ຍົກເລີກບັດເຫຼືອງຂອງ EC: ຫວຽດນາມ ພວມຢູ່ໃນເສັ້ນທາງທີ່ຖືກຕ້ອງ ແລະ ຕັ້ງໜ້າ
ພາຍຫຼັງ 5 ປີ, ຄະນະກຳມະການ ເອີຣົບ (EC) ໄດ້ກ່າວເຕືອນ “ບັດ ເຫຼືອງ” (ແຕ່ວັນທີ 23 ຕຸລາ 2017) ຕໍ່ການເຄື່ອນໄຫວ ຫາປາຂອງ ຫວຽດນາມ. ຜ່ານການກວດກາ 3 ຄັ້ງ, EC ໄດ້ຢືນຢັນ ຂະບວນການ ຍົກເລີກບັດເຫຼືອງ ຂອງ ຫວຽດນາມ ກຳລັງ ຢູ່ໃນ ເສັ້ນທາງ ທີ່ຖືກຕ້ອງ ແລະ ຕັ້ງໜ້າ.
ນັບແຕ່ປີ 2017, ລັດຖະບານ ຫວຽດນາມ ໄດ້ວາງເປົ້າໝາຍ ໃນການ ປະຕິບັດ ບັນດາຂໍ້ກຳນົດ ກົດໝາຍວ່າດ້ວຍ ການປະມົງ ຢ່າງຄົບຊຸດ, ມີປະສິດທິພາບ ແລະ ມີຜົນສັກສິດ; ແກ້ໄຂຂໍ້ຄົງຄ້າງ, ຂໍ້ຈຳກັດ ຕາມຄໍາແນະນໍາ ຂອງ EC ກ່ຽວກັບຕ້ານການຫາປາ IUU, ຍົກເລີກຄຳ ເຕືອນ “ບັດເຫຼືອງ” ໃນປີ 2023; ເອກະສັນກັນ ໃນຄວາມຮັບຮູ້, ການເຄື່ອນໄຫວ ແລະ ການເຂົ້າຮ່ວມ ຂອງ ທັງລະບົບການເມືອງໃນການປ້ອງກັນ ແລະ ສະກັດກັ້ນການຫາປາ IUU.
ປັດຈຸບັນ, ທົ່ວປະເທດ ມີກຳປັ່ນຫາປາເກືອບ 90.000 ລຳ, ໃນນັ້ນ, ກຳປັ່ນ ທີ່ມີຄວາມຍາວຕ່ຳກວ່າ 15 ມ ມີເກືອບ 56.000 ລຳ; ກຳປັ່ນ ທີ່ມີຄວາມຍາວກວ່າ 15 ມ ມີກວ່າ 30 ພັນລໍາ. ມາຮອດທ້າຍເດືອນ ເມສາ 2023, ທົ່ວປະເທດມີ 86 ສະຫະພາບແຮງງານ ການປະມົງ ຮາກຖານ ຢູ່ 16/28 ແຂວງ, ນະຄອນແຄມທະເລ, ມີສະມາຊິກ ກວ່າ 17.000 ຄົນ, ມີກຳປັ່ນ ຄວາມຍາວ 15 ມ ຂຶ້ນໄປ ກວ່າ 6.200 ລຳ.
ປັກຈຸບັນ, ທົ່ວປະເທດມີກວ່າ 4.200 ໜ່ວຍຜະລິດ ເທິງທະເລ ດ້ວຍ ການເຂົ້າຮ່ວມຂອງພາຫະນະເກືອບ 29.600 ຄັນ ແລະ ຄົນງານຢູ່ ເທິງ ທະເລເກືອບ 180.000 ຄົນ. ປົກກະຕິແລ້ວ, ບັນດາຕົວແບບ ລວມ ມີກຳປັ່ນ 5-10 ລຳ ທີ່ເຮັດອາຊີບ ດຽວກັນ, ຂຸດຄົ້ນຫາປາ ຢູ່ ບ່ອນດຽວກັນ, ມີການພົວພັນ ຢ່າງໃກ້ຊິດ (ໃນວົງຕະກຸນດຽວກັນ, ອ້າຍນ້ອງ ສາຍເລືອດດຽວ ຫຼື ຢູ່ບ້ານດຽວກັນ...) ຮ່ວມເຂົ້າກັນ, ຊ່ວຍເຫຼືອກັນ. ຈຸດດີຂອງຮູບແບບນີ້ ແມ່ນເພື່ອປັບປຸງປະສິດທິພາບ ການຜະລິດ ແລະ ຫຼຸດຜ່ອນຜົນເສຍຫາຍ ໃນເວລາປະຕິບັດງານ ຢູ່ເທິງທະເລ.
