ຊ່າງພາບ Nick Ut - ຜູ້ແຕ່ງພາບຖ່າຍ ທີ່ຍືນຍົງ ກັບວັນເວລາ

ຊ່າງພາບ Nick Ut - ຜູ້ແຕ່ງພາບຖ່າຍ ທີ່ຍືນຍົງ ກັບວັນເວລາ

 

50 ກວ່າປີໄດ້ຜ່ານໄປ, ແຕ່ຊື່ Nick Ut (ຮ່ີວນກົງອຸດ) ຍັງຄົງປາກົດຢູ່ເລື້ອຍໆ ໃນບັນດາໜັງສືພິມ, ກອງປະຊຸມ ສຳມະນາ, ການສົນທະ ນາ ຫຼື ງານວາງສະແດງຮູບຖ່າຍ ຢູ່ຫຼາຍປະເທດ ໃນທົ່ວໂລກ. ເພິ່ນເປັນທີ່ຮູ້ກັນດີວ່າ ເປັນຄົນ ຫວຽດນາມ ຜູ້ທຳອິດ ແລະ ໜຸ່ມທີ່ສຸດ ໃນປະຫວັດສາດ ທີ່ໄດ້ຮັບລາງວັນ Pulizerr ສໍາລັບ ຮູບຖ່າຍຂາວດຳ ທີ່ສ້າງຄວາມຫວັ່ນໄຫວ ໃຫ້ຊາວໂລກ ໃນຊື່ “ສິ່່ງໜ້າຢ້ານກົວ ຂອງ ສົງ ຄາມ” ຫຼື ຍັງມີຊື່ເອີ້ນ ທີ່ມີຊື່ສຽງ ກວ່າຄື “ນ້ອງນ້ອຍ ນາປານ (Napalm Girl). ແຕ່ມີບໍ່ເທົ່າໃດຄົນຮູ້ ກ່ຽວກັບເພິ່ນ, ຊ່າງພາບ ສຸດທີ່ທໍາມະດາ, ໃກ້ຊິດໃນວິຖີຊີວິດ, ອ່ອນໂຍນ, ຫຼັກແຫຼມໃນການເວົ້າລົມ, ແຕ່ໃນການເຮັດວຽກ ເພິ່ນກໍສະແດງໃຫ້ເຫັນຄວາມຮັກ, ຄວາມຫຼົງໄຫຼກັບ ສິລະປະຊ່າງພາບ, ຄວາມກະຕືລືລົ້ນ ແລະ ຈິດໃຈຫ້າວ ຫັນເຂົ້າເຫດການ ເພື່ອສາມາດບັນທຶກໄວ້ໃນກ້ອງຖ່າຍຮູບ ຊ່ວງເວລາ ປະຫວັດສາດ ທີ່ບໍ່ແມ່ນ ນັກຖ່າຍຮູບຄົນໃດ ກໍສາມາດເຮັດໄດ້.

ສຳ​ລັບ​ຂ້າ​ພະ​ເຈົ້າ, ໄດ້​ພົບ​ ແລະ ​ຮັບຟັງ​ ອະດີດ​ນັກ​ຖ່າຍຮູບ ​ຊັ້ນ​ນຳໂລກ ​ຂອງ​ ສຳ​ນັກ​ຂ່າວ AP ​ແບ່ງ​ປັນກ່ຽວກັບ ແຜ່ນ​ຮູບຖ່າຍ​ປະ​ຫວັດ​ສາດ​ ໄດ້ສ້າງຊື່ສຽງໂດ່ງດັງໄປທົ່ວໂລກ​ ເມື່ອ 50 ປີ​ກ່ອນ, ກ່ຽວ​ກັບຮູບຖ່າຍ ໜັງສືພິມ ກໍຄືປະ​ສົບ​ການ​ໃນ​ການ​ເຮັດ​ວຽກ​ຢູ່ສະຖານທີ່ເກີດເຫດ ​ຂອງ ​ເພິ່ນ ​ແມ່ນ​ເປັນ​ໂອ​ກາດ​ ທີ່​ດີເລີດ.

