ຊຸດສະສົມ ລົດຫຼູ ດ້ວຍໄມ້

ຊຸດສະສົມ ລົດຫຼູ ດ້ວຍໄມ້

ລົດຫຼູ ດ້ວຍໄມ້ທີ່ໄດ້ສໍາເລັດໂດຍທ່ານ ດ້າວ.
.

ດ້ວຍ​ຄວາມ​ຫວັງ​ຢາກ​ສ້າງ​ລົດ​ໄຟ​ຟ້າ​ ໃຫ້​ເດັກໆ ໄດ້ຫຼິ້ນ, ທັງ ເພື່ອ ຄວາມຫຼົງໄຫຼປະດິດສ້າງ ກັບອາຊີບ ຜະລິດໄມ້ ມູນເຊື້ອ ໄດ້ສົມ ໃຈ, ທ່ານ ເຈືອງວັນດ້າວ ຢູ່ເມືອງ ຕື່ເຊີນ, ແຂວງ ບັກນິງ ໄດ້​ຜະ​ລິດ ​ລົດ​ຫຼູ ດ້ວຍ​ໄມ້​ ຊຶ່ງ​ໄດ້ເພື່ອນມິດ ທັງຢູ່ພາຍໃນ ແລະ ຕ່າງປະ ເທດ ຮູ້ຈັກ. 

ຮຽນສາຂາຄຸ້ມຄອງທຸລະກິດ ຢູ່ສະຖາບັນໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ, ແຕ່ທ່ານ ດ້າວ ໄດ້ຕັດສິນໃຈ ເປີດໂຮງ ງານຜະລິດເຄື່ອງທີ່ລະນຶກຈາກໄມ້. ຄຽງຄູ່ກັບ ການພັດທະນາ ທຸລະກິດໃນ youtube, ຜະລິດຕະພັນໄມ້ ຂອງເພິ່ນ ແມ່ນເປັນທີ່ ຮູ້ຈັກຈາກຫຼາຍຄົນ.

ເມື່ອພາລູກຊາຍອອກໄປຫຼິ້ນຢູ່ສວນສາທາລະນະ, ເຫັນລູກ ມັກ ຂັບລົດໄຟຟ້າ, ເພິ່ນກໍ່ເລີ່ມມີແນວຄວາມຄິດ ເຮັດລົດຈັກ, ລົດ ໃຫຍ່ ດ້ວຍໄມ້ ເຊິ່ງທັງໃຫ້ລູກຫຼິ້ນ ທັງເພື່ອ ຄວາມປະດິດສ້າງ ແລະ ຄວາມຫຼົງໄຫຼກັບອາຊີບ ຂອງຕົນທີ່ໄດ້ສົມໃຈ. .

ໄມ້​ທີ່​ນຳ​ໃຊ້​ໃນ​ການ​ເຮັດ​ລົດຫຼູ ແມ່ນ​ຕົ້ນໝາກເກືອ ແລະ ໄມ້ດູ່ ເປັນ​ຕົ້ນຕໍ​.
 

ລົດ Ferrari ຄັນທຳອິດ, ທ່ານ ດ້າວ ຕ້ອງໃຊ້ເວລາ ປະມານ 3 ເດືອນ ໃນການສ້າງ ແລະ ເພິ່ນພຽງແຕ່ ລາກໄປ ມາ ໃຫ້ລູກຫຼິ້ນ ເທົ່ານັ້ນ, ແຕ່ບໍ່ແລ່ນ ດ້ວຍໄຟຟ້າ. ແຕ່ເມື່ອ ເພິ່ນສົ່ງ ຄິບ ໃນຊ່ອງ youtube ສ່ວນຕົວ ໄດ້ໝູ່ເພື່ອນຕ່າງປະເທດ ຫຼາຍຄົນໃຫ້ຄວາມ ສົນໃຈ, ເພິ່ນ ຈຶ່ງເຮັດລົດຄັນທີ 2 ຄື Bugatti Centidieci. ຖອດ ຖອນ ບົດຮຽນ ຈາກລົດຄັນທໍາອິດ, ທ່ານ ດ້າວ ທັງຄົ້ນຄ້ວາ ປະ ດິດສ້າງ, ທັງຊອກຫາ ອຸປະກອນ, ວັດສະດຸ ທີ່ກ່ຽວຂ້ອງ, ຈົນປະ ສົບຜົນສໍາເລັດ ລົດ ທີ່ແລ່ນດ້ວຍໄຟຟ້າ.

