເກນຂອງມະນຸດ ແລະ ຜືນແຜ່ນ ດິນ. ທັງໝົດປະສານເຂົ້າກັນ ກາຍເປັນການເດີນທາງຂອງມະນຸດ ທີ່ອຸດົມສົມບູນ ແລະ ເລິກເຊິ່ງຂອງ “ການດໍາລົງຊີວິດແລະ ຄວາມ ຮັກ”.
ຊົມພາບແຕ້ມ ຂອງ ທ່ານນາງ ຖຸຍເຮື່ອງ - ປະທານສະມາຄົມເພື່ອນມໍລະດົກ ຫວຽດນາມ (FVH) ກ່າວວ່າ: “ດອກບົວ ແມ່ນປະ ເພດດອກໄມ້ ທີ່ຂ້າພະເຈົ້າມັກ ແລະ ຂ້າພະເຈົ້າຕິດໃຈກັບດອກບົວຂອງ ນາຍຄູ ຖຸຍເຮື່ອງ ຈາກມຸມມອງທີ່ອ່ອນໂຍນ. ໃນຮູບແຕ້ມ ຂອງ ເພິ່ນ ມີສັດບາງຊະນິດ ທີ່ຢູ່ໃກ້ກັບຊີວິດ ຂອງ ມະນຸດ, ນອກ ນັ້ນ ຍັງມໍລະດົກວັດທະນະທຳ ຂອງ ຫວຽດນາມ ຫຼາຍແຫ່ງຄື: ວັດ ເທຫຸກ, ກຳແພງ ໂກລວາ, ຂົວ ຈ່າງຕ່ຽນ (ເຫວ້) ແມ່ນສະ ຖານທີ່ ທີ່ຂ້າພະເຈົ້າເຄີຍໄປ. ຂ້າພະເຈົ້າເຫັນວ່າ ບັນດາຮູບແຕ້ມຂອງ ທ່ານນາງ ຖຸຍເຮື່ອງ ເບິ່ງຄືວ່າ ລຽບງ່າຍ ແຕ່ແຝງໄປດ້ວຍ ຄວາມ ຮູ້ສຶກເລິກເຊິ່ງຢູ່ຂ້າງໃນ, ນັບແຕ່ຄວາມຮັກ ທ່ີມີຕໍ່ທຳມະຊາດ ຂອງ ປະເທດຊາດ, ໄປເຖິງຄວາມຮັກຕໍ່ຊີວິດ, ຮູບແຕ້ມເຫຼົ່າ ນີ້ ລ້ວນມີຄວາມຊາບຊຶ້ງໃຈຢ່າງຍິ່ງ”.
ບົດ: ເງິນຮ່າ/VNP- ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