ພາບຖ່າຍ ທີ່ຍືນຍົງ ກັບວັນເວລາ “ນ້ອງນ້ອຍ ນາປານ” ໂດຍນັກຖ່າຍພາບ Nick Ut.
ຊ່າງພາບ Nick Ut ໄດ້ພົບກັບ “ນ້ອງນ້ອງ ນາປານ” ໃນເມື່ອກ່ອນ.

ການສົນທະນາ ຂອງ ພວກຂ້າພະເຈົ້າ ເລີ່ມຕົ້ນ ກ່ຽວກັບສາຍແນນ ທີ່ພາໃຫ້ທ່ານ ສຳຜັດກັບ ສິລະປະຊ່າງພາບ ແລະ ຕໍ່ມາ ກາຍເປັນ ນັກຖ່າຍຮູບ ຂອງ ສຳນັກຂ່າວ AP. ແຕ່ເຍົາໄວ, ທ່ານ ຖືອ້າຍຄີງ ຂອງຕົນຄືທ່ານ ຮີ່ວນແທງໝີ໊-ນັກ​ຂ່າວ​ສົງຄາມ​ຂອງ AP ເປັນເທບພະບຸດ. ອ້າຍ ແທງໝີ໊ ເປັນຄູສອນ ຄົນທຳອິດ ທີ່ສອນໃຫ້ເພິ່ນ ຄວາມຮູ້ໂດຍພື້ນຖານ ກ່ຽວກັບ ການຖ່າຍຮູບ ແລະ ໃຫ້ເພິ່ນຢືມກ້ອງຖ່າຍຮູບເກົ່າ ເພື່ອຝຶກ ຖ່າຍຮູບ ທຳອິດ. ເພິ່ນ ຍັງໄດ້ຮັບຟັງຈາກ ອ້າຍ ກ່ຽວກັບຄວາມໂຫດຮ້າຍ ຂອງສົງຄາມ ກໍຄືຄວາມເຈັບປວດ ທີ່ປະຊາຊົນ ຫວຽດນາມ ຕ້ອງອົດທົນ, ດັ່ງນັ້ນ, ທ່ານ Nick Ut ​ໄດ້ຮັບ​ຮູ້​ເຖິງ​ ຄວາມ​ສູນເສຍ ​ທີ່​ເກີດ​ຈາກ​ສົງຄາມ ​ແລະ ​ໃນ​​ຕໍ່​ມາ ທ່ານ ​ແລະ ຄອບຄົວ​ ກໍ່​ໄດ້ຕົກເປັນເຫຍື່ອ ຂອງ ​ສົງຄາມ ​ເມື່ອ​ອ້າຍ ແທງໝີ໊ ໄດ້ເສຍຊີວິດ​ ໃນ​ເວລາປະຕິບັດໜ້າທ່ີ. 

ສືບຕໍ່ພາລະກິດ ຂອງ ອ້າຍ, Nick Ut ເຂົ້າເຮັດວຽກໃຫ້ແກ່ ສຳນັກຂ່າວ AP ແຕ່ອາຍຸ 16 ປີ ແລະ ໃຊ້ເວລາສອງປີ ເຮັດວຽກ ຢູ່ໃນຫ້ອງມືດ ເພື່ອລ້າງຟີມ ເພິ່ນຈຶ່ງໄດ້ຖື ກ້ອງຖ່າຍຮູບ ໄປຖ່າຍຮູບ ແລະ ຮູບຖ່າຍແຜ່ນທຳອິດ ຂອງ ເພິ່ນ ແມ່ນ ກ່ຽວກັບ ແມ່ຂາວ ຄົນໜຶ່ງເຜົາຕົນເອງ ເພື່ອຄັດຄ້ານສົງຄາມ, ອ້ອມຂ້າງ ແມ່ນບັນດາພຸດທະສາສະນິກະຊົນ ກຳລັງຮ້ອງໄຫ້. ຮູບຖ່າຍ ໄດ້ລົງໃນໜັງສືພິມ ໜ້າທຳອິດ ຂອງ AP ດ້ວຍຊື່ນັກຖ່າຍພາບ Nick Ut ໄດ້ກາຍເປັນກຳລັງແຮງ ເລັ່ງລັດຄວາມປາດຖະໜາ ຂອງ ເພິ່ນ ທີ່ຈະເປັນນັກຂ່າວສົງຄາມ.