ປັດຈຸບັນ, ເພິ່ນໄດ້ສະສົມລົດຫຼາຍຍີ່ຫໍ້ ເຊັ່ນ: Lamborghini Sian, Bugatti Centidieci, BMW 328 Hommage, Chevrolet Corvette C8, Ford Mustang, ຈົນເຖິງ ລຸ້ນທົ່ວໄປເຊັ່ນ: Toyota Land Cruiser, Audi Q7, Range Rover, Ford F-150 ດ້ວຍ ໄມ້ ທີ່ມີມູນຄ່າ ​ຫຼາຍ​ຮ້ອຍ​ລ້ານ​ດົ່ງ.

ລົດແຕ່ລະຄັນຈະມີແບບການເຮັດທີ່ແຕກຕ່າງກັນ, ຕາມປົກກະຕິ ທ່ານ ດ້າວ ຈະເຮັດຈາກລຸ່ມຂຶ້ນເທິງ. ເລີ່ມຕົ້ນ ແມ່ນເຮັດສ່ວນ ດ້ານລຸ່ມຂອງລົດ ແລ້ວປະກອບເຄື່ອງຈັກ ແລະ ກົງລົດ, ຫຼັງຈາກ ນັ້ນ ເຖິງຮ່າງລົດ ແມ່ນເຈາະ ສ່ວນລາຍລະອຽດທີ່ນ້ອຍໆ. ຂັ້ນ ຕອນສຸດທ້າຍ ແມ່ນເຮັດໃຫ້ ລົດ ສົມບູນແບບ ດ້ວຍການຕິດຕັ້ງ ໂຄມໄຟ ແລະ ພົ່ນສີ ເພື່ອໃຫ້ລົດ ມີສີເງົາງາມ ທັງມີອາຍຸ ການໃຊ້ ງານ ທີ່ຍາວນານ. ປັດຈຸ​ບັນ, ໄມ້​ທີ່​ນຳ​ໃຊ້​ໃນ​ການ​ເຮັດ​ແມ່ນ​ຕົ້ນ ໝາກເກືອ ແລະ ໄມ້ ດູ່ ເປັນ​ຕົ້ນຕໍ​.

ລົດຫຼູທີ່ໄດ້ຜະລິດໂດຍທ່ານ ດ້າວ.

ທ່ານ ດ້າວ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ລົດຫຼູ ທີ່ທ່ານ ຜະລິດ ມີຂະ ໜາດແມ່ນເທົ່າກັບ 2/3 ຂະໜາດ ຂອງ ລົດຕົວຈິງ, ເຊື້ອເພີງ ທີ່ ເພິ່ນໄດ້ຕິດຕັ້ງໃຫ້ລົດແມ່ນໝໍ້ໄຟ 4 ຫຼື 5 ໜ່ວຍ, ດັ່ງນັ້ນມັນຈະ ແລ່ນໄດ້ປະມານ 3 ຊົ່ວໂມງ ຢ່າງຕໍ່ເນື່ອງ.

ທ່ານ ດ້າວ ໄດ້ໄຂຄວາມໃນໃຈອອກມາວ່າ ເຖິງວ່າ ເວລາ ແລະ ເງິນທີ່ໃຊ້ໃນການຜະລິດລົດ ແມ່ນດົນ ແລະ ຫຼາຍ, ແຕ່ ປັດຈຸບັນ ຂ້າພະເຈົ້າບໍ່ມີຄວາມຄິດວ່າຈະຂາຍມັນ, ຂ້າພະເຈົ້າ ຕັ້ງໃຈຈະ ເຮັດເປັນຊຸດສະສົມ ເພື່ອພາຍພາກໜ້າ ສາມາດ ເປີດງານວາງ ສະແດງສ່ວນຕົວ ຫຼື ປະມູນລາຄາ ເອົາເງິນທີ່ຂາຍໄດ້ເພື່ອການ ກຸສົນ. 

ໂດຍສະເລ່ຍແລ້ວ, ລົດແຕ່ລະຄັນຈະຕ້ອງໃຊ້ເວລາສອງສາມເດືອນເພື່ອສໍາເລັດ.
.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ


top