ທ່ານ ເຈິ່ນດິ່ງລວນ, ຫົວໜ້າກົມໃຫຍ່ການປະມົງ ໃຫ້ຮູ້ວ່າ ການທີ່ EC ສືບຕໍ່ຮັກສາຄຳເຕືອນ “ບັດເຫຼືອງ” ບໍ່ຕ່າງຫຍັງກັບ ກຳແພງ ຢູ່ຕໍ່ ໜ້າ ຊຶ່ງສ້າງຄວາມຫຍຸ້ງຍາກຫຼາຍຢ່າງ ຕໍ່ການເຄື່ອນໄຫວສົ່ງອອກ ສິນທະເລ ຂອງປະເທດເຮົາ.
ຫວ່າງມໍ່ໆ ມານີ້, ເພື່ອຍົກເລີກບັດເຫຼືອງ EC ຕໍ່ຂະແໜງການ ສິນໃນນໍ້າ, ທ່ານນາຍົກລັດຖະມົນຕີ ໄດ້ອອກມະຕິເລກທີ 208/QD-TTg ລົງວັນທີ 10 ມີນາ 2023 ເພື່ອອະນຸມັດຜ່ານແຜນການ ວ່າດ້ວຍ ການຫັນປ່ຽນອາຊີບຂຸດຄົ້ນສິນທະເລ ຈຳນວນໜຶ່ງ ທີ່ສົ່ງຜົນສະທ້ອນ ເຖິງແຫຼ່ງຜົນປະໂຫຍດ ສິນທະເລ ແລະ ສິ່ງແວດລ້ອມນິເວດ.
ທ່ານ ເຈິ່ນດິ່ງລວນ ໃຫ້ຮູ້ວ່າ “ປັດຈຸບັນ, ເພື່ອຍົກເລີກ ບັດເຫຼືອງ EC ຕໍ່ຂະແໜງການສິນໃນນໍ້າ, ຫວຽດນາມ ຕ້ອງຫຼຸດປະລິມານ ການຫາ ປາທາງທະເລ, ແຕ່ເພື່ອ ພັດທະນາເສດຖະກິດ, ຮັບປະກັນ ຊີວິດ ການເປັນຢູ່ ຂອງ ຊາວປະມົງ, ຄຸນຄ່າຂອງສິນທະເລ ຕ້ອງໄດ້ ຍົກໃຫ້ສູງຂຶ້ນ. ດ້ວຍເຫດນັ້ນ, ບໍ່ມີທາງອື່ນ ນອກຈາກ ການປັບປຸງ ປະສິດທິຜົນ ການເຄື່ອນໄຫວຂຸດຄົ້ນ ແລະ ຍົກສູງມູນຄ່າ ການປຸງແຕ່ງ; ບັນດາ ທ້ອງຖິ່ນ ຕ້ອງສືບຕໍ່ກວດຄືນ ເພື່ອພັດທະນາ ກອງກຳປັ່ນ ແລະ ຕິດຕາມການຫາປາ ຕາມເຂດນ່ານນ້ຳ ທີ່ໄດ້ວາງແຜນ...”.
ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ພັດທະນາ ຊົນນະບົດ ຟຸ່ງດຶກຕ໋ຽນ ປີ 2023, ຂະແໜງການກະສິກຳໄດ້ວາງເປົ້າໝາຍ ວົງ ເງິນ ສົ່ງອອກ ໃຫ້ບັນລຸ ກວ່າ 50 ຕື້ ໂດລາສະຫະລັດ, ໃນນັ້ນການ ສົ່ງອອກ ສິນທະເລ ລື່ນກາຍ 11 ຕື້ ໂດລາສະຫະລັດ. ແຕ່ເຖິງຢ່າງໃດກໍ່ດີ, ຍ້ອນໄດ້ ຮັບຜົນກະທົບ ຈາກສະພາບ ເສດຖະກິດຖົດຖອຍ, ແຕ່ຕົ້ນປີ 2023 ມາຮອດປັດຈຸບັນ, ວົງເງິນ ສົ່ງອອກ, ໃນນັ້ນມີທັງກະສິກຳ ໄດ້ຫຼຸດລົງ ຢ່າງຫຼວງຫຼາຍ. ທ່ານ ຟຸ່ງດຶດຕ໋ຽນ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ໃຫ້ຮູ້ວ່າ: “ປັດຈຸບັນ, ຂົງເຂດຫາປາ ທາງທະເລ ກຳລັງ ຖືກກ່າວເຕືອນບັດເຫຼືອງຂອງ EC, ດັ່ງນັ້ນຕ້ອງ ຫຼຸດກຳລັງ ການຂຸດຄົ້ນລົງ. ດ້ວຍເຫດນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນ ຕ້ອງມີວິທີແກ້ໄຂຢ່າງທັນການ ເພື່ອຫັນປ່ຽນອາຊີບ, ເປີດແຫຼ່ງທີ່ມາ ສິນຄ້າສ່ົງອອກ, ລົງທຶນຫັນປ່ຽນ ເຕັກໂນໂລຊີ ເປັນທັນສະໄໝ ແລະ ມູນຄ່າເພີ່ມ, ລົງທຶນປຸງແຕ່ງລົງເລິກ, ຫຼຸດຜ່ອນການປຸງແຕ່ງ ວັດຖຸດິບ…”.