ບາງຜົນງານຂອງຊ່າງພາບ Nick Ut .

ໃນຕະຫຼອດໄລຍະການເຮັດວຽກຂອງຕົນ, ເພິ່ນ ໄດ້ຖ່າຍຮູບ ຫຼາຍພັນແຜ່ນ ກ່ຽວກັບສົງຄາມ, ກ່ຽວກັບນັກສິລະປິນ Hollywood ທີ່ມີຊື່ສຽງ ກໍຄືໃນທຸກຂົງເຂດ ຂອງຊີວິດ, ແຕ່ “ນ້ອງນ້ອຍ ນາປານຖ່າຍໃນປີ 1971 ແມ່ນມີຊື່ສຽງຍືນຍົງ ກວ່າໝູ່. ​ໃນ​ຮູບແຜ່ນ​ດັ່ງກ່າວເພິ່ນ ​ໄດ້​ຖ່າຍຮູບ​ນ້ອງນ້ອຍ ຟານທິກິມຟຸກ, ​ອາຍຸ 9 ປີ ກໍາລັງແລ່່ນໜີ ໃນສະພາບ ບໍ່ມີເຄື່ອງນຸ່ງ ​ຍ້ອນຖືກ​ ​​ລະ​ເບີດ ນາປານ ​ແລະ ​ເດັກນ້ອຍ​ຄົນ​ອື່ນໆ​ ກໍຖືກ ​​ລະ​ເບີດ ນາປານ ຂອງ​ ອາ​ເມ​ລິ​ກາ ຢູ່ ​ບ້ານ ຈ໊າງບ່າງ, ແຂວງ ໄຕນິງ. ຮູບ​ຖ່າຍ ທີ່ມີພະລັງ ສ້າງຄວາມສະເທືອນໃຈນີີ້ ໄດ້ເຮັດໃຫ້ທ່ານ Nick Ut ​ໄດ້ຮັບລາງ​ວັນ Pulitzer​. ທ່ານ Nick Ut ກາຍເປັນຄົນ ຫວຽດນາມ ຜູ້ທຳອິດ ໃນສະຕະວັດທີ XX ແລະ ເປັນຄົນໜຸ່ມທີສຸດ, ອາຍຸ 21 ປີ, ໄດ້ຮັບໜຶ່ງໃນບັນດາລາງວັນທີ່ມີກຽດສັກສີທີສຸດ ກ່ຽວກັບວຽກງານໜັງສືພິມ. ນອກ​ຈາກ​ລາງວັນ Pulitzer, ຮູບ​ຖ່າຍແຜ່ນ​ນີ້​ ຍັງ​ໄດ້​ຮັບ​ລາງວັນ​ສາກົນ​ ອີກຫຼາຍລາງວັນ, ຈັດ​ອັນ​ດັບ​ທີ 41 ​ໃນ 100 ຮູບຖ່າຍ ​ທີ່​ຊົງອິດ​ທິພົນ​ທີ່​ສຸດ​ ໃນ​ສະຕະວັດ​ທີ XX ​ແລະ ເປັນໜຶ່ງ ​ໃນ 10 ຮູບຖ່າຍໜັງສືພິມ​ທີ່​ໜ້າ​ຈົດ​ຈຳ​ທີ່​ສຸດ​ໃນ​ຕະຫຼອດໄລຍະເວລາ 50 ປີ.

ຊ່າງພາບ Nick Ut ໃນການໄປຖ່າຍຮູບຢູ່ ຫວຽດນາມ. 

“ຂ້າພະເຈົ້າຮູ້ຈັກ ທ່ານ Ut ມາເປັນເວລາຫຼາຍທົດສະວັດແລ້ວ ແລະໄດ້ໄປຖ່າຍຮູບຫຼາຍໆ ຄັ້ງກັບເພິ່ນ. ສຳລັບຂ້ະພະເຈົ້າ, ເພິ່ນເປັນຄົນທີ່ລຽບງ່າຍ, ຖ່ອມຕົວ, ເປັນມິດ, ເຖິງແມ່ນວ່ເພິ່ນເປັນຄົນທີ່ມີຊື່ສຽງຫຼາຍ. ດ້ວຍເຫດນັ້ນ ເພິ່ນໄປໄສກໍໄດ້ຮັບຄວາມນັບຖືຮັກແພງຈາກຜູ້ຄົນທັງຫຼາຍ. ທ່ານ Ut ມີຄວາມກະຕືລືລົ້ນ ກັບການຖ່າຍຮູບ ແລະມີຊີວິດເພື່ອອາຊີບ. ໃນໄວອາຍຸ 72 ປີ, ທ່ານ Ut ຍັງຖືກ້ອງຖ່າຍຮູບທີ່ໜັກ, ຍ່າງໄປຢູ່ທົ່ວທຸກຫົນແຫ່ງ ເພື່ອບັນທຶກໄວ້ ຊ່ວງເວລາຂອງຊີວິດ”. 

ຊ່າງ​ພາບຜູ້​ມີ​ຊື່​ສຽງ ເຖ໋ຟອງ

ທ່ານ Nick Ut ໃຫ້ຮູ້ວ່າ ໃນຕະຫຼອດໄລຍະເຮັດວຽກ ເປັນນັກຖ່າຍ ຮູບ ຫຼື ໃນການເຂົ້າຮ່ວມງານສຳມະນາ, ພົບປະໂອ້ລົມ ຄັ້ງຕ່າງໆ ກັບຜູ້ນຳແຖວໜ້າຂອງໂລກ, ນັບແຕ່ລາຊີນີ Elizabeth, ສັນທະປະ ປາ, ປະທານາທິບໍດີ Trump ຕະຫຼອດຮອດບັນດາຊ່າງພາບ ແຖວໜ້າໂລກເຊັ່ນ Carol Guzy, Jame, ບັນດານັກສິລະປິນ Hollywood ທີ່ມີຊື່ສຽງ ຫຼື ນັກຮົບເກົ່າ ອາເມລິກາ ແລະ ຫວຽດນາມ ຫຼື ແມ່ນຄົນ ທໍາມະດາ, ທ່ານ Nick Ut ລ້ວນແຕ່ໄດ້ຮັບການຕີລາຄາສູງ ສໍາລັບ ຮູບຖ່າຍແຜ່ນນີ້.

ທ່ານ Nick Ut ຫວນຄືນຄວາມຊົງຈຳ ທີ່ຍາກຈະຫຼົງລືມໄດ້ ເມື່ອເພິ່ນ ໄດ້ຮັບຫຼຽນໄຊສິລະປະ ແຫ່ງຊາດ ຈາກ ປະທານາທິບໍດີ Trump ທີ່ທຳນຽບຂາວ ໃນປີ 2021. ໃນພິທີ, ປະທານາທິບໍດີ Donald Trump ໄດ້ຖາມ ຜູ້ເຂົ້າຮ່ວມວ່າ ຮູ້ຈັກບໍ ກ່ຽວກັບຮູບຖ່າຍ “ນ້ອງນ້ອຍ ນາປານ ແລະ ເພິ່ນ ໄດ້ເຫັນການຍົກມືຂຶ້ນ ຂອງທຸກຄົນ. ປະ​ທາ​ນາ​ທິ​ບໍ​ດີ Trump ຢືນ​ຢັນ​ວ່າ​ ຮູບຖ່າຍ​ຂອງ​ທ່ານ Nick Ut ໄດ້ເຮັດໃຫ້​ປ່ຽນ​ແປງ​ສົງ​ຄາມ ​ແລະ​ ໄດ້​ປະກອບສ່ວນນໍາ​ສັນ​ຕິ​ພາບ​ມາໃຫ້​ໂລກ. 