ທ່ານຮອງລັດຖະມົນຕີ ກ່າວວ່າ: ຫວຽດນາມ ມີຄວາມສາມາດບົ່ມ ຊ້ອນ, ທ່າໄດ້ປຽບຫຼາຍຢ່າງ ເພື່ອພັດທະນາການລ້ຽງສິນໃນນ້ຳ, ຕາມແຜນ ເມື່ອເຖິິງປີ 2025 ຕ້ອງບັນລຸ 850.000ໂຕນ, ປັດຈຸບັນ ໄດ້ບັນລຸກວ່າ 700.000ໂຕນ, ຕົ້ນຕໍແມ່ນລ້ຽງ ຢູ່ແຄມຝັ່ງ, ຄວາມໜາແໜ້ນສູງເກີນໄປ, ບວກກັບສະພາບແວດລ້ອມ ມົນລະພິດ ເຮັດ ເພີ່ມຄວາມສ່ຽງ. ສະນັ້ນ, ຕ້ອງຊຸກຍູ້ການລ້ຽງສິນໃນນ້ຳຢູ່ໄກຝັ່ງທະເລ ເພື່ອເພີ່ມຜົນຜະລິດສິນທະເລ ເພື່ອສົ່ງອອກ.
ທ່ານຮອງລັດຖະມົນຕີ ຟຸ່ງດຶກຕ໋ຽນ ເນັ້ນໜັກວ່າ “ແຜນນະໂຍບາຍ ຈະສ້າງເງື່ອນໄຂສູງສຸດ ແລະ ສ້າງສະພາບແວດລ້ອມທີ່ສະດວກ ໃຫ້ ບັນດາວິສາຫະກິດ, ອົງການ ແລະ ບຸກຄົນທີ່ເຂົ້າຮ່ວມ ເພື່ອແນໃສ່ ຊຸກຍູ້ຄຸນຄ່າຂອງ ຂະແໜງການທັງໝົດ. ເພື່ອເຮັດໄດ້ຄືແນວນັ້ນ, ຂະແໜງການສິນໃນນໍ້າ ແລະ ອຳນາດການປົກຄອງທ້ອງຖິ່ນຕ້ອງກວດຄືນ, ສະຫຼຸບຢ່າງລະອຽດ, ແນະນຳຢ່າງທັນການເພື່ອແກ້ໄຂ “ຂອດ ຈໍາກັດ” ແລະ ບັນດາບັນຫາ ທີ່ຍັງຄົງຄ້າງ ໂດຍໄວ”.
ລັດຖະບານ ຫວຽດນາມ ຖືວ່າ ການສະກັດກັ້ນ ແລະ ຢຸດຕິການ ຂຸດ ຄົ້ນ IUU ແມ່ນໜ້າທີ່ຂອງແຕ່ລະປະເທດ ທີ່ມີທະເລ ເພື່ອປົກປັກຮັກສາ ແຫຼ່ງຜົນປະໂຫຍດຊັບພະຍາກອນນ້ຳ ແລະ ລະບົບນິເວດທາງທະເລຢ່າງໝັ້ນຄົງ, ສ້າງສະຖຽນລະພາບ ໃນການດໍາລົງຊີວິດ ທີ່ໝັ້ນຄົງ ຂອງ ປະຊາຊົນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບທາງທະເລ ແລະ ປະຕິບັດບັນດາຄຳໝັ້ນສັນຍາ, ສົນທິສັນຍາ ທີ່ ຫວຽດນາມ ເປັນສະມາຊິກ.
ບົດ: VNP - ພາບ: VNA- ແປໂດຍ: ບິກລຽນ