ບາງຜົນງານຂອງຊ່າງພາບ Nick Ut ທີ່ຖ່າຍຢູ່ ຫວຽດນາມ.

ນອກ​ຈາກ​ນັ້ນ, ຮູບ​ຖ່າຍ ຍັງ​ມີ​ອິດ​ທິ​ພົນ​ຢ່າງ​ໃຫຍ່​ຫຼວງ ຕໍ່ຮຸ່ນ ຊ່າງພາບ ແຖວໜ້າໂລກອີກດ້ວຍ. ທ່ານ​ ກ່າວ​ວ່າ ໃນ​ເວລາ​​ໄປ​ເຮັດ​ວຽກ​ຢູ່​ ສ ອາ​ເມ​ລິ​ກາ, ​ໃນ​ການ​ສົນທະນາ​ຄັ້ງ​ໜຶ່ງ, ນັກ​ຖ່າຍຮູບ ​ຜູ້​ມີ​ຊື່​ສຽງຄື ທ່ານນາງ Carol Guzy ຂອງ​ ໜັງສືພິມ Washington Post ຊຶ່ງເປັນນັກ​ຂ່າວ​ຄົນ​ທຳ​ອິດ ​ທີ່​ໄດ້​ຮັບ​ລາງວັນ Pulitzer 4 ​ເທື່ອ ຫຼື​ ​ຊ່າງ​ພາບ ອັນດັບ​ໂລກ ຄືທ່ານ James Nachtwey ​ໄດ້ເຜີຍຄວາມໃນໃຈອອກມາວ່າ  ຮູບຖ່າຍ “ນ້ອງນ້ອຍ ນາປານ ເປັນສິ່ງດົນໃຈໃຫ້ເຂົາເຈົ້າ ກາຍເປັນ ນັກຖ່າຍຮູບ ສົງຄາມ. ນັກຖ່າຍຮູບ ທີ່ມີ ຊື່ສຽງ ຂອງ AP ຄືທ່ານ Horst Faas, ຜູ້ໄດ້ຮັບລາງວັນ Pulitzer 2 ເທື່ອ ກໍເຄີຍກ່າວວ່າ ມີຮູບຖ່າຍໄດ້ຮັບລາງວັນ Pulitzer, ມີຫຼາຍຄົນ ຮັບຮູ້ແຕ່ໃນປີນັ້ນ, ຫຼັງຈາກນັ້ນ ໄດ້ຖືກຫຼົງລືມ, ແຕ່ສຳລັບຮູບຖ່າຍ “ນ້ອງນ້ອຍ ນາປານ ຈະຍັງຄົງຖືກຈົດຈໍາຕະຫຼອດໄປ. ສຳ​ລັບທ່ານ Nick Ut, ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ, ​ເປັນ​ຄວາມ​ສຸກ​ທີ່​ລຽບ​ງ່າຍ ​ແລະ ​ເປັນ​ແຮງກໍາລັງໃຈ ໃຫ້​ເພິ່ນ​ສືບ​ຕໍ່ ພະຍາຍາມ ​ອຸທິດ​ຕົນ ​ແລະ ​ເກັບ​ກຳໄດ້ບັນດາຊ່ວງເວລາ ທີ່ໜ້າຈົດຈໍາ ທີ່ມີລັກສະນະປະຫວັດສາດ ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ.

ນັກ​ຖ່າຍຮູບ Nick Ut ແບ່ງປັນ​ປະສົບ​ການ​ດ້ານ​ການ​ສື່​ຂ່າວ​ກັບ​ບັນດາ​ນັກ​ຂ່າວ ​ແລະ ບັນນາທິການ​ໜັງສືພິມ​ຮູບ​ພາບ ຫວຽດນາມ. ພາບ: VNP

ເພິ່ນ ສືບຕໍ່ເລົ່າໃຫ້ຂ້າພະເຈົ້າຟັງ ກ່ຽວກັບຄວາມຊົງຈຳທີ່ດີ, ເຫດ ການ ທີ່ໜ້າຈົດຈໍາ ແລະ ຊ່ວງເວລາ ທີ່ເພິ່ນຄິດວ່າ ຖືກຈັດແຕ່ງໂດຍເທບພະເຈົ້າ ທີ່ເພິ່ນໂຊກດີ ບັນທຶກໄວ້ໄດ້ ກໍຄືແບ່ງປັນບົດຮຽນຕ່າງໆ ທີ່ເພິ່ນສະສົມໄດ້ ໃນຕະຫຼອດເວລາ ປະກອບອາຊີບຂອງຕົນ. ທ່ານ​ ກ່າວວ່າ ເພື່ອ​ຈະບັນທຶກ​ໄດ້​ຮູບຖ່າຍໜັງສືພິມ​ທີ່​ມີ​ຄຸນ​ຄ່າ, ນັກ​​ຖ່າຍ​ຮູບ ​ຕ້ອງ​ມີ​ຄວາມ​ກ້າ​ຫານ, ​ກິ້ງເກືອກລີເລືອ ແລະ ຫ້າວຫັນ​ຢູ່​ບ່ອນ​ເກີດ​ເຫດ. ໄປເຖິງ ເຫດການໃດ, ສິ່ງສຳຄັນແມ່ນຕ້ອງສັງ ເກດຕົວລະຄອນ ເພື່ອໃຫ້ສາມາດ ຮັບຮູ້ໄດ້ ຄວາມຮູ້ສຶກມ່ວນ ຫຼື ໂສກເສົ້າ ຂອງຕົວລະຄອນ ແລະ ກຽມພ້ອມລັ່ນຊັດເຕີ ຢູ່ສະເໝີ ເພື່ອ ບໍ່ໃຫ້ພາດ ຊ່ວງເວລາ ອັນລໍ້າຄ່າ ທີ່ເກີດຂຶ້ນໂດຍບັງເອີນ. ໂດຍສະເພາະ, ນັກຖ່າຍຮູບ ຕ້ອງມີຄວາມຄິດສ້າງສັນ, ຊອກຫາມຸມມອງໃໝ່ ໂດຍແຕກຕ່າງຈາກມຸມຖ່າຍ ທົ່ວໄປ. 

“Nick Ut ເປັນນັກຖ່າຍຮູບມີຊື່ສຽງທີ່ທຸກຄົນຮູ້ຈັກ. ເພິ່ນເປັນຕົວຢ່າງໃຫ້ບັນດານັກຂ່າວລຸ້ນຕ່າງໆ ເພື່ອການຮຽນຮູ້ ຍ້ອນຄວາມຮັກ, ຄວາມຫຼົງໄຫຼກັບການຖ່າຍຮູບ ແລະ ຄວາມເປັນມືອາຊີບໃນການເຮັດວຽກ, ຍ້ອນບຸກຄະລິກທີ່ລຽບງ່າຍ ແລະ ສະໜິດສະໜົມ. ໃນສອງສາມມື້ທີ່ຂ້າພະເຈົ້າ ມີໂອກາດຍ່າງເລາະ ຖ່າຍຮູບກັບເພິ່ນ, ຂ້າພະເຈົ້າຈຶ່ງຮູ້ສຶກໄດ້ຄວາມຮັກຕໍ່ອາຊີບ ແລະ ນໍ້າໃຈໃນການເຮັດວຽກຂອງເພິ່ນ. ລາວມີຄວາມສຸຂຸມຢູ່ສະເໝີ, ສະຫງົບງຽບຢູ່ໃນຝູງຊົນ, ຫຼົງໄຫຼກັບທຸກເວລາລັ່ນກ້ອງ ແລະ ອົດທົນລໍຖ້າ ເພື່ອໃຫ້ມີຮູບຖ່າຍ ທີ່ສະທ້ອນເຖິງຊີວິດຢ່າງແທ້ຈິງ. ຕາມທ່ານແລ້ວ, ຮູບຖ່າຍໜັງສືພິມຈະຕ້ອງເປັນຄວາມຈິງ. ບັນດາຮູບຖ່າຍຄື​ດັ່ງ​ກ່າວ​ຈຶ່ງມີ​ຄຸນ​ຄ່າ​ເປັນ​ເອ​ກະ​ສານ ​ແລະ​ ຍືນຍົງຄົງຕົວ​ກັບວັນ​ເວ​ລາ​. ຮູບ​ພາບ​ໃນ​ມື້​ນີ້​ຂອງ​ທ່ານ Nick Ut ຖ່າຍ​ຢູ່ ​ຮ່າ​ໂນ້ຍ ແລະ​ ອີກຫຼາຍ​ທ້ອງຖິ່ນອື່ນໆ ໃນ​ການ​ເດີນ​ທາງ​ຄັ້ງ​ນີ້, ພຽງ​ແຕ່​ບໍ່​ເທົ່າ​ໃດ​ປີຫຼັງນີ້ຈະແມ່ນເອກະສານອັນລຳ້ຄ່າ ກ່ຽວກັບປະເທດ ແລະ ຜູ້ຄົນ ຫວຽດນາມ. ທຸກສິ່ງທຸກຢ່າງຈະຜ່ານໄປ, ພຽງແຕ່ສິ່ງທີ່ຖືກບັນທຶກໄວ້ໃນກ້ອງຖ່າຍຮູບ ຈະຄົງຕົວກັບວັນເວລາຕະຫຼອດໄປ”. 

                                                                                                          ນັກຂ່າວ ຟ້າມຕ໋ຽນຢຸ້ງ

                                                                        ອະດີດຫົວໜ້າຄະນະບັນນາທິການຮູບພາບ, VNA

                                                                            ອະດີດຫົວໜ້າຄະນະບັນນາທິການໃຫຍ່ ວາລະສານຮູບຖ່າຍ

ປັດຈຸບັນ, ເຖິງວ່າໄດ້ອອກກິນເບັ້ຍບໍານານແລ້ວ, ແຕ່ ນັກສິລະປິນຄົນນີ້ ຍັງຄົງສືບຕໍ່ ແລະ ປະດິດແຕ່ງ ກໍຄື ປະຕິບັດ ບັນດາໂຄງການ ແລະ ແຜນການຂອງຕົນ. ທ່ານ Nick Ut ມີ​ແຜນ​ຈະ​ກັບ​ຄືນ​ ຫວຽດ ນາມ​ ຫຼາຍ​ຄັ້ງ, ພິ​ເສດ​ແມ່ນ ​ຮ່າ​ໂນ້ຍ, ນະຄອນ​ ທີ່ທ່ານ​ມີ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ ເພື່ອບັນທຶກໄວ້ ຄວາມງາມ ຂອງຊີວິດ ກໍ່ຄືຜູ້ຄົນຢູ່ແຫ່ງນີ້ ໃນກ້ອງຖ່າຍຂອງຕົນ ​ແລະ ບາງເທື່ອອາດ​ຈະ​ຜ່ານກ້ອງ ຖ່າຍຮູບ ຂອງ ຊ່າງພາບ​ ທີ່​ມີ​ຊື່​ສຽງຄົນນີ້ ຈະ​ມີຊ່ວງເວລາ ທີ່ຈະກາຍເປັນປະຫວັດສາດ.

ບົດ: ດັ້ງຮວ່ຽນ - ພາບ: ເຖ໋ຟອງ ແລະ VNP- ແປໂດຍ: ບິກລຽນ


top